ຄະນະນຳ ສຊປປລ ເຄື່ອນໄຫວຊຸກຍູ້ ຊາວໜຸ່ມ-ເຍົາວະຊົນ ຢູ່ແຂວງບໍລິຄຳໄຊ

05/07/2026 07:11
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ສະຫາຍ ທອງ ລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປປລ) ພ້ອມດ້ວຍຄະນະ ເຄື່ອນໄຫວຊຸກຍູ້ວຽກງານຊາວ ໜຸ່ມ-ເຍົາວະຊົນຢູ່ແຂວງບໍລິຄຳໄຊ

ໃນວັນທີ 29 ມິຖຸນາ 2026 ຜ່ານມາ ໂດຍການຕ້ອນຮັບຂອງ ສະຫາຍ ລົມເຢັນ ສີສຸວົງ ກຳມະການພັກ ແຂວງ, ເລຂາຄະນະບໍລິຫານງານ ຊາວໜຸ່ມແຂວງບໍລິຄຳໄຊ ພ້ອມ ດ້ວຍພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

ພະລັງງານໄຟຟ້ານ້ຳຕົກ, ກະສິກຳ ປຸງແຕ່ງ, ການບໍລິການທາງຜ່ານ ແລະ ການທ່ອງທ່ຽວທາງທໍາມະ ຊາດ. ດ່ັງນ້ັນ, ວຽກງານຊາວໜຸ່ມ ຍິ່ງຕ້ອງມີຄວາມວ່ອງໄວ, ເຂັ້ມ ແຂງ ແລະ ມີຫົວຄິດປະດິດສ້າງ ໂດຍສະເພາະ ຕ້ອງຫັນເອົາບັນດາ MOU ທີ່ສູນກາງຊາວໜຸ່ມໄດ້ ລົງນາມກັບບັນດາພາກສ່ວນຕ່າງໆ  ໃຫ້ກາຍເປັນກິດຈະກຳທີ່ແທດເໝາະກັບແຂວງບໍລິຄຳໄຊ.

ໂອກາດນີ້, ສະຫາຍ ທອງລີ ສີສຸ ລິດ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະຊາວໜຸ່ມ ແຂວງ-ເມືອງ ໂດຍເນັ້ນໜັກ 5 ບັນຫາສຳຄັນ ເປັນຕົ້ນ ຕ້ອງເປັນ ເຈົ້າການສ້າງພູມຄຸ້ມກັນ ທາງແນວ ຄິດໃຫ້ຊາວໜຸ່ມ ຕ້ານກົນອຸບາຍ ຫັນປ່ຽນໂດຍສັນຕິຂອງກຸ່ມຄົນ ບໍ່ຫວັງດີ, ພ້ອມຖືເອົາການຕ້ານ ຢາເສບຕິດເປັນໜ້າທີ່ຍຸດທະສາດ ໂດຍການດຶງດູດຊາວໜຸ່ມເຂົ້າຮ່ວມ ກິດຈະກຳກິລາ-ສິລະປະ; ຕ້ອງເຮັດ ໃຫ້ຂໍ້ແຂ່ງຂັນ 4 ບຸກ ກາຍເປັນວິຖີ ຊີວິດ ແລະ 3 ດີ 4 ຮູ້ຂອງເຍົາວະຊົນ ຕ້ອງໄດ້ຮັບການຈັດຕັ້ງປະ ຕິບັດຢ່າງເປັນຂະບວນການຟົດ ຟື້ນຢູ່ທຸກໂຮງຮຽນ; ຕ້ອງສຸມ ໃສ່ປັບປຸງຄຸນນະພາບສະມາຊິກ ຊາວໜຸ່ມຢູ່ຮາກຖານ, ຄຸ້ມຄອງ ແຮງງານຊາວໜຸ່ມຢູ່ບັນດາໂຮງ ງານອຸດສາຫະກຳ ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ຍົກ ລະດັບພະນັກງານໃຫ້ມີຄວາມຮູ້ດ້ານພາສາ ແລະ ເຕັກໂນໂລຊີ ປັນຍາປະດິດ; ຕ້ອງຫັນເອົາບັນດາ MOU ທີ່ສູນກາງໄດ້ລົງນາມ ໃຫ້ ກາຍເປັນຮູບປະທຳ ໂດຍສະເພາະ ການສ້າງຖານຂໍ້ມູນຄວາມຕ້ອງ ການແຮງງານ ແລະ ຈັດຫລັກສູດ ຝຶກອົບຮົມວິຊາຊີບໄລຍະສັ້ນ ທ່ີ ຕະຫລາດແຮງງານກຳລັງຕ້ອງ ການ; ຊຸກຍູ້ຜູ້ປະກອບການໜຸ່ມ ໃຫ້ເຂົ້າເຖິງແຫລ່ງທຶນດອກເບ້ຍ ຕ່ຳ ແລະ ສົ່ງເສີມການນຳໃຊ້ທ່າ ແຮງທາງຜ່ານຂອງແຂວງ ເພື່ອ ພັດທະນາຜະລິດຕະພັນກະສິກຳ- ຫັດຖະກຳ ໃຫ້ມີຄຸນນະພາບສົ່ງອອກ ແລະ ເຊື່ອໝັ້ນວ່າ ຄະນະຊາວໜຸ່ມ ແຂວງບໍລິຄຳໄຊ ຈະສືບຕໍ່ເສີມຂະ ຫຍາຍມູນເຊ້ືອຄວາມສາມັກຄີ, ເຮັດຈິງ-ເຮັດແທ້ ເພື່ອເຮັດໃຫ້ຂະ ບວນການຊາວໜຸ່ມ ກາຍເປັນກຳລັງ ຫລັກແຫລ່ງທີ່ເຂັ້ມແຂງໃນການ ພັດທະນາແຂວງໃຫ້ມັ່ງຄັ່ງເຂັ້ມແຂງ ຍິ່ງໆຂຶ້ນ.

KPL

ຂ່າວອື່ນໆ

ads
ads

Top