ອັດຕະປື ເຜີຍແຜ່ວິທີການແຈ້ງອາກອນ ແລະ ຊຳ ລະອາກອນຜ່ານ ລະບົບທັນສະໃໝ

17/09/2018 13:45
Email Print 1853
ຂປລ ຂປລ. ວັນທີ 14 ກັນຍາ 2018 ນີ້ ກົມ ສ່ວຍສາອາອາກອນກະຊວງການ ເງິນ ຮ່ວມກັບຂະແໜງສ່ວຍ ສາອາກອນ ພະແນກການ ເງິິນແຂວງອັດຕະປື ໄດ້ຈັດພິິ ທີເຜີຍແຜ່ ວິທີການແຈ້ງອາກອນ ຜ່ານບະບົບທັນສະໃໝ ຫລື ອີແທັກ ແລະ ອີຊີແທັກ,

ຂປລ. ວັນທີ 14 ກັນຍາ 2018 ນີ້  ກົມສ່ວຍສາອາອາກອນກະຊວງການເງິນ ຮ່ວມກັບຂະແໜງສ່ວຍສາອາກອນ  ພະແນກການເງິິນແຂວງອັດຕະປື ໄດ້ຈັດພິິທີເຜີຍແຜ່ ວິທີການແຈ້ງອາກອນ  ຜ່ານບະບົບທັນສະໃໝ ຫລື ອີແທັກ  ແລະ ອີຊີແທັກ, ໂດຍການເຂົ້າຮ່ວມຂອງທ່ານ  ບຸນທະມາລີ ໝັ້ນອານົງ ຫົວໜ້າ ພະແນກການເງິນແຂວງອັດຕະປື ມີທ່ານ ຄຳເຜັ່ນ ບຸບຜາວົງ  ຮອງຫົວໜ້າ ກົມສ່ວຍສາອາກອນກະຊວງການເງິນ,  ມີບັນດາພະແນກການອ້ອມຂ້າງແຂວງ,  ຫົວໜ່ວຍທຸລະກິດ, ຜູ້ປະກອບການ ແລະ ພະນັກງານສ່ວຍ ສາອາກອນແຂວງອັດຕະປື ພ້ອມດ້ວຍພາກສ່ວນ ຈາກທະນາຄານ  ພາຍໃນແຂວງອັດຕະປື ເຂົ້າຮ່ວມ.

ທ່ານ ບຸນທະມາລີ ໝັ້ນອານົງ ໄດ້ກ່າວວ່າ:  ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ  ແລະ ເຂົ້າບັນຊີເງິນຝາກຂອງລັດຖະບານ  ຜ່ານລະບົບທະນາຄານນີ້ ແມ່ນການຫັນວຽກ ເກັບລາຍ ຮັບເຂົ້າ ງົບປະມານແຫ່ງລັດ ໄປສູ່ລະບົບທີ່ທັນສະໃໝ ແລະ ມີຄວາມສະດວກ, ວ່ອງໄວ ປະຢັດເວລາ  ທັງຫຼຸດຜ່ອນການຮັບເງິນສົດຂອງຄັງເງິິນແຫ່ງຊາດ  ຫຼຸດຜ່ອນຄ່າສິິ້ນເປືອງຕ່າງໆ  ເພາະການແຈ້ງອາກອນ ຜ່ານລະບົບອີແທັກ  ແລະ ຊຳລະອາກອນຜ່ານລະບົບອີຊີແທັກ  ເຊິ່ງເປັນລະບົບທີ່ທັນສະໃໝ ສ້າງຄວາມສະດວກສະບາຍໃຫ້ແກ່ທຸລະກິດ  ທັງສາມາດແຈ້ງ  ແລະ   ຊຳລະອາກອນດ້ວຍຕົນເອງ  ຜ່ານລະບົບອິນ ເຕິເນັດ  ໄດ້ໃນທຸກສະຖານທີ່  ໂດຍຜ່ານລະບົບຕ່າງໆ ຂອງທະນາຄານໂດຍສະເພາະ  ຊຳລະຜ່ານ ບີເຊວໄອ - ແບັ໋ງ,  ຊຳລະຜ່ານ ບີຊີອີແອວວັນ, ຊຳລະຜ່ານເອທີເອັມ ,ຊຳລະຜ່ານ ເອັສເອັມເອັສ ແບັ໋ງຄິງ , ຊຳລະ ຜ່ານ ຄົວເຕິ.ທັງນີ້ ກໍ່ເພື່ອເຮັດໃຫ້ຄຸ້ມຄອງເກັບອາກອນ  ແລະ ການຊໍາລະອາກອນໃຫ້ຖືກຕ້ອງ, ຄົບຖ້ວນ,ຕາມກຳນົດເວລາ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ຂ່າວ. ວັດທະນາ ຫລວງອາໄພ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top