ຂປລ
ສຳນັກງານ ການບິນ ພົນລະເຮືອນ ສິງກະໂປ ໄດ້ເປີດເຜີຍ ການກຳນົດເກນຂັ້ນຕ່ຳ ໃຫ້ເຊື້ອໄຟ ການບິນແບບຍືນຍົງ (SAF) ທີ່ ຈັດຊື້ດ້ວຍລາຍໄດ້ ຈາກການຈັດເກັບ ຄ່າທຳນຽມ ເຊື້ອໄຟ ຕ້ອງສາມາດຫລຸດ ການປ່ອຍແກັສເຮືອນແກ້ວ ລວມທັງ ວົງຈອນການນຳໃຊ້ ໄດ້ຢ່າງໜ້ອຍ 40%.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ສຳນັກງານ ການບິນ ພົນລະເຮືອນ ສິງກະໂປ ໄດ້ເປີດເຜີຍ ການກຳນົດເກນຂັ້ນຕ່ຳ ໃຫ້ເຊື້ອໄຟ ການບິນແບບຍືນຍົງ (SAF) ທີ່ ຈັດຊື້ດ້ວຍລາຍໄດ້ ຈາກການຈັດເກັບ ຄ່າທຳນຽມ ເຊື້ອໄຟ ຕ້ອງສາມາດຫລຸດ ການປ່ອຍແກັສເຮືອນແກ້ວ ລວມທັງ ວົງຈອນການນຳໃຊ້ ໄດ້ຢ່າງໜ້ອຍ 40%.
ປັດຈຸບັນ, ສິງກະໂປ ຈະເປີດການປະມູນ ຈັດຊື້ເຊື້ອໄຟ ການບິນ ທີ່ຍືນຍົງ ເປັນຄັ້ງທຳອິດ ໃນກາງເດືອນທັນວາ 2026, ເຊິ່ງເຊື້ອໄຟ ດັ່ງກ່າວ ຕ້ອງຜ່ານເກນ ຄວາມຍືນຍົງ ຕາມໂຄງການ ຊົດເຊີຍ ແລະ ຫລຸດຜ່ອນການປ່ອຍກາກບອນ ສຳລັບ ການບິນ ລະຫວ່າງ ປະເທດ (CORSIA) ຂອງ ອົງການ ການບິນພົນລະເຮືອນ ລະຫວ່າງ ປະເທດ (ICAO) ອີກດ້ວຍ.
ບົດລາຍງານ ຍັງລະບຸວ່າ ການປະມູນຮອບທຳອິດ ໄດ້ຕັ້ງເປົ້າຈັດຊື້ເຊື້ອໄຟເບື້ອງຕົ້ນ ຈຳນວນ 20-30 ກິໂລໂຕນ ໂດຍເປີດໃຫ້ ຜູ້ຈັດຈຳໜ່າຍ ແລະ ຜູ້ຜະລິດເຂົ້າ ຮ່ວມການປະມູນ ຖ້າຫາກ ສາມາດສົ່ງມອບ ເຊື້ອໄຟ ການບິນທີ່ຍືນຍົງ ຜ່ານລະບົບ ພື້ນຖານ ໂຄງລ່າງເຊື້ອໄຟ ທີ່ມີຢູ່ ຂອງ ສະໜາມບິນ ຊາງຫງີ ແລະ ມີຄຸນສົມບັດ ກົງຕາມ ຂໍ້ກຳນົດ ດ້ານເຕັກນິກ ແລະ ຄວາມຍືນຍົງ./
KPL