ກອງປະຊຸມໂຕະມົນ ລະຫວ່າງ ເອກອັກ ຄະລັດຖະທູດ-ຜູ້ບໍລິຫານສູງສຸດ ຂອງເອເປັກ

16/11/2026 11:00
ຂປລ ກອງ​ປະ​ຊຸມ​ໂຕະ​ມົນ​ ລະ​ຫວ່າງ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນ ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ສປ ຈີນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 15 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໂຕະ​ມົນ​ ລະ​ຫວ່າງ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນ ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ສປ ຈີນ ພາຍ​ໃຕ້​ຫົວ​ຂໍ້ “ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ ​ແຫ່ງການ​ເປີດ​ປະ​ຕູ​ ສູ່​ພາຍນອກ ເພື່ອ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ ໄດ້​ຮັບ​ຜົນ​ປະ​ໂຫຍດ” ແລະ ມີ​ຈຸດ​ປະ​ສົງ ​ເພື່ອ​ສ້າງ​ເວ​ທີ​ການ​ສົນ​ທະ​ນາ ແລະ ການ​ແລກ​ປ່ຽນ​ໃຫ້​ແກ່ ​ກຸ່ມ​ເສດ​ຖະ​ກິດ ​​ສະ​ມາ​ຊິກ APEC ແລະ ວິ​ສາ​ຫະ​ກິດ​ຈີນ. ທ່ານ​ ເຊີ້ນ​ໄ​ຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່ CMG ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ. ກອງ​ປະ​ຊຸມ​​ດັ່ງ​ກ່າວ ​ແມ່ນ​ກິດ​ຈະ​ກຳ​ສື່ມວນ​ຊົນ ​ທີ່​ສຳ​ຄັນ​ຄັ້ງ​ທຳ​ອິດຂອງ CMG ​ທີ່​ຈັດ​ຂຶ້ນໃນ​ໄລ​ຍະ​ອາ​ທິດ ກອງ​ປະ​ຊຸມ​ຜູ້​ນຳ APEC ປີ 2026 ​ໂດຍມີ​​ຜູ້​ເຂົ້າ​ຮ່ວມ ປະ​ມານ 80 ທ່ານ ເຊິ່ງ​ປະ​ກອບ​ມີຜູ້​ຮັບ​ຜິດ​ຊອບ ​ທີ່​ກ່ຽວ​ຂ້ອງ​ ຈາກ CMG, ​ສະ​ພາ​ການ​ສົ່ງ​ເສີມ ​ການ​ຄ້າ​ສາ​ກົນ​ຈີນ, ທີ່​ປຶກ​ສາ​​ ຈາກ​ສະ​ຖານ​ທູດ​ປະ​ຈຳ​ຈີນ ຂອງ​ກຸ່ມ​ເສດ​ຖະ​ກິດ ​ສະ​ມາ​ຊິກ APEC ຈຳ​ນວນ​ໜຶ່ງ, ​ພ້ອມ​ດ້ວຍ ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ທັງ ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ແລະ ຜູ້​ຮັບ​ຜິດ​ຊອບ​ ສະ​ມາ​ຄົມ​ ການ​ຄ້າ​ຕ່າງ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top