ເສັ້ນທາງເຊື່ອມຕໍ່ລະຫວ່າງເມືອງແມດ ຫາ ເມືອງເຟືອງ ແຂວງວຽງຈັນ ໄດ້ຮັບການສ້ອມແປງ

16/11/2026 14:43
ຂປລ ຂປລ. ໃນໄລຍະຕົ້ນເດືອນພະຈິກ ປີ 2026 ນີ້, ຄະນະຈຸດສຸມພັດທະນາກຸ່ມບ້ານເມືອງຄີ່ ເມືອງແມດ ແຂວງວຽງຈັນ

   ຂປລ. ໃນໄລຍະຕົ້ນເດືອນພະຈິກ ປີ 2026 ນີ້, ຄະນະຈຸດສຸມພັດທະນາກຸ່ມບ້ານເມືອງຄີ່ ເມືອງແມດ ແຂວງວຽງຈັນ ໄດ້ປຸກລະດົມ ແລະ ຂົນຂວາຍບັນດານັກທຸລະກິດ ພາຍໃນກຸ່ມບ້ານ ພ້ອມທັງບໍລິສັດຮົ່ງກ່ວງແຮ່ທາດ ຈຳກັດ ເຂົ້າຮ່ວມປະກອບສ່ວນທຶນຮອນ ແລະ ກົນຈັກ ເພື່ອສ້ອມແປງເສັ້ນທາງຈາກບ້ານເມືອງຄີ່ ໄປຫາບ້ານຜາສັງ ເມືອງເຟືອງ ໂດຍສະເພາະຊ່ວງເສັ້ນທາງແຕ່ບ້ານເມືອງຄີ່ ຫາພູກອງຟົດ ທີ່ມີຄວາມຍາວປະມານ 12 ກິໂລແມັດ ເພື່ອປັບປຸງສະພາບເສັ້ນທາງໃຫ້ສາມາດນຳໃຊ້ສັນຈອນໄປມາໄດ້ຢ່າງສະດວກ ແລະ ປອດໄພຂຶ້ນ.
   ຜ່ານມາເສັ້ນທາງດັ່ງກ່າວ ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນລະດູຝົນເຮັດໃຫ້ເສັ້ນທາງເປ່ເພເສຍຫາຍຢ່າງໜັກ, ຖືກນ້ຳເຊາະເຈື່ອນເປັນຮ່ອງເລິກ ແລະ ມີບາງຈຸດທີ່ບໍ່ສາມາດນຳໃຊ້ສັນຈອນໄປມາໄດ້ເປັນເວລາຫລາຍປີ. ສະພາບດັ່ງກ່າວໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນ, ການຂົນສົ່ງສິນຄ້າຂອງພໍ່ຄ້າແມ່ຄ້າ ຕະຫລອດຮອດການເດີນທາງປະຕິບັດໜ້າທີ່ຂອງພະນັກງານ, ທະຫານ ແລະ ຕຳຫລວດ. ດ້ວຍເຫດນັ້ນ, ຄະນະຈຸດສຸມພັດທະນາກຸ່ມບ້ານເມືອງຄີ່ ຈຶ່ງໄດ້ປະສານງານ ແລະ ຂົນຂວາຍການຮ່ວມມືຈາກບັນດາພາກສ່ວນທີ່ກ່ຽວຂ້ອງຈົນໄດ້ຮັບການຊ່ວຍເຫລືອໂດຍກົງຈາກບໍລິສັດຮົ່ງກ່ວງແຮ່ທາດ ຈຳກັດ ພ້ອມດ້ວຍການປະກອບສ່ວນຊຸກຍູ້ຈາກບັນດາບໍລິ ສັດ ແລະ ນັກທຸລະກິດພາຍໃນກຸ່ມບ້ານ ເພື່ອຮ່ວມກັນແກ້ໄຂຄວາມຫຍຸ້ງຍາກດັ່ງກ່າວ. ມາຮອດວັນທີ 2 ພະຈິກ 2026, ບໍລິສັດຮົ່ງກ່ວງແຮ່ທາດ ຈຳກັດ ໄດ້ນຳເອົາກົນຈັກ ແລະ ພະນັກງານມາດຳເນີນການບຸກເບີກ ແລະ ສ້ອມແປງເສັ້ນທາງ ໂດຍມີການຖົມດິນໃສ່ຈຸດທີ່ເປ່ເພ, ປັບໜ້າດິນ, ອັດແໜ້ນຜິວທາງ ພ້ອມທັງວາງທໍ່ລະບາຍນ້ຳໃນບາງຈຸດ ເພື່ອຊ່ວຍລະບາຍນ້ຳ ແລະ ຫລຸດຜ່ອນການເຊາະເຈື່ອນຂອງເສັ້ນທາງໃນລະດູຝົນ. ທັງນີ້, ການດຳເນີນງານໄດ້ຮັບການຮ່ວມມືຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອເລັ່ງປັບປຸງເສັ້ນທາງໃຫ້ກັບມາໃຊ້ງານໄດ້ໂດຍໄວ.
   ປັດຈຸບັນ, ການສ້ອມແປງເສັ້ນທາງຊ່ວງດັ່ງກ່າວ ໃກ້ຈະສຳເລັດເປັນທີ່ຮຽບຮ້ອຍແລ້ວ ຊຶ່ງຄາດວ່າຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ປະຊາຊົນໃນການເດີນທາງ, ການຂົນສົ່ງຜົນຜະລິດ ແລະ ສິນຄ້າ, ພ້ອມທັງສົ່ງເສີມການຕິດຕໍ່ຄ້າຂາຍ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນຂອງສອງເມືອງໃຫ້ມີຄວາມຄ່ອງຕົວຫລາຍຂຶ້ນ. ພ້ອມນີ້, ຍັງສະທ້ອນໃຫ້ເຫັນເຖິງຈິດໃຈການຮ່ວມແຮງຮ່ວມໃຈ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງພາກທຸລະກິດໃນການມີສ່ວນຮ່ວມພັດທະນາພື້ນຖານໂຄງລ່າງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

KPL

ຂ່າວອື່ນໆ

ads
ads

Top