ການນຳພາຂອງພັກຕໍ່ວຽກງານການກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະນົດ-ແກ້ໄຂຄວາມທຸກຍາກ

14/09/2026 10:39
ຂປລ ຂປລ. ການກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ ສາມສ້າງ ແມ່ນໜຶ່ງໃນໜ້າວຽກສຳຄັນທີ່ພັກໄດ້ເອົາໃຈໃສ່ນຳພາ-ຊີ້ນຳຢ່າງຕໍ່ເນ່ືອງ. ວຽກງານດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍຕໍ່ການສ້າງຮາກຖານການເມືອງໃຫ້ເຂັ້ມແຂງ ຫາກຍັງເປັນພື້ນຖານສຳຄັນໃນການຍົກສູງຊີວິດການເປັນຢູ່, ສ້າງອາຊີບ, ສ້າງລາຍໄດ້ ແລະ ນຳພາປະຊາຊົນຫລຸດພົ້ນຈາກຄວາມທຸກຍາກ.

ຂປລ. ການກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ ສາມສ້າງ ແມ່ນໜຶ່ງໃນໜ້າວຽກສຳຄັນທີ່ພັກໄດ້ເອົາໃຈໃສ່ນຳພາ-ຊີ້ນຳຢ່າງຕໍ່ເນ່ືອງ. ວຽກງານດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍຕໍ່ການສ້າງຮາກຖານການເມືອງໃຫ້ເຂັ້ມແຂງ ຫາກຍັງເປັນພື້ນຖານສຳຄັນໃນການຍົກສູງຊີວິດການເປັນຢູ່, ສ້າງອາຊີບ, ສ້າງລາຍໄດ້ ແລະ ນຳພາປະຊາຊົນຫລຸດພົ້ນຈາກຄວາມທຸກຍາກ.

ຢູ່ໃນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 62/ຄບສພ, ລົງວັນທີ 9 ກໍລະກົດ 2026 ວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານການກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະນົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່ໄດ້ຊີ້ໃຫ້ເຫັນວ່າ: ພັກເຮົາໄດ້ຖືເອົາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ- ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງເປັນນະໂຍບາຍ, ເປັນມາດຕະການ ທີ່ມີລັກສະນະຍຸດທະສາດສະເພາະ ແລະ ຍາວນານ ທີ່ສ່ອງແສງໃຫ້ເຫັນທາດເເທ້ມູນເຊື້ອອັນດີງາມຂອງພັກເຮົາ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເປັນຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຜົນປະໂຫຍດອັນຊອບທໍາຂອງປະຊາຊົນ.

ພ້ອມນີ້, ການຈັດຕັ້ງຮາກຖານໃນສໍານັກງານອົງການ, ກໍາລັງປະກອບອາວຸດ ແລະ ຫົວໜ່ວຍວິສາຫະກິດຕ່າງໆ ໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ; ຊົນນະບົດໄດ້ຮັບການພັດທະນາເປັນກ້າວໆ; ຄວາມທຸກຍາກໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ ແລະ ເປັນລະບົບຕໍ່ເນື່ອງ, ຄອບຄົວທຸກຍາກຫລຸດລົງ, ບ້ານພັດທະນາໄດ້ເພີ່ມຂຶ້ນ, ຊຸມຊົນຊົນນະບົດໃໝ່ໄດ້ຂະຫຍາຍຕົວ; ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າ ໂດຍລວມໄດ້ຮັບການປົວແປງດີຂຶ້ນເທື່ອລະກ້າວ. ເຖິງຢ່າງໃດກໍຕາມ, ຮາກຖານຈໍານວນໜຶ່ງ ໂດຍສະເພາະບ້ານຢູ່ຊົນນະບົດ ລະບົບການຈັດຕັ້ງ ການເມືອງຍັງບໍ່ທັນເຂັ້ມແຂງ ແລະ ໜັກແໜ້ນ, ບໍ່ທັນເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໄດ້ຢ່າງເຕັມສ່ວນ; ຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ, ຄໍາແນະນໍາ ແລະ ບັງຄັບໃຊ້ກົດໝາຍຍັງບໍ່ທັນສູງ.

ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຫລາຍບ່ອນແມ່ນໄດ້ແຕ່ປະລິມານ, ຄຸນນະພາບບໍ່ສູງ, ບໍ່ທັນຕິດພັນກັບຂະບວນການຕົວຈິງ. ຄວາມຫລຸດໂຕນກັນດ້ານການພັດທະນາ ລະຫວ່າງຕົວເມືອງ ແລະ ຊົນນະບົດ, ໂຄງປະກອບອາຊີບການທໍາມາຫາກິນຂອງປະຊາຊົນ ຍັງບໍ່ທັນຫັນປ່ຽນຢ່າງແຂງແຮງ; ພື້ນຖານໂຄງລ່າງ, ພື້ນຖານການຜະລິດຍັງອ່ອນນ້ອຍ, ບໍ່ທັນໄດ້ຮັບການປັບປຸງຍົກລະດັບໃຫ້ໄດ້ມາດຕະຖານ; ຄວາມເປັນເຈົ້າຂອງປະຊາຊົນໃນການປົກປັກຮັກສາ ແລະ ພັດທະ ນາຊົນນະບົດຍັງບໍ່ສູງ.

ການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ-ທ້ອງຖິ່ນ ຍັງຕົກຢູ່ໃນສະພາບລັງເລ, ຂາດຄວາມຕັ້ງໜ້າ ແລະ ຊັກຊ້າແກ່ຍາວ; ການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ, ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ຊັບພະຍາກອນ ເພື່ອລົງຊ່ວຍທ້ອງຖິ່ນຮາກຖານຍັງຈໍາກັດ, ຍັງກະຈຸກຢູ່ຂັ້ນສູນກາງ, ເຮັດໃຫ້ທ້ອງຖິ່ນຂາດແຮງຈູງໃຈ, ບໍ່ເປັນເຈົ້າການ ແລະ ບໍ່ມີກໍາລັງແຮງພຽງພໍໃນການພັດທະນາເທົ່າທີ່ຄວນ; ການເເບ່ງຄວາມຮັບຜິດຊອບບໍ່ຈະແຈ້ງ ເຮັດໃຫ້ມີຊ່ອງຫວ່າງ ແລະ ການໂຍນຄວາມຮັບຜິດຊອບໃຫ້ກັນລະຫວ່າງສູນກາງ ແລະ ທ້ອງຖິ່ນ.  ການຕິດຕາມກວດກາ, ການຊຸກຍູ້ ແລະ ປະເມີນຜົນບໍ່ທັນປົກກະຕິ, ບໍ່ທັນເລິກເຊິ່ງ ແລະ ບໍ່ເປັນເອກະພາບກັນ, ໃນໜ້າວຽກອັນດຽວກັນ ເກີດມີຈຸດສຸມ, ມາດຕະຖານ, ຕົວຊີ້ວັດຂອງໃຜລາວ.

ແນວໃດກໍດີ ທັດສະນະຂອງພັກນັ້ນ, ຍຶດໝັ້ນວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນ ນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງເປັນນະໂຍບາຍ ແລະ ມາດຕະການຍຸດທະສາດ ໂດຍຖືເອົາຮາກຖານເປັນຈຸດເລີ່ມ, ເປັນກຳລັງແຮງແຫ່ງການນໍາພາຂອງການປະຕິວັດຂອງພັກເຮົາ, ເດີນຕາມແນວທາງມະຫາຊົນ ແລະ ຍຶດຖືແບບເເຜນວິທີເຮັດວຽກທີ່ຕິດເເທດກັບປະຊາຊົນ; ພັກຖືວຽກງານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານສາມສ້າງ ເປັນໜ້າທີ່ບຸລິມະສິດ ຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນລາວທັງຊາດ, ຖືຜົນໄດ້ຮັບຕົວຈິງໃນການ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນຕົວວັດ ແທກຜົນການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຕ່ລະຂັ້ນ, ຄະນະພັກ, ສະມາຊິກພັກ-ພະນັກງານ. ຕາມຈິດໃຈທີ່ວ່າ: “ບ່ອນໃດມີພັກນໍາພາ ປະຊາຊົນບ່ອນນັ້ນ ຈະຕ້ອງຫລຸດຜ່ອນອອກຈາກຄວາມທຸກຍາກ.”  ເພີ່ມທະວີການນໍາພາ-ຊີ້ນໍາ-ບັນຊາຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢ່າງລວມສູນ, ເປັນເອກະພາບແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ຂະແໜງການ. ພັກເອົາຂະບວນການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ເພື່ອສ້າງຖັນແຖວພະນັກງານຫລັກແຫລ່ງແກ່ນສານຢູ່ກັບທີ່, ເປັນຫົວຈັກຫລັກແຫລ່ງ ນໍາພາປະຊາຊົນພັດທະນາຄອບຄົວ ແລະ ປົກປັກຮັກສາບ້ານຊ່ອງ; ການແກ້ໄຂຄວາມທຸກຍາກ, ການສ້າງຄວາມຢູ່ດີກິນດີ ແລະ ສ້າງຄວາມຮັ່ງມີຂອງປະຊາຊົນ ແມ່ນໃຈກາງຂອງການພັດທະນາຊົນນະບົດ.

ແນວໃດກໍຕາມ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ; ຍູ້ແຮງການປັບປຸງກົງຈັກການຈັດຕັ້ງພັກ-ລັດ ແລະ ອົງການປົກຄອງທຸກຂັ້ນ ເພື່ອຫລຸດຜ່ອນຂອດຂັ້ນ, ເອົາການບໍລິການຮັບໃຊ້ຂອງລັດ ຫຍັບເຂົ້າໃກ້ຮາກຖານຊຸມຊົນ; ປັບປຸງການແບ່ງຂັ້ນຄຸ້ມຄອງ ໂດຍມອບຄວາມຮັບຜິດຊອບ, ສິດອຳນາດ ແລະ ຊັບພະຍາ ກອນທີ່ສົມຄູ່, ສົມເຫດສົມຜົນໃຫ້ຂັ້ນທ້ອງຖິ່ນຈັດຕັ້ງປະຕິບັດໃຫ້ນັບມື້ນັບຫລາຍຂຶ້ນ.

KPL

ຂ່າວອື່ນໆ

ads
ads

Top