ສປ ຈີນ-ອາຊຽນ ພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ

16/11/2026 11:01
ຂປລ ໃນຖານະເປັນປະຕູເປີດ ສູ່ອາຊຽນ, ການຮ່ວມມື ແລະ ແລກປ່ຽນລະຫວ່າງ ທ່າກຳປັ່ນຕູ້​ບັນ​ທຸກ​ສິນ​ຄ້າ​ ແບບອັດ ຕະໂນມັດ ນະຄອນຊິນໂຈ່ວ ​ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ້ວງກວາງ​ຊີ​ ຂອງ ສປ ຈີນ ກັບບັນດາປະເທດ​ ສະ​ມາ​ຊິກອາຊຽນ ພວມ​ລົງ​ສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນຖານະເປັນປະຕູເປີດ ສູ່ອາຊຽນ, ການຮ່ວມມື ແລະ ແລກປ່ຽນລະຫວ່າງ ທ່າກຳປັ່ນຕູ້​ບັນ​ທຸກ​ສິນ​ຄ້າ​ ແບບອັດຕະໂນມັດ ນະຄອນຊິນໂຈ່ວ ​ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ້ວງກວາງ​ຊີ​ ຂອງ ສປ ຈີນ ກັບບັນດາປະເທດ​ ສະ​ມາ​ຊິກອາຊຽນ ພວມ​ລົງ​ສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ. ​ມາ​ຮອດ ປັດຈຸບັນ, ໃນບັນດາເສັ້ນທາງການເດີນເຮືອ ການຄ້າຕ່າງປະເທດ ທີ່ຜ່ານ ທ່າ ກຳປັ່ນ​ຊິນ​ໂຈ່ວ ມີເສັ້ນທາງ​ເດີນ​ເຮືອ​ສູ່ ​ປະ​ເທດ​ສະ​ມາ​ຊິກອາຊຽນ 23 ເສັ້ນ, ເຄືອຂ່າຍການເດີນເຮືອ​ການຄ້າຕ່າງປະເທດ ​ທີ່​ສາ​ມາດ​ໄປ​ເຖິງ​ ຈຸດ​ໝາຍ​ປາຍ​ທາງ​ໂດຍ​ກົງ ກວມເຖິງ ທ່າກຳປັ່ນ ຫລັກ ຂອງ ບັນດາປະເທດ​ ສະ​ມາ​ຊິກ ອາຊຽນ, ພ້ອມກັນນັ້ນ ກໍໄດ້ເປີດເສັ້ນທາງ ທະເລໄກສູ່ ອິນເດຍ, ເຊິ່ງເປີດ​ເສັ້ນ​ທາງຂົນສົ່ງສິນຄ້າ ຂ້າມຊາຍແດນ​ ຈາກອາຊີຕາເວັນອອກສຽງໃຕ້ ສູ່ອາຊີໃຕ້, ເສັ້ນທາງ ເດີນ ເຮືອພາຍໃນ ແລະ ຕ່າງປະເທດ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ສະ​ໜອງ ການສະໜັບສະໜູນ ດ້ານການເດີນເຮືອ ທີ່ເຂັ້ມແຂງໃຫ້ແກ່ ການລວບລວມແຫລ່ງສິນຄ້າຕູ້​ບັນ​ທຸກ. ຫລັງຈາກ ຄອງ​ຜິງ​ລູ້ ເປີດ​ບໍ​ລິ​ການ ແລ້ວ, ສິນຄ້າຈາກພາກຕາເວັນຕົກສຽງໃຕ້ ທີ່ຂົນສົ່ງອອກ ທາງທະເລຜ່ານຄອງ​ຜິງ​ລູ້, ເມື່ອທຽບກັບການຂົນສົ່ງ ອອກ​ສູ່ທະເລ ຜ່ານສາມຫລ່ຽມແມ່ນ້ຳຈູຈ່ຽງ, ສາມາດຫຼຸດໄລຍະທາງ ການເດີນເຮືອ ໃນແມ່ ນ້ຳລົງ ໄດ້ປະມານ 560 ກິໂລແມັດ, ເຮັດໃຫ້ບ່ອນນີ້ ກາຍເປັນເສັ້ນທາງຂົນສົ່ງທາງນ້ຳ ທີ່ມີໄລຍະທາງສັ້ນທີ່ສຸດ, ປະຢັດທີ່ສຸດ ແລະ ສະດວກທີ່ສຸດ ຈາກພາກຕາເວັນຕົກ ສຽງໃຕ້ຂອງ ສປ ຈີນ ສູ່ອາຊຽນ. ສຳລັບ ວິສາຫະກິດທີ່ກ່ຽວຂ້ອງແລ້ວ, ເສັ້ນທາງການເດີນເຮືອໄດ້ປ່ຽນຈາກ "​ໂຄ້ງ​ໄປທາງທິດຕາເວັນອອກ" ​ກາຍມາເປັນ "ລົງໃຕ້ໂດຍ​ກົງ", ໄລຍະທາງການເດີນເຮືອ​ສັ້ນ​ເຂົ້າຢ່າງຫລວງ ຫລາຍ, ເວລາເດີນ ເຮືອກໍ ຫລຸດລົງ, ຕົ້ນທຶນ​ສັງລວມ ກໍຫລຸດລົງ, ສ້າງເງື່ອນໄຂທີ່ດີກວ່າເກົ່າ ໃຫ້ແກ່ ວິສາຫະກິດ ໃນການ​ເປີດກວ້າງ ຕະຫລາດ​ຢູ່ອາຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XXຂ່າວຕ່າງປະເທດ

      ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX

      11/16/2026 11:21:15 AM

      ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ໂຟໂກນີ ຄັ້ງ​ທີ XX ດ້ວຍ​ຫົວ​ຂໍ້ “ລົງ​ທຶນ​ຄືນ​ໃໝ່​ ໃຫ້​ແກ່​ ສັນ​ຕິ​ພາບ ເພື່ອ​ການ​ວັດ​ທະ​ນາ​ຖາ​ວອນ​ລວມ ແລະ ສະ​ຖຽນ​ລະ​ພາບ​ ແບບ​ຍືນ​ຍົງ.

    • ກອງປະຊຸມພົບປະກັບນັກທຸລະກິດ ຈີນ-ໄທຂ່າວຕ່າງປະເທດ

      ກອງປະຊຸມພົບປະກັບນັກທຸລະກິດ ຈີນ-ໄທ

      11/16/2026 11:01:23 AM

      ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ ໄດ້ເຂົ້າຮ່ວມ ກອງປະຊຸມ ພົບປະກັບ ນັກທຸລະກິດຈີນ-ໄທ.

    • ກອງປະຊຸມ ຜູ້ນຳເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຄັ້ງທີ 33ຂ່າວຕ່າງປະເທດ

      ກອງປະຊຸມ ຜູ້ນຳເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຄັ້ງທີ 33

      11/16/2026 11:01:01 AM

      ເນື່ອງ​ໃນໂອ​ກາດ ​ທີ່ກອງ​ປະ​ຊຸມ ​ຜູ້​ນຳ​ເສດ​ຖະ​ກິດ ​ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ຄັ້ງ​ທີ 33​ ຈັດ​ຂຶ້ນວັນ​ທີ 15 ພະ​ຈິກ​ນີ້ ​ເປັນ​ຕົ້ນ​ໄປ, ລາຍ​ການ​ສາ​ລະ​ຄະ​ດີ “ຄວາມ​ຜູກ​ພັນ​ ດ້ານ​ວັດ​ທ​ະ​ນະ​ທຳ​ຂອງ ​ທ່ານ ສີ ​ຈິ້ນ​ຜິງ” (ສະ​ບັບ​ສາ​ກົນ) ແລະ “ຈົດ​ໝາຍ​ຈາກ ​ທ່ານ​ ປະ​ທານ ສີ​ຈິ້ນ​ຜິງ” (ສະ​ບັບ​ສາ​ກົນ) ໄດ້​ອອກ​ອາ​ກາດ ​​ຜ່ານ​ສື່​ສຳ​ຄັນ ​ຂອງ​ສະ​ມາ​ຊິກ​ APEC

    • ຜູ້ໂດຍສານ ຈຳນວນຫລວງຫລາຍ ໄດ້ຮັບຜົນກະທົບ ຈາກການຍຸດຕິຖ້ຽວບິນ ຢູ່ ສ.ອາເມລິກາຂ່າວຕ່າງປະເທດ

      ຜູ້ໂດຍສານ ຈຳນວນຫລວງຫລາຍ ໄດ້ຮັບຜົນກະທົບ ຈາກການຍຸດຕິຖ້ຽວບິນ ຢູ່ ສ.ອາເມລິກາ

      11/16/2026 11:00:50 AM

      ຫລັງ​ຈາກ ​ເກີດ​ບັນ​ຫາ​ໃນ​ການ​ສື່​ສານ​ ຂອງ​ລະ​ບົບ​ຄຸ້​ມ​ຄອງ​ ການ​ຈະ​ລາ​ຈອນ​ທາງ​ອາ​ກາດ​ໃນ​ວັນ​ທີ 13 ພະ​ຈິກ​ນີ້ ເຮັດ​ໃຫ້​ເຮືອ​ບິນ​ທັງ​ໝົດ​ ໃນ​ທົ່ວ​ປະ​ເທດ ສະຫະລັດ ​ອາ​ເມ​ລິ​ກາ​ ຕ້ອງ​ຍຸດ​ຕິການ​ບິນ ເມື່ອບໍ່ດົນມານີ້ ໂດຍຖ້ຽວ​ບິນ ​ພາຍ​ໃນ​ປະ​ເທດ ສະຫະລັດ ອ​າ​ເມ​ລິ​ກາ ແລະ​ໄປ-​ກັບ ສ.​ອາ​ເມ​ລິກາ ຫລາຍກວ່າ 3.300 ​ຖ້ຽວ ຖືກ​ຍົກ​ເລີກ.

    • ກອງປະຊຸມໂຕະມົນ ລະຫວ່າງ ເອກອັກ ຄະລັດຖະທູດ-ຜູ້ບໍລິຫານສູງສຸດ ຂອງເອເປັກຂ່າວຕ່າງປະເທດ

      ກອງປະຊຸມໂຕະມົນ ລະຫວ່າງ ເອກອັກ ຄະລັດຖະທູດ-ຜູ້ບໍລິຫານສູງສຸດ ຂອງເອເປັກ

      11/16/2026 11:00:22 AM

      ກອງ​ປະ​ຊຸມ​ໂຕະ​ມົນ​ ລະ​ຫວ່າງ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນ ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ສປ ຈີນ

ads
ads

Top