ຂປລ
ຂປລ. ການນຳພາດ້ວຍຄວາມເປັນແບບຢ່າງຂອງສະມາຊິກພັກ ແມ່ນປັດໄຈພື້ນຖານທີ່ດີໃຫ້ແກ່ການນຳພາຂອງພັກປະຊາຊົນປະຕິວັດລາວ
ຂປລ. ການນຳພາດ້ວຍຄວາມເປັນແບບຢ່າງຂອງສະມາຊິກພັກ ແມ່ນປັດໄຈພື້ນຖານທີ່ດີໃຫ້ແກ່ການນຳພາຂອງພັກປະຊາຊົນປະຕິວັດລາວ ນັບແຕ່ມື້ກຳເນີດມາ ຊຶ່ງຖືເປັນໜຶ່ງໃນບົດບາດ ແລະ ວິທີນຳພາທີ່ສຳຄັນຂອງພັກ. ສະມາຊິກພັກແມ່ນຜູ້ຈັດຕັ້ງຜັນຂະຫຍາຍແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງ ແລະ ກົດໝາຍຂອງພັກ-ລັດ ໃຫ້ປະ ກົດຜົນເປັນຈິງ. ໃນສະພາບການທີ່ປະເທດຊາດ ແລະ ຄວາມຮັບຮູ້ຂອງປະຊາຊົນມີການຫັນປ່ຽນຢ່າງວ່ອງໄວ, ສະມາຊິກພັກຍິ່ງຕ້ອງເປັນແບບຢ່າງເພື່ອສ້າງຄວາມເຊື່ອໝັ້ນ.
ເພີ່ມທະວີການນຳພາດ້ວຍຄວາມເປັນແບບຢ່າງໃນດ້ານການຄົ້ນຄວ້າຮໍ່າຮຽນສະມາຊິກແຕ່ລະສະຫາຍຕ້ອງກຳໃຫ້ໜັກແໜ້ນທາງດ້ານທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຄວາມຮູ້ທາງດ້ານວິຊາການສະເພາະ. ຍຶດໝັ້ນຄຳສອນຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ເນັ້ນໜັກວ່າ: “ທົ່ວພັກຕ້ອງຮໍ່າຮຽນ, ຮໍ່າ ຮຽນ ແລະ ຮໍ່າຮຽນ ບໍ່ມີວັນຢຸດພັກຜ່ອນ”. ດ້ານການປະຕິບັດໜ້າທີ່ວຽກງານ: ບໍ່ວ່າຈະຢູ່ຕຳແໜ່ງໃດ ຫລື ໄດ້ຮັບມອບໝາຍວຽກງານໃດ (ບໍ່ວ່າຈະເປັນວຽກໃໝ່, ວຽກຍາກ ຫລືື ຫຍຸ້ງຍາກສັບສົນ), ສະມາຊິກພັກຕ້ອງຍຶດໝັ້ນດ້ວຍຄວາມຕັ້ງໃຈ ແລະ ຄວາມຮັບຜິດຊອບສູງ. ຕ້ອງຕັ້ງໜ້າປະຕິບັດດ້ວຍຄວາມຕື່ນຕົວ, ມີຄວາມຮັບຜິດຊອບ, ບໍ່ໂຍນຄວາມຜິດ ຫລື ຄວາມຮັບຜິດຊອບໃຫ້ຜູ້ອື່ນ. ດ້ານແບບແຜນວິຖີດຳລົງຊີວິດ ແລະ ການເຄື່ອນໄຫວວຽກງານ ເຮັດວຽກໃດກໍຕ້ອງຢູ່ໃກ້ຊິດກັບມະຫາຊົນ ແລະ ມີຄຸນສົມບັດສິນທຳປະຕິວັດ. ເຮັດວຽກດ້ວຍຄວາມອົດທົນ, ປະສົມປະສານກັບທັດສະ ນະມະຫາຊົນ, ວິທະຍາສາດ ແລະ ວິໄສທັດ. ຮັບປະກັນຄວາມເປັນເອກະພາບລະຫວ່າງການລວມສູນປະຊາທິປະໄຕກັບຄວາມຮັບຜິດ ຊອບຂອງບຸກຄົນ. ຮັບປະກັນຄວາມສອດຄ່ອງລະຫວ່າງຄວາມຮັບຮູ້ກັບການເຄື່ອນໄຫວຕົວຈິງ ແລະ ຕິດພັນກັບເຫດການຕ່າງໆຂອງປະຊາຊົນເປັນປະຈຳ.
ເພື່ອສະແດງຄວາມເປັນແບບຢ່າງນໍາໜ້າສະມາຊິກທຸກສະຫາຍ ຕ້ອງເພີ່ມທະວີຄວາມຮັບຜິດຊອບການເມືອງ ແລະ ຕັ້ງໜ້າສູ້ຊົນປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ສຳເລັດ ເພື່ອໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ເຊີດຊູຄວາມເປັນແບບຢ່າງຢູ່ສະເໝີ ໂດຍການເຮັດກ່ອນມະຫາຊົນ, ໄປກ່ອນມະຫາຊົນ, ເວົ້າແທ້ທຳຈິງ; ການເວົ້າຕ້ອງຕິດພັນກັບການປະຕິບັດ, ເວົ້ານ້ອຍເຮັດຫລາຍ ແລະ ເຮັດໃຫ້ເຫັນຕົວຈິງ. ດ້ວຍການປະຕິບັດດັ່ງກ່າວ ຈະເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
ໂດຍ: ພິດສະໄໝ
KPL