ກອງປະຊຸມພົບປະກັບນັກທຸລະກິດ ຈີນ-ໄທ

16/11/2026 11:01
ຂປລ ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ ໄດ້ເຂົ້າຮ່ວມ ກອງປະຊຸມ ພົບປະກັບ ນັກທຸລະກິດຈີນ-ໄທ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 14 ພະຈິກນີ້ ຢູ່ນະຄອນຫລວງ ບາງກອກຂອງໄທ, ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ ໄດ້ເຂົ້າຮ່ວມ ກອງປະຊຸມພົບປະກັບ ນັກທຸລະກິດຈີນ-ໄທ. ພາຍຫລັງ ໄດ້ຮັບຟັງຄໍາເຫັນ ຂອງຜູ້ຕາງໜ້າ ຈາກວົງການວິສາຫະກິດ ຂອງສອງປະເທດ, ທ່ານ ຫລີສຽງ ກ່າວວ່າ: ປັດຈຸບັນ, ສປ ຈີນ ແລະ ໄທ ພວມຮ່ວມກັນສ້າງ 5 ທົດສະວັດ ຄໍາໃໝ່ແຫ່ງການພົວພັນ ລະຫວ່າງ ສອງປະເທດ ເຊິ່ງການຮ່ວມມື ດ້ານເສດຖະກິດ-ການຄ້າ ລະຫວ່າງ ສອງຝ່າຍຜະເຊີນໜ້າກັບໂອກາດໃໝ່ ນັບມື້ນັບ ຫລາຍ ກວ່າເກົ່າ. ວິສາຫະກິດຈີນ ແລະ ໄທ ຄວນປະຕິບັດ ໄປຕາມທ່າອຽງລວມ, ຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດຫັນຈາກ “ໂຕະອາຫານ ແລະ ປາຍລີ້ນ” ໄປສູ່ “ເຕັກໂນໂລຊີ ດີຈີຕອນ ອັດສະລິຍະ ແລະ ສີຂຽວ”, ຫັນຈາກ “ການປະສານງານ ດ້ານການຜະລິດ” ໄປສູ່ “ການພັດທະນາແບບຄູ່ກັນ ລະຫວ່າງ ອຸດສາຫະກໍາ” ແລະ ຫັນຈາກ “ຂອບສອງຝ່າຍ” ໄປສູ່ “ການເຜີຍແຜ່ໄປ ສູ່ທ້ອງຖິ່ນ”. ລັດ ຖະບານຈີນ ແລະ ໄທ ຈະສຸມຄວາມພະຍາຍາມ ຢ່າງຕັ້ງໜ້າເພື່ອສະໜອງສະພາບແວດລ້ອມ ການດໍາເນີນທຸລະກິດ ທີ່ດີໃຫ້ແກ່ ວິສາຫະກິດຂອງສອງປະເທດ ເພື່ອຊຸກຍູ້ໃຫ້ ວິສາຫະກິດໄປລົງທຶນ ເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ເພື່ອການພັດທະນາ ໃນໄລຍະຍາວ. ທ່ານ ອະນຸທິນ ກ່າວວ່າ: ສປ ຈີນ ເປັນຄູ່ການຄ້າສໍາຄັນ ທີ່ສຸດຂອງໄທ, ໄທ ຫວັງຈະຫັນການພົວພັນກັບ ສປ ຈີນ ຈາກຄູ່ການ ຄ້າ ທົ່ວໄປ ໃຫ້ກາຍເປັນຄູ່ການຄ້າໃນໄລຍະຍາວ ທີ່ມີການພັດທະນາຮ່ວມກັນ ແລະ ບັນລຸຜົນສຳເລັດຮ່ວມກັນ, ພ້ອມທັງ ຈະຂະຫຍາຍການຮ່ວມມືກັບ ສປ ຈີນ ໃນຂົງເຂດຕ່າງໆ ຕື່ມອີກ ເຊັ່ນ: ລົດໄຟ ຟ້າ, ກະສິກໍາ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ ແລະ ອື່ນໆ. ໄທ ຈະນໍາໃຊ້ນະໂຍບາຍ ແລະ ມາດຕະການຫລາຍກວ່າເກົ່າ ເພື່ອສະໜອງເງື່ອນໄຂທີ່ດີ ໃນການດໍາເນີນ ທຸລະກິດ ໃນໄລ ຍະຍາວ ໃຫ້ແກ່ວິສາຫະກິດຈີນ. ຜູ້ຕາງໜ້າວິສາະຫະກິດ ສອງປະເທດ ໃຫ້ຮູ້ວ່າ: ເຂົາເຈົ້າ ມີຄວາມໝັ້ນໃຈຢ່າງເຕັມປ່ຽມ ຕໍ່ມິດຕະພາບຈີນ-ໄທ ແລະ ຍິນດີ ທີ່ຈະປະກອບສ່ວນເຂົ້າ ໃນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ດ້ວຍຜົນສໍາເລັດຕົວຈິງ ຫລາຍກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XXຂ່າວຕ່າງປະເທດ

      ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX

      11/16/2026 11:21:15 AM

      ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ໂຟໂກນີ ຄັ້ງ​ທີ XX ດ້ວຍ​ຫົວ​ຂໍ້ “ລົງ​ທຶນ​ຄືນ​ໃໝ່​ ໃຫ້​ແກ່​ ສັນ​ຕິ​ພາບ ເພື່ອ​ການ​ວັດ​ທະ​ນາ​ຖາ​ວອນ​ລວມ ແລະ ສະ​ຖຽນ​ລະ​ພາບ​ ແບບ​ຍືນ​ຍົງ.

    •  ສປ ຈີນ-ອາຊຽນ ພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງຂ່າວຕ່າງປະເທດ

      ສປ ຈີນ-ອາຊຽນ ພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ

      11/16/2026 11:01:16 AM

      ໃນຖານະເປັນປະຕູເປີດ ສູ່ອາຊຽນ, ການຮ່ວມມື ແລະ ແລກປ່ຽນລະຫວ່າງ ທ່າກຳປັ່ນຕູ້​ບັນ​ທຸກ​ສິນ​ຄ້າ​ ແບບອັດ ຕະໂນມັດ ນະຄອນຊິນໂຈ່ວ ​ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ້ວງກວາງ​ຊີ​ ຂອງ ສປ ຈີນ ກັບບັນດາປະເທດ​ ສະ​ມາ​ຊິກອາຊຽນ ພວມ​ລົງ​ສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ.

    • ກອງປະຊຸມ ຜູ້ນຳເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຄັ້ງທີ 33ຂ່າວຕ່າງປະເທດ

      ກອງປະຊຸມ ຜູ້ນຳເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຄັ້ງທີ 33

      11/16/2026 11:01:01 AM

      ເນື່ອງ​ໃນໂອ​ກາດ ​ທີ່ກອງ​ປະ​ຊຸມ ​ຜູ້​ນຳ​ເສດ​ຖະ​ກິດ ​ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ຄັ້ງ​ທີ 33​ ຈັດ​ຂຶ້ນວັນ​ທີ 15 ພະ​ຈິກ​ນີ້ ​ເປັນ​ຕົ້ນ​ໄປ, ລາຍ​ການ​ສາ​ລະ​ຄະ​ດີ “ຄວາມ​ຜູກ​ພັນ​ ດ້ານ​ວັດ​ທ​ະ​ນະ​ທຳ​ຂອງ ​ທ່ານ ສີ ​ຈິ້ນ​ຜິງ” (ສະ​ບັບ​ສາ​ກົນ) ແລະ “ຈົດ​ໝາຍ​ຈາກ ​ທ່ານ​ ປະ​ທານ ສີ​ຈິ້ນ​ຜິງ” (ສະ​ບັບ​ສາ​ກົນ) ໄດ້​ອອກ​ອາ​ກາດ ​​ຜ່ານ​ສື່​ສຳ​ຄັນ ​ຂອງ​ສະ​ມາ​ຊິກ​ APEC

    • ຜູ້ໂດຍສານ ຈຳນວນຫລວງຫລາຍ ໄດ້ຮັບຜົນກະທົບ ຈາກການຍຸດຕິຖ້ຽວບິນ ຢູ່ ສ.ອາເມລິກາຂ່າວຕ່າງປະເທດ

      ຜູ້ໂດຍສານ ຈຳນວນຫລວງຫລາຍ ໄດ້ຮັບຜົນກະທົບ ຈາກການຍຸດຕິຖ້ຽວບິນ ຢູ່ ສ.ອາເມລິກາ

      11/16/2026 11:00:50 AM

      ຫລັງ​ຈາກ ​ເກີດ​ບັນ​ຫາ​ໃນ​ການ​ສື່​ສານ​ ຂອງ​ລະ​ບົບ​ຄຸ້​ມ​ຄອງ​ ການ​ຈະ​ລາ​ຈອນ​ທາງ​ອາ​ກາດ​ໃນ​ວັນ​ທີ 13 ພະ​ຈິກ​ນີ້ ເຮັດ​ໃຫ້​ເຮືອ​ບິນ​ທັງ​ໝົດ​ ໃນ​ທົ່ວ​ປະ​ເທດ ສະຫະລັດ ​ອາ​ເມ​ລິ​ກາ​ ຕ້ອງ​ຍຸດ​ຕິການ​ບິນ ເມື່ອບໍ່ດົນມານີ້ ໂດຍຖ້ຽວ​ບິນ ​ພາຍ​ໃນ​ປະ​ເທດ ສະຫະລັດ ອ​າ​ເມ​ລິ​ກາ ແລະ​ໄປ-​ກັບ ສ.​ອາ​ເມ​ລິກາ ຫລາຍກວ່າ 3.300 ​ຖ້ຽວ ຖືກ​ຍົກ​ເລີກ.

    • ກອງປະຊຸມໂຕະມົນ ລະຫວ່າງ ເອກອັກ ຄະລັດຖະທູດ-ຜູ້ບໍລິຫານສູງສຸດ ຂອງເອເປັກຂ່າວຕ່າງປະເທດ

      ກອງປະຊຸມໂຕະມົນ ລະຫວ່າງ ເອກອັກ ຄະລັດຖະທູດ-ຜູ້ບໍລິຫານສູງສຸດ ຂອງເອເປັກ

      11/16/2026 11:00:22 AM

      ກອງ​ປະ​ຊຸມ​ໂຕະ​ມົນ​ ລະ​ຫວ່າງ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນ ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ສປ ຈີນ

ads
ads

Top