ຂປລ
ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ຂະໜາດ 600 ເມກາວັດ ເປັນໂຄງການພະລັງງານສະອາດທີ່ສຳຄັນຂອງ ສປປ ລາວ, ທັງເປັນໂຄງການຕົວແບບ, ເປັນມິດກັບສິ່ງແວດລ້ອມ ຊຶ່ງບໍ່ພຽງແຕ່ຜະລິດໄຟຟ້າຈາກພະລັງງານໝູນວຽນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມສ້າງເສດຖະກິດຂອງ ສປປ ລາວ ກໍຄື ສ້າງວຽກເຮັດງານທຳ, ພັດທະນາອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ ແລະ ຊຸມຊົນໃນພື້ນທີ່ໂຄງການ.
ທ່ານ ນະຣຸດ ບົວຂະຈອນ ຜູ້ຈັດການທົ່ວໄປບໍລິສັດມອນຊູນວິນພາວເວີ ຈຳກັດ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໂຄງການພະລັງງານລົມມອນຊູນວິນພາວເວີ ໄດ້ປະກອບສ່ວນສ້າງເສດຖະກິດ, ພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ກໍຄື ເມືອງດາກຈຶງ ແຂວງເຊກອງ ຜ່ານການສົ່ງອອກໄຟຟ້າຈາກພະລັງງານໝູນວຽນ, ຜ່ານການຈ້າງງານຄົນລາວ, ການພັດທະນາພື້ນຖານໂຄງລ່າງ ແລະ ສ້າງລາຍຮັບໃຫ້ລັດຖະບານຕາມຂໍ້ຜູກພັນສຳປະທານ. ໂຄງການພະລັງງານລົມມອນຊູນວິນພາວເວີ ສາມາດຜະລິດພະລັງງານໝູນວຽນ 600 ເມກາວັດ ໂດຍບໍ່ມີການຍົກຍ້າຍປະຊາຊົນອອກຈາກທີ່ຢູ່ອາໄສ ແລະ ບໍ່ມີຄອບຄົວທີ່ໄດ້ຮັບຜົນກະທົບຮຸນແຮງ, ສ່ວນຊັບສິນ ແລະ ເນື້ອທີ່ທີ່ໄດ້ຮັບຜົນກະທົບ ໄດ້ມີການຊົດເຊີຍຜົນເສຍຫາຍ ແລະ ຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບກວມ 29 ບ້ານ ໃນແຂວງເຊກອງ ແລະ ແຂວງອັດຕະປື ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ໃນນັ້ນ, ໄດ້ມີການຈ້າງແຮງງານໃນທ້ອງຖິ່ນ, ສົ່ງເສີມພັດທະນາກະສິກຳ, ພື້ນຖານໂຄງລ່າງ, ສາທາລະນະສຸກ ແລະ ການສຶກສາ ໂດຍກຳນົດບຸລິມະສິດຜ່ານການປຶກສາຫາລືກັບປະຊາຊົນ ແລະ ໜ່ວຍງານພາກລັດ.
ໂຄງການພະລັງງານລົມມອນຊູນວິນພາວເວີ ບໍ່ພຽງແຕ່ມີສ່ວນຊ່ວຍຂະຫຍາຍການຜະລິດໄຟຟ້າພະລັງງານສະອາດ-ສີຂຽວ-ເປັນມິດກັບສິ່ງແວດລ້ອມ ແລະ ສ້າງລາຍຮັບຈາກການສົ່ງອອກໄຟຟ້າໃຫ້ແກ່ປະເທດເທົ່ານັ້ນ, ແຕ່ຍັງເຊື່ອມໂຍງການລົງທຶນດ້ານພະລັງງານເຂົ້າກັບການສ້າງວຽກເຮັດງານທຳ, ການພັດທະນາອາຊີບ, ການປັບປຸງພື້ນຖານໂຄງລ່າງ ແລະ ການອະນຸລັກຊັບພະຍາກອນທຳມະຊາດ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ. ການພັດທະນາດັ່ງກ່າວ ຖືເປັນໂອກາດສຳຄັນໃນການສ້າງເສດຖະກິດທ້ອງຖິ່ນທີ່ເຕີບໂຕຄຽງຄູ່ກັບການຮັກສາສິ່ງແວດລ້ອມ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນຢ່າງຍືນຍົງ.
ຄຽງຄູ່ກັນນັ້ນ, ໂຄງການຍັງໄດ້ວາງແຜນຄຸ້ມຄອງ ແລະ ອະນຸລັກຊີວະນາໆພັນຕະຫຼອດໄລຍະ 25 ປີ ໂດຍເນັ້ນການປົກປ້ອງປ່າ, ຟື້ນຟູພື້ນທີ່ເສື່ອມໂຊມ, ຕິດຕາມສັດປ່າ ແລະ ປ້ອງກັນການລ່າສັດ, ການຕັດໄມ້ຜິດກົດໝາຍ ແລະ ໄຟປ່າທີ່ຂາດການຄວບຄຸມ.
ຂ່າວ-ພາບ: ທະນູທອງ
KPL