ຂປລ
ກະຊວງ ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ຂອງ ຍີ່ປຸ່ນ ໄດ້ເປີດເຜີຍວ່າ: ຈໍານວນ ເດັກເກີດໃໝ່ ຈາກ ພໍ່ແມ່ຊາວ ຍີ່ປຸ່ນ ໃນໄລຍະ ເດືອນມັງກອນ-ເດືອນມິຖຸນາ 2026 ລວມມີ 320.458 ຄົນ, ເພີ່ມຂຶ້ນ 0,4%
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ຂອງ ຍີ່ປຸ່ນ ໄດ້ເປີດເຜີຍວ່າ: ຈໍານວນ ເດັກເກີດໃໝ່ ຈາກ ພໍ່ແມ່ຊາວ ຍີ່ປຸ່ນ ໃນໄລຍະ ເດືອນມັງກອນ-ເດືອນມິຖຸນາ 2026 ລວມມີ 320.458 ຄົນ, ເພີ່ມຂຶ້ນ 0,4% ເມື່ອທຽບໃສ່ກັບປີຕໍ່ປີ ເຊິ່ງເປັນຍອດຈຳນວນໃນຊ່ວງເຄິ່ງປີທຳອິດ ທີ່ເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນຮອບ 11 ປີ.
ຕົວເລກ ດັ່ງກ່າວ ມີຄວາມໃກ້ຄຽງກັບ ອັດຕາ ການເກີດ ເມື່ອປີ 2025 ເຊິ່ງເປັນປີ ທີ່ ຈຳນວນ ເດັກເກີດໃໝ່ຈາກພໍ່ແມ່ຊາວ ຍີ່ປຸ່ນ ລວມທັງ ປີຫລຸດລົງຕ່ຳ ເປັນປະຫວັດສາດ ຈຳນວນ 671.236 ຄົນ ໂດຍຈຳນວນ ການເກີດ ທີ່ເພີ່ມຂຶ້ນເລັກນ້ອຍ ໃນປີນີ້ ຄາດວ່າ: ສ່ວນໜຶ່ງ ແມ່ນມາຈາກ ຈຳນວນການຈົດທະບຽນ ແຕ່ງງານ ເພີ່ມຂຶ້ນໃນປີ 2024 ແລະ 2025.
ນອກຈາກນັ້ນ, ສະຖາບັນວິໄຈ ປະຊາກອນ ແລະ ປະກັນສັງຄົມ ແຫ່ງຊາດ ຍີ່ປຸ່ນ ໄດ້ຄາດຄະເນໄວ້ ເມື່ອປີ 2023 ວ່າຈຳນວນ ເດັກເກີດໃໝ່ ຕໍ່ປີ ຈະຫລຸດລົງຕ່ຳກວ່າ 680.000 ຄົນ ໃນປີ 2040 ແຕ່ຍອດການເກີດ ກັບ ຫລຸດລົງໄວກວ່າ ທີ່ຄາດຄະເນໄວ້./
KPL