ຂປລ
ທາງການ ສ.ອາເມລິກາ ໄດ້ປັບພື້ນທີ່ ສະໜາມກິລາ ທົ່ວປະເທດ ໃຫ້ເປັນຄລິນິກ ສະໜາມ ເພື່ອສັກຢາ ວັກຊິນ ປ້ອງກັນ ພະຍາດໂຄວິດ-19 ໃຫ້ຊາວ ສ.ອາເມລິກາ ເພື່ອຊຸກຍູ້ ໃຫ້ຍອດ ຈຳນວນ ການສັກ ວັກຊິນ ໃຫ້ໄດ້ ຕາມເປົ້າໝາຍ ຂອງລັດຖະບານ

ຂປລ.ອ້າງຕາມຂ່າວ ສ.ອາເມລິກາ, ວັນທີ 24 ເດືອນມັງກອນ, ທາງການ ສ.ອາເມລິກາ ໄດ້ປັບພື້ນທີ່ ສະໜາມກິລາ ທົ່ວປະເທດ ໃຫ້ເປັນຄລິນິກ ສະໜາມ ເພື່ອສັກຢາ ວັກຊິນ ປ້ອງກັນ ພະຍາດໂຄວິດ-19 ໃຫ້ຊາວ ສ.ອາເມລິກາ ເພື່ອຊຸກຍູ້ ໃຫ້ຍອດ ຈຳນວນ ການສັກ ວັກຊິນ ໃຫ້ໄດ້ ຕາມເປົ້າໝາຍ ຂອງ ລັດຖະບານ ພາຍໃຕ້ ການນຳພາ ຂອງ ປະທານາທິ ບໍດີ ສ.ອາເມລິກາ ທ່ານໂຈໄບເດນ. ສະໜາມ ກິລາ ທີ່ຖືກປັບໃຊ້ ເປັນຄລິນິກ ສະໜາມ ລວມມີ ທັງສະໜາມ ແຂ່ງລົດ ແນສຄາຣ ທີ່ລັດນອດແຄຣ ໂຣໄລນາ ແລະ ສະໜາມຫຍ້າ ຂອງທີມເບສບອນ ໂຄໂລຣາໂດ ຮອກກີ ໃນເມືອງເດນເວີຣ ລັດໂຄໂລຣາໂດ. ສູນຄວບຄຸມ ແລະ ປ້ອງກັນ ພະຍາດ ຂອງ ສ.ອາເມລິກາ ເປີດເຜີຍຂໍ້ມູນວ່າ: ເມື່ອວັນທີ 23 ເດືອນມັງກອນ ຜ່ານມາ ໄດ້ສັກຢາ ວັກຊິນໃຫ້ ປະຊາຊົນ ທົ່ວປະເທດ ຫລາຍກວ່າ 20,5 ລ້ານໂດສ ແລະ ແຈກຢາຍ ຫລາຍກວ່າ 41,4 ລ້ານໂດສ ໂດຍເປັນທັງ ວັກຊິນ ຂອງ ໂມເດີຣນາ ແລະ ໄຟເຊີຣ-ໄບອອນເທດ./.
KPL