ຂປລ
ກອງປະຊຸມເວທີປຶກສາຫາລື ຊ່ຽງຊ່ານ ປັກກິ່ງ ຄັ້ງທີ 13 ໄດ້ໄຂຂຶ້ນ ຢູ່ສູນປະຊຸມສາກົນປັກກິ່ງຂອງ ສປ ຈີນ. ທ່ານ ຕົງຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ສຳຄັນ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 16 ກັນຍານີ້, ກອງປະຊຸມເວທີປຶກສາຫາລື ຊ່ຽງຊ່ານ ປັກກິ່ງ ຄັ້ງທີ 13 ໄດ້ໄຂຂຶ້ນ ຢູ່ສູນປະຊຸມສາກົນປັກກິ່ງຂອງ ສປ ຈີນ. ທ່ານ ຕົງຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ສຳຄັນ. ທ່ານ ຕົງຈຸ່ນ ກ່າວວ່າ: ປີນີ້ແມ່ນປີແຫ່ງການສ້າງຕັ້ງເວທີປຶກສາຫາລື ຊ່ຽງຊ່ານປັກກິ່ງຄົບຮອບ 20 ປີ. ພວກເຮົາຄວນຍຶດໝັ້ນເຕົ້າໂຮມ ຄວາມຮັບຮູ້ ທີ່ເປັນເອກະພາບກັນດ້ວຍທັດສະນະໃໝ່ ດ້ານຄວາມໝັ້ນຄົງ, ປົກປັກຮັກສາສະຖຽນລະພາບດ້ວຍລັດທິຫລາຍຝ່າຍ, ປ້ອງກັນຄວາມສ່ຽງດ້ວຍຄວາມຮັບຮູ້ ທີ່ຖືກຕ້ອງທາງປະຫວັດສາດ, ແກ້ໄຂບັນຫາດ້ວຍການປຶກສາຫາລື ແລະ ການສົນທະນາ, ສ້າງພື້ນຖານທີ່ໝັ້ນແກ່ນ ດ້ວຍການພັດທະນາຮ່ວມກັນ, ລົງເລິກການຮ່ວມມື ດ້ວຍການມຸ່ງເນັ້ນປະຕິບັດ ເພື່ອຊຸກຍູ້ໃຫ້ບັນລຸສັນຕິພາບ ແບບຖາວອນ ແລະຄວາມໝັ້ນຄົງຂອງໂລກ. ຫົວຂໍ້ຫລັກ ຂອງກອງປະຊຸມ ເວທີປຶກສາຫາລືຄັ້ງນີ້ແມ່ນ “ເຕົ້າໂຮມຄວາມຮັບຮູ້ ທີ່ເປັນເອກະພາບກັນເພື່ອສະຖຽນລະພາບ ແລະ ຮ່ວມກັນຊຸກຍູ້ການບໍລິຫານ ດ້ານຄວາມໝັ້ນຄົງ”, ຜູ້ຕາງໜ້າທາງການພ້ອມດ້ວຍຜູ້ຊ່ຽວຊານ,ນັກວິຊາການ,ນັກສັງເກດການແລະແຂກຜູ້ມີກຽດອື່ນໆປະມານ 2 ພັນຄົນ ຈາກ 100 ກວ່າປະເທດ,ເຂດແຄວ້ນແລະອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL