ທ່ານ ໂຕເລິມ ພົບປະກັບ ປະທານາທິບໍດີ ສ.ອາເມລິກາ

20/11/2026 13:38
Email Print 115
ຂປລ ໃນ​ໂອ​ກາດເຂົ້າ​ຮ່ວມ ​ສັບ​ປະ​ດາ​ຂັ້ນ​ສູງ ເວ​ທີ​ປາ​ໄສ​ຮ່ວມ​ມື ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) 2026 ຢູ່ ເຊິນ​ເຈິນ ປະ​ເທດ ຈີນ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ຫວຽດນາມ ໄດ້ພົບ​ປະ​ກັບ​ ທ່ານ ໂດນັນ ທຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ​ວັນ​ທີ 19 ພະ​ຈິກ, ໃນ​ໂອ​ກາດເຂົ້າ​ຮ່ວມ ​ສັບ​ປະ​ດາ​ຂັ້ນ​ສູງ ເວ​ທີ​ປາ​ໄສ ​ຮ່ວມ​ມື ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) 2026 ຢູ່ ເຊິນ​ເຈິນ ປະ​ເທດ ຈີນ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ຫວຽດນາມ ໄດ້ພົບ​ປະ​ກັບ​ ທ່ານ ໂດນັນ ທຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ.ໃນໂອກາດນີ້ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ ໃຫ່​ຍ ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຕີ​ລາ​ຄາ​ບົດ​ບາດ​ຂອງ ສ.ອາ​ເມ​ລິ​ກາ ໃນ APEC, ສະ​ເໜີ​ໃຫ້ ສ.ອາ​ເມ​ລິ​ກາ ​ສະ​ໜັບ​ສະ​ໜູນ ສສ ຫວຽດ​ນາມ ຈັດ​ປີ APEC 2027ສຳ​ເລັດ​ຜົນ; ທ່ານ ໂຕ​ເລິມ ​ໄດ້​ເປັນ​ກຽດ​ເຊີນ​ ປະ​ທາ​ນາ​ທິ​ບໍ​ ໂດນັນ ທຣຳ  ມາ​ຢ້ຽມ​ຢາມ ສສ ຫວ​ຽດ​ນາມ ແລະ ເຂົ້າ​ຮ່ວມ​ ສັບ​ປະ​ດາ​ຂັ້ນ​ສູງ APEC 2027 ຢູ່ ຝູກວັກ, ພ້ອມທັງ ຢື​ນ​ຢັນ​ວ່າ: ສ.ອາ​ເມ​ລິ​ກາ ແມ່ນ​ໜຶ່ງ​ ໃນ​ບັນ​ດາ​ຄູ່​ຮ່ວມ​ມື ​ທີ່​ສຳ​ຄັນ​ ຍຸດ​ທະ​ສາດ​ຂອງ ສສ ຫວຽດ​ນາມ ພ້ອມ​ທັງ​ ໄດ້​ຕີ​ລາ​ຄາ​ສູງ​ ບົດ​ບາດ ແລະ ບັນ​ດາ​ ການ​ປະ​ກອບ​ສ່ວນ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂດນັນ ທຣຳ ຕໍ່ການ​ພົວ​ພັນ​ ລະ​ຫວ່າງ​ ສອງ​ປະ​ເທດ. ທ່ານ ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້ ​ສອງ​ປະ​ເທດ ສືບ​ຕໍ່​ເພີ່ມ​ທະ​ວີ ​ການ​ແລກ​ປ່ຽນ​, ສົມ​ທົບ​ກັນ ​ຜັນ​ຂະ​ຫຍາຍ ​ຂອບ​ເຂດ ​ຄູ່​ຮ່ວມ​ມື​ ຍຸດ​ທະ​ສາດ ​ຮອບ​ດ້ານ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສ່ວນ ທ່ານ ໂດນັນ ທຣຳ  ປະ​ທາ​ນາ​ທິ​ບໍ​ດີ ສ.ອາເມລິກາ ໄດ້​ເຫັນ​ດີກັບ ​ບັນ​ດາ​ຄຳ​ເຫັນ​ ຂອງທ່ານ ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ໂຕ​ເລິມ, ຊົມ​ເຊີຍ ສສ ຫວຽດ​ນາມ ຮັບ​ບົດ​ບາດ ​ປະ​ທານ APEC 2027; ແລະ ​ຕີ​ລາ​ຄາ ​ບັນ​ດາ​ໝາກ​ຜົນ ​ທີ່​ສອງ​ປະ​ເທດ ​ບັນ​ລຸ​ໄດ້ ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ທິດ​ທາງ​ຊຸກ​ຍູ້​ ການ​ຮ່ວມ​ມື​ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ທ່ານ ໂດນັນ ທຣຳ  ຢືນ​ຢັນ​ວ່າ: ສ.ອາ​ເມ​ລິ​ກາ ຖື​ການ​ພົວ​ພັນ​ກັບ ສສ ຫວຽດ​ນາມ ເປັນ​ສຳ​ຄັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເຜີຍແຜ່ວິໄສທັດ ເຊີ່ນເຈີ້ນ ຂອງຜູ້ນຳອົງການ ເອເປັກ 2026ຂ່າວຕ່າງປະເທດ

      ເຜີຍແຜ່ວິໄສທັດ ເຊີ່ນເຈີ້ນ ຂອງຜູ້ນຳອົງການ ເອເປັກ 2026

      11/20/2026 1:21:24 PM

      ວິ​ໄສ​ທັດ ​ເຊີ່ນ​ເຈີ້ນ ​ຂອງ​ຜູ້​ນຳ ອົງ​ການຮ່ວມ​ມື ​ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC 2026 ໄດ້​ຮັບ​ການ​ເຜີຍ​ແຜ່​ ໃນ​ວັນ​ທີ 19 ພະ​ຈິກ​ນີ້. ວິ​ໄສ​ທັດ​ດັ່ງ​ກ່າວ ​ລະ​ບຸ​ວ່າ: ຈະ​ສືບ​ຕໍ່ຊຸກ​ຍູ້ ໃຫ້ເສດຖະກິດ ພາກພື້ນ ເຊື່ອມໂຍງເຂົ້າກັນ​ ຜ່ານ​ຮູບ​​ແບບ​ ຂັບ​ເຄື່ອນ​ດ້ວຍ​ຕະ​ຫລາດ, ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ເຂດ​ ການ​ຄ້າ​ເສ​ລີ​ ອາ​ຊີ-​ປາ​ຊີ​ຟິກ, ​ຊຸກ​ຍູ້ ການອໍານວຍຄວາມ​ສະ​ດວກ ​ດ້ານ​ການ​ຄ້າ.

    • ສປ ຈີນ-ລັດເຊຍ-ສ.ອາເມລິກາ ອອກຖະແຫລງການສັນຕິພາບ ຂ່າວຕ່າງປະເທດ

      ສປ ຈີນ-ລັດເຊຍ-ສ.ອາເມລິກາ ອອກຖະແຫລງການສັນຕິພາບ

      11/20/2026 10:22:44 AM

      ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ ຂອງ ສປ ​ຈີນ. ຜູ້​ນຳ ລັດ​ເຊຍ ແລະ ສ.ອາ​ເມ​ລິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ ສປ ຈີນ ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​ກັນ ​ຄັ້ງ​​ປະ​ຫວັດ​ສາດນີ້.

    • ສສ ຫວຽດນາມ ຮັບບົດບາດປະທານ ເອເປັກ 2027 ຢ່າງເປັນທາງການຂ່າວຕ່າງປະເທດ

      ສສ ຫວຽດນາມ ຮັບບົດບາດປະທານ ເອເປັກ 2027 ຢ່າງເປັນທາງການ

      11/20/2026 10:08:38 AM

      ໃນ​ຂອບ​ເຂດກອງ​ປະ​ຊຸມ​​ ບັນ​ດາ​ການ​ນຳ ​ເສດ​ຖະ​ກິດ​ ຂອງເວ​ທີ​ປາ​ໄສ​ ການຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC), ​ຄັ້ງ​ທີ 33, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດ ປະ​ເທດເຈົ້າ​ພາບປີ APEC 2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານ ​ສີ ຈິນ​ຜິງ, ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ ​ຈຸ​ດ​ເວ​ລາ​ສຳ​ຄັນ, ເປີດ​ສາກ​ປີ APEC ຫວຽດ​ນາມ 2027 ຢ່າງ​ເປັນ​ທາງ​ການ.

    • ອີຢູ ສະເໜີ ໃຫ້ອູແກຣນ ກູ້ຢຶມເງິນຕື່ມອີກ 45 ຕື້ເອີໂຣໃນປີ 2027ຂ່າວຕ່າງປະເທດ

      ອີຢູ ສະເໜີ ໃຫ້ອູແກຣນ ກູ້ຢຶມເງິນຕື່ມອີກ 45 ຕື້ເອີໂຣໃນປີ 2027

      11/20/2026 10:05:43 AM

      ຄະ​ນະ​ກຳ​ມະ​ການ​ເອີຣົບ (EC) ສະ​ເໜີ​ ສະ​ໜອງ ​ບ້ວງ​ເງິນ​ກູ້​ຢືມ ​ເພີ່ມ​ເຕີມ​ສູງ​ສຸດ 48 ຕື້ ເອີ​ໂຣ ​ໃຫ້​ແກ່​ ອູແກຣນ, ຕອບ​ສະ​ໜອງ​ເກືອບ 2/3 ຄວາມ​ຕ້ອງ​ການ ​ດ້ານ​ການ​ເງິນ ​ທີ່​ຍັງ​ຂາດ​ເຂີນ​ ຂອງ​ປະ​ເທດ​ນີ້ ​ໃນ​ປີ 2027.

    • ທ່ານ ນາງ ເຜີງ ລີ້ຢວນ ພ້ອມດ້ວຍ ພັນລະຍາ ຂອງຜູ້ນຳສະມາຊິກ ເອເປັກ ຢ້ຽມຊົມ ງານວາງສະແດງ ມໍລະດົກ ວັດທະນະທຳນາມມະທຳ ຂ່າວຕ່າງປະເທດ

      ທ່ານ ນາງ ເຜີງ ລີ້ຢວນ ພ້ອມດ້ວຍ ພັນລະຍາ ຂອງຜູ້ນຳສະມາຊິກ ເອເປັກ ຢ້ຽມຊົມ ງານວາງສະແດງ ມໍລະດົກ ວັດທະນະທຳນາມມະທຳ

      11/20/2026 10:04:43 AM

      ທ່ານ ນາງ ເ​ຜີງລີ້ຢວນ ພັນລະຍາ ຂອງ​ທ່ານ ສີ ຈິ້ນຜິງ ປະ​ທານ ​ປະ​ເທດ​ຈີນ ພ້ອມ​ດ້ວຍ ພັນ​ລະ​ຍາ ຂອງບັນດາຜູ້ນຳ ແລະ ຜູ້ຕາງໜ້າ​ກຸ່ມ​ເສດ​ຖະ​ກິດ ທີ່ເຂົ້າຮ່ວມ ກອງປະຊຸມຜູ້ນຳສະມາຊິກ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ຄັ້ງທີ 33 ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ ​ທີ່​ຈັດ​ຂຶ້ນ​ຢູ່ສູນວັດທະນະທຳ ອ່າວ​ເຊີ່ນເຈີ້ນ ໃນນະ ຄອນ ​ເຊີ່ນເຈີ້ນ ຂອງ ສປ ຈີນ.

ads
ads

Top