ຂປລ
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດທິພາບການປະຕິບັດໜ້າທີ່ໃນອົງກອນ ສຳລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026
ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ຮາລິອຸນໂກ ກັນບັດ ຜູ້ຕາງໜ້າອົງການມູນນິທິເອເຊຍ, ມີຮອງປະທານຄະນະບໍລິຫານງານ ສສຍລ, ຕາງໜ້າຈາກສະຫະພັນແມ່ຍິງກະຊວງ-ອົງການ ແລະ ພະນັກງານ ສສຍລ ເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້ ແນໃສ່ຍົກລະດັບທັກສະການປະຍຸກໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນການເຮັດວຽກປະຈຳວັນຢ່າງມີປະສິດທິພາບ ໂດຍເນັ້ນໃສ່ການນຳໃຊ້ AI ຢ່າງມີຄວາມຮັບຜິດຊອບ, ການຄຳນຶງຄວາມປອດໄພຂອງຂໍ້ມູນ ແລະ ການຮັກສາຄວາມລັບຂອງເອກະສານທາງການ, ການຮ່າງເອກະສານທາງການ ແລະ ອີເມວ, ເຕັກນິກການໃຊ້ AI ຊ່ວຍຮຽບຮຽງ, ກວດກາຄວາມຖືກຕ້ອງ ແລະ ສ້າງຮ່າງເອກະສານໄດ້ຢ່າງວ່ອງໄວ, ການແປພາສາ ແລະ ການຈັດກອງປະຊຸມ, ການນຳໃຊ້ເຄື່ອງມື AI ໃນການແປພາສາ, ການສະຫຼຸບເນື້ອຫາ, ພ້ອມທັງການຊ່ວຍວາງແຜນ ແລະ ເກັບກຳເນື້ອຫາການປະຊຸມຢ່າງມີໂຄງສ້າງ.
ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ເປັນການຮ່ວມມືສຳຄັນ ລະຫວ່າງ ສູນກາງສະຫະພັນແມ່ຍິງລາວ ແລະ ອົງການມູນນິທິເອເຊຍ ເພື່ອສົ່ງເສີມໃຫ້ບຸກຄະລາກອນໃນຂະແໜງການແມ່ຍິງ ແລະ ອົງການຈັດຕັ້ງຕ່າງໆ ສາມາດຫັນເປັນດິຈິຕອນ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມກ້າວໜ້າ ແລະ ທັນກັບຍຸກສະໄໝ.
KPL