ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກ ພາກລັດເລັ່ງເຂົ້າຊ່ວຍເຫລືອຂົນຍ້າຍປະຊາຊົນ

24/07/2018 11:28
Email Print 3343
ຂປລ ຂປລ.​ເນື່ອງ​ຈາກ​ມີ​ຝົນຕົກໜັກຕິດຕໍ່ກັນ​ຫລາຍ​ວັນ ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້ເຂື່ອນ​ໄຟຟ້າ ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ ​​ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື​ ແຕກໃນ​ຕອນ​ຄ່ຳ​ຄືນ​ຂອງ​ ວັນ​ທີ 23 ກໍລະກົດ 2018, ​ເວລາ​ປະ ມານ 20 ​ໂມງ ​ເຮັດ​ໃຫ້​ນ້ຳ​​ໄຫລ​ທະລຸ​ລົງ​ ມາ​ຕາມ​ລຳ​ນ້ຳ​ເຊ​ປຽນຖ້ວມ​ເຮືອນ​ຊານ ​ແລະ ​ເນື້ອ​ທີ່​ການ​ຜະລິດ​ຂອງ​ປະຊາຊົນ 7 ບ້ານ ຢ່າງໜັກໜ່ວງ ທີ່​ຕັ້ງ​ຢູ່​ຕອນ​ໃຕ້​ຂອງ​ເທດສະບານ, ​ເຮັດ​ໃຫ້​ມີ​ປະຊາຊົນ​ເສຍ​ຊີວິດ ແລະ ສູນຫາຍ ​ຈຳນວນ​ຫລາຍ. ​


ຂປລ.​ເນື່ອງ​ຈາກ​ມີ​ຝົນຕົກໜັກຕິດຕໍ່ກັນ​ຫລາຍ​ວັນ ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້ເຂື່ອນ​ໄຟຟ້າ ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ ​​ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື​ ແຕກໃນ​ຕອນ​ຄ່ຳ​ຄືນ​ຂອງ​ ວັນ​ທີ 23 ກໍລະກົດ 2018, ​ເວລາ​ປະ ມານ 20 ​ໂມງ ​ເຮັດ​ໃຫ້​ນ້ຳ​​ໄຫລ​ທະລຸ​ລົງ​ ມາ​ຕາມ​ລຳ​ນ້ຳ​ເຊ​ປຽນຖ້ວມ​ເຮືອນ​ຊານ ​ແລະ ​ເນື້ອ​ທີ່​ການ​ຜະລິດ​ຂອງ​ປະຊາຊົນ 7 ບ້ານ ຢ່າງໜັກໜ່ວງ ທີ່​ຕັ້ງ​ຢູ່​ຕອນ​ໃຕ້​ຂອງ​ເທດສະບານ, ​ເຮັດ​ໃຫ້​ມີ​ປະຊາຊົນ​ເສຍ​ຊີວິດ ແລະ ສູນຫາຍ ​ຈຳນວນ​ຫລາຍ. ​

ທ່ານ ນາງ ​ບຸນ​ນານ ຫົວໜ້າພະ​ແນ​ກຖະ​ແຫລ​ງຂ່າວ, ວັດ​ທະນະ​ທຳ ​ແລະ ທ່ອງ​ທ່ຽວ ​ແຂວງ ​ອັດ​ຕະປື ໄດ້ລາຍ​ງານ​ໃຫ້​ຊາບ​​ໃນ​ເບື້ອງ​ຕົ້ນວ່າ: ໃນ​ຂະນະ​ນີ້, ການ​ນຳພາ​ກລັດ ​ໄດ້​ລະດົມອຳນາດ​ການ​ປົກຄອງ, ພະນັກງານ, ທະຫານ-​ຕຳຫລວດ, ລວມທັງ​ກຳລັງ​ພົນ​ຈາກ​ກອງ​ພົນ​ທີ 5 ​ນຳ​ໃຊ້​ເຮືອເຂົ້າຊ່ວຍເຫລືອ ເລັ່ງຂົນ​ຍ້າຍ​ປະຊາຊົນ ອອກ​ຈາກ​ພື້ນທີ່​ໄພພິບັດ ​ຢ່າງ​ເລັ່ງດ່ວນ​. ນອກ​ຈາກນີ້, ທາງ​ສູນ​ກາງກໍ​ຈະ​ນຳ​ສົ່ງ​ຍົນເຮີ​ລີ​ຄອັບ​ເຕີ ​ໄປ​ສົມທົບ​ເພື່ອ​ກອບ​ກູ້​ ຊ່ວຍ​ເຫລືອ​ປະຊາຊົນ​ຕື່ມ​ອີກ, ສ່ວນຄວາມເສຍຫາຍ ແມ່ນຍັງ ບໍ່ສາມາດປະເມີນໄດ້ເທື່ອ.
KPL

ຂ່າວອື່ນໆ

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

    • ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມວັດທະນະທຳ-ສັງຄົມ

      ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມ

      11/13/2026 10:02:11 AM

      ປກສ ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ 258 ກະບອກ ເພື່ອຮັກສາຄວາມສະຫງົບໃນທ້ອງຖິ່ນ

    • ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3ວັດທະນະທຳ-ສັງຄົມ

      ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

      11/12/2026 9:38:17 AM

      ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

    • ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມ

      11/11/2026 2:19:16 PM

      ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວວັດທະນະທຳ-ສັງຄົມ

      ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

      11/11/2026 2:06:25 PM

      ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top