ຂປລ
ຜູ້ຕາງໜ້າ ວົງການ ການເມືອງ ແລະ ທຸລະກິດ 2.000 ກວ່າຄົນ ຈາກ 21 ກຸ່ມເສດຖະກິດ ສະມາຊິກ ອົງການ ຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ແລະ 13 ກຸ່ມເສດຖະກິດ ນອກພາກພື້ນ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຜູ້ຕາງໜ້າ ວົງການ ການເມືອງ ແລະ ທຸລະກິດ 2.000 ກວ່າຄົນ ຈາກ 21 ກຸ່ມເສດຖະກິດ ສະມາຊິກ ອົງການ ຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ແລະ 13 ກຸ່ມເສດຖະກິດ ນອກພາກພື້ນ ເຊັ່ນ: ອັງກິດ, ຝຣັ່ງ, ເຢຍລະມັນ, ສະວິສ ເປັນຕົ້ນ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຜູ້ບໍລິຫານທຸລະກິດ APEC ປີ2026 ທີ່ນະຄອນເຊີ່ນເຈີ້ນ ແຂວງ ກວາງຕຸ້ງ ຂອງ ສປ ຈີນ ເພື່ອຮ່ວມກັນ ປຶກສາຫາລືກ່ຽວກັບ ການຮ່ວມມື ໃນພາກພື້ນ ແລະ ວາງແຜນແມ່ບົດ ການພັດທະນາ ອາຊີປາຊີຟິກ. ໃນຖານະ ເປັນພາກສ່ວນສຳຄັນ ຂອງອາທິດ ກອງປະຊຸມ ຜູ້ນຳ APEC, ກອງປະຊຸມສຸດຍອດ ຜູ້ບໍລິຫານ ທຸລະກິດ APEC ປີ2026 ພາຍໃຕ້ຫົວຂໍ້ “ສົ່ງເສີມ ຄວາມຈະເລີນ ຮຸ່ງເຮືອງ ຮ່ວມກັນ ເພື່ອອະນາຄົດ ທີ່ສົດໃສຮ່ວມກັນ” ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 17-18 ພະຈິກນີ້ ຢູ່ສູນປະຊຸມ ສາກົນ ສຽນໄຫ ນະຄອນເຊີ່ນເຈີ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL