ງານແຂ່ງຂັນສີມື ແຮງງານໂລກ ຄັ້ງທີ 48-ງານວາງສະແດງ ການຄ້າດິຈິຕອນໂລກ ຄັ້ງທີ5

23/09/2026 12:16
ຂປລ ຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ປະ​ກາດ​ວ່າ: ​​ງານ​ແຂ່ງ​ຂັນ​ສີ​ມື ​ແຮງ​ງານ​ໂລກ ​ຄັ້ງ​ທີ 48 ໄດ້​ຈັດ​ຂຶ້ນ ​ລະ​ຫວ່າງ ວັນ​ທີ 22-27ກັນ​ຍາ​ນີ້ ​ຢູ່​ນະ​ຄອນ​ຊຽງ​ໄຮ້​ ຂອງ ສປ ຈີນ ແລະ ງານ​ວາງ​ສະ​ແດງ​ການ​ຄ້າ​ ດິ​ຈິ​ຕອນ​ໂລກ ​ຄັ້ງ​ທີ5 ໄດ້​ຈັດ​ຂຶ້ນ​ ລະ​ຫວ່າງ ວັນ​ທີ 23-27ກັນ​ຍາ​ນີ້​ ຢູ່​ນະ​ຄອນ​ຫາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ​ ຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ປະ​ກາດ​ວ່າ: ​​ງານ​ແຂ່ງ​ຂັນ​ສີ​ມື ​ແຮງ​ງານ​ໂລກ ​ຄັ້ງ​ທີ 48 ໄດ້​ຈັດ​ຂຶ້ນ ​ລະ​ຫວ່າງ ວັນ​ທີ 22-27ກັນ​ຍາ​ນີ້ ​ຢູ່​ນະ​ຄອນ​ຊຽງ​ໄຮ້​ ຂອງ ສປ ຈີນ ແລະ ງານ​ວາງ​ສະ​ແດງ​ການ​ຄ້າ​ ດິ​ຈິ​ຕອນ​ໂລກ ​ຄັ້ງ​ທີ5 ໄດ້​ຈັດ​ຂຶ້ນ​ ລະ​ຫວ່າງ ວັນ​ທີ 23-27ກັນ​ຍາ​ນີ້​ ຢູ່​ນະ​ຄອນ​ຫາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ​ ຂອງ ສປ ຈີນ. ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ຝ່າຍ ສປ ​ຈີນ, ທ່ານ ອັນ​ວາ​ນ ອີບ​ຣາ​ຮິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ ຈະ​ເຂົ້​າ​ຮ່ວມ​ ພິ​ທີ​ເປີດ​​ງານ​ແຂ່ງ​ຂັນ​ສີ​ມື ​ແຮງ​ງານ​ໂລກ ແລະ ພິ​ທີ​ເປີດງານ​ວາງ​ສະ​ແດງ​ການ​ຄ້າ ​ດິ​ຈິ​ຕອນ​ໂລກ, ທ່ານ ອາ​ດິນເບັກ ອາ​ເລ​ໂຊວິ​ສ ຄາ​ຊີ​ມາ​ລີ​ເອັ​ຟ ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ກຽກ​ກິດ​ສະ​ຖານ ​ຈະ​ເຂົ້າ​ຮ່ວມພິ​ທີ​ເປີດງານ​ວາງ​ສະ​ແດງ​ການ​ຄ້າ ​ດິ​ຈິ​ຕອນ​ໂລກ. ງານ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ໂລກຄັ້ງ​ນີ້ ພາຍ​ໃຕ້​ຫົວ​ຂໍ້ວ່​າ “ທັກ​ສະ​ປ່ຽນ​ໂລກ ທັກ​ສະ​ສ່ອງ​ສະ​ຫວ່າງ​ອະ​ນາ​ຄົດ” ​ໂດຍ​ຈະແຂ່ງ​ຂັນ​ທັງ​ໝົດ 64 ລາຍ​ການ. ມີ 1.385 ຄົນ​ຈາກ 68 ປະ​ເທດ​ ແລະ ເຂດ​ແຄວ້ນ​ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ. ນອກ​ນີ້, ໃນ​ໄລ​ຍະ​​ການ​ແຂ່ງ​ຂັນ​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ສີ​ມື​ແຮງ​ງານ​ໂລກ ​ແລະ ​ງານ​ວາງ​ສະ​ແດງ​ສີ​ມື​ແຮງ​ງານ​ໂລກ​ໄປ​ພ້ອມ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ລັດຖະມົນຕີຕ່າງປະເທດອີຣານ ພົບປະເຈລະຈາກັບ ທູດພິເສດ ສ.ອາເມລິກາຂ່າວຕ່າງປະເທດ

      ລັດຖະມົນຕີຕ່າງປະເທດອີຣານ ພົບປະເຈລະຈາກັບ ທູດພິເສດ ສ.ອາເມລິກາ

      9/23/2026 12:56:25 PM

      ທ່ານ ອັບ​ບາ​ສ ອາ​ຣັກ​ຊີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ​ສະ​ຕີ​ຟ ວິດ​​ຄອ​ຟ ທູດ​ພິ​ເສດ​ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ ໃນ​ໄລ​ຍະ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ ສະ​ໄໝ ​ທີ 81 ຢູ່​ນະ​ຄອນ​ນິວຢອກ​ ຂອງ ສ.​ອາ​ເມ​ລິ​ກາ.

    • ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ງານແຂ່ງຂັນ ສີມືແຮງງານໂລກ ຄັ້ງທີ 48ຂ່າວຕ່າງປະເທດ

      ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ງານແຂ່ງຂັນ ສີມືແຮງງານໂລກ ຄັ້ງທີ 48

      9/23/2026 12:41:13 PM

      ທ່ານ ສີ​ຈິ້ນ​ຜິງ ປະ​ທານ ​ປະ​ເທ​ດ​ຈີນ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​​ ງານແຂ່ງ​ຂັນ ສີ​ມື​ແຮງ​ງານ​ໂລກ ​ຄັ້ງ​ທີ 48. ເນື້ອ​ໃນ​ສານ ລະ​ບຸ​ວ່າ​: ປັດ​ຈຸ​ບັນ, ການ​ປະ​ຕິ​ວັດ​ ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ ແລະ ການ​ປ່ຽນ​ແປງ​ ດ້ານ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ ໄດ້​ເລັ່ງ​ລັດ​​ໄວ້​ຂຶ້ນ ເຊິ່ງ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​​ ທີ່​ເລິກ​ເຊິ່ງ ​​ຕໍ່ການ​ພັດ​ທະ​ນາ ​ສີ​ມືແຮງ​ງານ​ທົ່ວ​ໂລກ.

    • ໄຂກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026ຂ່າວຕ່າງປະເທດ

      ໄຂກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026

      9/23/2026 12:36:03 PM

      ກອ​ງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ວັດ​ທະ​ນະ​ທຳ​ ປັກ​ກິ່ງ 2026 ໄດ້​ໄຂ​ຂຶ້ນ​ຢູ່​ ນະ​ຄອນ​ຫລວງ​ປັກ​ກິ່ງ ຂອງ ສ​ປ ຈີນ. ບັນ​ດາ​ແຂກ​ ຜູ້​ມີ​ກຽດ​ຈາກ​ ສປ ຈີນ ແລະ ຕ່າງ​ປະ​ເທດ

    • ເປີດການອະພິປາຍທົ່ວໄປ ຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81ຂ່າວຕ່າງປະເທດ

      ເປີດການອະພິປາຍທົ່ວໄປ ຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81

      9/23/2026 12:29:01 PM

      ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ອົງ​ການ ສະ​ຫະ​ ປະ​ຊາ​ຊາດ​ ສະ​ໄໝທີ 81 ໄດ້​ເປີດ​ອະ​ພິ​ປາຍ​ທົ່ວ​ໄປ​ ຢູ່​ສຳ​ນັກ​ງານ​ໃຫຍ່ ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ​ ທີ່​ນະ​ຄອນ​ນິວຢອກ ຂອງ ສ.​ອາ​ເມ​ລິ​ກາ​ ພາຍ​ໃຕ້​ຫົວ​ຂໍ້ “​ສ້າງ​ຄວາມ​ໄວ້​ເນື້ອ​ ເຊື່ອ​ໃຈ​ຄືນ​ໃໝ່, ບໍ​ລິ​ຫານ​ການ​ປ່ຽນ​ແປງ ເພື່ອ​ໃຫ້ອົງ​ການ​ ສ​ະ​ຫະ​ປະ​ຊາ​ຊາດ​ ສາ​ມາດ​ນຳ​ເອົາ ​ຜົນ​ປະ​ໂຫຍດ​ ມາ​ໃຫ້ທຸກ​ຄົນ”.

    • ປິດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23ຂ່າວຕ່າງປະເທດ

      ປິດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23

      9/23/2026 12:23:45 PM

      ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ປິດງານ​ວາງ​ສະ​ແດງ​ ສິນ​ຄ້າ​ຈີນ-ອາ​ຊຽນ ​ຄັ້ງ​ທີ 23 ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ໜານ​ໜິງ ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ຂອງ ສປ ​ຈີນ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ ເປັນ​ເວ​ລາ 5 ວັນ ​ດ້ວຍ​ຮູບ​ແບບ​ ການ​ເຊື່ອມ​ໂຍງ 3 ​ພື້ນ​ທີ່​ ຈັດ​ງານ ຄື: ສະ​ຖານ​ທີ່ຫລັກ​ໜານ​ໜິງ, ເຂດ​ຊຸມ​ຊົນ​ໜານ A ແລະ ​ສະ​ຖານ​ທີ່​ສຳ​ຮອງ​ນະ​ຄອນກຸ້ຍຫລິນ

ads
ads

Top