ຄະນະກວດກາສູນກາງພັກ ກວດກາພຶດຕິກຳທີ່ເປັນການ ສໍ້ລາດບັງຫລວງ 146 ກໍລະນີ

13/03/2018 15:33
Email Print 1861
ຂປລ ຂປລ. ຜ່ານ​ການ ສະຫລຸ​ບກາ​ນ​ເຄື່ອນ ​ໄ​ຫວວຽກງານ ກວດ​ກາປີ 2017 ຂອງ​ ຄະ​ນະ​ກວດກາ​ ສູນກາງ​ພັກ​ ​ກ່ຽວກັບກາ​ນ ສະກັດ​ກັ້ນ​, ຕ້ານ​ການ ​ສໍ້​ລາ​ດບັງຫລວງ ​ແລະ ສືບ​ສວນ-ສອບ​ສວນ​​ ​ເຫັນ​ວ່າ ໄດ້​ມີ​ການ​ກວດກາ​ພຶ​ດຕິກຳ ທີ່ເປັນ ການສໍ້ລາດບັງຫລວງ 146 ກໍລະນີ ພົບ​ເຫັນ​ຜົນ​​ເສຍ​ຫາຍ​ທັງໝົ​ດ 593,97 ຕື້ກ່ວາ​ກີບ; 5,53 ລ້ານ​ບາດ; 4,67 ລ້ານ​​ໂດ​ລາ ​ແລະ 20 ລ້ານ​ດົງ.

ຂປລ. ຜ່ານການ ສະຫລຸບກາເຄື່ອນຫວວຽກງານ ກວດກາປີ 2017 ຂອງຄະນະກວດກາ ສູນກາງພັກ​ ​ກ່ຽວກັບການ ສະກັດກັ້ນ​, ຕ້ານການ ສໍ້ລາດບັງຫລວງແລະ ສືບສວນ-ສອບສວນ​​ ​ເຫັນວ່າ ໄດ້ມີການກວດກາພຶດຕິກຳ ທີ່ເປັນການສໍ້ລາດບັງຫລວງ 146 ກໍລະນີ ພົບ​ເຫັນ​ຜົນ​​ເສຍ​ຫາຍ​ທັງໝົ​ດ 593,97 ຕື້ກ່ວາ​ກີບ; 5,53 ລ້ານ​ບາດ; 4,67 ລ້ານ​​ໂດ​ລາ ​ແລະ 20 ລ້ານ​ດົງ.

ຈາ​ກການ ​ລາຍ​ງານ​ດັ່ງກ່າວ, ​ເກັບ​ກູ້​ໄດ້​​ແລ້ວ 357,15 ຕື້ກີ​ບ; 956.500 ​ບາດ; 1,21 ລ້ານ​ໂດ​ລາ ​ແລະ 20 ລ້ານ​ດົງ​. ​ໃນ​ນັ້ນ​, ພົບ​ເຫັນ ພະນັກ​ງານ​ລັດ ​ແລະ ຜູ້​ປະກອບ​ການ ​ທີ່​ມີ​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫລວງ 994 ຄົນ (ພະນັກງານ​ລັດ 908 ຄົນ ​ແລະ ຜູ້​ປະ​ກອບ​ການ​ 86 ຄົນ), ​ເຊິ່ງປັດຈຸບັນ ​ກຳລັງ​ດຳ​ເນີນ​ກວດກາ 420 ຄົນ, ​ໄດ້​ປະຕິບັດ​ວິ​ໄນ​ ດ້ານ​ບໍລິ​ຫານ 414 ຄົນ, ກຳລັງ​ດຳ​ເນີນ​ຄະດີ 84 ຄົນ, ສະຫລຸບ​ຄະດີ​ ສົ່ງ​ໃຫ້​ໄອຍະ​ການ​ ປະຊາ​ຊົນ​ແລ້ວ 62 ຄົນ ​ແລະ ສານ​ຕັດສິນ​ແລ້ວ 14​ ຄົນ​. ດັ່ງ​ນັ້ນ, ​ເພື່ອ​ເປັນ​ການ​ສະກັດ​ກັ້ນ  ການ​ສໍ້​ລາດ​ບັງຫລວງ ​ໄດ້ອອກ​ມະຕິ​ວ່າ​ດ້ວຍ​ວຽກງານ​ຄຸ້ມ​ຄອງ​ທີ່​ດິນ, ຄຳ​ສັ່ງ ວ່າ​ດ້ວ​ຍ ການ​ປະ​ຢັ​ດລາຍ​ຈ່າ​ຍງົບປະມານ, ດຳລັດ ​ວ່າ​ດ້ວຍ​ການ​ຄຸ້ມ​ຄອ​ງລົດ​ ປະ​ຈຳ​ຕຳ​ແໜ່ງ,​ ຂໍ້​ຫ້າມ ​ແລະ ວິ​ໄນ ​ຂອງ​ພະນັກງານ​ການ​ເງິ​ນ,​ ປັບປຸງ​ ບົດ​ແນະນຳ​ການ​ແ​ຈ້ງຊັບ​ສິນ,​ ​ໄດ້​ຫັນ​ເອົາ​ຍຸດ​ທະ​ສາດ ຕ້ານການ​ສໍ້​ລາດ​ບັງຫລວງ ​ເຂົ້າ​ໃນ​ຫລັກສູດ ການ​ຮຽນ-ການ​ສອນຊັ້ນ​ອານຸບານ, ປະຖົມ, ມັດ​ທະ​ຍົມ​ຕອນຕົ້ນ, ຕອນ​ປາຍ ​ແລະ ນິຕິ​ກຳ​ອື່ນໆ.

         ຂ່າວ:​ ພູ​ທອງ ສີ​ວົງສາ

 

KPL

ຂ່າວອື່ນໆ

    • ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຕໍ່ການນຳພັກກອມມູນິດຫວໜດນາມການເມືອງ

      ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຕໍ່ການນຳພັກກອມມູນິດຫວໜດນາມ

      1/28/2026 11:11:14 AM

      ກອງປະຊຸມແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄ້ັງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 26 ມັງກອນ 2026 ຢູ່ສູນປະຊຸມສາກົນ, ນະຄອນຫລວງຮ່າໂນ້ຍ.

    • ສອງປະທານປະເທດລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມືການເມືອງ

      ສອງປະທານປະເທດລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

      1/28/2026 10:58:38 AM

      ໃນວັນທີ 26 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດແຫ່ງ ສສ ຫວຽດນາມ.

    • ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນການເມືອງ

      ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

      1/14/2026 11:36:01 AM

      ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

ads
ads

Top