ທ່ານ ສີຈິ້ນຜິງ ເປັນປະທານກອງປະຊຸມຜູ້ນຳເສດຖະກິດ ເອເປັກ ຄັ້ງທີ 33

19/11/2026 15:03
ຂປລ ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ເປັນ​ປະ​ທານ ກອງ​ປະ​ຊຸມ​ຜູ້​ນຳ ​ເສດ​ຖະ​ກິດ​ ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ຄັ້ງ​ທີ 33 ຢູ່​ສູນ​ແລກ​ປ່ຽນ​ສາ​ກົນ​ນະ​ຄອນ​​ເຊີ່ນ​ເຈີ້ນ​ ແຂວງກວາງ​ຕຸ້ງ ຂອງ ສປ ຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ, ສືບ​ຕໍ່​ຂຽນ​ບົດ​ໃໝ່ໃນ ‘ສິ່ງ​ມະ​ຫັດ​ສະ​ຈັນ​ອາ​ຊີ-ອາ​ຊີ​ຟິກ’”.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ​ວັນ​ທີ 19 ພະ​ຈິກ​ນີ້, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ເປັນ​ປະ​ທານ ກອງ​ປະ​ຊຸມ​ຜູ້​ນຳ ​ເສດ​ຖະ​ກິດ​ ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ຄັ້ງ​ທີ 33 ຢູ່​ສູນ​ແລກ​ປ່ຽນ​ສາ​ກົນ​ນະ​ຄອນ​​ເຊີ່ນ​ເຈີ້ນ​ ແຂວງກວາງ​ຕຸ້ງ ຂອງ ສປ ຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ, ສືບ​ຕໍ່​ຂຽນ​ບົດ​ໃໝ່ໃນ ‘ສິ່ງ​ມະ​ຫັດ​ສະ​ຈັນ​ອາ​ຊີ-ອາ​ຊີ​ຟິກ’”.ທ່ານ​ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ມື​ອາ​ຊີ-ປາ​ຊີ​ຟິກ ​ຕ້ອງ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະ​ຖາ​ນະ​ການ​ໃໝ່, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​​ອາ​ຊີ-ປາ​ຊີ​ຟິກ ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ, ເປີດ​ກວ້າງ ແລະ ເຊື່ອມ​ໂຍງ​, ບຸກ​ເບີກ​ການ​ປະ​ດິດ​ສ້າງ​ໃໝ່, ແລະ ພັດ​ທະ​ນາ​ ແບບກວມ​ລວມ.ທ່ານ​ ສີ ​ຈິ້ນ​ຜິງ ກ່າວ​ຕື່ມ​ວ່າ: ສປ ຈີນ​ ແມ່ນ​ຜູ້​ສົ່ງ​ເສີມ, ຜູ້​ຊຸກ​ຍູ້ ແລະ ຜູ້​ນຳ​ໜ້າ​ໃນ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ. ສປ ຈີນ ​ຍິນ​ດີ​ຮ່ວມ​ກັບ​ທຸກ​ຝ່າຍ, ສຸມ​ສະ​ຕິ​ປັນ​ຍາ ແລະ ເຕົ້າ​ໂຮມ​ກຳ​ລັງ​ເພື່ອ ຮ່ວມ​ກັນ​ສ້າງເສົາ​ຄ້ຳຂອງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ. ໜຶ່ງ, ເພີ່ມ​ທະ​ວີ​ເສົາ​ຄ້ຳ​ ດ້ານ​ເສດ​ຖະ​ກິດ​ການ​ຄ້າ; ສອງ, ຍົກ​ລະ​ດັບ​ເສົາ​ຄ້ຳ​ ດ້ານ​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ; ສາມ, ສ້າງເສົາ​ຄ້ຳ​ ດ້ານ​ການ​ປະ​ດິດ​ສ້າງ​ໃໝ່; ສີ່, ປັບ​ປຸງ​ເສົາ​ຄ້ຳ​​ດ້ານ​ການພັດ​ທະ​ນາ​ໃຫ້​ໝັ້ນ​ທ່ຽງ. ທ່ານ ສີ​ຈິ້ນ​ຜິງ ປະ​ກາດ​ວ່າ: ສປ ຈີນ ​ຈະ​ສະ​ໜອງ​ທຶນ ​ຈຳ​ນວນ 20 ລ້ານ​ໂດ​ລາ ສະຫະລັດ ​ເພື່ອ​​ສະ​ໜັບ​ສະ​ໜູນ​ ການ​ຮ່ວມ​ມື​ຕົວ​ຈິງ​ ຂອງ​ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ ອາ​ຊີ-ປາ​ຊີ​ຟິກ, ແລະ​ ຈະ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ ປະ​ຊາ​ຄົມ​​ອາ​ຊີ-ປາ​ຊີ​ຟິກ​ ຢູ່​ນະ​ຄອນ​​ເຊີ່ນ​ເຈີ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top