ຂປລ
ສາຍການບິນ ຂອງ ສ.ອາເມລິກາ ກັບຄືນ ມາເປີດໃຫ້ບໍລິການ ຖ້ຽວບິນ ເພື່ອໄປຍັງ ອິດສະຣາແອນ ອີກຄັ້ງ ຫລັງຈາກ ທີ່ເຄີຍ ມີຄວາມ ຂັດແຍ້ງ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບ ອີຣານ ໂດຍເດລຕາ ແອລາຍ (Delta Air Lines)
ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ, ສາຍການບິນ ຂອງ ສ.ອາເມລິກາ ກັບຄືນ ມາເປີດໃຫ້ບໍລິການ ຖ້ຽວບິນ ເພື່ອໄປຍັງ ອິດສະຣາແອນ ອີກຄັ້ງ ຫລັງຈາກ ທີ່ເຄີຍ ມີຄວາມ ຂັດແຍ້ງ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບ ອີຣານ ໂດຍເດລຕາ ແອລາຍ (Delta Air Lines) ເປັນສາຍ ການບິນ ແຫ່ງທຳອິດຂອງ ສ.ອາເມລິກາ ທີ່ຟື້ນຟູ ການບໍລິການ ເມື່ອ ວັນທີ 7 ກັນຍາ ທີ່ຜ່ານມາ, ໂດຍໃຫ້ບໍລິການ ຖ້ຽວບິນ ຈາກນິວຢອກ ໄປຍັງ ແຕນອາວິບ 1 ຖ້ຽວຕໍ່ວັນ.
ສາຍການບິນ ຢູໄນເຕັດ ແອລາຍສ໌ (United Airlines) ໄດ້ຢຸດຕິ ຖ້ຽວບິນ ໃນໄລຍະ ທ້າຍເດືອນກຸມພາ ຫລັງຈາກ ເກີດເຫດການ ຄວາມຂັດແຍ້ງ. ປັດຈຸບັນ, ສາຍການບິນນີ້ ໄດ້ກັບຄືນມາເປີດ ໃຫ້ບໍລິການ ເສັ້ນທາງນະວັກ-ແຕນອາວິບ ຈຳນວນ 2 ຖ້ຽວຕໍ່ວັນ, ໂດຍຖ້ຽວບິນ ຈາກ ສະໜາມບິນ ນານາຊາດ ນະວັກ ລີເບີຕີ ໄດ້ເດີນທາງ ມາຮອດ ສະໜາມບິນ ເບນກູຣຽນ ເມື່ອວັນທີ 9 ກັນຍາ ແລະ ມີແຜນ ຈະກັບຄືນມາບິນ ເສັ້ນທາງ ຈາກຊິຄາໂກ ແລະ ວໍຊິງຕັນ ໄປຍັງ ແຕນອາວິບ ໃນທ້າຍເດືອນຕຸລານີ້.
ສ່ວນສາຍການບິນ ອາເມລິກັນ ແອລາຍ (American Airlines) ເຊິ່ງໄດ້ຢຸດຕິ ຖ້ຽວບິນ ໄປຍັງ ອິດສະຣາແອນ ນັບຕັ້ງແຕ່ ເກີດຄວາມຂັດແຍ້ງ ເມື່ອເດືອນຕຸລາ 2023 ລະບຸວ່າ ຈະບໍ່ເປີດໃຫ້ ບໍລິການ ຖ້ຽວບິນ ໄປຍັງແຕນອາງິບ ກ່ອນທ້າຍ ເດືອນມີນາ 2027./
KPL