ຂປລ
ຂປລ. ປະເທດຍີ່ປຸ່ນ ມີແຜນຈະເປີດ ເຕັກໂນໂລຊີໃໝ່, ລົດໂຣບອດ ແຕ໋ກຊີ (Robot Taxi) ທີ່ບໍ່ມີຄົນຂັບ ໃນໂອລິມປິກ ປີ 2020 ທີ່ ໂຕກຽວ ຊຶ່ງກ່ອນໜ້ານີ້ ໃນໂອລິມປິກ ປີ 1964 ຍີ່ປຸ່ນ ກໍໄດ້ເປີດຕົວ ລົດໄຟຄວາມໄວສູງ ຊິງກັງເຊັນ (Shinkansen) ມາແລ້ວ.

ຂປລ. ປະເທດຍີ່ປຸ່ນ ມີແຜນຈະເປີດ ເຕັກໂນໂລຊີໃໝ່, ລົດໂຣບອດ ແຕ໋ກຊີ (Robot Taxi) ທີ່ບໍ່ມີຄົນຂັບ ໃນໂອລິມປິກ ປີ 2020 ທີ່ ໂຕກຽວ ຊຶ່ງກ່ອນໜ້ານີ້ ໃນໂອລິມປິກ ປີ 1964 ຍີ່ປຸ່ນ ກໍໄດ້ເປີດຕົວ ລົດໄຟຄວາມໄວສູງ ຊິງກັງເຊັນ (Shinkansen) ມາແລ້ວ. ປັດຈຸບັນ, ລົດດັ່ງກ່າວ ຢູ່ໃນຂັ້ນຕອນ ການທົດລອງ ແລະ ພັດທະນາ ຈຸດປະສົງ ກໍເພື່ອຮັບໃຊ້ ໃນງານໂອລິມປິກ ແລະ ຮັບໃຊ້ຜູ້ສູງອາຍຸ ພາຍໃນປະເທດ ທີ່ມີຈໍານວນເພິ່ມຂຶ້ນ ປະມານ 1 ໃນ 4 ຂອງປະຊາຊົນ ເປັນຜູ້ສູງອາຍຸ 65 ປີ ຂຶ້ນໄປ.
ລົດຊະນິດນີ້ ໄດ້ຮັບການພັດທະນາ ໂດຍບໍລິສັດ Taxi Robot ຂອງປະເທດຍີ່ປຸ່ນ ທີ່ສ້າງຕັ້ງຂຶ້ນ ໃນປີ 2015. ເຊິ່ງລົດຄວບຄຸມ ໂດຍລະບົບ ຄອມພິວເຕີ ທັນສະໄໝ ແລະ ມີຄວາມປອດໄພ, ລາຄາບໍ່ແພງ ແລະ ນຳໃຊ້ ສະດວກສະບາຍ ພຽງແຕ່ລົງ app ຢູ່ໃນໂທລະສັບ smart phone ກໍສາມາດໃຊ້ໄດ້ ແລະ ບອກຈຸດໝາຍປາຍທາງ. ແຕ່ຕ້ອງໄດ້ເສຍເງິນ 1 ໂດລາສະຫະລັດ ໃນການບໍລິການຕໍ່ຄັ້ງ. ໂຣບອດ ແຕ໋ກຊີ ຄວບຄຸມໂດຍລະບົບ GPS, ມີກ້ອງ ແລະ ລະບົບ ເຊັນເຊີເລເຊີ ສີ່ມຸມ ນໍາທາງໂດຍ radar ທີ່ມີຄວາມສາມາດ ຫລົບຫລີກສິ່ງກີດຂວາງ ແລະ ຢຸດໄດ້ເອງ ແລະ ອື່ນໆ.
ລົດ ໂຣບອດ ແຕ໋ກຊີ ກໍສາມາດຂັບໄດ້ຄືກັນ, ແຕ່ກົດໝາຍ ຂອງປະເທດຍີ່ປຸ່ນ ຍັງບໍ່ໄດ້ອະນຸຍາດ ໃຫ້ລົດ ທີ່ບໍ່ມີຄົນຂັບ ແລ່ນໃນເສັ້ນທາງ, ດັ່ງນັ້ນ ບໍລິສັດ ຜູ້ພັດທະນາລົດ ກໍຕ້ອງໄດ້ພັດທະນາ ທັງລະບົບຂອງລົດ ແລະ ກົດໝາຍ ໃນອະນາຄົດ. ນີ້ແມ່ນການໃຫ້ສຳພາດ ຂອງພະນັກງານ ຂອງບໍລິສັດ ທ່ານ ໂຕໂມຍູກິ ອາກິຍາມາ (Tomoyuki A kiyama) ໄດ້ກ່າວຕໍ່ນັກຂ່າວ ຂ່າວສານປະເທດລາວ ວັນທີ 26 ພຶດສະພາ, ໃນງານວາງສະແດງ ໃນກອງປະຊຸມ ສຸດຍອດ G7, ທີ່ເມືອງມີເອະ (Mie) ປະເທດຍີ່ປຸ່ນ.
KPL