ເຜີຍແຜ່ວິໄສທັດ ເຊີ່ນເຈີ້ນ ຂອງຜູ້ນຳອົງການ ເອເປັກ 2026

20/11/2026 13:21
Email Print 136
ຂປລ ວິ​ໄສ​ທັດ ​ເຊີ່ນ​ເຈີ້ນ ​ຂອງ​ຜູ້​ນຳ ອົງ​ການຮ່ວມ​ມື ​ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC 2026 ໄດ້​ຮັບ​ການ​ເຜີຍ​ແຜ່​ ໃນ​ວັນ​ທີ 19 ພະ​ຈິກ​ນີ້. ວິ​ໄສ​ທັດ​ດັ່ງ​ກ່າວ ​ລະ​ບຸ​ວ່າ: ຈະ​ສືບ​ຕໍ່ຊຸກ​ຍູ້ ໃຫ້ເສດຖະກິດ ພາກພື້ນ ເຊື່ອມໂຍງເຂົ້າກັນ​ ຜ່ານ​ຮູບ​​ແບບ​ ຂັບ​ເຄື່ອນ​ດ້ວຍ​ຕະ​ຫລາດ, ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ເຂດ​ ການ​ຄ້າ​ເສ​ລີ​ ອາ​ຊີ-​ປາ​ຊີ​ຟິກ, ​ຊຸກ​ຍູ້ ການອໍານວຍຄວາມ​ສະ​ດວກ ​ດ້ານ​ການ​ຄ້າ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວິ​ໄສ​ທັດ ​ເຊີ່ນ​ເຈີ້ນ ​ຂອງ​ຜູ້​ນຳ ອົງ​ການຮ່ວມ​ມື ​ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC 2026 ໄດ້​ຮັບ​ການ​ເຜີຍ​ແຜ່​ ໃນ​ວັນ​ທີ 19 ພະ​ຈິກ​ນີ້. ວິ​ໄສ​ທັດ​ດັ່ງ​ກ່າວ ​ລະ​ບຸ​ວ່າ: ຈະ​ສືບ​ຕໍ່ຊຸກ​ຍູ້ ໃຫ້ເສດຖະກິດ ພາກພື້ນ ເຊື່ອມໂຍງເຂົ້າກັນ​ ຜ່ານ​ຮູບ​​ແບບ​ ຂັບ​ເຄື່ອນ​ດ້ວຍ​ຕະ​ຫລາດ, ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ເຂດ​ ການ​ຄ້າ​ເສ​ລີ​ ອາ​ຊີ-​ປາ​ຊີ​ຟິກ, ​ຊຸກ​ຍູ້ ການອໍານວຍຄວາມ​ສະ​ດວກ ​ດ້ານ​ການ​ຄ້າ. ສົ່ງ​ເສີມ​ໃຫ້​ບັນ​ດາ​ ກຸ່ມ​ເສດ​ຖະ​ກິດ ​ເສີມ​ສ້າງ ສາມເສົາ​ຄ້ຳ​ໃຫຍ່ ຄື ການ​ເຊື່ອມຈອດ ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ການ​ເຊື່ອມ​​ຈອດ ດ້ານ​ລະ​ບຽບ​ການ ແລະ ການ​ເຊື່ອ​ສານ​ຈິດ​ໃຈ ໃຫ້​ໝັ້ນ​ຄົງ, ບັນ​ລຸ​ໃຫ້​ອາ​ຊີ-ປາ​ຊີ​ຟິກ ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ ​ຢ່າງໂລ່ງ​ລ່ຽນ ​ແລະ ​ຮອບ​ດ້ານ.ວິ​ໄສ​ທັດ​ລະ​ບຸ​ຕື່ມ​ວ່າ: ​ສົ່ງ​ເສີມ​ ໃຫ້​ບັນ​ດາ ​ກຸ່ມ​ເສດ​ຖະ​ກິດ ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ​ກັນ​ ດ້ານ​ດິ​ຈິ​ຕອນ, ອັດ​ຊ່ອງ​ວ່າງທາງ​ດິ​ຈິ​ຕອນ; ສະ​ແຫວງ​ຫາ ການ​ເພີ່ມ​ທະ​ວີ ​ຄວາມ​ໝັ້ນ​ຄົງ​ ສັງ​ລວມ​ ແບບ​ຂ້າມ​ພາກ​ສ່ວນ ​ພະ​ລັງ​ງານ ​ແລະ​ ຂ້າມເຕັກ​ໂນ​ໂລ​ຊີ ເພື່ອ​ຮ່ວມ​ກັນ ​ຮັບ​ມື​ກັບ ​ສິ່ງ​ທ້າ​ທາຍ​ ຕໍ່​ຄວາມ​ໝັ້ນ​ຄົງ​ ດ້ານ​ພະ​ລັງ​ງານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ທ່ານ ໂຕເລິມ ພົບປະກັບ ປະທານາທິບໍດີ ສ.ອາເມລິກາຂ່າວຕ່າງປະເທດ

      ທ່ານ ໂຕເລິມ ພົບປະກັບ ປະທານາທິບໍດີ ສ.ອາເມລິກາ

      11/20/2026 1:38:37 PM

      ໃນ​ໂອ​ກາດເຂົ້າ​ຮ່ວມ ​ສັບ​ປະ​ດາ​ຂັ້ນ​ສູງ ເວ​ທີ​ປາ​ໄສ​ຮ່ວມ​ມື ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) 2026 ຢູ່ ເຊິນ​ເຈິນ ປະ​ເທດ ຈີນ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ຫວຽດນາມ ໄດ້ພົບ​ປະ​ກັບ​ ທ່ານ ໂດນັນ ທຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ.

    • ສປ ຈີນ-ລັດເຊຍ-ສ.ອາເມລິກາ ອອກຖະແຫລງການສັນຕິພາບ ຂ່າວຕ່າງປະເທດ

      ສປ ຈີນ-ລັດເຊຍ-ສ.ອາເມລິກາ ອອກຖະແຫລງການສັນຕິພາບ

      11/20/2026 10:22:44 AM

      ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ ຂອງ ສປ ​ຈີນ. ຜູ້​ນຳ ລັດ​ເຊຍ ແລະ ສ.ອາ​ເມ​ລິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ ສປ ຈີນ ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​ກັນ ​ຄັ້ງ​​ປະ​ຫວັດ​ສາດນີ້.

    • ສສ ຫວຽດນາມ ຮັບບົດບາດປະທານ ເອເປັກ 2027 ຢ່າງເປັນທາງການຂ່າວຕ່າງປະເທດ

      ສສ ຫວຽດນາມ ຮັບບົດບາດປະທານ ເອເປັກ 2027 ຢ່າງເປັນທາງການ

      11/20/2026 10:08:38 AM

      ໃນ​ຂອບ​ເຂດກອງ​ປະ​ຊຸມ​​ ບັນ​ດາ​ການ​ນຳ ​ເສດ​ຖະ​ກິດ​ ຂອງເວ​ທີ​ປາ​ໄສ​ ການຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC), ​ຄັ້ງ​ທີ 33, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດ ປະ​ເທດເຈົ້າ​ພາບປີ APEC 2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານ ​ສີ ຈິນ​ຜິງ, ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ ​ຈຸ​ດ​ເວ​ລາ​ສຳ​ຄັນ, ເປີດ​ສາກ​ປີ APEC ຫວຽດ​ນາມ 2027 ຢ່າງ​ເປັນ​ທາງ​ການ.

    • ອີຢູ ສະເໜີ ໃຫ້ອູແກຣນ ກູ້ຢຶມເງິນຕື່ມອີກ 45 ຕື້ເອີໂຣໃນປີ 2027ຂ່າວຕ່າງປະເທດ

      ອີຢູ ສະເໜີ ໃຫ້ອູແກຣນ ກູ້ຢຶມເງິນຕື່ມອີກ 45 ຕື້ເອີໂຣໃນປີ 2027

      11/20/2026 10:05:43 AM

      ຄະ​ນະ​ກຳ​ມະ​ການ​ເອີຣົບ (EC) ສະ​ເໜີ​ ສະ​ໜອງ ​ບ້ວງ​ເງິນ​ກູ້​ຢືມ ​ເພີ່ມ​ເຕີມ​ສູງ​ສຸດ 48 ຕື້ ເອີ​ໂຣ ​ໃຫ້​ແກ່​ ອູແກຣນ, ຕອບ​ສະ​ໜອງ​ເກືອບ 2/3 ຄວາມ​ຕ້ອງ​ການ ​ດ້ານ​ການ​ເງິນ ​ທີ່​ຍັງ​ຂາດ​ເຂີນ​ ຂອງ​ປະ​ເທດ​ນີ້ ​ໃນ​ປີ 2027.

    • ທ່ານ ນາງ ເຜີງ ລີ້ຢວນ ພ້ອມດ້ວຍ ພັນລະຍາ ຂອງຜູ້ນຳສະມາຊິກ ເອເປັກ ຢ້ຽມຊົມ ງານວາງສະແດງ ມໍລະດົກ ວັດທະນະທຳນາມມະທຳ ຂ່າວຕ່າງປະເທດ

      ທ່ານ ນາງ ເຜີງ ລີ້ຢວນ ພ້ອມດ້ວຍ ພັນລະຍາ ຂອງຜູ້ນຳສະມາຊິກ ເອເປັກ ຢ້ຽມຊົມ ງານວາງສະແດງ ມໍລະດົກ ວັດທະນະທຳນາມມະທຳ

      11/20/2026 10:04:43 AM

      ທ່ານ ນາງ ເ​ຜີງລີ້ຢວນ ພັນລະຍາ ຂອງ​ທ່ານ ສີ ຈິ້ນຜິງ ປະ​ທານ ​ປະ​ເທດ​ຈີນ ພ້ອມ​ດ້ວຍ ພັນ​ລະ​ຍາ ຂອງບັນດາຜູ້ນຳ ແລະ ຜູ້ຕາງໜ້າ​ກຸ່ມ​ເສດ​ຖະ​ກິດ ທີ່ເຂົ້າຮ່ວມ ກອງປະຊຸມຜູ້ນຳສະມາຊິກ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ຄັ້ງທີ 33 ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ ​ທີ່​ຈັດ​ຂຶ້ນ​ຢູ່ສູນວັດທະນະທຳ ອ່າວ​ເຊີ່ນເຈີ້ນ ໃນນະ ຄອນ ​ເຊີ່ນເຈີ້ນ ຂອງ ສປ ຈີນ.

ads
ads

Top