ຂປລ
ກະຊວງ ກະສິກໍາ, ການລ້ຽງສັດ ແລະ ຊົນລະປະທານ ຂອງ ມຽນມາ ພວມເລັ່ງ ກະກຽມ ຄວາມພ້ອມ ເພື່ອຫລຸດຜ່ອນ ຜົນກະທົບ ຈາກ ປະກົດການເອລນິໂຢ (El Niño) ທີ່ອາດຈະເກີດຂຶ້ນກັບ ພາກກະສິກໍາ ແລະ ການລ້ຽງສັດ ຂອງປະເທດ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ກະສິກໍາ, ການລ້ຽງສັດ ແລະ ຊົນລະປະທານ ຂອງ ມຽນມາ ພວມເລັ່ງ ກະກຽມ ຄວາມພ້ອມ ເພື່ອຫລຸດຜ່ອນ ຜົນກະທົບ ຈາກ ປະກົດການເອລນິໂຢ (El Niño) ທີ່ອາດຈະເກີດຂຶ້ນກັບ ພາກກະສິກໍາ ແລະ ການລ້ຽງສັດ ຂອງປະເທດ.
ໂດຍ ທ່ານ ອູ ມິນ ນອງ (U Min Naung) ລັດຖະມົນຕີ ກະຊວງ ດັ່ງກ່າວ ໄດ້ຮຽກຮ້ອງໃຫ້ ອົງການຈັດຕັ້ງ ຫລື ຫົວໜ່ວຍງານ ທີ່ກ່ຽວຂ້ອງ ປະສານສົມທົບກັນ ຢ່າງໃກ້ຊິດກັບ ອົງການຈັດຕັ້ງ ລະດັບ ພາກພື້ນ, ການປະເມີນຄວາມສ່ຽງ ທີ່ອາດຈະເກີດຂຶ້ນ ແລະ ກຽມພ້ອມຮັບມືກັບ ຜົນກະທົບຢ່າງຮຸນແຮງ ທີ່ ອາດຈະເກີດຂຶ້ນ. ພ້ອມດຽວກັນນັ້ນ, ທ່ານ ອູ ມິນ ນອງ ຍັງຮຽກຮ້ອງໃຫ້ ການປະເມີນຊັບພະຍາກອນ ແລະ ຂີດຄວາມສາມາດ ທີ່ມີຢູ່, ເຮັດແຜນສຸກເສີນ ເພື່ອຮັກສາ ແຫລ່ງສະໜອງ ແກນພືດ ແລະ ພັນສັດ ລວມທັງ ນໍ້າ ເພື່ອການຊົນລະປະທານ ແລະ ນໍ້າດື່ມໃຫ້ພຽງພໍ.
ນອກຈາກນີ້, ທ່ານ ອູ ມິນ ນອງ ຍັງໄດ້ເນັ້ນໜັກ ເຖິງ ຄວາມຈໍາເປັນ ໃນການຈັດສັນນໍ້າ ຢ່າງມີປະສິດທິພາບ ແລະ ຍຸຕິທໍາ, ພ້ອມທັງ ແຈ້ງເຕືອນ ກ່ຽວກັບ ປະກົດການ ເອລນິໂຢ ແລະ ວິທີທາງປ້ອງກັນລ່ວງໜ້າ ໃຫ້ທັນທ່ວງ ໂດຍຜ່ານຊ່ອງທາງສື່ຕ່າງໆ ດ້ວຍຮູບແບບ ທີ່ ຊັດເຈນ ແລະ ເຂົ້າໃຈງ່າຍ./
KPL