ສ.ອາເມລິກາ ຈະຜ່ອນຄາຍ ມາດຕະການລົງໂທດ ຕໍ່ການຄ້າ ນ້ຳມັນກາຊວນ ຂອງລັດເຊຍ

12/10/2026 12:13
ຂປລ ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ​ໄດ້ສົນ​ທະ​ນາ​ ທາງ​ໂທ​ລະ​ສັບ​ກັບ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ, ໂດຍສອງ​ຝ່າຍ​ ໄດ້​ບັນ​ລຸ​ຄວາມ​ເຫັນ ​​ເປັນເອ​ກະ​ພາບ​ກັນ​ ກ່ຽວ​ກັບ​ການ​ສະ​ໜອງ ​ນ້ຳ​ມັນ​ກາ​ຊວນ​ ຂອງ​ຣັດ​ເຊຍ​ ໃຫ້​ແກ່ ສ.​ອາ​ເມ​ລິກາ ​ແລະ ​ຕະ​ຫລາດ​ໂລກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 9 ຕຸ​ລາ​ນີ້, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ​ ໄດ້ສົນ​ທະ​ນາ​ ທາງ​ໂທ​ລະ​ສັບ​ກັບ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ, ໂດຍສອງ​ຝ່າຍ​ ໄດ້​ບັນ​ລຸ​ ຄວາມ​ເຫັນ​​ ເປັນເອ​ກະ​ພາບ​ກັນ​ ກ່ຽວ​ກັບ​ ການ​ສະ​ໜອງ​ ນ້ຳ​ມັນ​ກາ​ຊວນ​ ຂອງ​ຣັດ​ເຊຍ​ ໃຫ້​ແກ່ ສ.​ອາ​ເມ​ລິກາ ​ແລະ ​ຕະ​ຫລາດ​ໂລກ. ​ໃນມື້​ດຽວ​ກັນ, ກະ​ຊວງ​ການ​ເງິນ ​ຂອງ ສ.ອາ​ເມ​ລິ​ກາ​​ ປະ​ກາດ​ວ່າ: ຈະ​ຜ່ອນ​ຄາຍ​ ມາດ​ຕະ​ການ​ ​ລົງ​ໂທດ​ຕໍ່​ ການ​ຄ້າ ​ນ້ຳ​ມັນ​ກາ​ຊວນ​ ຂອງ​ລັດ​ເຊຍ ​ໃນ​ອີກ​ບໍ່​ເທົ່າ​ໃດ​ເດືອນ​ຕໍ່​ໜ້າ​. ນັກ​ວິ​ເຄາະ​ເຫັນ​ວ່າ: ການ​ຕົກ​ລົງດັ່ງ​ກ່າວ​ ຂອງລັດ​ຖະ​ບານ​ ໂດນັນ ທ​ຣຳ ​​ມີ​ຈຸດ​ປະ​ສົງ​ເພື່ອ​ຜ່ອນ​ຄາຍ ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ ຂອງ​ການ​ສະ​ໜອງ ​ນ້ຳ​ມັນ​ກາ​ຊວນ ​ພາຍ​ໃນ​ປະ​ເທດ​ ກ່ອນ​ການ​ເລືອກ​ຕັ້ງ ກາງສະ​ໄໝ​ ຂອງ​ ສ.ອາ​ເມ​ລິ​ກາ, ຫລຸດ​ຜ່ອນ​ຜົນ​ກະ​ທົບ ​ຂອງ​ລາ​ຄາ​ນ້ຳ​ມັນ​ທີ່​ສູງ ໃນ​ໂອ​ກາດ​ ການ​ເລືອກ​ຕັ້ງ​ ຂອງ​ພັກ​ຣີ​ພັບ​ລີ​ກັນ. ແຕ່​ຍ້ອນ​ຫລາຍ​ປັດ​ໄຈ, ຜົນ​ກະ​ທົບ​ຕົວ​ຈິງ​ ຂອງ​ການ​ສະ​ໜອງ ນ້ຳ​ມັນ​ກາ​ຊວນ​ ຈາກ​ລັດ​ເຊຍ​ເຂົ້າ​ຕະ​ຫລາດ ​​ຕໍ່​ການ​ຮັກ​ສາ ​ສະ​ຖຽນ​ລະ​ພາບ​ ຂອງລາ​ຄາ​ນ້ຳ​ມັນເຊື້ອ​ໄຟ​ ໃນ​ສາ​ກົນ ​ອາດ​ຈະ​ມີ​ຈຳ​ກັດ. ​ຢູ່ພາຍ​ໃນ​ປະ​ເທດ ສະຫະລັດ ​ອາ​ເມ​ລິ​ກາ ​ກໍ່​ມີ​ຫາ​ງ​ສຽງ​ຕິ​ຕຽນ​ຕໍ່​ເລື່ອງ​ນີ້, ໂດຍ​ເຫັນ​ວ່າ ທ່ານ ໂດນັນ ທ​ຣຳ ​ຍອ​ມ​ອ່ອນ​ຂໍ້​ໃຫ້​ຕໍ່​ ລັດ​ເຊຍ ​ແຕ່​ຝ່າຍ​ດຽວ​ ​ເພື່ອ​ຜົນ​ປະ​ໂຫຍດ​ ທາງ​ການ​ເລືອກ​ຕັ້ງ ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ພັນ​ທະ​ມິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ສປ ຈີນ-ສປປ ລາວ ຈະຈັດກິດຈະກຳ ແລກປ່ຽນມິດຕະພາບ ດ້ານການປ້ອງກັນປະເທດ ຢູ່ເຂດຊາຍແດນ ຄັ້ງທີ 5ຂ່າວຕ່າງປະເທດ

      ສປ ຈີນ-ສປປ ລາວ ຈະຈັດກິດຈະກຳ ແລກປ່ຽນມິດຕະພາບ ດ້ານການປ້ອງກັນປະເທດ ຢູ່ເຂດຊາຍແດນ ຄັ້ງທີ 5

      10/12/2026 12:16:00 PM

      ທ່ານ ​ພັນ​ເອກ​ພິ​ເສດ ເສີນ​ຊີ່ ໂຄ​ສົກ​ກະ​ຊວງ​ ປ້ອງ​ກັນ​ປະ​ເທດ​ຈີນ​ ໄດ້ກ່າວ​ວ່າ, ວັນ​ທີ 13 ຕຸ​ລາ​ນີ້, ກິດ​ຈະ​ກຳ​ ແລກ​ປ່ຽນ​ ມິດ​ຕະ​ພາບ ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ຢູ່​ເຂດ​ຊາຍ​ແດນ ​ຄັ້ງ​ທີ 5 ລະ​ຫວ່າງ​ ສປ ຈີນ ແລະ ສປປ ລາວ​ ຈະ​ຈັດ​ຂຶ້ນ​ຢູ່ ​ດ່​ານ​ບໍ່​ຫານ​ເມືອງຫລ້າ​ກິ່ງ ​ແຂວງ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ ​ແຂວງ​ຢຸນ​ນານ​ ຂອງ ສປ ຈີນ.

    • ມາເລເຊຍ ສັ່ງຍຸດຕິ ການຮຽນ-ການສອນ ຍ້ອນບັນຫາໝອກຄວັນຂ່າວຕ່າງປະເທດ

      ມາເລເຊຍ ສັ່ງຍຸດຕິ ການຮຽນ-ການສອນ ຍ້ອນບັນຫາໝອກຄວັນ

      10/12/2026 12:15:39 PM

      ກະ​ຊວງ​ ສຶກ​ສາ​ທິ​ການ​ ມາ​ເລ​ເຊຍ ​ປະ​ກາດ​ວ່າ: ຍ້ອນບັນ​ຫາ​ ໝອກ​ຄວັນ ​ເຮັດ​ໃຫ້​ຄຸນ​ນະ​ພາບ ​ອາ​ກາດ​ ຊຸດ​ໂຊມ​ລົງ, ໂຮງ​ຮຽນ ແລະ ສະ​ຖາ​ບັນ​ການ​ສຶກ​ສາ ​ທີ່​ສັງ​ກັດ​ ກະ​ຊວງ​ສຶກ​ສາ​ທິ​ການ​ ມາ​ເລ​ເຊຍ​ ໃນ​ພື້ນ​ທີ່ ທີ່​ມີ​ດັດ​ຊະ​ນີ ​ມົນ​ລະ​ພິດ ​ທາງ​ອາ​ກາດ ​ສູງກວ່າ 180 ນັ້ນ ​ຕ້ອງ​ຍຸດ​ຕິ​ ການ​ຮຽນ​-ການ​ສອນ ນັບ​ແຕ່​ວັນ​ທີ 9 ຕຸ​ລາ​ນີ້ ​ເປັນ​ຕົ້ນ​ໄປ

    • ດ່ານຊິ່ນຫາງກາງ ເປີດໃຫ້ບໍລິການ ຢ່າງເປັນທາງການຂ່າວຕ່າງປະເທດ

      ດ່ານຊິ່ນຫາງກາງ ເປີດໃຫ້ບໍລິການ ຢ່າງເປັນທາງການ

      10/12/2026 12:14:41 PM

      ຫລັງຈາກ ການຍົກລະດັບ ແລະ ປັບປຸງມາເປັນເວລາ 7 ປີ, ໃນວັນທີ 12 ຕຸ​ລານີ້, ດ່ານຊິ່ນ​​ຫາງກາງ ທີ່ເຊື່ອມຕໍ່ນະ​ຄອນ ເ​ສີນເຈີ້ນ ແລະ ​ເຂດ​ບໍ​ລິ​ຫານ​ພິ​ເສດຮົງກົງ ຂອງ​ ສປ ຈີນ ໄດ້ເປີດ​​ບໍ​ລິ​ການຢ່າງເປັນທາງການ.

    • ປະທານາທິບໍດີ ມຽນມາ ຢ້ຽມຢາມ ມາເລເຊຍ ເພື່ອປັບປຸງການພົວພັນກັບອາຊຽນຂ່າວຕ່າງປະເທດ

      ປະທານາທິບໍດີ ມຽນມາ ຢ້ຽມຢາມ ມາເລເຊຍ ເພື່ອປັບປຸງການພົວພັນກັບອາຊຽນ

      10/12/2026 12:14:04 PM

      ທ່ານ ​ມິນ​ອອງ​ລາຍ ປະທານາທິບໍດີ ມຽນມາ ໄດ້ພົບປະກັບ ທ່ານ ດາໂຕ ເຊຣິ ອັນວາ ບິນ ອິບຣາຮິມ ນາຍົກລັດຖະ ມົນຕີ ມາເລເຊຍ. ໂດຍທັງສອງຝ່າຍ ໄດ້ຢືນຢັນ ທີ່ຈະດໍາເນີນ ການຮ່ວມມື ໃນດ້ານຕ່າງໆ ເປັນຕົ້ນແມ່ນ ການສົ່ງ ພົນລະເມືອງ ມຽນມາ ທີ່ອາໄສຢູ່ມາເລເຊຍ ແບບຜິດກົດໝາຍ ກັບຄືນ ມຽນມາ.

    • ສປ ຈີນ-ຝຣັ່ງ ຈັດການສົນທະນາ ທາງຍຸດທະສາດຂ່າວຕ່າງປະເທດ

      ສປ ຈີນ-ຝຣັ່ງ ຈັດການສົນທະນາ ທາງຍຸດທະສາດ

      10/12/2026 12:13:05 PM

      ທ່​ານ ​ຫວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ​ຫ້ອງ​ການ​ ວຽກ​ງານ​ ການ​ຕ່າງ​ປະ​ເທດ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ທ່ານ​ ເອັມ​ມາ​ນູ​ເອວ ​ບອນ​ເນ ທີ່​ປຶກ​ສາ​ ວຽກ​ງານ​ການ​ຕ່າງ​ປະ​ເທດ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ ໄດ້​ຈັດ​ການ​ສົນ​ທະ​ນາ​ ທາງ​ຍຸດ​ທະ​ສາດ ຈີນ-ຝ​ຣັ່ງ ​ຄັ້ງ​ທີ 28 ຢູ່​ນະ​ຄອນ​ຕ້າ​ທົງ ​ແຂວງ​ສ່ານ​ຊີ່​ ຂອງ ສປ ຈີນ,

ads
ads

Top