ຂໍ້ລິເລີ່ມດ້ານການບໍລິຫານໂລກຂອງຈີນ ພາຍຫລັງ 1 ປີ, ທັດສະນະ ແລະ ການປະກອບສ່ວນຂອງ ສປປ ລາວ

23/10/2026 09:21
ຂປລ *ປະຊາຄົມໂລກ ກຳລັງຜະເຊີນໜ້າກັບການຜັນແປໄປຢ່າງໄວວາ ແລະ ສະຫລັບສັບຊ້ອນ ໂດຍຜ່ານການແຂ່ງຂັນຢ່າງຂຸ້ນຂ້ຽວທາງດ້ານພູມສາດການເມືອງ, ຄວາມແຕກໂຕນດ້ານການພັດທະນາ, ວິວັດທະນາການຢ່າງໄວວາດ້ານເຕັກໂນໂລຊີ ແລະ ບັນຫາຂ້າມຊາດທີ່ນັບມື້ນັບເກີນຂອບເຂດຂີດຄວາມສາມາດຂອງປະເທດໃດປະເທດໜຶ່ງ ທີ່ຈະສາມາດແກ້ໄຂໄດ້ໂດຍລໍາພັງ.





ໂດຍ ສະຖາບັນການຕ່າງປະເທດ (IFA), ກະຊວງການຕ່າງປະເທດ, ສປປ ລາວ



ຂປລ. ປະຊາຄົມໂລກ ກຳລັງຜະເຊີນໜ້າກັບການຜັນແປໄປຢ່າງໄວວາ ແລະ ສະຫລັບສັບຊ້ອນ ໂດຍຜ່ານການແຂ່ງຂັນຢ່າງຂຸ້ນຂ້ຽວ ທາງດ້ານພູມສາດການເມືອງ, ຄວາມແຕກໂຕນດ້ານການພັດທະນາ, ວິວັດທະນາການຢ່າງໄວວາ ດ້ານເຕັກໂນໂລຊີ ແລະ ບັນຫາຂ້າມຊາດ ທີ່ນັບມື້ນັບເກີນຂອບເຂດຂີດ ຄວາມສາມາດຂອງປະເທດໃດປະເທດໜຶ່ງ ທີ່ຈະສາມາດແກ້ໄຂໄດ້ໂດຍລໍາພັງ. ຈາກປັດໄຈເຫລົ່ານີ້ ໄດ້ຊຸກຍູ້ໃຫ້ມີການທົບທວນ ພິຈາລະນາຄືນໃໝ່ ກ່ຽວກັບວິທີທີ່ລະບົບສາກົນ ຈະສາມາດຮັກສາປະສິດທິຜົນ, ແບບກວມລວມ ແລະ ມີຄວາມສາມາດຕອບສະໜອງ ຕໍ່ສະພາບແວດລ້ອມສາກົນທີ່ກຳລັງຜັນແປ.

ພາຍໃຕ້ສະພາບການດັ່ງກ່າວ, ຂໍ້ລິເລີ່ມດ້ານການບໍລິຫານໂລກ ຫລື GGI (Global Governance Initiative) ຂອງຈີນ ໄດ້ປະກົດຂຶ້ນ. ຂໍ້ລິເລີ່ມນີ້ ຖືກສະເໜີໂດຍ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໃນເດືອນ ກັນຍາ 2025 ແລະ ເປັນການພັດທະນາ ຕໍ່ຍອດແນວທາງຂອງຈີນ ຕໍ່ການຮ່ວມມືສາກົນ, ພາຍຫລັງຂໍ້ລິເລີ່ມການພັດທະນາໂລກ (GDI), ຂໍ້ລິເລີ່ມຄວາມໝັ້ນຄົງໂລກ (GSI) ແລະ ຂໍ້ລິເລີ່ມອາລິຍະທຳໂລກ (GCI). ໃນຂະນະທີ່ຂໍ້ລິເລີ່ມເຫລົ່ານັ້ນ ສຸມໃສ່ຂົງເຂດການພັດທະນາ, ຄວາມໝັ້ນຄົງ ແລະ ການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ ລະຫວ່າງ ອາລິຍະທຳ, ຂໍ້ລິເລີ່ມ GGI ໄດ້ແກ້ໄຂບັນຫາທີ່ກວ້າງຂວາງກວ່ານັ້ນ ຂອງການຮ່ວມມືສາກົນ ແລະ ສະຖາບັນພະຫຸພາຄີ ຈະສາມາດປັບຕົວໃຫ້ແທດເໝາະ ຕໍ່ກັບສິ່ງທ້າທາຍໃນປັດຈຸບັນໄດ້ແນວໃດ ແລະ ບັນດາປະເທດກຳລັງພັດທະນາ ຈະສາມາດເຂົ້າມາມີບົດບາດ ຢ່າງຫ້າວຫັນຫລາຍຂຶ້ນ ໃນຂະບວນການດັ່ງກ່າວໄດ້ແນວໃດ. ພາຍຫລັງຜ່ານໄປ 1 ປີ, ຄວາມສຳຄັນຂອງ GGI ບໍ່ພຽງແຕ່ແມ່ນຫລັກການ ທີ່ໄດ້ວາງອອກເທົ່ານັ້ນ, ແຕ່ມັນກໍາລັງຖືກຜັນຂະຫຍາຍ ໄປສູ່ການຮ່ວມມື, ໂຄງຮ່າງສະຖາບັນ ແລະ ຜົນໄດ້ຮັບຕົວຈິງ.

ຈາກຫລັກການສູ່ການປະຕິບັດ

ຂໍ້ລິເລີ່ມ GGI ຖືກສ້າງຂຶ້ນບົນພື້ນຖານ 5 ຫລັກການສໍາຄັນຄື: ຄວາມສະເໝີພາບດ້ານອະທິປະໄຕ, ຫລັກນິຕິທໍາສາກົນ, ລະບົບຫລາຍຝ່າຍ, ແນວທາງທີ່ຖືເອົາປະຊາຊົນເປັນໃຈກາງ ແລະ ການລົງມືປະຕິບັດຕົວຈິງ. ໂດຍລວມແລ້ວ, ຫລັກການເຫລົ່ານີ້ໄດ້ປະ ກອບເຂົ້າກັນເປັນຂອບການເຮັດວຽກ ເພື່ອແກ້ໄຂການເປັນຕົວແທນ, ການມີສ່ວນຮ່ວມ, ຄວາມເປັນທຳ ແລະ ປະສິດທິຜົນໃນການບໍລິຫານໂລກ. ໃນນີ້, ຄວາມສະເໝີພາບດ້ານອະທິປະໄຕ ເນັ້ນໜັກເຖິງສິດທິທີ່ເທົ່າທຽມກັນ ຂອງທຸກປະເທດ ໂດຍບໍ່ຈຳແນກຂະໜາດ ຫລື ລະດັບການພັດທະນາ ໃນການເຂົ້າຮ່ວມວຽກງານສາກົນ. ໃນຂະນະທີ່ຫລັກນິຕິທໍາສາກົນ ໄດ້ວາງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ ເປັນສູນກາງຂອງການພົວພັນສາກົນ. ສ່ວນລະບົບຫລາຍຝ່າຍ ເນັ້ນໃສ່ການປຶກສາຫາລື, ການຮ່ວມມື ແລະ ບົດບາດຂອງອົງການສະຫະປະຊາຊາດ (ສປຊ). ສໍາລັບແນວທາງທີ່ຖືເອົາປະຊາຊົນເປັນໃຈກາງ ແມ່ນການເຊື່ອມໂຍງ ຮ່ວມມືສາກົນເຂົ້າ ກັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ສໍາລັບຫລັກການສຸດທ້າຍຂອງ GGI ທີ່ເປັນການລົງມືປະຕິບັດຕົວຈິງ ແມ່ນການເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດ ແລະ ຜົນໄດ້ຮັບໃຫ້ເປັນຮູບປະທຳ. ຈີນ ໄດ້ສະເໜີຫລັກການເຫລົ່ານີ້ ເພື່ອເປັນການຕອບສະໜອງ ຕໍ່ກັບສິ່ງທີ່ຕົນອະທິບາຍວ່າເປັນ “ການຂາດແຄນດ້ານການບໍລິຫານ” (Governance Deficit) ທີ່ນັບມື້ນັບເພີ່ມຂຶ້ນ ໃນສະພາບແວດລ້ອມສາກົນ ທີ່ເຕັມໄປດ້ວຍລັດທິຝ່າຍດຽວ, ການແບ່ງຂົ້ວ ແລະ ສິ່ງທ້າທາຍສາກົນທີ່ນັບມື້ນັບສັບສົນ.

ໃນຫລາຍຂໍ້ຂອງຫລັກການເຫລົ່ານີ້ ເປັນຕົ້ນແມ່ນຄວາມສະເໝີພາບດ້ານອະທິປະໄຕ, ກົດໝາຍສາກົນ ແລະ ລະບົບຫລາຍຝ່າຍ ແມ່ນໄດ້ຖືກບັນຈຸໄວ້ຢູ່ເແລ້ວໃນຈຸດປະສົງ ແລະ ຫລັກການຂອງ ສປຊ. ສະນັ້ນ, ຄຳຖາມທີ່ສຳຄັນກວ່ານັ້ນຄື: GGI ຈະສາມາດປະ ກອບສ່ວນ ເຂົ້າໃນການປັບປຸງການຈັດຕັ້ງປະຕິບັດ, ຄວາມເປັນຕົວແທນ ແລະ ປະສິດທິຜົນຂອງກົນໄກຫລາຍຝ່າຍ ທີ່ມີຢູ່ແລ້ວໄດ້ແນວໃດ?. ສິ່ງນີ້ບໍ່ຈຳເປັນຕ້ອງໝາຍ ເຖິງການປ່ຽນແທນສະຖາບັນດັ້ງເດີມທີ່ມີຢູ່ແລ້ວ, ແຕ່ເປັນການປະກອບສ່ວນ ທີ່ອາດຈະຢູ່ໃນການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ກົນໄກທີ່ມີຢູ່ແລ້ວ ພ້ອມທັງພັດທະນາ ຮູບແບບການຮ່ວມມືເພີ່ມເຕີ່ມ ຕໍ່ກັບຈຸດທີ່ສິ່ງທ້າທາຍໃໝ່ໆ ມີຄວາມຮຽກຮ້ອງຕ້ອງການ.

ຕະຫລອດ 1 ປີຜ່ານມາ, GGI ໄດ້ຮັບຄວາມສົນໃຈ ແລະ ເຂົ້າຮ່ວມຈາກປະຊາຄົມໂລກ ເປັນຈໍານວນຫລວງຫລາຍ. ອີງຕາມກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ປະມານ 160 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສະແດງການສະໜັບສະໜູນ ຫລື ມີທ່າທີ່ຕອບຮັບ ໃນທິດທາງບວກຕໍ່ຂໍ້ລິເລີ່ມດັ່ງກ່າວ, ໃນນັ້ນ ຫລາຍກວ່າ 60 ປະເທດ ໄດ້ເຂົ້າຮ່ວມ “ກຸ່ມເພື່ອນມິດຂອງການບໍລິຫານໂລກ” (Group of Friends of Global Governance). ກຸ່ມດັ່ງກ່າວໄດ້ມີການສ້າງຕັ້ງຂຶ້ນ ຢູ່ນະຄອນນິວຢອກ, ເຊີແນວ ແລະ ວຽນນາ ຊຶ່ງສ້າງເປັນເວທີເພີ່ມເຕີ່ມ ສຳລັບການປຶກສາຫາລືພາຍໃນ ຂອບຫລາຍຝ່າຍທີ່ມີຢູ່ແລ້ວ. ຕົວເລກເຫລົ່ານັ້ນ ໄດ້ສະແດງໃຫ້ເຫັນຄວາມສົນໃຈ ຂອງສາກົນໃນລະດັບສູງ, ແຕ່ການເຂົ້າຮ່ວມ GGI ບໍ່ໄດ້ໝາຍຄວາມວ່າທຸກປະເທດ ຈະມີຄໍາເຫັນ ຫລື ເຂົ້າໃຈຕໍ່ຂໍ້ລິເລີ່ມດັ່ງກ່າວຄືກັນ. ແຕ່ລະປະເທດເຂົ້າຮ່ວມຂໍ້ລິເລີ່ມນີ້ ຈາກຜົນປະໂຫຍດ ແລະ ບຸລິມະສິດດ້ານການເມືອງ, ເສດຖະກິດ ແລະ ການພັດທະນາທີ່ແຕກຕ່າງກັນ. ສະນັ້ນ, ການປຶກສາຫາລືຢ່າງຕໍ່ເນື່ອງ ຈຶ່ງມີຄວາມສຳຄັນ ເພື່ອເຮັດໃຫ້ປະເທດຕ່າງໆ ສາມາດແລກປ່ຽນທັດສະນະ, ເຂົ້າໃຈຈຸດຢືນຂອງກັນ ແລະ ກັນ ແລະ ຊອກຫາຈຸດຮ່ວມທີ່ສາມາດຮ່ວມມືກັນໄດ້.

ຈີນ ຍັງໄດ້ສົ່ງເສີມການປຶກສາຫາລື ກ່ຽວກັບການບໍລິຫານໂລກ ຜ່ານເວທີສໍາຄັນຕ່າງໆ ເຊັ່ນ: ກຸ່ມ BRICS ແລະ ອົງການຮ່ວມມືຊຽງໄຮ້ (SCO), ໂດຍເນັ້ນໜັກໃສ່ການຍົກສູງກະບອກສຽງ (Voice) ແລະ ບົດບາດຂອງບັນດາປະເທດໃນໂລກໃຕ້ (Global South) ຫລື ກຸ່ມປະເທດກໍາລັງພັດທະນາ. ໃນຂະນະດຽວກັນ, ສາຍພົວພັນລະຫວ່າງ GGI ກັບບັນດາສະຖາບັນພະຫຸພາຄີທີ່ມີຢູ່ແລ້ວ, ໂດຍສະເພາະອົງການ ສປຊ, ຈະຍັງຄົງເປັນສິ່ງສຳຄັນທີ່ຕ້ອງພິຈາລະນາ ເມື່ອຂໍ້ລິເລີ່ມນີ້ພວມຂະຫຍາຍຕົວ. ຈີນໄດ້ເນັ້ນວ່າ GGI ຍຶດໝັ້ນຈຸດປະສົງ ແລະ ຫລັກການຂອງກົດບັດອົງການ ສປຊ ແລະ ມຸ່ງຫວັງທີ່ຈະເສີມສ້າງບົດບາດ ຂອງອົງການດັ່ງກ່າວໃຫ້ເຂັ້ມແຂງຂຶ້ນ.

ໃນໄລຍະໜຶ່ງປີທຳອິດນີ້, ຍັງໄດ້ເຫັນເຖິງຄວາມພະຍາຍາມ ໃນການຜັນຂະຫຍາຍຫລັກການຂອງ GGI ໄປສູ່ກົນໄກທີ່ເປັນຮູບປະທໍາ. ຈີນ ໄດ້ຍົກໃຫ້ເຫັນການຮ່ວມມື ໃນຫລາຍຂົງເຂດ ລວມທັງການໄກ່ເກ່ຍຂໍ້ພິພາດສາກົນ, ຂໍ້ມູນຂ່າວສານ, ແລະ ປັນຍາປະດິດ (AI), ໂດຍໄດ້ສ້າງຕັ້ງອົງການໄກ່ເກ່ຍສາກົນ (IOMed), ອົງການຂໍ້ມູນໂລກ (World Data Organization) ແລະ ອົງການຮ່ວມມືດ້ານປັນຍາປະດິດໂລກ (WAICO). ຄວາມຄືບໜ້າເຫລົ່ານີ້ສະແດງ ໃຫ້ເຫັນເຖິງຄວາມພະຍາຍາມ ທີ່ຈະກ້າວຈາກຫລັກການໃນລະດັບກວ້າງ ໄປສູ່ການຮ່ວມມືດ້ານສະຖາບັນ ແລະ ການຮ່ວມມືໃນພາກປະຕິບັດຕົວຈິງ. ເຖິງຢ່າງໃດກໍດີ, ປະສິດທິຜົນໃນໄລຍະຍາວຂອງກົນໄກເຫລົ່ານີ້ ຈະຂຶ້ນກັບຂີດຄວາມສາມາດຂອງສະຖາບັນ, ກົດລະບຽບ, ຊັບພະຍາກອນ ແລະ ການຈັດຕັ້ງປະຕິບັດ. ດັ່ງນັ້ນ, ໃນໄລຍະຕໍ່ໄປ ຈຶ່ງຈໍາເປັນຕ້ອງໃຫ້ຄວາມສົນໃຈ ບໍ່ພຽງແຕ່ຕໍ່ຂອບເຂດ ການເຂົ້າຮ່ວມຈາກນາໆປະເທດ, ແຕ່ຍັງຕ້ອງຄຳນຶງເຖິງຄວາມສໍາຄັນ ຂອງລະດັບການຮ່ວມມື ສາມາດສ້າງຜົນໄດ້ຮັບຕົວຈິງໃນຂົງເຂດ ທີ່ທຸກຝ່າຍມີຜົນປະໂຫຍດຮ່ວມກັນ.

ຂໍ້ລິເລີ່ມ GGI ຍັງໄດ້ກາຍມາເປັນສ່ວນໜຶ່ງ ຂອງການວາງແຜນນະໂຍບາຍໂດຍລວມຂອງຈີນ. ບົດລາຍງານວຽກງານລັດຖະບານ ປີ 2026 ໄດ້ຢືນຢັນຄືນເຖິງການສືບຕໍ່ຊຸກຍູ້ ແລະ ບົດບາດຂອງຂໍ້ລິເລີ່ມດັ່ງກ່າວ ໃນການປະຕິຮູບ ແລະ ພັດທະນາລະບົບການບໍລິຫານໂລກ. ແຜນພັດທະນາ 5 ປີ ຄັ້ງທີ 15 (2026-2030) ໄດ້ວາງຂອບນະໂຍບາຍໄລຍະຍາວ ຊຶ່ງຈະເປັນບ່ອນອີງໃຫ້ຂໍ້ລິເລີ່ມນີ້ ສາມາດພັດທະນາຈາກຫລັກການຊີ້ນຳ ໄປສູ່ແຜນງານທີ່ຕໍ່ເນື່ອງ, ການຮ່ວມມືດ້ານສະຖາບັນ ແລະ ໝາກຜົນຕົວຈິງ.  

ເປັນຫຍັງ GGI ຈຶ່ງມີຄວາມສຳຄັນຕໍ່ ສປປ ລາວ

GGI ມີຄວາມສອດຄ່ອງກັບຫລາຍຫລັກການ ໃນແນວຄິດນະໂຍບາຍການຕ່າງປະເທດ ທີ່ຍາວນານຂອງລາວ ເຊັ່ນ: ຄວາມສະເໝີພາບດ້ານອະທິປະໄຕ, ການເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ, ລະບົບຫລາຍຝ່າຍ, ການຮ່ວມມືຢ່າງສັນຕິ ແລະ ການເອົາໃຈໃສ່ຕໍ່ຜົນປະໂຫຍດ ດ້ານການພັດທະນາ ຂອງບັນດາປະເທດກຳລັງພັດທະນາ. ສປປ ລາວ ໄດ້ສະແດງການສະໜັບສະໜູນ ຕໍ່ຂໍ້ລິເລີ່ມສໍາຄັນລະດັບໂລກຂອງຈີນ, ໂດຍເຫັນໄດ້ຜ່ານການຢ້ຽມຢາມ ສປ ຈີນ ຂອງ ປະທານປະເທດ     ທອງລຸນ ສີສຸລິດ ໃນປີ 2025 ຊຶ່ງເພິ່ນໄດ້ລະບຸວ່າ ຝ່າຍລາວ “ສະໜັບສະໜູນຢ່າງເຕັມສ່ວນ” ຕໍ່ GGI ແລະ ສະແດງຄວາມພ້ອມ ທີ່ຈະເພີ່ມທະວີການປະສານງານ ແລະ ການຮ່ວມມືກັບຈີນ ໃນວຽກງານສາກົນ. ການມີສ່ວນຮ່ວມດັ່ງກ່າວ ບໍ່ໄດ້ຈຳກັດ ຢູ່ພຽງແຕ່ການພົວພັນສອງຝ່າຍເທົ່ານັ້ນ. ໃນຖານະທີ່ເປັນປະເທດ ກໍາລັງກ້າວສູ່ປະເທດກຳລັງພັດທະນາ, ທັດສະນະຂອງລາວ ແມ່ນໃຫ້ຄວາມສຳຄັນເປັນພິເສດ ຕໍ່ລະບົບສາກົນທີ່ເປີດ ໂອກາດໃຫ້ປະເທດຂະໜາດນ້ອຍ ສາມາດມີສ່ວນຮ່ວມໄດ້ຢ່າງມີປະສິດທິຜົນ, ໃຫ້ຄວາມສຳຄັນອັນເໝາະສົມ ຕໍ່ບຸລິມະສິດດ້ານການພັດທະນາ, ພ້ອມທັງສົ່ງເສີມການປຶກສາຫາລື ແລະ ແບບກວມລວມ. ທັດສະນະນີ້ ຍັງສະແດງໃຫ້ເຫັນເຖິງຜົນປະໂຫຍດລວມ ຂອງບັນດາປະເທດກຳລັງພັດທະນາ ໃນການຮັບປະກັນວ່າ ສະຖາບັນສາກົນ ຈະຄຳນຶງເຖິງສະພາບເງື່ອນໄຂຕົວຈິງ ແລະ ຄວາມຕ້ອງການດ້ານການພັດທະນາ ທີ່ຫລາກຫລາຍຂອງແຕ່ລະປະເທດ. ການມີສ່ວນຮ່ວມຢ່າງຕັ້ງໜ້າ ໃນສະຖາບັນພະຫຸພາຄີ ແລະ ກົນໄກການຮ່ວມມື ສາມາດເປີດໂອກາດ ໃຫ້ປະເທດຂະໜາດນ້ອຍນຳເອົາບົດຮຽນ ແລະ ບຸລິມະສິດຂອງຕົນເຂົ້າສູ່ເວທີ ການປຶກສາຫາລືຫລາຍຝ່າຍ ທີ່ກວ້າງຂວາງກວ່າເກົ່າ.

1). ການເຊື່ອມໂຍງ GGI ກັບການພັດທະນາ: ການເຊື່ອມໂຍງລະຫວ່າງ GGI ແລະ ການພັດທະນາ ແມ່ນເຫັນໄດ້ຢ່າງຈະແຈ້ງ ຜ່ານການສ້າງ “ຄູ່ຮ່ວມຊາຕາກໍາ ລາວ-ຈີນ” ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ແລະ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” (BRI). ຂອບການຮ່ວມມືເຫລົ່ານີ້ ໄດ້ສະໜອງເວທີທີ່ເປັນຮູບປະທໍາ ສຳລັບການເຊື່ອມໂຍງເຊື່ອມຈອດ, ການຄ້າ, ການລົງທຶນ, ການພັດທະນາຊົນນະບົດ ແລະ ການແລກປ່ຽນໄປມາ ລະຫວ່າງປະຊາຊົນ. ຕົວຢ່າງທີ່ພົ້ນເດັ່ນແມ່ນເສັ້ນທາງລົດໄຟ ລາວ-ຈີນ ໄດ້ສະແດງໃຫ້ເຫັນວ່າ ພື້ນຖານໂຄງລ່າງພາຍໃນປະເທດ ສາມາດກາຍເປັນສ່ວນໜຶ່ງຂອງເຄືອຂ່າຍ ເສດຖະກິດພາກພື້ນທີ່ກວ້າງໃຫຍ່ກວ່າໄດ້ແນວໃດ.

ຄວາມສຳຄັນຂອງການຮ່ວມມືດັ່ງກ່າວ, ບໍ່ໄດ້ຈຳກັດຢູ່ພຽງແຕ່ດ້ານພື້ນຖານໂຄງລ່າງ.  ການເຊື່ອມຈອດທີ່ດີຂຶ້ນ ສາມາດສ້າງກາລະໂອກາດໃຫ້ແກ່ການຄ້າ, ການທ່ອງທ່ຽວ, ລະບົບຂົນສົ່ງ ແລະ ການລົງທຶນ, ໃນຂະນະທີ່ການປະກອບສ່ວນ ໄລຍະຍາວແມ່ນຂຶ້ນກັບວ່າ ກາລະໂອກາດເຫລົ່ານີ້ ຈະສາມາດປ່ຽນເປັນການພັດທະນາທີ່ຍືນຍົງ ແລະ ກວມລວມໄດ້ ຫລື ບໍ. ສິ່ງນີ້ໄດ້ສະແດງອອກວ່າ ໄດ້ຖືເອົາປະຊາຊົນເປັນໃຈກາງ ຂອງຫລັກການ GGI ໂດຍການຮ່ວມມືສາກົນ ຈະມີຄວາມໝາຍຍິ່ງຂຶ້ນ ກໍຕໍ່ເມື່ອມັນສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ຊຸມຊົນ ແລະ ສະໜັບສະໜູນບຸລິມະສິດ ການພັດທະນາແຫ່ງຊາດ. ບຸລິມະສິດເຫລົ່ານີ້ ລວມມີການເຊື່ອມຈອດ, ການພັດທະນາຊັບພະຍາກອນມະນຸດ, ການຫັນເປັນດີຈິຕອນ, ຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ການຫລຸດຜ່ອນຄວາມທຸກຍາກ. ການເຊື່ອມໂຍງບຸລິມະສິດເຫລົ່ານີ້ ເຂົ້າກັບການຮ່ວມມືພາກພື້ນ ແລະ ສາກົນ ຖືເປັນຊ່ອງທາງຕົວຈິງ ໃນການຂັບເຄື່ອນເປົ້າໝາຍການພັດທະນາ ພ້ອມທັງປະກອບສ່ວນ ເຂົ້າໃນການປຶກສາຫາລືທີ່ກວ້າງຂວາງ ກ່ຽວກັບການຮ່ວມມືສາກົນຈະສາມາດຕອບສະໜອງຄວາມຕ້ອງການ ຂອງບັນດາປະເທດກຳລັງພັດທະນາ ໄດ້ດີຂຶ້ນແນວໃດ.

2). ລັດທິຫລາຍຝ່າຍ ແລະ ການປະກອບສ່ວນຂອງລາວ: ສປປ ລາວ ຍຶດໝັ້ນລັດທິຫລາຍຝ່າຍ ໂດຍເຄົາລົບກົດບັດສະຫະປະຊາຊາດ, ຫລັກການຄວາມສະເໝີພາບ ໃນດ້ານອະທິປະໄຕຂອງບັນດາລັດ ແລະ ການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ. ທ່າມກາງການແຂ່ງຂັນ ຂອງປະເທດມະຫາອຳນາດ ທີ່ນັບມື້ນັບຂຸ້ນຂ້ຽວ, ການຮ່ວມມືຜ່ານກົນໄກຫລາຍຝ່າຍ ແລະ ການບໍລິຫານໂລກ ມີຄວາມສຳຄັນ ຕໍ່ການຮັກສາລະບຽບສາກົນ ທີ່ອີງໃສ່ກົດເກນ ແລະ ຮັບປະ ກັນໃຫ້ທຸກປະເທດ ມີສ່ວນຮ່ວມຢ່າງເທົ່າທຽມ ແລະ ເປັນທຳ.  

ສຳລັບປະເທດນ້ອຍ ແລະ ປະເທດກຳລັງພັດທະນາ, ລັດທິຫລາຍຝ່າຍເປັນກົນໄກ ສຳຄັນໃນການເພີ່ມບົດບາດໃນເວທີສາກົນ, ສະແດງທັດສະນະ ແລະ ມີສ່ວນຮ່ວມໃນການກຳນົດວາລະສາກົນ, ພ້ອມທັງຫລຸດຜ່ອນຄວາມສ່ຽງຈາກການໃຊ້ອຳນາດຝ່າຍດຽວ ແລະ ສົ່ງເສີມການພົວພັນ ລະຫວ່າງປະເທດທີ່ໂປ່ງໃສ, ຄາດຄະເນໄດ້ ແລະ ມີຜົນປະໂຫຍດຮ່ວມກັນ.         

ໃນສະພາບການດັ່ງກ່າວ, ຂໍ້ລິເລີ່ມການບໍລິຫານໂລກ (Global Governance Initiative: GGI) ເປັນຂອບການປຶກສາຫາລື ແລະ ຮ່ວມມືທີ່ເນັ້ນໃສ່ ການເຄົາລົບຫລັກການສາກົນ, ການເສີມສ້າງບົດບາດ ຂອງສະຖາບັນຫລາຍຝ່າຍ ແລະ ການເພີ່ມບົດບາດ ຂອງປະເທດກຳລັງພັດທະນາ. ສຳລັບ ສປປ ລາວ, ການຕິດຕາມ ແລະ ເຂົ້າຮ່ວມແລກປ່ຽນກ່ຽວກັບຂໍ້ລິເລີ່ມນີ້ ເປັນໂອກາດໃນການສຶກສາແນວຄິດ, ແລກປ່ຽນທັດສະນະ ແລະ ຊອກຫາຂອບເຂດການຮ່ວມມືທີ່ສອດຄ່ອງ ກັບຜົນປະໂຫຍດແຫ່ງຊາດ, ພ້ອມທັງປະສານງານກັບຈີນ ແລະ ຄູ່ຮ່ວມມືອື່ນໆ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຜົນປະໂຫຍດຮ່ວມກັນ.

ໃນລະດັບພາກພື້ນ, ອາຊຽນເປັນກົນໄກສຳຄັນທີ່ຊ່ວຍໃຫ້ ສປປ ລາວ ປະສານຈຸດຢືນກັບປະເທດສະມາຊິກ, ກຳນົດທິດທາງການພັດທະນາພາກພື້ນ ແລະ ສົ່ງເສີມຄວາມເປັນແກນກາງ ຂອງອາຊຽນ. ການຮ່ວມມືຜ່ານຂອບອາຊຽນ ແລະ ກົນໄກຫລາຍຝ່າຍອື່ນໆ ຈະຊ່ວຍເສີມສ້າງບົດບາດຂອງລາວ ໃນການແກ້ໄຂບັນຫາພາກພື້ນ ແລະ ຮ່ວມສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງຍືນຍົງ.

ໂດຍລວມແລ້ວ, ລັດທິຫລາຍຝ່າຍບໍ່ພຽງແຕ່ເປັນຫລັກການສຳຄັນ ຂອງນະໂຍບາຍຕ່າງປະເທດ ແຕ່ຍັງເປັນກົນໄກ ໃນການຮັກສາຜົນປະໂຫຍດແຫ່ງຊາດ, ເພີ່ມທະວີບົດບາດຂອງ ສປປ ລາວ ໃນເວທີສາກົນ ແລະ ຮ່ວມສ້າງສະພາບແວດລ້ອມສາກົນທີ່ສັນຕິພາບ, ເປັນທຳ ແລະ ເອື້ອອຳນວຍຕໍ່ການພັດທະນາ.

3). ປັນຍາປະດິດ: ຂົງເຂດໃໝ່ສຳລັບການເຂົ້າຮ່ວມຂອງ ສປປ ລາວ, ປັນຍາປະດິດ (AI) ແມ່ນອີກໜຶ່ງຂົງເຂດໃໝ່ທີ່ສະແດງ ໃຫ້ເຫັນບົດບາດ ແລະ ການມີສ່ວນຮ່ວມຂອງ ສປປ ລາວ ໃນເວທີສາກົນຢ່າງຈະແຈ້ງຂຶ້ນ. ໃນວັນທີ 16 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານລາວ ເຂົ້າຮ່ວມພິທີລົງນາມໃນສັນຍາສ້າງຕັ້ງ ອົງການຮ່ວມມື ດ້ານປັນຍາປະດິດໂລກ (WAICO) ທີ່ ນະຄອນຊຽງໄຮ້. ສປປ ລາວ ເປັນໜຶ່ງໃນ 29 ປະເທດສະມາຊິກຜູ້ກໍ່ຕັ້ງອົງການດັ່ງກ່າວ. ການຄຸ້ມຄອງ AI ກໍາລັງກາຍເປັນສ່ວນໜຶ່ງ ຂອງວາລະສາກົນທີ່ກວ້າງຂຶ້ນ. ບັນຫາທີ່ກ່ຽວຂ້ອງກັບຂໍ້ມູນ, ມາດຕະຖານເຕັກໂນໂລຊີ, ຄວາມປອດໄພ, ການເຂົ້າເຖິງແຫລ່ງຂໍ້ມູນ, ຄວາມບໍ່ເທົ່າທຽມກັນທາງດີຈິຕອນ ແລະ ການນຳໃຊ້ AI ຢ່າງມີຄວາມຮັບຜິດຊອບ ລ້ວນແຕ່ຮຽກຮ້ອງໃຫ້ມີການຮ່ວມມືສາກົນ. ສຳລັບບັນດາປະເທດກຳລັງພັດທະນາ, ການມີສ່ວນຮ່ວມ ໃນການປຶກສາຫາລືເຫລົ່ານີ້ ມີຄວາມສຳຄັນເປັນພິເສດ ເນື່ອງຈາກຂອບການຄຸ້ມຄອງ ທີ່ກຳລັງເກີດຂຶ້ນໃໝ່ ຈຳເປັນຕ້ອງຄຳນຶງເຖິງລະດັບ ການພັດທະນາທາງເຕັກໂນໂລຊີ, ຂີດຄວາມສາມາດດ້ານສະຖາບັນ ແລະ ການເຂົ້າເຖິງເຕັກໂນໂລຊີທີ່ແຕກຕ່າງກັນ.

ສປປ ລາວ ສາມາດປະກອບສ່ວນເຂົ້າໃນການປຶກສາຫາລືນີ້ ໂດຍເນັ້ນໃສ່ການສ້າງຂີດຄວາມສາມາດ, ການເຂົ້າເຖິງເຕັກໂນໂລຊີ ແລະ ຄວາມຮູ້ຕ່າງໆ, ການສ້າງນະວັດຕະກຳ ຢ່າງມີຄວາມຮັບຜິດຊອບ ແລະ ການຫັນເຂົ້າສູ່ດີຈິຕອນຢ່າງທົ່ວເຖິງ. ການມີສ່ວນຮ່ວມຂອງລາວ ໃນກົນໄກການຄຸ້ມຄອງ AI ທີ່ກໍາລັງເກີດຂຶ້ນໃໝ່ ຍັງສະແດງໃຫ້ເຫັນວ່າ ປະເທດທີ່ມີເສດຖະກິດດີຈິຕອນ ຂະໜາດນ້ອຍ ສາມາດສະເໜີທັດສະນະ, ຄວາມຕ້ອງການ ແລະ ຂໍ້ກັງວົນຂອງຕົນເຂົ້າໃນການປຶກສາຫາລື ກ່ຽວກັບມາດຕະຖານສາກົນ ທີ່ກຳລັງພັດທະນາ ແທນທີ່ຈະລໍຖ້າໃຫ້ (ກຸ່ມ) ປະເທດອື່ນ ສ້າງກົດກະຕິກາແລ້ວ ຈຶ່ງມາປັບຕົວ ແລະ ປະຕິບັດຕາມ.

ໃນປີທີສອງຂອງ GGI ຄວນສຸມໃສ່ອັນໃດ?

ໃນຂະນະທີ່ GGI ກ້າວເຂົ້າສູ່ປີທີສອງ, ການພັດທະນາຕໍ່ໄປຈະຂຶ້ນ ກັບການນໍາໄປປະຕິບັດຫລາຍຂຶ້ນ. ຫລັກການໃນລະດັບກວ້າງ ຈໍາເປັນຕ້ອງຖືກປ່ຽນໄປສູ່ແຜນງານ ທີ່ເປັນຮູບປະທໍາ, ສະຖາບັນທີ່ມີປະສິດທິຜົນ ແລະ ຜົນໄດ້ຮັບທີ່ສາມາດວັດແທກໄດ້. ການປະສານສົມທົບກັນ ກັບກົນໄກພະຫຸພາຄີທີ່ມີຢູ່ແລ້ວ ຈະຍັງຄົງມີຄວາມສຳຄັນ ເພື່ອຮັບປະກັນ ວ່າຮູບແບບການຮ່ວມມືໃໝ່ຈະຊ່ວຍເສີມສ້າງ ແລະ ສະໜັບສະໜູນຂອບກົນໄກ ຮ່ວມມືທີ່ມີຢູ່ແລ້ວ. ບັນດາປະເທດທີ່ເຂົ້າຮ່ວມ GGI ຈໍາເປັນຕ້ອງສືບຕໍ່ ປຶກສາຫາລືກັນຢ່າງຕໍ່ເນື່ອງ ໂດຍບໍ່ຈໍາເປັນຕ້ອງມີຜົນປະໂຫຍດ ຫລື ການຕີຄວາມໝາຍ ທີ່ຄືກັນທຸກປະການ ເພື່ອເຮັດໃຫ້ການປຶກສາຫາລືສາມາດກຳນົດ ຫລື ຊອກຫາຈຸດຮ່ວມກັນ. ສຳລັບປະເທດກຳລັງພັດທະນາ, ການມີສ່ວນຮ່ວມຄວນກ້າວໄປໄກກວ່າພຽງ ແຕ່ການມີຕົວແທນ ໄປສູ່ການມີສ່ວນຮ່ວມຢ່າງມີປະສິດທິຜົນ ໃນການປຶກສາຫາລື ດ້ານເຕັກໂນໂລຊີ, ການເງິນ, ຂີດຄວາມສາມາດດ້ານສະຖາບັນ ແລະ ມາດຕະຖານສາກົນ. ການຮ່ວມມືສາກົນ ຍັງຕ້ອງສາມາດຮັບມື ຕໍ່ກັບສິ່ງທ້າທາຍຮ່ວມກັນ ເຊັ່ນ: ການປ່ຽນແປງດິນຟ້າອາກາດ, ສາທາລະນະສຸກ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການຫັນປ່ຽນທາງເຕັກໂນໂລຊີ, ການພັດທະນາແບບຍືນຍົງ ແລະ ອາຊະຍາກຳຂ້າມຊາດ. ດັ່ງນັ້ນ, ໃນປີທີສອງນີ້ຈຶ່ງຄວນເອົາໃຈໃສ່ຫລາຍຂຶ້ນ ໃນການຫັນປ່ຽນຫລັກການໄປສູ່ການປະຕິບັດຕົວຈິງ, ການເສີມສ້າງການຮ່ວມມືດ້ານສະຖາບັນ, ການຂະຫຍາຍບົດບາດ ແລະ ການມີສ່ວນຮ່ວມຂອງປະເທດ ກຳລັງພັດທະນາ ແລະ ການຮ່ວມກັນແກ້ໄຂສິ່ງທ້າທາຍຂອງໂລກ. ຄວາມຄືບໜ້າໃນຂົງເຂດເຫລົ່ານີ້ ຈະເປັນສິ່ງສໍາຄັນໃນການກໍານົດວ່າ GGI ຈະສາມາດພັດທະນາ ຈາກຫລັກການຊີ້ນຳ ໄປສູ່ການຮ່ວມມືສາກົນທີ່ຍືນຍົງ ແລະ ມີປະສິດທິຜົນໄດ້ຫລື ບໍ.

ສປປ ລາວ ແລະ ໄລຍະຕໍ່ໄປຂອງການບໍລິຫານໂລກ

ໃນປີທີສອງຂອງ GGI ຈະເປີດໂອກາດໃຫ້ ສປປ ລາວ ສາມາດເສີມຂະຫຍາຍການມີສ່ວນຮ່ວມ ໃນຈຸດເຊື່ອມໂຍງ ລະຫວ່າງການພັດທະນາແຫ່ງຊາດ, ການຮ່ວມມືພາກພື້ນ ແລະ ລະບົບສາກົນທີ່ກວ້າງຂວາງຂຶ້ນ. ບົດຮຽນຈາກປີທຳອິດ ໄດ້ຊີ້ໃຫ້ເຫັນວ່າ ຄວາມສຳຄັນຂອງຂໍ້ລິເລີ່ມນີ້ ຈະຂຶ້ນກັບວ່າ ຫລັກການຕ່າງໆ ຈະຖືກປ່ຽນໄປສູ່ການຮ່ວມມືຕົວຈິງ ແລະ ຜົນໄດ້ຮັບທີ່ເປັນຮູບປະທຳ ໄດ້ຢ່າງມີປະສິດທິຜົນພຽງໃດ. ຕໍ່ກັບ ສປປ ລາວ, ສິ່ງນີ້ສາມາດສ້າງໂອກາດ ໃນການກ້າວຈາກການສະແດງ ການສະໜັບສະໜູນ ໄປສູ່ບົດບາດທີ່ຕັ້ງໜ້າ ແລະ ສ້າງສັນຫລາຍຂຶ້ນ. ບົດບາດດັ່ງກ່າວ ສາມາດດຳເນີນຜ່ານສະຖາບັນ ແລະ ກົນໄກທີ່ ສປປ ລາວ ມີສ່ວນຮ່ວມຢູ່ແລ້ວ, ໂດຍສະເພາະຜ່ານ ສປຊ  ແລະ ກົນໄກພາກພື້ນ, ພ້ອມທັງຜ່ານຮູບແບບການຮ່ວມມືສາກົນໃໝ່ໆ ທີ່ກໍາລັງເກີດຂຶ້ນ. ໃນຖານະປະເທດສະມາຊິກອາຊຽນ ແລະ ກໍາລັງກ້າວສູ່ປະເທດ ກຳລັງພັດທະນາ, ສປປ ລາວ ສາມາດນໍາເອົາທັດສະນະ ແລະ ບົດຮຽນທີ່ຫລໍ່ຫລອມ ຈາກບຸລິມະສິດການພັດທະນາແຫ່ງຊາດ ແລະ ການມີສ່ວນຮ່ວມໃນພາກພື້ນ ມາປະກອບສ່ວນໃນການປຶກສາຫາລື ລະດັບສາກົນ. ໂດຍຜ່ານການເຊື່ອມໂຍງ ບຸລິມະສິດເຫລົ່ານີ້ ເຂົ້າກັບການຮ່ວມມື ຫລາຍຝ່າຍທີ່ກວ້າງຂວາງຂຶ້ນ, ສປປ ລາວ ສາມາດປະກອບສ່ວນຢ່າງສ້າງສັນ ເພື່ອສົ່ງເສີມໃຫ້ການບໍລິຫານໂລກ ມີຄວາມກວມລວມຫລາຍຂຶ້ນ, ສາມາດຕອບສະໜອງ ຕໍ່ສະພາບການໄດ້ດີຂຶ້ນ ແລະ ມີປະສິດທິຜົນຫລາຍຂຶ້ນ.






KPL

ຂ່າວອື່ນໆ

ads
ads

Top