7389

lh k'7;k,Ia [I6h dj P;da [ dkoxj Pocx'fy o2h kvkdkf c]t dkovto5 ]a dxj k 3fp-5 ,-q ogxa og9Q kdko /b dvq [Iq ,dkogxa o76 /b d fh ko;Pd'kod;fdk ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 20.10.2026 ປີທີ 25 ສະບັບທີ 6.545ັັີີັີ gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K 7totz6h cmodt-;'lkmk]totl5 d g0Q kIj ;,dv'xt-5 ,dkocrfrN og,n v'3]d xu 2026 ltrkcsj '-kf ry 9k]tokIj k'dq f\kp ;j kfh ;pdko9t]k9vomk'[q d lt[a [xa [x5 '  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ lld leg]a f/b dvq [Iq ,dko[= ]y sko75h ,7v']a f le]a [z6h [= ]y sko]tfa [l6 ' 0A oIv'sq ;|h kdq , xb dlkdkodtdP,7;k,rh v, 9a fdv'xt-5 ,38t,q olklt|k|kowsj 7A 'mu XI ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ okpq d]a f4t,q o8u csj ' lxx ]k; lq omtokmk'3m]tla [da [okpq d]a f4t,q o8u csj ' l ly 'dt3x ທ່ານ ນາງ ບຸນຄຳ ວໍລະຈິດ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 19 ຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ຂປລ. ທ້າຍອາທິດຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ຫລື (ສສກ) ສໍາເລັດຊຸດຝຶກອົບຮົມ ການບໍລິຫານຄຸ້ມຄອງລັດສໍາລັບຜູ້ ບໍລິຫານລະດັບສູງຂັ້ນຮອງຫົວໜ້າ ກົມ (ປະເພດ 3) ໂດຍການເປັນ ປະທານ ແລະ ມອບໃບຢັ້ງຢືນຂອງ ຂປລ. ອົງການກວດກາແຫ່ງລັດ ຮ່ວມກັບ ອົງການອ໋ອກຟາມ ປະຈໍາ ສປປ ລາວ ຈັດຝຶກອົບຮົມການເປັນ ຄູຝຶກດ້ານວຽກງານກວດກາໃນ ວັນທີ 19 ຕຸລາ 2026 ຢູ່ແຂວງ ຫລວງພະບາງ. ທັງນີ້, ກໍເພື່ອຈັດຕັ້ງ ປະຕິບັດໂຄງການສົ່ງເສີມຄວາມ ເຂັ້ມແຂງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ. ທ່ານ ນາງ ປິ່ງຄຳ ລາຊະສິມມາ ຂປລ. ພິທີເຊັນບົດບັນທຶກ ຄວາມເຂົ້າໃຈລະຫວ່າງກົມຄວບ ຄຸມພະຍາດຕິດຕໍ່ກະຊວງສາທາລະ ນະສຸກ ແລະ ອົງການສາກົນເພື່ອ ສຸຂະພາບຄອບຄົວ (FHI 360) ກ່ຽວກັບໂຄງການກັນ ແລະ ຄວບ ຄຸມການລະບາດຂອງພະຍາດຕິດຕໍ່ ຈັດຂຶ້ນໃນອາທິດຜ່ານມາ ໂດຍ ການຮ່ວມລົງນາມຂອງທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ກະຊວງ ສາທາລະນະສຸກ ແລະ ທ່ານ ດຣ ສຕິເຟັນ ມີວສ ຫົວໜ້າໂຄງການ EpiC ປະຈຳພາກພື້ນເອເຊຍປາ ຊີຟິກ, FHI360 ໂດຍມີທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີ, ກະຊວງສາທາລະນະສຸກ, ທ່ານ ໄຣອັນ ໂຣເບີດສ໌ ອຸປະທູດຊົ່ວ ຄາວສະຖານທູດສະຫະລັດອາເມລິ ກາ ປະຈຳ ສປປ ລາວ ແລະ ພາກ ສ່ວນເຂົ້າຮ່ວມເປັນສັກຂີພິຍານ. ທ່ າ ນ ດ ຣ ພ ອ ນ ປ ະ ດິ ດ ສັງໄຊຍະລາດ ໄດ້ມີຄໍາເຫັນວ່າ: ການລົງນາມເຊັນບົດບັນທຶກຄວາມ ເຂົ້າໃຈກິດຈະກຳຂອງໂຄງການ ທີ່ ສປປ ລາວ ເຮົາມີໂອກາດ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ລັດຖະບານຂອງສະຫະລັດອາເມ ລິກາ ໂດຍຜ່ານອົງການ FHI 360 ຂປລ. ທ້າຍອາທິດຜ່ານມາ, ຢູ່ ສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລື ເພື່ອກະກຽມ ຄວາມພ້ອມໃນການເປັນເຈົ້າພາບຈັດ ກອງປະຊຸມໂຕະມົນສາສະໜາໜານໄຫ່ ຂປລ. ເມື່ອບໍ່ດົນມານີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ສົນທະນາທາງໂທລະສັບກັບທ່ານ ລໍ ເຣນສວອງ(LawrenceWong) ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ສິງກະໂປ.  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ນາງ ປິ່ງຄຳ ລາຊະສິມມາ gxu f-5 fvq [Iq ,my fltfu dkog,n v'{dkoxq d7v'0A o8Q o .sh rtoa d'kos]a dcs]j 'dt-;' d8l ໃນໂອກາດດັ່ງກ່າວ, ທ່ານ ລໍ ເຣນສວອງໄດ້ສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໃນວັນທີ 5 ຕຸລາ 2026 ທີ່ຜ່ານມາ ແລະ ໄດ້ເຊື້ອເຊີນ ຢ້ຽມຢາມ ສ ສິງກະໂປ ຢ່າງເປັນ ທາງການໃນເວລາທີ່ເໝາະສົມ ຊຶ່ງ ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍ ແລະ ຄໍາເຊື້ອເຊີນດັ່ງກ່າວ, ພ້ອມທັງ ສະແດງຄວາມໝາຍໝັ້ນທີ່ຈະຮ່ວມ ເຮັດວຽກກັບຝ່າຍສິງກະໂປຢ່າງ ໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍການ ພົວພັນຮ່ວມມືຂອງສອງປະເທດໃຫ້ ຄັ້ງທີXI ປະຈຳປີ 2026 ໂດຍ ການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະ ການກົມການເມືອງສູນກາງ ພັກ, ປະທານສູນກາງແນວ ລາວສ້າງຊາດ, ມີພະເຖລານຸເຖລະ, ຄະນະນຳສູນກາງ ແນວລາວສ້າງຊາດ, ຫ້ອງວ່າ ການສຳນັກງານນາຍົກລັດ ຖະມົນຕີ, ພ້ອມດ້ວຍຄະນະ ຮັບຜິດຊອບຈັດກອງປະຊຸມ ຂອງທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນ ທ່ານ ກິແກ້ວ ໄຂຄຳພິທູນ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ( ຂວາ ) ltrkcsj '-kf ry 9k]tokIj k'dq f\kp ;j kfh ;pdkoxq dxh v'g'o/kd lt[a [lh k'.\j y ຂປລ. ສະມາຄົມພັດທະນາ ກະສິກຳ ແລະ ຊ່ວຍເຫລືອສັງຄົມ (ADSA) ຮ່ວມກັບສະມາຄົມພັດ ທະນາຊຸມຊົນ ແລະ ສິ່ງແວດລ້ອມ ສອນໄຊ ສີພັນດອນ ປະທານສະ ພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ (ສະບັບສ້າງໃໝ່), ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ ປະກອບຄຳຄິດຄຳເຫັນໃສ່ຮ່າງ ກົດໝາຍດັ່ງກ່າວ, ເພື່ອໃຫ້ມີເນື້ອ ໃນສົມບູນ, ຄົບຖ້ວນສາມາດຈັດຕັ້ງ ປະຕິບັດວຽກງານປົກປ້ອງເງິນ ຝາກໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. g-a o[q f[a omb d7;k,g0Q k.9dj P;da [37'dko da o c]t 7;[75 ,dko]t[kf0v'rtpkf8y f8+ ພາບປະກອບ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 20/10/2026 xtgmf]k; ສະພາແຫ່ງຊາດ ພິຈາລະນາ...່ິ ເປີດຊຸດອົບຮົມທິດສະດີ...ີຸົົິີ ສສກ ສໍາເລັດຝຶກອົບຮົມ...ໍັຶົົ ເຊັນບົດບັນທຶກຄວາມເຂົ້າໃຈ...ັົັຶົ້ ປຶກສາການກະກຽມ...ຶ ນາຍົກລັດຖະມົນຕີ...ົັົີ ຂປລ. ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເປີດ ຊຸດຝຶກອົບຮົມທິດສະດີການເມືອງ ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ ໜ້າ. ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຢືນ ຢັນທີ່ຈະໃຫ້ການສະໜັບສະໜູນ ແລະ ການຮ່ວມມືຢ່າງເຕັມທີ່ຕໍ່ການ ເປັນປະທານອາຊຽນຂອງສິງກະ ໂປ ໃນປີ 2027 ທີ່ຈະມາເຖິງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈໄປຍັງສິງກະໂປ ທີ່ໄດ້ ໃຫ້ການສະໜັບສະໜູນໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ. ສອງຝ່າຍໄດ້ເຫັນດີເປັນເອກະ ພາບ ແລະ ຕີລາຄາສູງຕໍ່ການພົວພັນ ຮ່ວມມືລະຫວ່າງສອງປະເທດຕະ ຫລອດໄລຍະ 52 ປີຜ່ານມາ ທີ່ໄດ້ ຮັບການເສີມຂະຫຍາຍ ແລະ ພັດ ທະນາຂຶ້ນເປັນກ້າວໆ ຊຶ່ງສະແດງ ອອກໃນການພົບປະແລກປ່ຽນການ ຢ້ຽມຢາມລະຫວ່າງການນຳຂັ້ນ ສູງຂອງສອງປະເທດຢ່າງເປັນປົກ ກະຕິລວມເຖິງການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ທີ່ນັບ ມື້ນັບເພີ່ມຂຶ້ນ. ສອງຝ່າຍໄດ້ປຶກສາ ຫາລືກ່ຽວກັບການເສີມຂະຫຍາຍ ການພົວພັນຮ່ວມມືໃນຕໍ່ໜ້າເປັນຕົ້ນ ແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ ສະອາດ, ການພັດທະນາຊັບພະຍາ ກອນມະນຸດ, ສິນເຊື່ອກາກບອນ ແລະ ຂົງເຂດອື່ນໆ. ສປປ ລາວ ແລະ ສ ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນການທູດ ຮ່ວມກັນໃນວັນທີ 2 ທັນວາ 1974. ປັດຈຸບັນ, ສິງກະໂປ ຈັດເປັນອັນດັບ ທີ 9 ຂອງການລົງທຶນໂດຍກົງຈາກ ຕ່າງປະເທດ (FDI) ໃນ ສປປ ລາວ ໂດຍມີມູນຄ່າການລົງທຶນລວມ 409 ລ້ານໂດລາສະຫະລັດ. ນັບ ແຕ່ປີ 2021-2025, ມູນຄ່າການ ຄ້າສອງຝ່າຍລະຫວ່າງ ລາວ ແລະ ສິງກະໂປ ມີມູນຄ່າລວມປະມານ 870 ລ້ານໂດລາສະຫະລັດ. ມາເຖິງ ປັດຈຸບັນ, ມີພະນັກງານລັດຖະກອນ ຂອງ ສປປ ລາວ ຫລາຍກວ່າ 17.202 ຄົນ ໄດ້ເຂົ້າຮ່ວມ ແລະ ໄດ້ ຮັບຜົນປະໂຫຍດຈາກການຝຶກອົບ ຮົມໄລຍະສັ້ນພາຍໃຕ້ໂຄງການ ຮ່ວມມືສິງກະໂປ (Singapore Cooperation Programs - SCP) ແລະ ຂໍ້ລິເລີ່ມເພື່ອການ ເຊື່ອມໂຍງອາຊຽນ (Initiative for ASEAN Integration - IAI) ນັບຕັ້ງແຕ່ປີ 1992 ເປັນ ຕົ້ນມາ. ປັດຈຸບັນ, ມີສາຍການບິນ ໂດຍກົງ ສິງກະໂປ-ລາວ (Scoot Airlines) ຈຳນວນ 3 ຖ້ຽວບິນ/ ອາທິດ ແລະ ມີແຜນທີ່ຈະເປີດຖ້ຽວ ບິນເພີ່ມ ເປັນ 5 ຖ້ຽວບິນ/ອາທິດ. ມາຂອງກອງປະຊຸມໂຕະມົນພຸດທະ ສາສະໜາໜານໄຫ່ວ່າ: ກອງປະຊຸມ ຄັ້ງທີ 1 ຈັດຂຶ້ນປີ 2016 ຢູ່ວັດຫົງ ຟ້າ ຕັ້ງຢູ່ແຄມຝັ່ງທະເລໜານໄຫ່ ນະ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຈັນທາ ອ່ອນວຽງໄຊ ຫົວໜ້າສະຖາບັນຄົ້ນຄວ້າວຽກງານ ຈັດຕັ້ງ ແລະ ການປົກຄອງຄະນະ ຈັດຕັ້ງສູນກາງພັກ ແລະ ທ່ານ ລຳພູນ ຫລວງໄຊ ຫົວໜ້າກົມພັດ ທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ, ສຳນັກ ພິມສຶກສາ ແລະ ກິລາ ແລະ ສູນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ຄະນະຮັບຜິດ ຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາອອນ ພອນປະເສີດ ຮອງຫົວໜ້າກົມກວດກາຕາງໜ້າ ຄະນະຮັບຜິດຊອບຊຸດຝຶກອົບຮົມ ໃນຄັ້ງນີ້ ມີໄລຍະການຈັດຕັ້ງປະຕິ ບັດໂຄງການທັງໝົດ 3 ປີ ນັບແຕ່ ມື້ອະນຸມັດຈົນຮອດເດືອນທັນວາ ປີ 2028 , ເປົ້າໝາຍຫລັກຂອງກິດຈະ ກໍາໂຄງການແມ່ນເສີມສ້າງຄວາມ ອາດສາມາດຂອງຫ້ອງວິເຄາະ ແຫ່ງຊາດ ໃນການກວດຫາ ແລະ ລະບຸລັກສະນະຂອງເຊື້ອພະຍາດ; ສ້າງຄວາມເຂັ້ມແຂງລະບົບການ ຄຸ້ມຄອງເຫດການສຸກເສີນດ້ານສາ ທາລະນະສຸກເພື່ອຮັບປະກັນການ ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງ ປະຕິບັດວຽກງານປົກປ້ອງເງິນ ຄອນເສິນເຈີ້ນ ແຂວງກວາງຕຸງ ສປ ຈີນ. ມາຮອດປັດຈຸບັນ, ກອງປະຊຸມ ໂຕະມົນດັ່ງກ່າວ ໄດ້ຍົກລະດັບຂຶ້ນ ເລື້ອຍໆ, ຈັດຂຶ້ນແລ້ວ 10 ຄັ້ງ ແລະ ເຄື່ອນຍ້າຍໄປຈັດຢູ່ຕ່າງປະເທດ 3 ຄັ້ງຄື ຄັ້ງທີ VII, ຄັ້ງທີ VIII, ຄັ້ງ ທີ IX ແລະ ຄັ້ງທີ XI ນີ້ ຈະຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ ສປປ ລາວ ໂດຍຈະມີຜູ້ແທນຈາກ 31 ປະເທດເຂົ້າຮ່ວມ. ຈາກນັ້ນ, ຜູ້ເຂົ້າ ຮ່ວມໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງ ໄປກົງມາກ່ຽວກັບການກຳນົດທິດ ທາງ, ວາລະກອງປະຊຸມ, ດ້ານເນື້ອ ໃນ, ວຽກງານປ້ອງກັນຄວາມປອດ ໄພຕະຫລອດຮອດການປະສານ ງານລະຫວ່າງສອງຝ່າຍ ລາວ-ຈີນ, ຈີນ-ລາວ ເພື່ອຮັບປະກັນຄວາມ ພ້ອມຮອບດ້ານໃນການຈັດກອງ ປະຊຸມດັ່ງກ່າວ. ໂອກາດນີ້, ທ່ານປະທານສູນ ກາງແນວລາວສ້າງຊາດ ໄດ້ກ່າວ ຊົມເຊີຍຕໍ່ຄະນະຮັບຜິດຊອບຂອງ ທັງສອງຝ່າຍທີ່ໄດ້ມີການປະສານ ງານ ແລະ ກະກຽມຄວາມພ້ອມໃນ ໄລຍະຜ່ານມາ ພ້ອມທັງໄດ້ເນັ້ນຕື່ມ ວ່າ: ກອງປະຊຸມໂຕະມົນສາສະໜາ ໜານໄຫ່ ຄັ້ງທີ XI ແມ່ນຢູ່ໃນທ່າມ ກາງບັນຍາກາດທີ່ສອງປະເທດ ພວມສະເຫລີມສະຫລອງວັນສາຍ ພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ປີທ່ອງທ່ຽວ ລາວ-ຈີນ, ເປັນ ໄລຍະທີ່ອອກພັນສາ ແລະ ມີຜູ້ແທນ ຈາກຫລາຍປະເທດເຂົ້າຮ່ວມ. ສະ ນັ້ນ, ໃຫ້ຄະນະຮັບຜິດຊອບຂອງ ທັງສອງຝ່າຍກວດກາຄືນບັນດາ ວຽກງານປິ່ນອ້ອມຮອບດ້ານ ເພື່ອ ກຽມຄວາມພ້ອມທຸກດ້ານໃນການ ດຳເນີນກອງປະຊຸມ, ຖືເອົາໂອກາດ ນີ້ໂຄສະນາໃຫ້ກວ້າງຂວາງທົ່ວ ເຖິງ, ເລິກເຊິ່ງ; ເປັນເຈົ້າພາບທີ່ ດີທີ່ສຸດ ແລະ ຖືເອົາໂອກາດນີ້ ເຜີຍແຜ່, ຍົກລະດັບບົດບາດ ສປປ ລາວ ໂດຍສະເພາະແມ່ນເຜີຍແຜ່ ວັດທະນະທຳອັນດີງາມອອກສູ່ ເວທີສາກົນ ແລະ ການທ່ອງທ່ຽວ ຂອງ ສປປ ລາວ ສູ່ສາຍຕາຊາວ ໂລກອີກດ້ວຍ. ຂ່າວ-ພາບ: ເຢ+ລີ ລາຍງານກ່ຽວກັບສະພາບການຝຶກ ອົບຮົມ ໂດຍໄດ້ດໍາເນີນເປັນເວລາ 5 ວັນ, ລວມ 35 ຊົ່ວໂມງ, ຜູ້ເຂົ້າ ຮ່ວມທັງໝົດ 41 ທ່ານ, ຍິງ 8 ທ່ານ. ໃນນັ້ນ, ຂັ້ນກະຊວງ ຈໍານວນ 23 ທ່ານ, ຍິງ 8 ທ່ານ; ຂັ້ນແຂວງ ຈໍາ ນວນ 14 ທ່ານ ແລະ ຂັ້ນມະຫາວິ ທະຍາໄລ 4 ທ່ານ. ການຝຶກອົບ ຮົມໄດ້ຮັບການຖ່າຍຖອດ ແລະ ແລກປ່ຽນບົດຮຽນຈາກວິທະຍາ ກອນທີ່ມີປະສົບການຈາກຄະນະ ຈັດຕັ້ງສູນກາງພັກ, ຄູຝຶກຮັບເຊີນ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ຫ້ອງວ່າການ ສູນກາງພັກ, ຫ້ອງການສຳນັກ ງານນາຍົກລັດຖະມົນຕີ, ກະຊວງ ການເງິນ, ອົງການກວດກາແຫ່ງ ລັດ ແລະ ອົງການຕ້ານສໍ້ລາດບັງ ຫລວງຂັ້ນສູນກາງ, ຄູຝຶກຈາກກະ ຊວງສຶກສາທິການ ແລະ ກິລາ. ຜົນສໍາລັບຂອງການຝຶກອົບຮົມ ໃນຄັ້ງນີ້ ແມ່ນຢູ່ໃນລະດັບດີຫາດີ ຫລາຍ ໂດຍສະເພາະໃນດ້ານເນື້ອ ໃນບົດຮຽນ, ຄວາມຮັບຮູ້ ແລະ ເຂົ້າໃຈຜູ້ເຂົ້າຮ່ວມຝຶກອົບຮົມ, ດ້ານ ເນື້ອໃນມີທັດສະນະຫລັກໝັ້ນການ ເມືອງໜັກແໜ້ນ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງສາມາດເຊື່ອມຊຶມກໍາແໜ້ນ ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມບຸກບືນຫ້າວຫັນປະຕິບັດ ໜ້າທີ່ວຽກງານການເມືອງຂອງ ຕົນ ກໍຄື ການຍາດແຍ່ງເອົາຄວາມຮູ້ ນຳວິທະຍາກອນ, ເຊື່ອໝັ້ນຕໍ່ກໍາລັງ ແຮງ ແລະ ສະຕິປັນຍາຂອງວິທະຍາ ກອນ, ກ້າຄິດ, ກ້າຕັ້ງບັນຫາ ແລະ ກ້າຮັບຜິດຊອບຕໍ່ການແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ແລະ ກົງໄປກົງມາເຮັດໃຫ້ບັນຍາກາດ ການຝຶກອົບຮົມມີຄວາມສໍາຄັນ ແລະ ມີຄວາມເຂົ້າໃຈໃນດ້ານເນື້ອ ໃນຢ່າງຈະແຈ້ງຊັດເຈນ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາ ໄດ້ໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ຜູ້ບໍລິ ຫານລະດັບສູງຂັ້ນຮອງຫົວໜ້າກົມ ຖອດຖອນບົດຮຽນກ່ຽວກັບກວຽກ ງານການຈັດຕັ້ງປະຕິບັດການສະ ເຫລີມສະຫລອງວັນຄູແຫ່ງຊາດ, ການພັດທະນາການສຶກສາ, ການ ຍົກລະດັບກຽດສັກສີຂອງຄູ-ອາ ຈານ, ການແກ້ໄຂບັນຫາໂຮງຮຽນ ໃນເຂດຫ່າງໄກສອກຫລີກ, ການ ສົ່ງເສີມໂຮງຮຽນພອນສະຫວັນ ແລະ ການຄັດເລືອກນັກຮຽນເກັ່ງ, ພ້ອມທັງເນັ້ນໃຫ້ທຸກພາກສ່ວນ ເອົາໃຈໃສ່ປັບປຸງຄຸນນະພາບການ ຮຽນ-ການສອນ ແລະ ການໂຄສະ ນາຜົນງານດ້ານການສຶກສາໃຫ້ມີ ຄວາມຕື່ນຕົວ ແລະ ມີການຫັນປ່ຽນ ໄປໃນທາງທີ່ດີຂຶ້ນຢ່າງແທ້ຈິງ. ຂ່າວ-ພາບ: ບົວລະພາ ຝາກໄລຍະຜ່ານມາ ຊຶ່ງຖືເປັນວຽກ ງານໜຶ່ງທີ່ມີຄວາມສຳຄັນຕໍ່ລະບົບ ສະຖາບັນການເງິນ ແລະ ການ ຮັກສາສະຖຽນລະພາບທາງດ້ານ ການເງິນຂອງຫລາຍປະເທດໃນ ໂລກ ລວມທັງ ສປປ ລາວ ຊຶ່ງ ເປັນສ່ວນໜຶ່ງໃນການສ້າງຄວາມ ເຂັ້ມແຂງໃຫ້ແກ່ຕາໜ່າງຄວາມ ປອດໄພທາງດ້ານການເງິນເຖິງ ຢ່າງໃດກໍຕາມ, ເຫັນວ່າຍັງມີບາງ ດ້ານທີ່ເປັນຂໍ້ຈຳກັດ ແລະ ສ້າງ ຄວາມຫຍຸ້ງຍາກໃຫ້ແກ່ການຈັດຕັ້ງ ປະຕິບັດວຽກງານປົກປ້ອງເງິນ ຝາກເປັນຕົ້ນແມ່ນການເຄື່ອນໄຫວ ຂອງສຳນັກງານປົກປ້ອງເງິນ ຝາກ (ສປງ) ແລະ ພາກສ່ວນ ທີ່ກ່ຽວຂ້ອງໃນຕາໜ່າງຄວາມ ປອດ ໄ ພທ າ ງ ດ້ າ ນກ າ ນ ເ ງິນ (ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ສປງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ) ຍັງ ບໍ່ທັນໄດ້ກຳນົດສິດ ແລະ ໜ້າທີ່ ລະອຽດຢູ່ໃນດໍາລັດວ່າດ້ວຍການ ປົກປ້ອງເງິນຝາກເປັນຕົ້ນຫລັກ ການກ່ຽວກັບການແລກປ່ຽນ ຂໍ້ມູນ ຂ່າວສານ, ການວາງແຜນຮັບມື ກັບພາວະວິກິດ, ການຈໍາລອງ ເຫດການຈ່າຍເງິນປົກປ້ອງໃນ ເວລາສະມາຊິກຕົກຢູ່ໃນສະພາວະ ລົ້ມລະລາຍ ຊຶ່ງບັນດາຫລັກການ ເຫລົ່ານັ້ນຖືເປັນສ່ວນໜຶ່ງໃນການ ສ້າງຄວາມເຂັ້ມແຂງຂອງລະບົບ ຕາໜ່າງຄວາມປອດໄພທາງດ້ານ ການເງິນຢູ່ ສປປ ລາວ ເພື່ອເຮັດ ໃຫ້ວຽກງານປົກປ້ອງເງິນຝາກ ປະຕິບັດໄດ້ຢ່າງຄ່ອງຕົວ ແລະ ມີ ປະສິດທິພາບ ແລະ ປະສິດທິຜົນ; ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍ ການປົກປ້ອງເງິນຝາກໃນການ ຄຸ້ມຄອງບັນດາສະມາຊິກ ໂດຍສະ ເພາະທະນາຄານທຸລະກິດຍັງບໍ່ສາ ມາດປະຕິບັດໄດ້ຢ່າງເຕັມສ່ວນ ເນື່ອງຈາກສະມາຊິກເຄື່ອນໄຫວ ພາຍໃຕ້ນິຕິກຳຂັ້ນກົດໝາຍ ຊຶ່ງ ສູງກວ່າດຳລັດ ເປັນຕົ້ນໃນກໍລະນີ ທີ່ຕ້ອງມີການຊຳລະສະສາງ ຫລື ເຂົ້າໄປແກ້ໄຂວິກິດການຂອງສະມາ ຊິກ, ການນຳໃຊ້ນິຕິກຳໃນຂັ້ນດຳ ລັດ ເຮັດໃຫ້ບໍ່ສາມາດປະຕິບັດວຽກ ງານໄດ້ຢ່າງເດັດຂາດໃນບາງກໍລະ ນີ ໂດຍສະເພາະກ່ຽວກັບການລົ້ມ ລະລາຍຂອງສະມາຊິກ. ຮ່າງກົດໝາຍວ່າດ້ວຍການປົກ ປ້ອງເງິນຝາກ ສະບັບສ້າງໃໝ່ ປະກອບມີ 8 ມາດຕາ, 8 ໝວດ, 66 ມາດຕາ ຫາກຖືກຮັບຮອງ ແລະ ປະກາດໃຊ້ຈະເປັນບ່ອນອີງໃນການ ຜັນຂະຫຍາຍນິຕິກໍາລຸ່ມກົດໝາຍ ເພື່ອຈັດຕັ້ງປະຕິບັດວຽກງານປົກ ປ້ອງເງິນຝາກ ເຮັດໃຫ້ການເຄື່ອນ ໄຫວຢ່າງມີປະສິດທິພາບ ແລະ ປະ ສິດທິຜົນຍິ່ງຂຶ້ນທັງເປັນການປັບປຸງ ແລະ ພັດທະນາການຄຸ້ມຄອງຂອງ ສປງ ກໍຄື ທຫລ ມີຄວາມເຂັ້ມແຂງ ເປັນຕົ້ນສາມາດນໍາໃຊ້ເຄື່ອງມືໃນ ການຄຸ້ມຄອງຕາມລະບຽບການ, ຫລັກການ, ເປັນບ່ອນອີງໃນການ ພັດທະນາເຄື່ອງມືຄຸ້ມຄອງຕາມ ຄວາມສ່ຽງຂອງສະມາຊິກທີ່ເປັນ ທະນາຄານທຸລະກິດ ແລະ ສະຖາບັນ ການເງິນທີ່ຮັບຝາກໃດໜຶ່ງໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ ໃນແຕ່ລະໄລຍະ; ສາມາດກຳນົດ ອັດຕາເບ້ຍປະກັນເງິນຝາກໄດ້ຢືດ ຢຸນຂຶ້ນ ໂດຍສະເພາະການເກັບ ເບ້ຍປະກັນເງິນຝາກຕາມປະເພດ ຄວາມສ່ຽງຂອງສະມາຊິກໝາຍ ວ່າສະມາຊິກໃດທີ່ມີຄວາມສ່ຽງ ຕໍ່າກໍເກັບເບ້ຍປະກັນເງິນຝາກໃນ ອັດຕາທີ່ຕໍ່າ ແລະ ຖ້າມີຄວາມສ່ຽງ ສູງກໍເກັບເບ້ຍປະກັນເງິນຝາກໃນ ອັດຕາທີ່ສູງແຕ່ບໍ່ເກີນເພດານໜຶ່ງ ສ່ວນຮ້ອຍ(1%) ທີ່ກຳນົດໄວ້ ໃນມາດຕາ II ຂອງຮ່າງກົດໝາຍ ສະບັບນີ້, ພ້ອມທັງ, ເປັນການຊ່ວຍ ໃຫ້ເຂົາເຈົ້າສາມາດປັບປຸງການ ບໍລິຫານພາຍໃນຕົນເອງໃຫ້ດີຂຶ້ນ. ພ້ອມທັງ, ເປັນການສ້າງຄວາມເຂັ້ມ ແຂງໃຫ້ສະມາຊິກເອງ ແລະ ບໍ່ເປັນ ການເອື່ອຍອີງງົບປະມານຈາກພາກ ລັດ ທີ່ຕ້ອງຮອງຮັບໃຫ້ແກ່ການ ທົດແທນເງິນຝາກທີ່ບໍ່ພຽງພໍ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງຜູ້ຝາກເງິນ ເພື່ອ ຮັບປະກັນໃຫ້ວົງເງິນປົກປ້ອງສູງ ສຸດບໍ່ໃຫ້ຫລຸດສາມເທົ່າຂອງລວມ ຍອດຜະລິດຕະພັນພາຍໃນສະເລ່ຍ ຕໍ່ຫົວຄົນ ແລະ ສາມາດປົກປ້ອງຜູ້ ຝາກເງິນບໍ່ຫລຸດເກົ້າສິບສ່ວນຮ້ອຍ (90%) ຂອງຜູ້ຝາກເງິນທີ່ໄດ້ຮັບ ການປົກປ້ອງທັງໝົດ. ນອກຈາກນີ້, ຍັງເປັນການເພີ່ມຄວາມເຊື່ອໝັ້ນໃຫ້ ແກ່ຜູ້ຝາກເງິນ ແລະ ສັງຄົມຕໍ່ລະບົບ ສະຖາບັນການເງິນຕື່ມອີກ. ຂ່າວ: ກິດຕາ; ພາບ: ເກດສະໜາ ກຽມຄວາມພ້ອມ ແລະ ປະສານ ງານໃນການໂຕ້ຕອບການລະບາດ ໂດຍນໍາໃຊ້ກອບແຜນງານຂອງ ຍຸດທະສາດ 7-1-7; ເພີ່ມທະວີ ສ້າງຄວາມເຂັ້ມແຂງວຽກງານເຝົ້າ ລະວັງເພື່ອຄົ້ນຫາພະຍາດຊຶມເຊື້ອທີ່ ເກີດຂຶ້ນໃໝ່ແຕ່ຫົວທີ; ເສີມສ້າງມາດ ຕະການຄວາມປອດໄພ ແລະ ຄວາມ ໝັ້ນຄົງທາງດ້ານຊີວະພາບໃນຫ້ອງ ວິເຄາະ ແລະ ສະຖານທີ່ບໍລິການ ສາທາລະນະສຸກ; ສົ່ງເສີມການເຂົ້າ ເຖິງການບໍລິການກວດຊອກຫາເຊື້ອ ເຮສໄອວີ, ປິ່ນປົວ ແລະ ເບິ່ງແຍງ ດູແລຄົນຕິດເຊື້ອ ແລະ ປັບປຸງລະບົບ ຂໍ້ມູນ HIV. ຜູ້ຄຸ້ມຄອງ ແລະ ຊີ້ນຳລວມ ໂຄງການແມ່ນກະຊວງສາທາລະ ນະສຸກ ຕາງໜ້າໂດຍກົມຄວບຄຸມ ພະຍາດຕິດຕໍ່, ສູນວິເຄາະ ແລະ ລະ ບາດວິທະຍາ, ສູນຕ້ານເອດ ແລະ ວັນນະໂລກ ເປັນຜູ້ຈັດຕັ້ງປະຕິບັດ ກິດຈະກຳຕົວຈິງຮ່ວມກັບທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ FHI360. ຂໍ້ມູນ-ພາບ: ສູນຂ່າວສານການແພດ ສຸຂະສຶກສາ. ແລະ ການປົກຄອງ ຂັ້ນຕົ້ນ ຊຸດທີ I ຂຶ້ນໃນວັນທີ 19 ຕຸລາ 2026 ໂດຍ ການເປັນປະທານຮ່ວມຂອງທ່ານ ສັນຕິສຸກ ສິມມາລາວົງ ເລຂາຄະນະ ບໍລະຫານງານພັກ, ລັດຖະມົນຕີກະ ຊວງ ກຕສ, ທ່ານ ຄຳໃບ ມາລາສິງ ຄະນະປະຈຳພັກ, ປະທານຄະນະ ກວດກາພັກ, ຮອງຫົວໜ້າສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ, ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ. ການຈັດຝຶກອົບຮົມຄັ້ງນີ້, ແນໃສ່ ເຮັດໃຫ້ພະນັກງານຫລັກແຫລ່ງໄດ້ ຍົກລະດັບຄວາມຮູ້ຄວາມເຂົ້າໃຈ ທາງດ້ານທິດສະດີການເມືອງ, ສ້າງຄວາມເປັນເອກະພາບຕໍ່ແນວ ທາງນະໂຍບາຍຂອງພັກ, ເຂົ້າໃຈ ລະບຽບກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມ, ຕະຫລອດຮອດ ການຍົກສູງຄວາມຮູ້ດ້ານການບໍລິ ຫານຈັດການພາຍໃນຫ້ອງການ ແລະ ທັກສະການເປັນຜູ້ນຳ. ການ ຈັດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະ ໄດ້ສຶກສາຄົ້ນຄວ້າ ແລະ ຜ່ານການ ຮຽນຮູ້ນຳພາໂດຍຄູ-ອາຈານຊົງ ຄຸນວຸທິຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ດ້ວຍ 6 ວິຊາຫລັກ ຄື: ວິຊາປັດຊະຍາ ເປັນຕົ້ນແມ່ນເຂົ້າໃຈພື້ນຖານປັດ ຊະຍາມາກ-ເລນິນ ແລະ ການໝູນ ໃຊ້ເຂົ້າໃນວຽກງານຕົວຈິງ; ວິຊາ ເສດຖະສາດການເມືອງ ເພື່ອສຶກ ສາການພົວພັນການຜະລິດ ແລະ ກົດເກນການເຄື່ອນເໜັງຂອງເສດ ຖະກິດ-ສັງຄົມ; ວິຊາລັດທິສັງຄົມ ນິຍົມວິທະຍາສາດການກໍ່ສ້າງສັງ ຄົມນິຍົມ, ບັນຫາຊົນຊັ້ນ, ຊົນເຜົ່າ, ສາສະໜາ ແລະ ການປ້ອງກັນຕ້ານ ຍຸດທະສາດຫັນປ່ຽນໂດຍສັນຕິ; ວິຊາຄຸ້ມຄອງບໍລິຫານລັດ ເປັນຕົ້ນ ຫລັກມູນການບໍລິຫານລັດ, ທິດສະດີ ລັດ-ກົດໝາຍ ແລະ ການບໍລິຫານ ອົງກອນ; ວິຊາປະຫວັດສາດ ແລະ ກໍ່ສ້າງພັກ ໂດຍໄດ້ຮຽນຮູ້ມູນເຊື້ອ ການກຳເນີດ ແລະ ການເຄື່ອນໄຫວ ຕໍ່ສູ້ຂອງພັກ; ວິຊາແນວຄິດໄກສອນ ພົມວິຫານ ສຶກສາຊີວິດ, ພາລະກິດ ແລະແນວຄິດຂອງປະທານໄກສອນ ພົມວິຫານ ກ່ຽວກັບວຽກງານພະ ນັກງານ ແລະ ການສ້າງສາພັດທະ ນາປະເທດຊາດ. ນອກຈາກການຮຽນທິດສະດີໃນ ຫ້ອງແລ້ວ, ສໍາມະນາກອນຍັງຈະ ໄດ້ໄປທັດສະສຶກສານອກສະຖານທີ່ ເພື່ອເກັບກຳຂໍ້ມູນຕົວຈິງ, ຈັດຕັ້ງ 2 ຂະບວນການເຮັດກິດຈະກຳເປັນຈຸ- ເປັນໜ່ວຍສ້າງບັນຍາກາດຟົດຟື້ນ, ພ້ອມທັງຈະໄດ້ຂຽນ ແລະ ປ້ອງກັນ ບົດຈົບຊັ້ນ ເພື່ອຢັ້ງຢືນເຖິງຄວາມຮູ້ ຄວາມສາມາດ ແລະ ການກຳແໜ້ນ ບົດຮຽນ ພ້ອມນຳໄປໝູນໃຊ້ເຂົ້າໃນ ໜ້າທີ່ວຽກງານວິຊາສະເພາະຂອງ ຕົນໃຫ້ມີປະສິດທິພາບສູງສຸດ. ຂ່າວ: ໜັງສືພິມວຽງຈັນໃໝ່.

20/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ສຸວັນໂນ ທະລັງສີຸັັີ ບົດສະເໜີົີ ໂດຍ: ສຸວັນໂນ ທະລັງສີຸັັີ 7tot ll- g0fg]n vd8A 'mu 4 ,u zq o'korQ ogfaj os]kpfh ko 45 xu csj 'dkodegou f c]t g8u [.spj 0tspkp8q ; 0v'dv'rq omtskoIk[mu 2 ຂປລ. ຄະນະສະມາຊິກສະພາ ແຫ່ງຊາດ (ສສຊ) ປະຈຳເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ ເອົາໃຈໃສ່ປະຕິບັດສິດ ແລະ ພາລະ ບົດບາດຕາມທີ່ກົດໝາຍກຳນົດ ໂດຍສຸມໃສ່ວຽກງານນິຕິກຳ, ການ ຕັດສິນບັນຫາສຳຄັນຂອງທ້ອງ ຖິ່ນ, ການຕິດຕາມກວດກາ, ການ ເຜີຍແຜ່ຜົນການປະຊຸມສະພາແຫ່ງ ຊາດ ແລະ ການຮັບຟັງຄຳສະເໜີ ຂອງປະຊາຊົນ ຊຶ່ງມີຜົນງານພົ້ນ ເດັ່ນຫລາຍດ້ານ. ທ່ານ ນາງ ຄຳໝັ້ນ ແກ້ວບຸນ ຫວນ ຮອງປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ໃຫ້ສຳພາດໃນໂອກາດ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວ່າ: ໄລຍະຜ່ານມາ ຄະນະ ສສຊ ໄດ້ສຸມໃສ່ປະຕິບັດ 3 ພາລະ ບົດບາດຕົ້ນຕໍ ຕາມທີ່ກົດໝາຍກຳ ນົດ ພ້ອມທັງປະສານສົມທົບກັບອົງ ການປົກຄອງຂັ້ນທ້ອງຖິ່ນ ເພື່ອ ແກ້ໄຂບັນຫາ ແລະ ຕອບສະໜອງ ຄວາມຕ້ອງການຂອງປະຊາຊົນ. ສຳລັບວຽກງານນິຕິກຳ ຄະນະ ສສຊ ໄດ້ເຂົ້າຮ່ວມກອງປະຊຸມພິ ຈາລະນາຮັບຮອງບັນດາວຽກງານ ນິຕິກຳທີ່ສຳຄັນຂອງຊາດ ພ້ອມທັງ ເປັນເຈົ້າການຄົ້ນຄວ້າ ແລະ ພິຈາ ລະນາບັນດານິຕິກຳລຸ່ມກົດໝາຍ ຂປລ. ກອງາພົນທີ 2 ເປັນກຳ ລັງສຳຄັນໜຶ່ງຂອງກອງທັບປະຊາ ຊົນລາວ ທີ່ຜ່ານຂະບວນການກໍ່ ສ້າງ, ຝຶກຝົນຫລໍ່ຫລອມ ແລະ ເຕີບ ໃຫຍ່ຂະຫຍາຍຕົວເປັນເວລາ 45 ປີ. ຕະຫລອດໄລຍະຜ່ານມາ, ກອງ ພົນທີ 2 ໄດ້ຍຶດໝັ້ນຕໍ່ພາລະໜ້າທີ່ ການເມືອງທີ່ຂັ້ນເທິງມອບໝາຍ, ສຸມໃສ່ປົກປັກຮັກສາຊາຍແດນ, ຮັກ ສາຄວາມສະຫງົບປອດໄພ, ສ້າງ ກົມກອງໃຫ້ເຂັ້ມແຂງຮອບດ້ານ ແລະ ສ້າງມູນເຊື້ອອັນດີງາມສືບ ທອດຈາກຮຸ່ນສູ່ຮຸ່ນ. ກອງພົນທີ 2 ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນ ທາງການ ໃນວັນທີ12 ຕຸລາ 1981 ຢູ່ທີ່ກອງບັນຊາການທະຫານເຂດ ເໜືອ ແຂວງຫລວງພະບາງ. ໃນ ໂອກາດນັ້ນ, ສະຫາຍ ພົນຈັດຕະວາ ອິນກອງ ມະຫາວົງ ຮອງກົມໃຫຍ່ ການເມືອງກອງທັບ, ຕາງໜ້າກະ ຊວງປ້ອງກັນປະເທດ ຂຶ້ນອ່ານຂໍ້ ຕົກລົງ ວ່າດ້ວຍການສ້າງຕັ້ງກອງ ພົນທີ 2 ຊຶ່ງໃນເບື້ອງຕົ້ນ, ກອງ ພົນທີ 2 ແມ່ນຕັ້ງຢູ່ບ້ານແກ້ງເບັນ, ເມືອງປາກອູ, ແຂວງຫລວງພະ ບາງ. ຕໍ່ມາ, ຍ້ອນສະພາບມີການ ປ່ຽນແປງ ຈຶ່ງໄດ້ມີການຍົກຍ້າຍທີ່ ຕັ້ງກົມກອງຫລາຍຄັ້ງ. ຈົນມາຮອດ ເດືອນພະຈິກ 1994, ບັນດາກົມ ກອງ ແລະ ສໍານັກງານກອງພົນ ໄດ້ ຍ້າຍມາຕັ້ງຢູ່ບ້ານໂພນໄຊ, ເມືອງ ໄຊຍະບູລີ, ແຂວງໄຊຍະບູລີ ຈົນ ເຖິງປັດຈຸບັນ. ຕະຫລອດ 45 ປີ ຜ່ານມາ, ກອງພົນທີ 2 ໄດ້ຜ່ານຂະ ບວນການຕໍ່ສູ້, ການກໍ່ສ້າງ ແລະ ການພັດທະນາມາຢ່າງຕໍ່ເນ່ືອງ, ສາ ມາດປະຕິບັດພາລະໜ້າທີ່ສໍາຄັນ ປ້ອງກັນຊາຍແດນທິດຕາເວັນຕົກ ສ່ຽງເໜືອ ແລະ ຮັກສາຄວາມສະ ຫງົບປອດໄພເພື່ອຮັບປະກັນການ ດໍາລົງຊີວິດຂອງປະຊາຊົນໃຫ້ເປັນ ປົກກະຕິ. ສະຫາຍພົນຈັດຕະວາປະລິນຍາ ເອກ ຄຳຜິວ ມະນີວົງ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທີ 2 ໄດ້ໃຫ້ຮູ້ວ່າ: ໃນຕະ ຫລອດໄລຍະ 45 ປີ ແຫ່ງການກໍາ ເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສໍາເລັດໜ້າທີ່ການເມືອງຕາມ ການມອບໝາຍຂອງຂັ້ນເທິງ, ກອງ ພົນທີ 2, ສາມາດສ້າງໄດ້ 6 ມູນ ເຊື້ອທີ່ຕິດພັນມູນເຊື້ອອັນດີງາມ ຂອງກອງທັບຄື: ມູນເຊື້ອຕໍ່ສູ້ອົງ ອາດກ້າຫານ, ມູນເຊື້ອຊື່ສັດບໍລິສຸດ ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາ ຊົນລາວບັນດາເຜົ່າ, ມູນເຊື້ອປະຕິ ບັດມະຕິຄໍາສັ່ງຂອງຂັ້ນເທິງເດັດ ຂາດ, ໂດຍກົງ ແລະ ຮອບດ້ານ, ມູນ ເຊື້ອປັບປຸງກໍ່ສ້າງຕົນເອງ, ມູນເຊື້ອ ດ້ານສ້າງພະລາທິການ-ເຕັກນິກ ແລະມີມູນເຊື້ອພົວພັນຮ່ວມມືກັບອໍາ ນາດການປົກຄອງທ້ອງຖິ່ນ ແລະ ສາກົນ, ສາມາດປົກປັກຮັກສາເຂດ ຂອງທ້ອງຖິ່ນ ໃນແຜນການໄລຍະ 5 ປີ 2026-2030 ຈຳນວນ 27 ສະບັບ, ໃນນັ້ນ ມີ 20 ສະບັບສ້າງ ໃໝ່ແລະ 7 ສະບັບປັບປຸງ. ພ້ອມກັນ ນັ້ນ ຄະນະ ສສຊ ຍັງໄດ້ເຂົ້າຮ່ວມ ພິຈາລະນາຕັດສິນບັນຫາສຳຄັນ ຂອງທ້ອງຖິ່ນ ໂດຍສະເພາະໃນ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາປະຊາຊົນແຂວງ ຊຸດທີ V ຊຶ່ງໄດ້ພິຈາລະນາຮັບຮອງບັນດາ ຕຳແໜ່ງບຸກຄະລາກອນທີ່ສຳຄັນ ຂອງອົງການປົກຄອງແຂວງ ລວມ ທັງການສ້າງຕັ້ງກົງຈັກ ແລະ ບຸກ ຄະລາກອນຂອງສະພາປະຊາຊົນ ແຂວງ ຊຸດທີ V. ສ່ວນວຽກງານ ຕິດຕາມກວດກາຄະນະ ສສຊ ໄດ້ ນຳພາທີມງານວາງແຜນ ແລະ ລົງຕິດຕາມການຈັດຕັ້ງປະຕິບັດ ຄາດໝາຍທີ່ສະພາປະຊາຊົນແຂວງ ຮັບຮອງ ໂດຍກວມເອົາຂົງເຂດ ວັດທະນະທຳ-ສັງຄົມ, ເສດຖະກິດ ແລະ ການປົກປ້ອງກົດໝາຍ ໃນ 9 ພາກສ່ວນ. ນອກຈາກນີ້, ກໍໄດ້ເຄື່ອນ ໄຫວຕິດຕາມບັນດາໂຄງການ ການ ກໍ່ສ້າງພື້ນຖານໂຄງລ່າງ, ໂຄງ ການພັດທະນາລະດັບໃຫຍ່ ກໍຄື ການໄດ້ຮັບການອະນຸມັດຈາກລະ ດັບຊາດ ໂດຍທີ່ສະພາແຫ່ງຊາດ ເປັນຜູ້ຮັບ ຮອງທີ່ຈັດຕັ້ງປະຕິບັດ ຢູ່ທ້ອງຖິ່ນແຂວງອຸດົມໄຊ ສຳເລັດ ຢູ່ໃນ 4 ເມືອງເປັນຕົ້ນແມ່ນໂຄງ ການພັດທະນາພະລັງງານໄຟຟ້າ ແສງຕາເວັນ, ໂຄງການຂຸດຄົ້ນແຮ່ ຂອງບໍລິສັດລາວຊິນຫລົງ, ໂຄງ ການທີ່ກຳລັງສຶກສາ ຈະສ້າງເຂື່ອນ ໄຟຟ້າ ຢູ່ເມືອງປາກແບ່ງ ແລະ ໂຄງ ການເຂື່ອນໄຟຟ້ານ້ຳອູທີ່ເມືອງງາ. ນີ້ແມ່ນຜົນສຳເລັດການເຄື່ອນໄຫວ ຢູ່ເຂດເລືອກຕັ້ງແຂວງອຸດົມໄຊ. ນອກຈາກທີ່ກ່າວມາຂ້າງເທິງ ນັ້ນແລ້ວ, ຄະນະ ສສຊ ກໍໄດ້ນຳເອົາ ຜົນສຳເລັດຂອງກອງປະຊຸມຄັ້ງປະ ຖົມມະລືກ ຂອງສະພາແຫ່ງຊາດ ແລະ ກອງປະຊຸມວິສາມັນຄັ້ງທີ ໜຶ່ງ ຂອງສະພາແຫ່ງຊາດ ລົງໄປ ເຜີຍແຜ່ສູ່ພໍ່ແມ່ປະຊາຊົນຢູ່ຂັ້ນຮາກ ຖານໄດ້ 59 ຈຸດ ມີຜູ້ເຂົ້າຮ່ວມ ເກືອບ 5.000 ຄົນ. ການລົງໄປພົບ ປະຊາຊົນໃນແຕ່ລະຄັ້ງ ຍັງເປັນໂອ ກາດໃຫ້ຄະນະ ສສຊ ໄດ້ຮັບຟັງ ບັນດາຄຳຄິດຄຳເຫັນ, ຄຳສະເໜີ ແລກປ່ຽນ ຂອງພໍ່ແມ່ປະຊາຊົນຕໍ່ ການຈັດຕັ້ງປະຕິບັດໜ້າທີ່ຂອງອົງ ການປົກຄອງຢູ່ຂັ້ນທ້ອງຖິ່ນ ເພື່ອ ຮວບຮວມນຳໄປສະເໜີຕໍ່ສະພາ ແຫ່ງຊາດ ແລະ ລັດຖະບານ ພິຈາ ລະນາແກ້ໄຂຕາມຄວາມເໝາະສົມ. ອີກດ້ານໜຶ່ງ ຄະນະ ສສຊ ໄດ້ນຳ ເອົາວັດຖຸປັດໄຈໄປຊ່ວຍເຫລືອອົງ ການປົກຄອງບ້ານ, ຄອບຄົວທຸກ ຍາກ ແລະ ຄອບຄົວຜູ້ປະສົບໄພພິ ບັດ ລວມມູນຄ່າ 245 ລ້ານກີບ ເພື່ອ ບັນເທົາຄວາມຫຍຸ້ງຍາກແລະ ຊ່ວຍ ເຫລືອປະຊາຊົນທີ່ປະສົບບັນຫາ. ແນວໃດພໍດີ, ການເຂົ້າຮ່ວມ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຄະນະ ສສຊ ຕົນກໍໄດ້ນຳເອົາ ບັນດາຄຳຄິດຄຳເຫັນ ຈາກປະຊາ ຊົນຖິ່ນຂອງຕົນ ມາສະເໜີຜ່ານ ກອງປະຊຸມ ເປັນຕົ້ນແມ່ນສະເໜີໃຫ້ ພາກລັດຖະບານ ເອົາໃຈໃສ່ໃນ ການລົງຕິດຕາມ ຊຸກຍູ້ຢ່າງໃກ້ຊິດ ຕໍ່ບັນດາໂຄງການ ທີ່ໄດ້ຮັບການອະ ນຸມັດ ຈາກລັດຖະບານ ກໍຄືຮັບຮອງ ຈາກສະພາ ທີ່ດຳເນີນຈັດຕັ້ງປະຕິ ບັດຢູ່ ເພື່ອເຮັດແນວໃດການດຳ ເນີນໂຄງການ ໃຫ້ໄດ້ມີປະສິດທິ ພາບ, ປະສິດທິຜົນ ແລະ ສ້າງຜົນປະ ໂຫຍດຕໍ່ປະຊາຊົນກໍຄືປະເທດຊາດ. ນໍ້າແດນດິນ, ຄວາມເປັນເອກະ ລາດ, ອໍານາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຊາດໄວ້ ຢ່າງໝັ້ນຄົງ. ບັນດາມູນເຊື້ອເຫລົ່າ ນັ້ນ ເກີດຂຶ້ນຈາກພຶດຕິກໍາຕົວຈິງ ອັນແນ່ນອນ ແລະ ສັດຈະວິພາກ ຊຶ່ງ ຄະນະພັກ-ຄະນະບັນຊາກອງພົນ, ພະນັກງານ-ນັກຮົບໃນແຕ່ລະຮຸ້ນ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ຍອມເສຍສະລະເລືອດເນື້ອ ເພື່ອຄວາມຢູ່ເຢັນເປັນສຸກຂອງ ຊາດ ແລະ ຂອງປະຊາຊົນລາວ ບັນດາເຜົ່າ, ແມ່ນກຽດສັກສີອັນ ສູງສົ່ງ ທີ່ໄດ້ຮັບໃຊ້ຊາດ ຮັບໃຊ້ ປະຊາຊົນຢ່າງແທ້ຈິງ, ອັນພົ້ນເດັ່ນ ກອງພົນທີ 2 ມີມູນເຊື້ອໃນການ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍຖືເອົາການປະຢັດມັດທະຍັດ ເປັນສໍາຄັນ, ສຸມໃສ່ເພີ່ມພູມຜະລິດ ຜົນປູກຝັງ-ລ້ຽງ, ແກ້ໄຂຊີວິດ ການເປັນຢູ່ຂອງບັນດາກົມກອງ ໄດ້ດີ, ສາມາດຮັບປະກັນດ້ານຫ້ອງ ການ, ເຮືອນນອນ, ເຮືອນກິນ, ສະ ໂມສອນ, ລະບົບສາງຄັງແບບຖາ ວອນ90%,ໄດ້ຍູ້ແຮງຂະບວນການ ຜະລິດຂອງບັນດາກົມກອງ, ເຫລົ່າ ຮົບໃນທົ່ວກອງພົນ; ປັບປຸງຄືນ ໂຄງການປຸກສ້າງ, ໂຄງການສະ ໜອງນໍ້າດື່ມ, ນໍ້າປະປາ, ໂຮງສີເຂົ້າ ຂະໜາດກາງ ສາມາດຮັບປະກັນ ດ້ານສະບຽງອາຫານ ສະໜອງ ໃຫ້ເຮືອນຄົວລວມໄດ້ເປັນຢ່າງດີ. ຄຽງຄູ່ກັນນີ້, ກອງພົນທີ 2 ໄດ້ ມີການພົວພັນກັບອໍານາດການປົກ ຄອງທ້ອງຖິ່ນ ເພື່ອເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຢ່າງກົມກຽວ ສາມາດຮັບ ປະກັນສະຖຽນພາບທາງດ້ານການ ເມືອງ, ເສດຖະກິດ-ວັດທະນະທຳທໍາສັງຄົມ ຂອງແຂວງໄຊຍະບູລີ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນຕາມແນວທາງການ ຕ່າງປະເທດຂອງພັກ, ກອງພົນ ທີ 2 ໄດ້ສ້າງສາຍພົວພັນອັນດີ ງາມກັບເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ສະຫະພັນຣັດ ເຊຍ, ໂດຍມີການພົວພັນຮ່ວມມືກັບ ທະຫານເຂດ 2 ແລະ ກອງພົນ 316 ຂອງ ສສ ຫວຽດນາມ, ປຶກສາຫາ ລື ເເລກປ່ຽນສະພາບຈັດຕັ້ງຄະນະ ຜູ້ແທນໄປຢ້ຽມຢາມຖອດຖອນບົດ ຮຽນ ຍາດແຍ່ງການຊ່ວຍເຫລືອກໍ່ ສ້າງພະນັກງານ-ນັກຮົບວິຊາສະ ເພາະ, ວິຊາການໄດ້ຈໍານວນຫລາຍ. ຈາກຜົນງານທີ່ພົ້ນເດັ່ນໃນຕະ ຫລອດໄລຍະ 45 ປີ ຜ່ານມາ, ກອງ ພົນທີ 2 ໄດ້ຮັບການຍ້ອງຍໍປະເພດ ຫລຽນວິລະຊົນແຫ່ງຊາດ 28 ໜ່ວຍ, ບຸກຄົນ 11 ສະຫາຍ, ຫລຽນ ນາມມະຍົດນັກຮົບແຂ່ງຂັນ 33 ໜ່ວຍ, ກົມກອງພິລະອາດຫານ 10 ກົມກອງ, ຫລຽນໄຊອິດສະຫລະ ຊັ້ນ I; 35 ໜ່ວຍ, ຊັ້ນ II; 102 ໜ່ວຍ, ຊັ້ນ III; 301 ໜ່ວຍ, ຫລຽນ ໄຊປະຕິວັດຊະນະເລີດຊັ້ນ I; 16 ໜ່ວຍ, ຊັ້ນ II; 80 ໜ່ວຍ, ຊັ້ນ III; 150 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ I; 93 ໜ່ວຍ, ຊັ້ນ II; 663 ໜ່ວຍ, ຊັ້ນ III; 1.547 ໜ່ວຍ, ຫລຽນໄຊພິລະອາດຫານ ຊັ້ນ I; 28 ໜ່ວຍ, ຊັ້ນ II; 219 ໜ່ວຍ, ຊັ້ນ III; 685 ໜ່ວຍ, ຫລຽນໄຊຕໍ່ຕ້ານ ຝຣັ່ງ; 86 ໜ່ວຍ, ຫລຽນໄຊຕໍ່ຕ້ານ ອາເມລິກາ; 89 ໜ່ວຍ, ຫລຽນໄຊ ກາລະນຶກ 50 ປີ; 669 ໜ່ວຍ, ຫລຽນໄຊກາລະນຶກ 60 ປີ; 684 ໜ່ວຍ, ຫລຽນໄຊກາລະນຶກ 70 ປີ; 1.488 ໜ່ວຍ, ຫລຽນກາມິດຕະ ພາບ 46 ໜ່ວຍ, ໃບຍ້ອງຍໍລະດັບ ຊາດ 4 ໃບ,ໃບຍ້ອງຍໍລັດຖະບານ 2.503 ໃບ, ໃບຍ້ອງຍໍກະຊວງ ປ້ອງກັນປະເທດ 5.038 ໃບ, ໃບ ຍ້ອງຍໍ ຈາກກົມໃຫຍ່ການເມືອງ ກອງທັບ 5.504 ໃບ ຢ່າງສົມກຽດ. ເນື່ອງໃນໂອກາດວັນສ້າງຕັ້ງ ກອງພົນທີ 2 ຄົບຮອບ 45 ປີ ສະຫາຍ ພົນຈັດຕະວາ ປະລິນຍາ ເອກ ຄຳຜິວ ມະນີວົງ ຕາງໜ້າ ໃຫ້ ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບໃນທົ່ວກອງພົນທີ 2 ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ການ ນໍາພັກ-ລັດ, ຄະນະນໍາກະຊວງ ປ້ອງກັນປະເທດ ທີ່ໃຫ້ການຊີ້ນໍາ - ນໍາພາຢ່າງໃກ້ຊິດຕິດແທດ, ເຮັດ ໃຫ້ກອງພົນທີ 2 ສາມາດເຮັດສໍາ ເລັດໜ້າທີ່ການເມືອງຂອງຕົນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວເປັນ ກ້າວໆ, ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ຄະນະນໍາ ກະຊວງປ້ອງກັນປະເທດ ຈົ່ງມີສຸຂະ ພາບເຂັ້ມແຂງ, ສືບຕໍ່ຊີ້ນໍາ-ນໍາພາ ປະເທດຊາດໃຫ້ຮຸ່ງເຮືອງສີວິໄລ ແລະ ນໍາພາກອງທັບກ້າວຂຶ້ນເປັນ ກອງທັບປະຕິວັດທີ່ມີລະບຽບແຜນ ທັນສະໄໝເປັນກ້າວໆ, ອວຍພອນ ໃຫ້ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບ ໃນທົ່ວກອງພົນທີ 2 ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ ປົກປັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມຂອງກົມກອງໃຫ້ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອ ພັດທະນາປັບປຸງກໍ່ສ້າງກອງພົນທີ 2 ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ. ໂດຍ: ເຂົ້າຈານນ້ຳົ້້ 9kdr6 l6 ']k; l6 j s]Po7e]tfa [3]d dkg2{-k lh k'-nj lP'.sh -kf ຂປລ. ຈາກພູສູງລາວ ສູ່ຫລຽນ ຄຳລະດັບໂລກ ງານກາເຟ ແລະ ຊາ ບ້ານເຮົາ 2026 ໄດ້ອວດໂສມ 2 ຜະລິດຕະພັນຍອດນິຍົມປະກາຍ ຄວາມພູມໃຈຂອງຊາດ. ກາເຟແລະ ຊາລາວ ກຳລັງກ້າວພົ້ນຈາກການ ເປັນພຽງສິນຄ້າກະສິກຳໄປສູ່ການ ເປັນສິນຄ້າທີ່ສ້າງຊື່ສຽງ ແລະ ຄວາມພູມໃຈໃຫ້ແກ່ປະເທດຊາດ. ດ້ວຍເອກະລັກດ້ານກິ່ນຫອມ, ລົດ ຊາດ ແລະ ຄຸນນະພາບ, ຜະລິດຕະ ພັນກາເຟ ແລະ ຊາລາວ ໄດ້ຮັບການ ຢືນຢັນຈາກເວທີສາກົນ ແລະ ມີທ່າ ກ້າວສູ່ຕະຫລາດໂລກຢ່າງໝັ້ນຄົງ. ຫລ້າສຸດ, ພິທີເປີດງານບຸນກາເຟ ແລະ ຊາບ້ານເຮົາ ຄັ້ງທີ 2 ປະຈຳປີ 2026 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ນະຄອນຫລວງວຽງຈັນພາຍໃຕ້ຄຳ ຂວັນ: “ສອງລົດຊາດ,ໜຶ່ງການເດີນ ທາງ ຈາກຊາວສວນລາວສູ່ຜູ້ບໍລິ ໂພກທົ່ວໂລກ” ເພື່ອຮ່ວມສະເຫລີມ ສະຫລອງວັນກາເຟແລະຊາສາກົນ. ງານຄັ້ງນີ້ ໄດ້ຮັບກຽດຢ່າງສູງຈາກ ທ່ານ ລິນຄຳ ດວງສະຫວັນ ລັດຖະ ມົນຕີ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ, ທ່ານ ນາງ ປ້າ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະ ເທດ ແຫ່ງ ສປປ ລາວ, ພ້ອມດ້ວຍ ການນຳຂັ້ນສູງຈາກ4ແຂວງ(ຫົວ ພັນ, ຫລວງພະບາງ, ຈຳປາສັກ, ສາລາວັນ), ເອກອັກຄະລັດຖະທູດ ຝຣັ່ງ, ສະຫະພາບເອີຣົບປະຈຳ ສປປ ລາວ, ຊາວສວນ, ສະຫະກອນ ແລະ ຜູ້ປະກອບການເຂົ້າຮ່ວມ. ຄຸນນະພາບລະດັບໂລກ ທີ່ຢືນ ຢັນດ້ວຍລາງວັນກຽດຕິຍົດກາເຟ ແລະ ຊາລາວ ໄດ້ກາຍເປັນ “ສິນຄ້າ ຍຸດທະສາດ” ທີ່ສຳຄັນດ້ວຍເອກະ ລັກກິ່ນຫອມ, ລົດຊາດພິເສດສະ ເພາະຈາກຜືນແຜ່ນດິນອຸດົມສົມບູນ ຂອງລາວ ຊຶ່ງໄດ້ຮັບການຢັ້ງຢືນ ຜົນງານ ໃນເວທີສາກົນຢ່າງໜ້າພູມ ໃຈ. ພົ້ນເດັ່ນຊາຍອດອູ ຄວ້າຫລຽນ ຄຳລະດັບໂລກ ອັນໄດ້ສ້າງປະຫວັດ ສາດ ຊະນະເລີດການແຂ່ງຂັນຊາ ລະດັບໂລກ ທີ່ ສປ ຈີນ ໃນປີ 2025; ຊາຂາວແລະຊາແດງຜົ້ງສາລີຄວ້າ ອັນດັບ 2 ໃນງານວາງສະແດງຊາ ສາກົນຢູ່ຮົງກົງ(ສປຈີນ)ໃນເດືອນ ສິງຫາ 2026 ທີ່ຜ່ານມາ. ສຳລັບ ກາເຟລາວ ເຂັ້ມຂຸ້ນມີເອກະລັກສະ ເພາະຕົວຈາກແຫລ່ງຜະລິດທີ່ມີສະ ພາບອາກາດເໝາະສົມ, ເຮັດໃຫ້ມີ ກິ່ນຫອມ ແລະ ລົດຊາດໂດດເດັ່ນ. ຄວາມນິຍົມຈາກຕະຫລາດພາຍໃນ ແລະ ຕ່າງປະເທດ ກຳລັງຊ່ວຍເພີ່ມ ມູນຄ່າໃຫ້ແກ່ການຜົນຜະລິດ, ສ້າງ ລາຍຮັບມະຫາສານແລະສ້າງວຽກ ເຮັດງານທຳທີ່ໝັ້ນຄົງໃຫ້ແກ່ຊາວ ສວນລາວ. ການພັດທະນາຂະແໜງການນີ້ ບໍ່ພຽງແຕ່ຍົກລະດັບເສດຖະກິດສັງຄົມ ແຕ່ຍັງສອດຄ່ອງກັບ ວາ ລະແຫ່ງຊາດ ແລະ ວິໄສທັດ 2030 ຂອງກະຊວງກະສິກຳແລະສິ່ງແວດ ລ້ອມ ທີ່ມຸ່ງເນັ້ນການຜະລິດກະສິ ກຳສະອາດ, ປອດສານຜິດ, ຫລຸດ ຜ່ອນການຖາງປ່າເຮັດໄຮ່ແລະເປັນ ມິດກັບສິ່ງແວດລ້ອມ ຕາມທິດສີ ຂຽວຍືນຍົງ.

RkJQdWJsaXNoZXIy MTc3MTYxMQ==