ຂປລ
ຂປລ. ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນ້ຳຂອງ

ຂປລ. ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນ້ຳຂອງ ໄລຍະ 2 ຊຶ່ງສະໜັບສະໜູນທຶນໂດຍທະນາຄານພັດທະນາອາ ຊີ (ADB) ເຮັດໃຫ້ແຂວງຈຳປາສັກ ໂດຍສະເພາະເຂດທ່ອງທ່ຽວປະຫວັດສາດສີພັນດອນ ບ້ານດອນເດດ-ດອນຄອນ ຈາກສະພາບເສັ້ນທາງດິນແດງທີ່ເຄີຍຫຍຸ້ງຍາກໃນການສັນຈອນ, ປັດຈຸບັນມີຄວາມສະດວກສະບາຍຫລາຍຂຶ້ນສົ່ງຜົນໃຫ້ທຸລະກິດການຄ້າຂາຍ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານຂະຫຍາຍຕົວຢ່າງວ່ອງໄວ ພ້ອມທັງດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ຫລັ່ງໄຫລເຂົ້າມາຢ້ຽມຊົມຄວາມງາມທາງທຳມະຊາດ ແລະ ຮ່ອງຮອຍປະຫວັດສາດໃນສະໄໝບູຮານ.

ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຈຳປາສັກ ໃຫ້ຮູ້ວ່າ: ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (The Second Greater Mekong Subregion Tourism Infratructure for Inclusive Growth Project) ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເປັນໂຄງການທີ່ສ້າງຜົນປະໂຫຍດຢ່າງມະຫາສານໃຫ້ແກ່ປະຊາຊົນແຂວງຈຳປາສັກ ໂດຍສະເພາະແມ່ນປະຊາຊົນບ້ານດອນເດດ-ດອນຄອນ ເນ່ືອງຈາກເຂດດັ່ງກ່າວເປັນແຫລ່ງທ່ອງທ່ຽວທີ່ສຳຄັນທາງປະຫວັດສາດທີ່ຕິດພັນກັບການທ່ອງທ່ຽວເຂດສີພັນດອນ. ຈາກແຕ່ກ່ອນການເດີນທາງຢູ່ດອນເດດ-ດອນຄອນ ຍັງມີຂ້ໍຈຳກັດຍ້ອນເສັ້ນທາງເປັນທາງດິນແດງເຮັດໃຫ້ການໄປມາຫາສູ່ກັນມີຄວາມຫຍຸ້ງຍາກຫລາຍ, ແຕ່ພາຍຫລັງມີການປັບປຸງພື້ນຖານໂຄງລ່າງການສັນຈອນໄປມາກໍສະດວກສະບາຍຫລາຍຂຶ້ນເຮັດໃຫ້ພໍ່ຄ້າແມ່ຄ້າ ແລະ ຜູ້ປະກອບການສາມາດດຳເນີນທຸລະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງເຫັນໄດ້ວ່າມີຮ້ານອາຫານ, ເຮືອນພັກ ແລະ ໂຮງແຮມເກີດຂຶ້ນໃໝ່ຫລາຍ, ພ້ອມທັງມີນັກທ່ອງທ່ຽວເພີ່ມຂຶ້ນ ແລະ ເຂົ້າມາເຮັດກິດຈະກຳຕ່າງໆເປັນຕົ້ນແມ່ນການຂີ່ລົດຖີບຊົມທິວທັດອ້ອມດອນ ຊຶ່ງຊ່ວຍສ້າງລາຍຮັບ ແລະ ອາຊີບໃຫ້ແກ່ປະຊາຊົນໃນທ້ອງຖິ່ນດັ່ງກ່າວ. ແນວໃດກໍດີ, ປັດຈຸບັນການທ່ອງທ່ຽວແມ່ນຖືກຈັດໃຫ້ເປັນວຽກງານບູລິມະສິດແຖວໜ້າຂອງການພັດທະນາແຂວງຈຳປາສັກ ເນື່ອງຈາກແຂວງມີທ່າແຮງດ້ານການທ່ອງທ່ຽວຫລາຍເຂດ ເຊັ່ນ: ເຂດປາກຊ່ອງ, ປາກເຊ, ຈຳປາສັກ ແລະ ເຂດສີພັນດອນ. ໃນນັ້ນ, ດອນເດດ-ດອນຄອນ ເປັນເຂດທີ່ມີທ່າແຮງທາງປະຫວັດສາດແຕ່ສະໄໝຝຣັ່ງ ເຊັ່ນ: ຂົວຂ້າມນ້ຳຂອງແຫ່ງທຳອິດ, ລາງລົດໄຟ ແລະ ຮ່ອງຮອຍລົດໄຟລວມທັງຮ່ອງ ຮອຍທາງພຸດທະສາສະໜາ ແລະ ວັດວາອາຮາມທີ່ບ້ານຄອນໃຕ້ ຊຶ່ງມີຄວາມເຊື່ອມໂຍງກັບສະໄໝເຈົ້າສຸລິຍະວົງສາ ເປັນມໍລະດົກປະຫວັດສາດທີ່ຄວນໄດ້ຮັບການອະນຸລັກ ແລະ ສົ່ງເສີມໃຫ້ເປັນຈຸດດຶງດູດນັກທ່ອງທ່ຽວ.
ທ່ານ ສຸລິນ ເວົ້າເສີມວ່າ: ຕໍ່ກັບວຽກງານການຄຸ້ມຄອງພື້ນຖານໂຄງລ່າງຕ່າງໆພາຍຫລັງສິ້ນສຸດໂຄງການ, ປັດຈຸບັນທາງແຂວງ ກໍຄື ເມືອງໂຂງ ໄດ້ເປັນເຈົ້າການໃນການປົກປັກຮັກສາໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບມາປະຕິບັດໜ້າທີ່ປົກປັກຮັກສາ ເຊັ່ນ: ການຖາງຫຍ້າ, ສ້ອມແປງບໍ່ໃຫ້ເສັ້ນທາງເປ່ເພ ແລະ ອື່ນໆ ເພື່ອເຮັດໃຫ້ພື້ນຖານໂຄງລ່າງດັ່ງກ່າວ ມີອາຍຸການນໍາໃຊ້ທີ່ຍາວນານ.
ໂດຍ: ມາລີດາ

KPL