ຍີ່ປຸ່ນ ຂາດດຸນການຄ້າ 536.500 ລ້ານເຢນ ໃນເດືອນກັນຍາ

22/10/2026 21:22
ຂປລ ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍຂໍ້ມູນ ເບື້ອງຕົ້ນ ໃນວັນທີ 21 ຕຸລາວ່າ: ຍີ່ປຸ່ນຂາດດຸນ ການຄ້າ ດ້ວຍວົງເງິນ 536.500 ລ້ານເຢນ (ປະມານ 3,4 ພັນລ້ານ ໂດລາ ສະຫະລັດ) ໃນເດືອນກັນຍາ ຊຶ່ງຖືເປັນ ການຂາດດຸນ ຢ່າງຕິດຕໍ່ກັນ ເປັນເດືອນທີ 5.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍຂໍ້ມູນ ເບື້ອງຕົ້ນ ໃນວັນທີ  21 ຕຸລາວ່າ: ຍີ່ປຸ່ນຂາດດຸນ ການຄ້າ ດ້ວຍວົງເງິນ 536.500 ລ້ານເຢນ (ປະມານ 3,4 ພັນລ້ານ ໂດລາ ສະຫະລັດ) ໃນເດືອນກັນຍາ ຊຶ່ງຖືເປັນ ການຂາດດຸນ ຢ່າງຕິດຕໍ່ກັນ ເປັນເດືອນທີ 5.

ກະຊວງ ດັ່ງກ່າວ ລະບຸວ່າ ຍອດການສົ່ງອອກ ຂອງ ຍີ່ປຸ່ນ ໄດ້ປັບຕົວ ເພີ່ມຂຶ້ນ 16,7% ເມື່ອທຽບເປັນ ແຕ່ລະປີ, ໃນຂະນະທີ່ ຍອດການນຳເຂົ້າ ເພີ່ມຂຶ້ນ 18,9%.  ໂດຍສະເພາະ ເດືອນກັນຍາ ຍອດການນຳເຂົ້າສິນຄ້າ ຈາກ ສ.ອາເມລິກາ ລວມມີ 1,57 ພັນຕື້ເຢນ ເພີ່ມສູງຂຶ້ນ 44,8% ຊຶ່ງເປັນຕົວເລກ ສູງສຸດ ເປັນປະຫວັດສາດ ເນືື່ອງຈາກ ໄດ້ຮັບແຮງຂັບເຄື່ອນຫລັກ ມາຈາກ ການນຳເຂົ້າ ນ້ຳມັນດິບ.

ນອກຈາກນີ້, ທາງກະຊວງ ກ່ຽວຂ້ອງ ຍັງເປີດເຜີຍ ຂໍ້ມູນການຄ້າ ສຳລັບ ໄລຍະ 6 ເດືອນທຳອິດ ຂອງ ສົກປີງົບປະມານ 2026 ເຊິ່ງກວມເອົາ ໄລຍະເວລາ ຕັ້ງແຕ່ ເດືອນເມສາ ເຖິງກັນຍາ ໂດຍລະບຸວ່າ: ຍີ່ປຸ່ນ ຂາດດຸນ ການຄ້າດ້ວຍວົງເງິນລວມ 2,8 ພັນຕື້ເຢນ ຊຶ່ງ ຍອດການຂາດດຸນ ດັ່ງກ່າວ ໄດ້ຂະຫຍາຍຕົວ ເພີ່ມຂຶ້ນ ເຖິງ 98,8% ເມື່ອທຽບກັບໄລຍະດຽວກັນ ຂອງ ປີກ່ອນໜ້າ ເນື່ອງຈາກ ລາຄາ ນ້ຳມັນດິບ ທີ່ເພີ່ມສູງຂຶ້ນ ທ່າມກາງ ສະຖານະການ ຄວາມບໍ່ສະຫງົບ ໃນເຂດຕາເວັນອອກກາງ./

KPL

ຂ່າວອື່ນໆ

ads
ads

Top