ຂປລ
ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ຂອງທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ພ້ອມດ້ວຍ ພັນລະຍາ ຂອງບັນດາຜູ້ນຳ ແລະ ຜູ້ຕາງໜ້າກຸ່ມເສດຖະກິດ ທີ່ເຂົ້າຮ່ວມ ກອງປະຊຸມຜູ້ນຳສະມາຊິກ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ຄັ້ງທີ 33 ໄດ້ເຂົ້າຮ່ວມກິດຈະກຳ ທີ່ຈັດຂຶ້ນຢູ່ສູນວັດທະນະທຳ ອ່າວເຊີ່ນເຈີ້ນ ໃນນະ ຄອນ ເຊີ່ນເຈີ້ນ ຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 19 ພະຈິກນີ້, ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ຂອງທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ພ້ອມດ້ວຍ ພັນລະຍາ ຂອງບັນດາຜູ້ນຳ ແລະ ຜູ້ຕາງໜ້າກຸ່ມເສດຖະກິດ ທີ່ເຂົ້າຮ່ວມ ກອງປະຊຸມຜູ້ນຳສະມາຊິກ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ຄັ້ງທີ 33 ໄດ້ເຂົ້າຮ່ວມກິດຈະກຳ ທີ່ຈັດຂຶ້ນຢູ່ສູນວັດທະນະທຳ ອ່າວເຊີ່ນເຈີ້ນ ໃນນະ ຄອນ ເຊີ່ນເຈີ້ນ ຂອງ ສປ ຈີນ. ໃນໂອກາດນີ້ ທ່ານ ນາງ ເຜີງລີ້ຢວນ ໄດ້ເຊີນແຂກຜູ້ມີກຽດຢ້ຽມຊົມ ງານວາງສະແດງພາຍໃຕ້ຫົວຂໍ້ “ການສືບທອດ ແລະ ການປະດິດສ້າງໃໝ່ ດ້ານມໍລະດົກ ວັດທະນະ ທຳ ນາມມະທຳ ຂອງເຂດຫລິ້ງ ໜານ”. ບັນດາແຂກໄດ້ຢ້ຽມຊົມ ເຄື່ອງຫັດຖະກຳພື້ນເມືອງ, ຊົມການສະ ແດງ ສິລະປະວັນນະຄະດີ ທີ່ມີເອກະລັກພິເສດ ຂອງເຂດຫລິ້ງໜານ ແລະ ສຳຜັດກັບ ພາບຈຳ ລອງ ດິຈິຕອນ ຂອງຕຶກສີໂລທ້ອງຖິ່ນ. ທ່ານ ນາງ ເຜີ້ງ ລີ້ຢວນ ກ່າວວ່າ: ວັດທະນະທຳຫລິ້ງໜານ ເປັນສາຂາສຳຄັນໜຶ່ງ ຂອງວັດທະນະທຳຈີນ ທີ່ສະທ້ອນໃຫ້ເຫັນເຖິງ ພູມປັນຍາໃນການຢູ່ ຮ່ວມກັນ ຢ່າງ ກົມກຽວ ລະຫວ່າງ ຄົນກັບທຳມະຊາດ, ສປ ຈີນ ຍິນດີເພີ່ມທະວີ ການແລກປ່ຽນ ວັດທະນະທຳ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນ ກັບທຸກຝ່າຍ. ບັນດາແຂກ ຜູ້ມີກຽດໄດ້ ສະແດງ ຄວາມຊົມເຊີຍ ເປັນຢ່າງຍິ່ງ ຕໍ່ຜົນສຳເລັດ ຂອງການພັດທະນາ ຄວາມທັນສະໄໝ ແບບຈີນ ແລະ ຫວັງວ່າ ຈະໄດ້ເພີ່ມທະວີ ການແລກປ່ຽນ ແລະ ການຮ່ວມມືກັບ ສປ ຈີນ ໃຫ້ເລິກເຊິ່ງຍິ່ງຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL