ສປ ຈີນ-ກຸ່ມເສດຖະກິດເອເປັກ ໄດ້ບັນລຸຜົນສຳເລັດເກືອບ 50 ລາຍການໃນຂົງເຂດ ເສດຖະກິດ-ການຄ້າ

17/11/2026 17:35
Email Print 173
ຂປລ ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ​ຄັ້ງ​ທີ 4 ຂອງ​ສູນ​ຂ່າວ​ອາ​ທິດ ກອງ​ປະ​ຊຸມ​ຜູ້​ນຳ ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ ຫລື​ APEC ປີ 2026 ທີ່​ຈັດ​ຂຶ້ນ​ ໃນ​ວັນ​ທີ 16 ພະ​ຈິກ​ນີ້

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ​ຄັ້ງ​ທີ 4 ຂອງ​ສູນ​ຂ່າວ​ອາ​ທິດ ກອງ​ປະ​ຊຸມ​ຜູ້​ນຳ ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ ຫລື​ APEC ປີ 2026 ທີ່​ຈັດ​ຂຶ້ນ​ ໃນ​ວັນ​ທີ 16 ພະ​ຈິກ​ນີ້, ທ່ານ ຫລີ​ເສີງ​ກ່າງ ຜູ້​ຕາງ​ໜ້າ​ການ​ເຈ​ລະ​ຈາ​ ດ້ານ​ການ​ຄ້າ​ສາ​ກົນ ສ​ປ ຈີນ ທັງ​ເປັນ ​ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຄ້າ​ຈີນ ​ແຈ້ງໃຫ້​ຮູ້​ວ່າ: ນັບ​ແຕ່​ ຕົ້ນ​ປີນີ້​, ກະ​ຊວງ​ການ​ຄ້າ​ຈີນ​ຮ່ວມ​ກັບ ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ ເສດ​ຖະ​ກິດ​ການ​ຄ້າ 4 ດ້ານ ຄື: ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ​ພາກ​ພື້ນ, ການ​ສະ​ໜັບ​ສະ​ໜູນ ​ວຽກ​ງານ​​ຂອງອົງ​ການ​ການ​ຄ້າ​ໂລກ, ການ​ລົງ​ເລິກ ​ການ​ຮ່ວມ​ມື​ດ້ານ​ດິ​ຈິ​ຕອນ ແລະ ອັດ​ສະ​ລິ​ຍະ ແລະ ​ການ​ພັ​ດ​ທະ​ນາ ເສດ​ຖະ​ກິດ​ສີ​ຂຽວ ເຊິ່ງ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ ​ທີ່​ຕິດ​ແທດ​ຕົວ​ຈິງ​ເກືອບ 50 ລາຍ​ການ​ ກັບ​ກຸ່ມ​ເສດ​ຖະ​ກິດ APEC./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top