ທ່ານ ດຣ ບຸນທອງ ຈິດມະນີ ໄດ້ຮັບການເລືອກຕັ້ງ ເປັນຮອງນາຍົກລັດຖະມົນຕີ

20/04/2016 13:38
Email Print 2076
ຂປລ ຂປລ. ກອງປະຊຸມ ຄັ້ງປະຖົມມະລືກ ສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 20 ເມສາ 2016 ໂດຍການ ເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາ ແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ,

ຂປລ. ກອງປະຊຸມ ຄັ້ງປະຖົມມະລືກ ສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 20 ເມສາ 2016 ໂດຍການ ເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ການນຳພັກ-ລັດ, ມີອະດີດການນຳ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂົ້າຮ່ວມ.

ກອງປະຊຸມ ຄັ້ງປະຖົມມະລືກ ສະພາແຫ່ງຊາດ ຊຸດທີ VIII ເຫັນດີເປັນເອກະພາບ ເລືອກ ທ່ານ ດຣ. ບຸນທອງ ຈິດມະນີ ເປັນຮອງນາຍົກ ລັດຖະມົນຕີ, ປະທານອົງການ ກວດກາລັດຖະບານ ແລະ ປະທານອົງການ ຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ.

KPL

ຂ່າວອື່ນໆ

ads
ads

Top