ຂປລ
ໃນກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 49 ທີ່ຈັດຂຶ້ນ ຢູ່ນະຄອນ ຫລວງ ມະນີລາ ປະເທດຟິລິບປິນ, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ກ່າວຂໍໂທດ ຕໍ່ປະເທດ ສິງກະໂປ ແລະ ມາເລເຊຍ ເນື່ອງຈາກ ບັນຫາໝອກຄວັນ ຂ້າມຊາຍແດນ ສ້າງຜົນກະທົບ ຕໍ່ປະເທດ ເພື່ອນບ້ານ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 49 ທີ່ຈັດຂຶ້ນ ຢູ່ນະຄອນ ຫລວງ ມະນີລາ ປະເທດຟິລິບປິນ, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ກ່າວຂໍໂທດ ຕໍ່ປະເທດ ສິງກະໂປ ແລະ ມາເລເຊຍ ເນື່ອງຈາກ ບັນຫາໝອກຄວັນ ຂ້າມຊາຍແດນ ສ້າງຜົນກະທົບ ຕໍ່ປະເທດ ເພື່ອນບ້ານ. ທ່ານ ພຣາໂບໂວ ໄດ້ກ່າວວ່າ: ກ່ອນໜ້ານີ້ ຢູ່ອິນໂດເນເຊຍ ໄດ້ເກີດໄຟປ່າ ແລະ ພື້ນທີ່ ຂະໜາດໃຫຍ່ ຢ່າງຕໍ່ເນື່ອງ ເປັນເວລາເກືອບ 4 ເດືອນ ຈຶ່ງສາມາດຄວບຄຸມໄດ້, ໝອກຄວັນ ໄດ້ປິວກະ ຈາຍ ໄປເຖິງ ປະເທດໃກ້ຄຽງ. ອິນໂດເນເຊຍ ໄດ້ສຸມຄວາມພະຍາຍາມ ຢ່າງສຸດຂີດ ເພື່ອຄວບຄຸມໄຟປ່າ, ແຕ່ກໍຕ້ອງຂໍໂທດ ທີ່ໄດ້ສົ່ງຜົນກະທົບ ໃຫ້ປະຊາຊົນເພື່ອນບ້ານ. ອິນໂດເນເຊຍ ໄດ້ຍົກເລີກສິດ ດຳເນີນທຸລະກິດຂອງ 17 ວິສາຫະກິດ, ຍັງມີວິສາຫະກິດ ອີກ26 ແຫ່ງ ພວມຢູ່ລະຫວ່າງ ການສືບສວນສອບສວນ, ເຈົ້າໜ້າທີ່ຕຳຫລວດໄດ້ສືບສວນວິສາຫະກິດ ທີ່ກ່ຽວຂ້ອງ ທັງໝົດ 104 ແຫ່ງ. ລັດຖະບານ ອິນໂດເນເຊຍ ກຳລັງກະກຽມ ສ້າງຕັ້ງອົງການ ໃໝ່ ເພື່ອເພີ່ມທະວີ ການປ້ອງກັນ ແລະ ຄວບຄຸມໄຟ ຢູ່ແຫລ່ງກຳເນີດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL