ຂປລ
ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ບັນດາຄູ່ຮ່ວມພັດທະນາຈັດກິດຈະກໍາວັນສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກ ປະຈໍາປີ 2026 ໃນວັນທີ 30 ກັນຍາ 2026 ຢູ່ທີ່ສວນເຈົ້າຟ້າງຸ່ມ, ນະຄອນຫລວງວຽງຈັນ.
ຂປລ. ໂດຍການເຂົ້າຮ່ວມຂອງ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຊາໂຕໂກະ ອົດສຶ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາລາວ, ທ່ານ ນາງ ຄະຢອງ ມີຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ, ທ່ານ ສຸພາວັນ ແກ້ວວິໄລ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າອົງການຈັດຕັ້ງສາກົນ, ນັກສຶກສາຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກິດຈະກໍາໃນຄັ້ງນີ້, ໄດ້ເນັ້ນໃຫ້ເຫັນຄວາມສໍາຄັນຂອງແນວທາງ “ສຸຂະພາບໜຶ່ງດຽວ” ຊຶ່ງສະແດງໃຫ້ເຫັນເຖິງການເຮັດວຽກຮ່ວມກັນລະຫວ່າງຂະແໜງການສຸຂະພາບຄົນ, ສຸຂະພາບສັດ ແລະ ສິ່ງແວດລ້ອມ. ຈາກການຮ່ວມມືດັ່ງກ່າວ, ໄດ້ສືບຕໍ່ໃນການເພີ່ມຄວາມເຂັ້ມແຂງໃຫ້ແກ່ລະບົບເຝົ້າລະວັງ, ປັບປຸງການເຂົ້າເຖິງສະຖານບໍລິການສາທາລະນະສຸກ ແລະ ປິ່ນປົວທັນເວລາ ແລະ ເພີ່ມອັດຕາການປົກຄຸມການສັກວັກຊິນໃນໝາໃຫ້ເພີ່ມຂຶ້ນ. ການສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກແມ່ນການຮວບຮວມເອົາບັນດາຜູ້ຕາງໜ້າຈາກກະຊວງສາທາລະນະສຸກ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ,ອໍານາດການປົກຄອງຂັ້ນທ້ອງຖິ່ນ, ຄູ່ຮ່ວມພັດທະນາ, ບຸກຄະລາກອນທາງດ້ານສາທາລະນະສຸກ, ສັດຕະວະແພດ, ນັກຮຽນ ແລະ ປະຊາຊົນເຂົ້າຮ່ວມ. ກິດຈະກໍາໃນງານປະກອບມີ: ການເພີ່ມຄວາມຮັບຮູ້ໃຫ້ແກ່ປະຊາຊົນ ແລະ ການສັກວັກຊິນໃຫ້ສັດລ້ຽງໂດຍບໍ່ເສຍຄ່າ ເພື່ອເປັນແບບຢ່າງໃນການປ້ອງກັນຄົນ ແລະ ສັດບໍ່ໃຫ້ຕິດເຊື້ອ. ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ບໍ່ຄວນມີໃຜຕ້ອງເສຍຊີວິດຈາກພະຍາດວ້ໍ. ພວກເຮົາສາມາດປົກປ້ອງຊຸມຊົນ ແລະ ບັນລຸເປົ້າໝາຍການບໍ່ມີຜູ້ເສຍຊີວິດຈາກພະຍາດວໍ້ ໂດຍການເພີ່ມມາດຕະການປ້ອງກັນ, ການເຂົ້າເຖິງການປິ່ນປົວທັນເວລາ ແລະ ການເພີ່ມຄວາມຮູ້ໃຫ້ປະຊາຊົນ “ການສັກວັກຊິນໃຫ້ໝາແມ່ນວິທີທີ່ມີປະ ສິດທິຜົນທີ່ສຸດໃນການຢຸດການສົ່ງເຊື້ອພະຍາດວໍ້ຈາກສັດສູ່ຄົນ.
ທ່ານ ນາງ ຊາໂຕໂກະ ອົດສຶ ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມີຄໍາເຫັນວ່າ: ການສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກ ເປັນເຫດການທີ່ຢໍ້າເຕືອນໃຫ້ເຫັນວ່າ “ທຸກຄົນມີບົດບາດໃນການປ້ອງກັນພະຍາດນີ້, ການເຮັດວຽກຮ່ວມກັນ ຈະຊ່ວຍໃຫ້ພວກເຮົາ ຮັບປະກັນວ່າ ກໍລະນີທີ່ຖືກສັດທ່ີສົງໃສວ່າຕິດເຊື້ອສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການປິ່ນປົວທີ່ຈໍາເປັນ ແລະ ທັນເວລາ”.
ຂ່າວ-ພາບ: ສອນເພັດ-ບົວແສງປະເສີດ
KPL