ຮ່ວມກັນຮັກສາຄວາມງາມຂອງທຳມະຊາດສີຂຽວ ໃຫ້ຍືນຍົງ

16/11/2026 14:47
ຂປລ ຂປລ. ແສງແດດຍາມເຊົ້າທີ່ສ່ອງຜ່ານໝອກບາງໆລົງມາກະທົບໃສ່ຍອດໄມ້ໃບຫຍ້າຢູ່ຕາມສັນພູ

   ຂປລ. ແສງແດດຍາມເຊົ້າທີ່ສ່ອງຜ່ານໝອກບາງໆລົງມາກະທົບໃສ່ຍອດໄມ້ໃບຫຍ້າຢູ່ຕາມສັນພູ ແລະ ທົ່ງນາບ້ານເຮົາມັນໄດ້ສ້າງທິວທັດທີ່ງົດງາມ ແລະ ມີຊີວິດຊີວາຢ່າງບໍ່ໜ້າເຊື່ອ. ສາຍລົມເຢັນໆທີ່ພັດຜ່ານມາພ້ອມກັບກິ່ນອາຍຂອງກອງເຟືອງເຂົ້ານາປີທີ່ຊາວກະສິກອນຫາກໍປັ່ນແລ້ວໄດ້ສົ່ງກິ່ນອາຍຫອມໆຄືກັບການກິນເຂົ້າໃໝ່ ບວກກັບຄວາມສົດຊື່ນຂອງປ່າໄມ້ເຮັດໃຫ້ທຸກຄົນທີ່ສຳຜັດຮູ້ສຶກສົດຊື່ນ ແລະ ຜ່ອນຄາຍຈາກຄວາມອິດເມື່ອຍໃນຊີວິດປະຈຳວັນໄດ້.
   ສຽງນົກຮ້ອງຈໍແຈ ປະສານກັບສຽງນ້ຳໄຫລລິນຄ່ອຍໆຍາມແລ້ງ ຕາມສາຍຫ້ວຍຕ່າງໆປຽບເໝືອນສຽງດົນຕີທີ່ທຳມະຊາດສ້າງຂຶ້ນທີ່ຄອຍຂັບກ່ອມໃຫ້ຜືນແຜ່ນດິນແຫ່ງນີ້ເຕັມໄປດ້ວຍຄວາມສະຫງົບສຸກ. ຕົ້ນໄມ້ໃຫຍ່ນ້ອຍທີ່ຂຽວງາມສະລັບຊັບຊ້ອນບໍ່ພຽງແຕ່ໃຫ້ຄວາມຮົ່ມເຢັນ ແລະ ຄວາມສວຍງາມເທົ່ານັ້ນ, ແຕ່ຍັງເປັນປອດຂະໜາດໃຫຍ່ທີ່ຊ່ວຍຟອກອາກາດບໍລິສຸດໃຫ້ແກ່ທຸກຊີວິດໃນຜືນແຜ່ນດິນແຫ່ງນີ້ ທັງຍັງເປັນບ້ານທີ່ອົບອຸ່ນໃຫ້ແກ່ສັດປ່ານາໆຊະນິດ. ເພື່ອເປັນການປົກປັກຮັກສາຊັບພະຍາກອນທໍາມະຊາດອັນມີຄ່ານີ້ໃຫ້ຍືນຍົງຕະຫລອດໄປນັ້ນໃນໄລຍະຜ່ານລັດຖະບານ ກໍຄື ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ໃຫ້ຄວາມສໍາຄັນເປັນຢ່າງຍິ່ງຕໍ່ວຽກງານການປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ເພື່ອມຸ່ງໄປສູ່ການພັດທະນາແບບຍືນຍົງ ໂດຍມີມາດຕະການ ແລະ ນະໂຍບາຍແບ່ງປ່າໄມ້ເປັນ 3 ປະເພດຢ່າງຊັດເຈນ ຄື: ປ່າປ້ອງກັນ (ເພື່ອປົກປ້ອງແຫລ່ງນ້ຳ, ໜ້າດິນ ແລະ ປ້ອງກັນໄພພິບັດ), ປ່າສະຫງວນແຫ່ງຊາດ (ເພື່ອປົກປັກຮັກສາຊີວະນາໆພັນ ແລະ ສັດປ່າ) ແລະ ປ່າຜະລິດ (ເພື່ອຄຸ້ມຄອງການໃຊ້ໄມ້ແບບຍືນຍົງ). ພ້ອມທັງມີນະໂຍບາຍຍຸດທະສາດໃນການເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ທົ່ວປະເທດໃຫ້ບັນລຸ 70% ຂອງເນື້ອທີ່ທົ່ວປະເທດ ເພື່ອເປັນບ່ອນດູດຊຶມອາຍກາກບອນ ແລະ ຮັກສາຄວາມສົມດູນທາງທຳມະຊາດ.
   ແນວໃດກໍຕາມ, ຄວາມງົດງາມຂອງທິວທັດທຳມະຊາດເຫລົ່ານີ້ ມັນຈະຄົງຢູ່ຄູ່ກັບຊີວິດເຮົາໄປໄດ້ຢ່າງຍືນຍົງພຽງໃດນັ້ນ, ແມ່ນຂຶ້ນຢູ່ກັບສອງມືຂອງເຮົາທຸກຄົນໃນການຮ່ວມແຮງຮ່ວມໃຈກັນປົກປັກຮັກສາ ໂດຍການບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ຫລຸດຜ່ອນການນຳໃຊ້ຖົງຢາງປລາສຕິກ, ບໍ່ທຳລາຍປ່າໄມ້,ບໍ່ຈູດປ່າຊະຊາຍ ແລະ ຮ່ວມກັນຮັກສາຕົ້ນໄມ້ ຊຶ່ງທັງໝົດລ້ວນແຕ່ມີຄຸນຄ່າມະຫາສານຕໍ່ສິ່ງແວດລ້ອມ. ສະນັ້ນ, ພວກເຮົາຈົ່ງມາຮ່ວມແຮງຮ່ວມໃຈກັນປົກປັກຮັກສາຄວາມສວຍງາມຂອງທຳມະຊາດໃຫ້ມີຄວາມອຸດົມສົມບູນ ແລະ ສີຂຽວສົດໃສ ເພື່ອເປັນມໍລະດົກອັນລ້ຳຄ່າໃຫ້ແກ່ລູກຫລານຂອງພວກເຮົາໃນອະນາຄົດສືບຕໍ່ໄປ.
   ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top