ຂປລ
ຂປລ. ໃນວັນທີ 21 ເມສາ ນີ້ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກ ອວຍພອນ ຈາກສະຫາຍ ສີ ຈິ້ນຜິງ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາ ຊົນຈີນ ເນື່ອງໃນໂອກາດໄດ້ຮັບຕຳແໜ່ງໃໝ່.
ຂປລ. ໃນວັນທີ 21 ເມສາ ນີ້ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກອວຍພອນ ຈາກສະຫາຍ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດໄດ້ຮັບຕຳແໜ່ງໃໝ່.
ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດ ທີ່ສະຫາຍ ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງສະຫາຍ
ສອງປະເທດຈີນ ແລະ ລາວ ມີສາຍພູສາຍນ້ຳຕິດຈອດກັນ, ມິດຕະພາບເປັນມູນເຊື້ອຍາວນານ. ນັບແຕ່ການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ເປັນຕົ້ນມາ, ມິດຕະພາບຈີນ ແລະ ລາວ ໄດ້ຮັບການເສີມຂະຫຍາຍຕົວຢ່າງຕໍ່ເນື່ອງ ນັບມື້ນັບກ້າວເຂົ້າສູ່ລວງເລີກຂອງປະຊາຊົນ. ປີມໍ່ໆມານີ້ ທັງສອງຝ່າຍ ໄດ້ມີການໄປມາຫາສູ່ກັນເປັນເລື້ອຍໆຂອງການນຳຂັ້ນສູງ, ຮັດແໜ້ນຄວາມໄວເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ດ້ານການເມືອງ, ການຮ່ວມມືຂະແໜງການຕ່າງໆໄດ້ຮັບໝາກຜົນອຸດົມສົມບູນ, ປະສານສົມທົບ ຢ່າງໃກ້ຊິດດ້ານກິດຈະກຳພາກພື້ນ ແລະ ສາກົນ ເຊິ່ງໄດ້ສ້າງຜົນປະໂຫຍດເປັນຮູບປະທຳໃຫ້ປະຊາຊົນສອງຊາດ.
ສອງປະເທດຈີນ ແລະ ລາວ ເປັນປະເທດສັງຄົມນິຍົມ, ພວກຂ້າພະເຈົ້າຕ້ອງໄດ້ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືສາມັກຄີ. ຝ່າຍຈີນໃຫ້ຄວາມສຳຄັນຢ່າງສູງຕໍ່ສາຍພົວ ພັນກັບປະເທດລາວ, ຍິນດີທີ່ຈະຮ່ວມກັບຝ່າຍລາວ ຖືກາລະໂອກາດທີ່ການສ້າງຕັ້ງສາຍພົວພັນການທູດລະຫວ່າງຈີນ ແລະ ລາວ ຄົບຮອບ 55 ປີ ໃນປີນີ້, ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງຈີນ ແລະ ລາວ ຍາດເອົາຄວາມຄືບໜ້າໃໝ່, ອັນໃໝ່ ແລະ ໃຫຍ່ຫລວງກວ່າເກົ່າ.
ຂໍອວຍພອນໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນຈົ່ງມີຄວາມສຸກຂໍອວຍພອນໃຫ້ສະຫາຍປະສົບຜົນສຳເລັດຍິ່ງໃຫຍ່ກວ່າເກົ່າໃນພາລະໜ້າທີ່ອັນສູງສົ່ງ.
ໃນວັນດຽວກັນສະຫາຍ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກອວຍພອນຈາກ ສະຫາຍ ຫລີ ຢວນເຊົາ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດໄດ້ຮັບຕຳແໜ່ງໃໝ່.
ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກອວຍພອນ ຈາກສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນເນື່ອງໃນໂອກາດ ໄດ້ຮັບຕຳແໜ່ງໃໝ່.
ສະຫາຍ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກອວຍພອນ ຈາກ ສະຫາຍ ຈາງ ເຕີຈຽງ ປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດ ໄດ້ຮັບຕຳແໜ່ງໃໝ່.
ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກອວຍພອນ ຈາກ ສະຫາຍ ວັງ ຢີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດໄດ້ຮັບຕຳແໜ່ງໃໝ່ເຊັ່ນດຽວກັນ.
KPL