ຂປລ
ທ່ານ ຫວາງຢີ້ ກຳມະການ ກົມການເມືອງ ສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການ ວຽກງານ ການຕ່າງປະເທດ ສູນກາງພັກກອມມູນິດຈີນ ແລະ ທ່ານ ເອັມມານູເອວ ບອນເນ ທີ່ປຶກສາ ວຽກງານການຕ່າງປະເທດ ຂອງປະທານາທິບໍດີຝຣັ່ງ ໄດ້ຈັດການສົນທະນາ ທາງຍຸດທະສາດ ຈີນ-ຝຣັ່ງ ຄັ້ງທີ 28 ຢູ່ນະຄອນຕ້າທົງ ແຂວງສ່ານຊີ່ ຂອງ ສປ ຈີນ,

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 10 ຕຸລານີ້, ທ່ານ ຫວາງຢີ້ ກຳມະການ ກົມການເມືອງ ສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການ ວຽກງານ ການຕ່າງປະເທດ ສູນກາງພັກກອມມູນິດຈີນ ແລະ ທ່ານ ເອັມມານູເອວ ບອນເນ ທີ່ປຶກສາ ວຽກງານ ການຕ່າງປະເທດ ຂອງປະທານາທິບໍດີຝຣັ່ງ ໄດ້ຈັດການສົນທະນາ ທາງຍຸດທະສາດ ຈີນ-ຝຣັ່ງ ຄັ້ງທີ 28 ຢູ່ນະຄອນຕ້າທົງ ແຂວງສ່ານຊີ່ ຂອງ ສປ ຈີນ, ໂດຍສອງຝ່າຍ ໄດ້ໃຊ້ເວລາດົນ ເພື່ອແລກປ່ຽນ ຄວາມຄິດເຫັນຢ່າງເລິກເຊິ່ງກ່ຽວກັບ ການລົງເລິກ ການຮ່ວມມື ທາງຍຸດທະສາດ ລະຫວ່າງ ສປ ຈີນ-ຝຣັ່ງ ແລະ ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນ ຢ່າງກວ້າງຂວາງ. ຈາກນັນ ທ່ານ ຫວາງຢີ້ ໄດ້ກ່າວວ່າ: ສປ ຈີນ ຍິນດີຮ່ວມກັບຝຣັ່ງ ຈັດຕັ້ງປະຕິບັດຄວາມຮັບຮູ້ ທີ່ເປັນເອກະພາບກັນ ຂອງປະມຸກລັດ, ຮັກສາການແລກປ່ຽນ ທາງຍຸດທະສາດ, ລົງເລິກ ການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການບິນ ແລະ ການບິນອະວະກາດ, ພະລັງງານນິວເຄລຍ, ອຸດສາຫະກຳການຜະລິດທັນສະໄໝ, ການພັດທະນາ ຕາມທິດສີຂຽວ ແລະ ກາກບອນຕ່ຳ, ປັນຍາປະດິດ ແລະ ການແລກປ່ຽນ ວັດທະນະທຳ, ຫວັງວ່າ ຝຣັ່ງ ຈະສ້າງສະພາບແວດລ້ອມ ທີ່ດີໃຫ້ແກ່ວິສາຫະກິດຈີນ ທີ່ໄປລົງທຶນຢູ່ຝຣັ່ງ. ບັນຫາໄຕ້ຫວັນ ກ່ຽວຂ້ອງ ກັບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປ ຈີນ, ຫວັງວ່າ ຝຣັ່ງ ຈະປະຕິບັດຕາມນະໂຍບາຍ ປະເທດຈີນດຽວ ຢ່າງເຄັ່ງຄັດ. ທ່ານ ບອນເນ ໄດ້ກ່າວວ່າ:ຝຣັ່ງ ຈະປະຕິບັດຕາມນະໂຍບາຍປະເທດຈີນດຽວ ຢ່າງບໍ່ປ່ຽນແປງ, ຍິນດີລົງເລິກການ ຮ່ວມມື ໃນຂົງເຂດກະສິກຳ, ພະລັງງານນິວເຄລຍ, ອະວະກາດຊັ້ນນອກ, ປັນຍາປະດິດ ແລະ ອື່ນໆ, ຈະສືບຕໍ່ສະໜອງສະພາບແວດລ້ອມ ດ້ານການດຳເນີນທຸລະກິດ ທີ່ສາມາດຄາດຄະເນ ໄດ້ໃຫ້ແກ່ວິສາຫະກິດຈີນ ທີ່ໄປລົງທຶນຢູ່ ຝຣັ່ງ.ໂດຍສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນໄດ້ຮັບໃນທາງບວກ ຂອງກົນໄກການປຶກສາຫາລື ກ່ຽວກັບ ການຄ້າ ແລະ ການລົງທຶນ ລະຫວ່າງ ສປ ຈີນ-ສະຫະພາບ ເອີຣົບ, ທັງໄດ້ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບ ວິກິດການອູແກຣນ ແລະ ສະຖານະການ ຢູ່ເຂດຕາເວັນອອກກາງ, ເຫັນດີ ຈະຮັກສາການແລກປ່ຽນ ແລະ ການປະສານງານ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL