ບັງກລາເທດ ຈະຊື້ເຂົ້າຈາກ ມຽນມາ 100.000 ໂຕນ

25/01/2021 21:53
Email Print 399
ຂປລ ບັງກລາເທດ ຈະຊື້ເຂົ້າ 100.000 ໂຕນ ຈາກມຽນມາ ເພາະວ່າ ຕ້ອງເລັ່ງແຂ່ງກັບເວລາແກ້ໄຂ ວິກິດການ ຂາດແຄນເຂົ້າ ທີ່ເປັນ ອາຫານຫລັກ ຂອງປະຊາກອນ ຫລາຍກວ່າ 160 ລ້ານຄົນ.

ຂປລ.ອ້າງ​ຕາມ​ຂ່າວ ທາ​ກາ ຂອງ​ ບັງ​ກລາ​ເທດ, ວັນທີ 24 ເດືອນມັງກອນ, ບັງ​ກລາ​ເທດ ຈະ​ຊື້​ເຂົ້າ 100.000 ​ໂຕນ ຈາກ​ມຽນມາ ​ເພາະ​ວ່າ ຕ້ອງ​ເລັ່ງ​ແຂ່ງ​ກັບເວລາ​ແກ້​ໄຂ​ ວິກິດການ ​ຂາດ​ແຄນ​ເຂົ້າ ທີ່​ເປັນ​ ອາຫານ​ຫລັກ​ ຂອງ​ປະຊາກ​ອນ ຫລາຍກວ່າ 160 ລ້ານ​ຄົນ. ຫົວໜ້າ​ກົມ ກະຊວງ ອາຫານ​ຂອງ ບັງ​ກລາ​ເທດ ຖະ​ແຫລ​ງວ່າ: ບັງ​ກລາ​ເທດ ຈະ​ນຳ​ເຂົ້າ ​ເຂົ້າ​ຈາກ ມຽນມາ ຕາມ​ຂໍ້​ຕົກລົງ ​ລະຫວ່າງ ສອງປະເທດ  ​ໃນ​ລາ​ຄາ 485 ​ໂດ​ລາ​ ສະຫະລັດ ​ຕໍ່​ໂຕນ ເພື່ອຄວບ​ຄຸມ​ ລາຄາ  ຄ່າ​ປະກັນ ​ແລະ ຄ່າ​ຂົນ​ສົ່ງ ໂດຍມີ ຈຸດ​ປະສົງ​ຫລັກ​ ຄື ຕ້ອງ​ເຮັດ​​ໃຫ້​ລາຄາ​ເຂົ້າ ຖືກ​ລົງ. ຄາດວ່າ ຈະ​ມີ​ການ ​ລົງ​ນາມ ​​ໃນໄວໆນີ້ ​ແລະ ​ຈະສົ່ງ​ມາ ​ໃນ​ເດືອນ ​ເມສາ. ໃນຂະນະດຽວກັນ., ເຈົ້າໜ້າທ່ີລະດັບສູງ ບັງ​ກລາ​ເທດ ຍັງ​ກ່າວຕື່ມວ່າ: ປະເທດນີ້ ຈະ​ສັ່ງ​ຊື້ເຂົ້າ​ ຈຳນວນຫລາຍ​ ເຖິງ 10 ລ້ານ​ໂຕນ.

 ສ່ວນຜູ້ປະກອບການ ພາກ​ເອກະ​ຊົນ ​ໄດ້​ຮັບ​ອະນຸຍາດ ​ໃຫ້​ຊື້​ເຂົ້າເພີ່ມອີກ 10 ລ້ານ​ໂຕນ ​ໃນ​ສົກປີ​ ງົບປະມານສິ້ນ​ສຸດ ​ໃນ​ເດືອນ ມິຖຸນານີ້. ນອກ​ຈາກນີ້ ຈະ​ຊື້​ເຂົ້າ ຈຳນວນ 150.000 ​ໂຕນ ຈາກ​ອົງ​ການ ຂອງ ທາງ​ການອິນ​ເດຍ ຕາມ​ຂໍ້​ຕົກລົງ ​ລະຫວ່າງ ສອງຝ່າຍ ​ແລະ ພວມ​ເຈລະຈາ ກັບ​ ອີກ​ຫລາຍ​ໜ່ວຍ​ງານ ​ຂອງ ທາງ​ການ ອິນ​ເດຍ. ຕາມປົກກະຕິ​, ບັງ​ກລາ​ເທດ ສາມາດ ຜະລິດ​ເຂົ້າ ​ໄດ້ຢ່າງຫລວງ​ຫລາຍ ​ ຈັດເປັນ ອັນ​ດັບ 3 ຂອງ​ໂລກ, ສະ​ເລ່ຍ ປີ​ລະ 35 ລ້ານ​ໂຕນ ​ໂດຍເກືອບ ທັງ​ໝົດ ​ແມ່ນ​ການ​ບໍລິ​ໂພ​ກ ພາຍ​ໃນ​ປະ​ເທດ ແລະ  ຫລາຍ​ຄັ້ງ ​ຕ້ອງ​ນຳ​ເຂົ້າ ​ເນື່ອງ​ຈາກ ເກີດ​ໄພ ​ແຫ້ງ​ແລ້ງ  ຫລື ນໍ້າ​ຖ້ວມ. ເມື່ອປີ​ກາຍນີ້ ​ ປະເທດນີ້ ເກີດ​ນຳ້​ຖ​້ວມ ຄັ້ງ​ໃຫຍ່  ​ເຮັດ​ໃຫ້ການ​ຜະລິດ​ເຂົ້າ ​ເສຍ​ຫາຍ ຈຳນວນຫລວງຫລາຍ, ສົ່ງ​ຜົນ​ໃຫ້ ລາຄາ​ເຂົ້າ ປັບ​ຂື້ນ ​ເປັນ​ຕົວເລກສະຖິຕິ ສູງ​ສຸດ./

KPL

ຂ່າວອື່ນໆ

ads
ads

Top