ຂປລ
ກະຊວງ ກະສິກຳ ປ່າໄມ້ ແລະ ການປະມົງຂອງກຳປູເຈຍ ລາຍງານວ່າ: ປະລິມານ ການສົ່ງອອກ ເຂົ້າສານຂອງ ກຳປູເຈຍ ບັນລຸ 1 ລ້ານໂຕນ ເປັນຄັ້ງທຳອິດໃນປະຫວັດສາດ ຊຶ່ງໄດ້ຮັບແຮງ ຂັບເຄື່ອນຈາກ ຄວາມຕ້ອງການ ພາຍໃນພາກພື້ນ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 20 ຕຸລາ, ກະຊວງ ກະສິກຳ ປ່າໄມ້ ແລະ ການປະມົງຂອງກຳປູເຈຍ ລາຍງານວ່າ: ປະລິມານ ການສົ່ງອອກ ເຂົ້າສານຂອງ ກຳປູເຈຍ ບັນລຸ 1 ລ້ານໂຕນ ເປັນຄັ້ງທຳອິດໃນປະຫວັດສາດ ຊຶ່ງໄດ້ຮັບແຮງ ຂັບເຄື່ອນຈາກ ຄວາມຕ້ອງການ ພາຍໃນພາກພື້ນ ແລະ ຂໍ້ຕົກລົງ ທາງການຄ້າ ຫລາຍສະບັບ.
ກຳປູເຈຍ ສົ່ງອອກເຂົ້າສານ ລວມມີ 1.01 ລ້ານໂຕນ ນັບແຕ່ເດືອນມັງກອນ ຈົນເຖິງ ວັນທີ 19 ຕຸລາ 2026 ຜ່ານມາ ເປັນຕົວເລກສູງກວ່າ ປະລິມານ ການສົ່ງອອກ ໃນປີ 2025 ທີ່ຢູ່ ລະດັບ 940.000 ໂຕນ ເຮັດໃຫ້ ສາມາດ ບັນລຸ ເປົ້າໝາຍ ຍຸດທະສາດ ລະດັບຊາດ ທີ່ໄດ້ກຳນົດໄວ້ ຕັ້ງແຕ່ປີ 2010.
ທ່ານ ທອງ ເມັງເດວິດ (Thou Meng David) ຮອງຜູ້ອຳນວຍການ ສູນຈີນ-ອາຊຽນ ສຶກສາ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງກຳປູເຈຍ ກ່າວວ່າ: ການບັນລຸ ເປົ້າໝາຍ ສຳເລັດນີ້ ໄດ້ສະແກງໃຫ້ເຫັນເຖິງ ການພັດທະນາ ຂອງ ກຳປູເຈຍ ຈາກຜູ້ຜະລິດ ເຂົ້າເປືອກ ກ້າວໄປສູ່ ການເປັນ ຜູ້ສົ່ງອອກ ສິນຄ້າ ກະສິກຳ ທີ່ມີ ມູນຄ່າ ແລະ ມີທ່າແຮງ ໃນການ ແຂ່ງຂັນ ເພີ່ມຂຶ້ນ ໃນເວທີສາກົນ./
KPL