ສສຊ ເຂດ1 ສະເໜີຍົກສູງຄວາມໂປ່ງໃສ ໃນຂະບວນການຍຸຕິທຳ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ

12/10/2026 11:38
ຂປລ ຂປລ. ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດໂດຍໄດ້ສະເໜີໃຫ້ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ,

ຂປລ. ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດໂດຍໄດ້ສະເໜີໃຫ້ ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດເພີ່ມທະວີ ການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ, ປັບປຸງກົນໄກການດຳເນີນຄະດີ ແລະ ຍົກສູງຄວາມໂປ່ງໃສໃນການ ບໍລິຫານງານ ເພື່ອໃຫ້ຂະ ໃຫ້ຂະບວນການຍຸຕິທຳ ມີຄວາມຖືກຕ້ອງຕາມກົດໝາຍ, ມີປະສິດທິພາບ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ.

ໃນການປະກອບຄຳເຫັນຕໍ່ບົດລາຍງານ ຂອງສອງອົງການດັ່ງກ່າວ ທ່ານໄດ້ຊີ້ໃຫ້ເຫັນວ່າ: ຜ່ານມາອົງການສືບສວນ-ສອບສວນ ບາງແຫ່ງຍັງດຳເນີນຄະບໍ່ຮັດກຸມ ແລະ ບໍ່ທັນຖືກຕ້ອງຕາມຫລັກການ ກົດໝາຍເທົ່າທີ່ຄວນ ຊຶ່ງອາດອາດສ້າງຊ່ອງຫວ່າງ ໃນການບັງຄັບໃຊ້ກົດໝາຍ ແລະ ສົ່ງຜົນຕໍ່ຄວາມເຊື່ອໝັ້ນຂອງປະຊາຊົນ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ອົງການໄອຍະການປະຊາຊົນສູງສຸດ ເພີ່ມທະວີການຕິດຕາມກວດກາ ອົງການສືບສວນ-ສອບສວນຢ່າງເຂັ້ມງວດ ແລະ ເປັນປົກກະຕິ ພ້ອມທັງກວດກາການຈັດຕັ້ງປະຕິບັດ ຄຳຕັດສິນຂອງສານໃຫ້ເກີດຜົນເປັນຈິງ.  ພ້ອມນີ້, ຄວນສຶກສາສາເຫດທີ່ເຮັດໃຫ້ການປະເມີນຜົນ ຫລື ການທົບທວນການດຳເນີນງານ ຂອງພາກສ່ວນທີ່ກ່ຽວຂ້ອງຍັງບໍ່ປາກົດຜົນຢ່າງຊັດເຈນ ເພື່ອນຳໄປປັບປຸງຄຸນນະພາບວຽກງານ ແລະ ຍົກສູງຄວາມຮັບຜິດຊອບຕໍ່ກົດໝາຍ.

ສຳລັບວຽກງານບຸກຄະລາກອນ ທ່ານໄດ້ສະເໜີໃຫ້ປັບປຸງກົນໄກປະສານງານໃນການແຕ່ງຕັ້ງ, ຍົກຍ້າຍ, ສັບປ່ຽນ ແລະ ເລື່ອນຊັ້ນຜູ້ພິພາກສາ ຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມຊັດເຈນ ໂປ່ງໃສ ແລະ ສອດຄ່ອງກັບກົດໝາຍ ເຖິງວ່າວຽກງານດັ່ງກ່າວຈະມີກົດໝາຍ ແລະ ລະບຽບການກ່ຽວຂ້ອງກຳນົດໄວ້ແລ້ວກໍຕາມ. ອີກດ້ານໜຶ່ງ,​ ທ່ານຍັງສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ພິຈາລະນາຕື່ມໃນການກຳນົດ ຫລື ຈັດສັນງົບປະມານສຳລັບວຽກງານຂອງສານ ລວມທັງພາຫະນະ, ອຸປະກອນ ແລະ ບຸກຄະລາກອນ ໃຫ້ພຽງພໍຕໍ່ຄວາມຕ້ອງການ ເນື່ອງຈາກປັດຈຸບັນຍັງມີຂໍ້ຈຳກັດດ້ານງົບປະມານ ແລະ ອຸປະກອນທີ່ຈຳເປັນຕໍ່ການປະຕິບັດວຽກງານ. ທັງນີ້, ການເພີ່ມທະວີການກວດກາ, ປັບປຸງກົນໄກການດຳເນີນຄະດີ ແລະ ສະໜອງຊັບພະຍາກອນທີ່ຈຳເປັນ ຈະເປັນປັດໄຈສຳຄັນໃນການ ຍົກສູງຄຸນນະພາບການບັງຄັບໃຊ້ກົດໝາຍ ພ້ອມທັງສ້າງລະບົບຍຸຕິທຳທີ່ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງສັງຄົມ ເພື່ອສ້າງຄວາມເຊື່ືອໝັ້ນ ໃຫ້ແກ່ປະຊາຊົນຢ່າງຍືນຍົງ.

ໂດຍ:​ມາລີດາ

KPL

ຂ່າວອື່ນໆ

ads
ads

Top