ຂປລ
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ພິທີໄຂກອງປະຊຸມ ສຸດຍອດ ຜູ້ນຳບໍລິຫານ ທຸລະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ທີ່ຈັດຂຶ້ນຢູ່ນະຄອນ ເຊີ່ນເຈິ້ນຂອງ ສປ ຈີນ ແລະ ກ່າວຄຳປາໄສ ສຳຄັນ ພາຍໃຕ້ຫົວຂໍ້ “ຍຶດໝັ້ນຄວາມໝັ້ນໃຈ, ກ້າວໄປຂ້າງໜ້າຢ່າງກ້າຫານ ແລະ ຮ່ວມກັນ ສ້າງອະນາຄົດ ທີ່ສະຫວ່າງສະໄຫວ ໃຫ້ແກ່ ອາຊີ-ປາຊີຟິກ”.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 18 ພະຈິກນີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ພິທີໄຂກອງປະຊຸມ ສຸດຍອດ ຜູ້ນຳບໍລິຫານ ທຸລະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ທີ່ຈັດຂຶ້ນຢູ່ນະຄອນ ເຊີ່ນເຈິ້ນຂອງ ສປ ຈີນ ແລະ ກ່າວຄຳປາໄສ ສຳຄັນ ພາຍໃຕ້ຫົວຂໍ້ “ຍຶດໝັ້ນຄວາມໝັ້ນໃຈ, ກ້າວໄປຂ້າງໜ້າຢ່າງກ້າຫານ ແລະ ຮ່ວມກັນ ສ້າງອະນາຄົດ ທີ່ສະຫວ່າງສະໄຫວ ໃຫ້ແກ່ ອາຊີ-ປາຊີຟິກ”. ທ່ານ ສີ ຈິ້ນຜິງ ໄດ້ຊີ້ອອກວ່າ: ອົງການຮ່ວມມື ເສດຖະກິດ ອາຊີ-ປາສີຟິກ ກຳເນີດ ເກີດຂຶ້ນ ພ້ອມກັບ ກະແສໂລກາພິວັດ ທາງເສດຖະກິດ ແລະ ໄດ້ຊຸກຍູ້ພາກພື້ນອາຊີ-ປາຊີຟິກ ໃຫ້ພັດທະນາ ຢູ່ແຖວໜ້າ ຂອງຍຸກສະໄໝນີ້. ສປ ຈີນຍິນດີຮ່ວມກັບ ຝ່າຍຕ່າງໆ, ຍຶດໝັ້ນຄວາມໝັ້ນໃຈ ແລະ ກ້າວໄປຂ້າງໜ້າ ຢ່າງກ້າຫານ, ຮ່ວມມືກັນ ສ້າງປະຊາຄົມອາຊີ-ປາຊີຟິກ ເພື່ອຊຸກຍູ້ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ໃນອາຊີ-ປາຊີຟິກ. ທ່ານ ສີຈິ້ນຜິງ ໄດ້ກ່າວວ່າ: ພາກພື້ນອາຊີ-ປາຊີຟິກ ໄດ້ເຕົ້າໂຮມເຂດອ່າວທີ່ສຳຄັນທີ່ສຸດໃນໂລກ, ເສດຖະກິດຂອງເຂດອ່າວ ມີລັກສະນະເປີດກວ້າງ, ປະສານສົມທົບກັນ ແລະ ມີຜົນສະທ້ອນ ຕໍ່ພາຍນອກ ຢ່າງໂດດເດັ່ນ. ສ່ວນນະຄອນເຊີ່ນເຈິ້ນ ກໍຕັ້ງຢູ່ເຂດອ່າວໃຫຍ່ ກວາງຕຸ້ງ, ຮົງກົງ ແລະ ມາກ້າວ. ສປ ຈີນ ສະໜັບສະໜູນ ການສ້າງຕັ້ງສະຫະພັນການຮ່ວມມື ເສດຖະກິດ ເຂດອ່າວໂລກ, ລົງເລິກການແລກປ່ຽນ ລະຫວ່າງ ເຂດອ່າວຕ່າງໆ ແລະ ຄົ້ນຫາຊ່ອງທາງໃໝ່ ແຫ່ງການຮ່ວມມື ດ້ານເສດຖະກິດ ອາຊີ-ປາຊີຟິກ. ທ່ານ ສີ ຈິ້ນຜິງ ກ່າວຕື່ມວ່າ: ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 15 ຂອງ ສປ ຈີນ ບໍ່ໄດ້ເປັນພຽງແຜນແມ່ບົດ ການພັດທະນາ ຂອງຕົນເທົ່ານັ້ນ, ຍັງເປັນການສະໜອງໂອກາດ ໃຫ້ແກ່ ການເຕີບໂຕ ຂອງເສດຖະກິດອາຊີ-ປາຊີຟິກ ກໍຄື ຂອງໂລກ ແລະ ເປັນການເຊື້ອເຊີນ ການຮ່ວມມື ທີ່ ສປ ຈີນ ສົ່ງໃຫ້ວົງການ ອຸດສາຫະກຳ-ການຄ້າໂລກ. ສປ ຈີນ ຈະສະໜອງຕະຫລາດການເປີດປະຕູ ສູ່ພາຍນອກ ທີ່ມີຂະໜາດໃຫຍ່ພິເສດ ກໍຄື ໂອກາດການພັດທະນາ ທີ່ມີອະນາຄົດ ອັນກວ້າງໄກ ພ້ອມທັງ ອຳນວຍສະພາບແວດລ້ອມ ການຮ່ວມມື ທີ່ຊ່ວຍຊູຍູ້ໜູນກັນ ແລະ ກ້າວໜ້າຮ່ວມກັນ ໃຫ້ແກ່ ວົງການອຸດສາຫະກຳ-ການຄ້າໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL