ຜູ້ໂດຍສານ ຈຳນວນຫລວງຫລາຍ ໄດ້ຮັບຜົນກະທົບ ຈາກການຍຸດຕິຖ້ຽວບິນ ຢູ່ ສ.ອາເມລິກາ

16/11/2026 11:00
ຂປລ ຫລັງ​ຈາກ ​ເກີດ​ບັນ​ຫາ​ໃນ​ການ​ສື່​ສານ​ ຂອງ​ລະ​ບົບ​ຄຸ້​ມ​ຄອງ​ ການ​ຈະ​ລາ​ຈອນ​ທາງ​ອາ​ກາດ​ໃນ​ວັນ​ທີ 13 ພະ​ຈິກ​ນີ້ ເຮັດ​ໃຫ້​ເຮືອ​ບິນ​ທັງ​ໝົດ​ ໃນ​ທົ່ວ​ປະ​ເທດ ສະຫະລັດ ​ອາ​ເມ​ລິ​ກາ​ ຕ້ອງ​ຍຸດ​ຕິການ​ບິນ ເມື່ອບໍ່ດົນມານີ້ ໂດຍຖ້ຽວ​ບິນ ​ພາຍ​ໃນ​ປະ​ເທດ ສະຫະລັດ ອ​າ​ເມ​ລິ​ກາ ແລະ​ໄປ-​ກັບ ສ.​ອາ​ເມ​ລິກາ ຫລາຍກວ່າ 3.300 ​ຖ້ຽວ ຖືກ​ຍົກ​ເລີກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຕາມ​ຕົວ​ເລກ​ ທີ່​ປະ​ກາດ​ ໂດຍເວັບ​ໄຊ ​ຕິດ​ຕາມ​ການ​ບິນ Flight Aware ສະ​ແດງ​ໃຫ້​ເຫັນ​ວ່າ: ຫລັງ​ຈາກ ​ເກີດ​ບັນ​ຫາ​ໃນ​ການ​ສື່​ສານ​ ຂອງ​ລະ​ບົບ​ຄຸ້​ມ​ຄອງ​ ການ​ຈະ​ລາ​ຈອນ​ທາງ​ອາ​ກາດ​ໃນ​ວັນ​ທີ 13 ພະ​ຈິກ​ນີ້ ເຮັດ​ໃຫ້​ເຮືອ​ບິນ​ທັງ​ໝົດ​ ໃນ​ທົ່ວ​ປະ​ເທດ ສະຫະລັດ ​ອາ​ເມ​ລິ​ກາ​ ຕ້ອງ​ຍຸດ​ຕິການ​ບິນ ເມື່ອບໍ່ດົນມານີ້ ໂດຍຖ້ຽວ​ບິນ ​ພາຍ​ໃນ​ປະ​ເທດ ສະຫະລັດ ອ​າ​ເມ​ລິ​ກາ ແລະ​ໄປ-​ກັບ ສ.​ອາ​ເມ​ລິກາ ຫລາຍກວ່າ 3.300 ​ຖ້ຽວ ຖືກ​ຍົກ​ເລີກ.ຫົວ​ໜ້າ​ ອົງ​ການ​ບໍ​ລິ​ຫານ​ການ​ບິນ ​ສະ​ຫະ​ລັດ​ ອາ​ເມ​ລິ​ກາ​​ ໄດ້ກ່າວ​ຂໍ​ໂທດ ​ຕໍ່​ປະ​ຊາ​ຊົນ ​ອາ​ເມ​ລິກາ, ແລະ​ກ່າວວ່າ:​ ຄາດ​ວ່າ ການ​ຂົນ​ສົ່ງ​​ທາງ​ອາ​ກາດ ທົ່ວ​ປະ​ເທດ​ ສະຫະລັດ ອາ​ເມ​ລິ​ກາ​ ຈະ​ກັບ​ຄືນ ເປັນ​ປົກ​ກະ​ຕິ​ ໃນ​​ວັນ​ທີ 15 ພະ​ຈິກ​ນີ້.ຜູ້ຊ່ຽວ​ຊານ ​​ດ້ານ​ຄວາມ​ປອດ​ໄພ ​ການ​ບິນ ​ອາ​ເມ​ລິ​ກາ​ ກ່າວ​ວ່າ: ​ການ​ຍຸດ​ຕິ​ການ​ບິນ ​​ໃນ​ທົ່ວ​ປະ​ເທດ ສະຫະລັດ ​ອາ​ເມ​ລິ​ກາຄັ້ງ​ນີ້​ ເປັນ​ເຫດ​ການ​ ທີ່​ບໍ່​ທຳ​ມະ​ດາ, ແມ່ນ​ໜຶ່ງ​ໃນເຫດ​ການ ​ດ້ານ​ການ​ບິນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ ຂອງ​ສ.ອາ​ເມ​ລິ​ກາ ​ນັບ​ຕັ້ງ​ແຕ່​ເກີດ​​ການ​ໂຈມ​ຕີ ​ກໍ່​ການ​ຮ້າຍ “11 ກັນ​ຍາ” ໃນ​ປີ 2001 ເປັນ​ຕົ້ນ​ມາ. ​ເຫດ​ການດັ່ງ​ກ່າວ ​ໄດ້​​ເປີດ​ເຜີຍ​ໃຫ້​ເຫັນ​ອີກ​ຄັ້ງ​ເຖິງ ​​ຂໍ້​ບົກ​ຜ່ອງ​ ຂອງ​​ພື້ນ​ຖານ​ໂຄງ​ລ່າງ​ການ​ບິນ​ ທາງ​ອາ​ກາດ​ຂອງ​ ສ.ອາ​ເມ​ລິ​ກາ ​ທີ່​ເກົ່າ​ແກ່, ເຊິ່ງ​ອາດຈະ​​ເຮັດໃຫ້​ເກີດ​ເຫດ​ ການ​​ແບບ​ດຽວ​ກັນ​ນີ້​ອີກ ​ໃນ​ອະ​ນາ​ຄົດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XXຂ່າວຕ່າງປະເທດ

      ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX

      11/16/2026 11:21:15 AM

      ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ໂຟໂກນີ ຄັ້ງ​ທີ XX ດ້ວຍ​ຫົວ​ຂໍ້ “ລົງ​ທຶນ​ຄືນ​ໃໝ່​ ໃຫ້​ແກ່​ ສັນ​ຕິ​ພາບ ເພື່ອ​ການ​ວັດ​ທະ​ນາ​ຖາ​ວອນ​ລວມ ແລະ ສະ​ຖຽນ​ລະ​ພາບ​ ແບບ​ຍືນ​ຍົງ.

    • ກອງປະຊຸມພົບປະກັບນັກທຸລະກິດ ຈີນ-ໄທຂ່າວຕ່າງປະເທດ

      ກອງປະຊຸມພົບປະກັບນັກທຸລະກິດ ຈີນ-ໄທ

      11/16/2026 11:01:23 AM

      ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ ໄດ້ເຂົ້າຮ່ວມ ກອງປະຊຸມ ພົບປະກັບ ນັກທຸລະກິດຈີນ-ໄທ.

    •  ສປ ຈີນ-ອາຊຽນ ພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງຂ່າວຕ່າງປະເທດ

      ສປ ຈີນ-ອາຊຽນ ພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ

      11/16/2026 11:01:16 AM

      ໃນຖານະເປັນປະຕູເປີດ ສູ່ອາຊຽນ, ການຮ່ວມມື ແລະ ແລກປ່ຽນລະຫວ່າງ ທ່າກຳປັ່ນຕູ້​ບັນ​ທຸກ​ສິນ​ຄ້າ​ ແບບອັດ ຕະໂນມັດ ນະຄອນຊິນໂຈ່ວ ​ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ້ວງກວາງ​ຊີ​ ຂອງ ສປ ຈີນ ກັບບັນດາປະເທດ​ ສະ​ມາ​ຊິກອາຊຽນ ພວມ​ລົງ​ສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ.

    • ກອງປະຊຸມ ຜູ້ນຳເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຄັ້ງທີ 33ຂ່າວຕ່າງປະເທດ

      ກອງປະຊຸມ ຜູ້ນຳເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຄັ້ງທີ 33

      11/16/2026 11:01:01 AM

      ເນື່ອງ​ໃນໂອ​ກາດ ​ທີ່ກອງ​ປະ​ຊຸມ ​ຜູ້​ນຳ​ເສດ​ຖະ​ກິດ ​ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ຄັ້ງ​ທີ 33​ ຈັດ​ຂຶ້ນວັນ​ທີ 15 ພະ​ຈິກ​ນີ້ ​ເປັນ​ຕົ້ນ​ໄປ, ລາຍ​ການ​ສາ​ລະ​ຄະ​ດີ “ຄວາມ​ຜູກ​ພັນ​ ດ້ານ​ວັດ​ທ​ະ​ນະ​ທຳ​ຂອງ ​ທ່ານ ສີ ​ຈິ້ນ​ຜິງ” (ສະ​ບັບ​ສາ​ກົນ) ແລະ “ຈົດ​ໝາຍ​ຈາກ ​ທ່ານ​ ປະ​ທານ ສີ​ຈິ້ນ​ຜິງ” (ສະ​ບັບ​ສາ​ກົນ) ໄດ້​ອອກ​ອາ​ກາດ ​​ຜ່ານ​ສື່​ສຳ​ຄັນ ​ຂອງ​ສະ​ມາ​ຊິກ​ APEC

    • ກອງປະຊຸມໂຕະມົນ ລະຫວ່າງ ເອກອັກ ຄະລັດຖະທູດ-ຜູ້ບໍລິຫານສູງສຸດ ຂອງເອເປັກຂ່າວຕ່າງປະເທດ

      ກອງປະຊຸມໂຕະມົນ ລະຫວ່າງ ເອກອັກ ຄະລັດຖະທູດ-ຜູ້ບໍລິຫານສູງສຸດ ຂອງເອເປັກ

      11/16/2026 11:00:22 AM

      ກອງ​ປະ​ຊຸມ​ໂຕະ​ມົນ​ ລະ​ຫວ່າງ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນ ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ສປ ຈີນ

ads
ads

Top