ຂປລ
ມາເລເຊຍ ເອວິເອຊັນ ກຣຸບ ເອັມເອຈີ(Malaysia Aviation Group - MAG) ເປັນບໍລິສັດແມ່ ຂອງ ມາເລເຊຍ ແອຣລາຍ (Malaysia Airlines) ເປັນສາຍການບິນ ແຫ່ງຊາດ ມາເລເຊຍ ໄດ້ວາງແຜນ ຫລຸດຜ່ອນ ຄວາມໜາແໜ້ນ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 19 ຕຸລາ, ມາເລເຊຍ ເອວິເອຊັນ ກຣຸບ ເອັມເອຈີ(Malaysia Aviation Group - MAG) ເປັນບໍລິສັດແມ່ ຂອງ ມາເລເຊຍ ແອຣລາຍ (Malaysia Airlines) ເປັນສາຍການບິນ ແຫ່ງຊາດ ມາເລເຊຍ ໄດ້ວາງແຜນ ຫລຸດຜ່ອນ ຄວາມໜາແໜ້ນ ຂອງການປ່ອຍແກັສ ເຮືອນແກ້ວ ພາຍໃຕ້ແຜນງານຄວາມຍືນຍົງ ໃນໄລຍະກາງ ປີ 2026-2035.
ມາເລເຊຍ ເອວິເອຊັນ ກຣຸບ ເອັມເອຈີ ໄດ້ກຳນົດ ເປົ້າໝາຍ ຄວາມໜາແໜ້ນ ຂອງ ການປ່ອຍແກັສເຮືອນແກັວ ໄວ້ທີ່ 30-35% ພາຍໃນ ປີ 2030 ແລະ 40-45% ໃນປີ 2035 ເມື່ອທຽບກັບ ຄ່າພື້ນຖານ ຂອງ ປີ 2019 ຊຶ່ງສອດຄ່ອງກັບ ພັນທະສັນຍາ ໃນການ ປ່ອຍກາກບອນ ສຸດທິ ເປັນສູນ ໃນປີ 2050. ນອກຈາກນັ້ນ, ມາເລເຊຍ ເອວິເອຊັນ ກຣຸບ ເອັມເອຈີ ຍັງຕັ້ງເປົ້າໝາຍ ການຫລຸດຜ່ອນ ຄວາມໜາແໜ້ນ ໃນການໃຊ້ ພະລັງງານ ໃນອາຄານລົງ 20% ແລະ ການບັນລຸ ອັດຕາ ການນຳຂີ້ເຫຍື້ອ ສິ່ງເສດເຫລືອ ກັບມາໃຊ້ ປະໂຫຍດ ໃຫ້ໄດ້ 55% ພາຍໃນປີ 2030./
KPL