ສ.ເກົາຫລີ ລົງທຶນພັດທະນາ ຕົວເມືອງ ດ້ວຍມູນຄ່າ86,1 ພັນຕື້ວອນ

12/09/2026 10:43
ຂປລ ທ່ານ ໂອ ເຊຮຸນ ເຈົ້າຄອງນະຄອນ ເຊອຸນ ຂອງສ.ເກົາຫລີ ເປີດເຜີຍວ່າ ນະຄອນຫລວງ ເຊອຸນ ກຽມລົງທຶນງົບປະມານ 86,1 ພັນຕື້ວອນ (ປະມານ 6,43 ໝື່ນລ້ານໂດລາສະຫະລັດ) ເພື່ອລົງທຶນໃນ 100 ໂຄງການ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ໂອ ເຊຮຸນ ເຈົ້າຄອງນະຄອນ ເຊອຸນ ຂອງສ.ເກົາຫລີ ເປີດເຜີຍວ່າ ນະຄອນຫລວງ ເຊອຸນ ກຽມລົງທຶນງົບປະມານ 86,1 ພັນຕື້ວອນ (ປະມານ 6,43 ໝື່ນລ້ານໂດລາສະຫະລັດ) ເພື່ອລົງທຶນໃນ 100 ໂຄງການ ສຳຄັນ ເພື່ອສຸມໃສ່ ການປັບປຸງ ຄຸນນະພາບ ຊີວິດ ຂອງ ປະຊາຊົນ ແລະ ການນຳໃຊ້ ເຕັກໂນໂລຍີໃໝ່ໆ ເພື່ອຍົກລະດັບ ຄວາມສາມາດ ໃນການ ແຂ່ງຂັນ ຕົວເມືອງ ເພື່ອກ້າວຂຶ້ນສູ່ ອັນດັບ 3 ຂອງໂລກ ໃນປີ 2030.

ໂຄງການ ລິເລີ່ມ ເພື່ອຍົກ ລະດັບ ຄຸນນະພາບ ຊີວິດ ເຫລົ່ານີ້ ລວມເຖິງ ການຈັດສັນ ພື້ນທີ່ ອອກກຳລັງກາຍ ທີ່ ສາມາດ ເດີນທາງ ຈາກ ເຮືອນໄດ້ ພາຍໃນ 10 ນາທີ, ການມອບສິດ ໃນການ ນຳໃຊ້ ບໍລິການ ປັນຍາປະດິດ (AI) ໃຫ້ແກ່ ຄົນລຸ້ນໃໝ່ ຈຳນວນ 500.000 ຄົນ ແລະ ການເພີ່ມ ຈຳນວນ ລົດເມ ບໍ່ມີຄົນຂັບ ເປັນ 500 ຄັນ ໃນປີ 2030 ຈາກ ປັດຈຸບັນ ລວມມີ 16 ຄັນ. ສ່ວນອະສັງຫາລິມະຊັບ ໃນນະຄອນຫລວງ ເຊອຸນ ໄດ້ຕັ້ງເປົ້າໝາຍ ທີ່ຈະເລີ່ມການກໍ່ສ້າງ ທີ່ຢູ່ອາໄສ ຈຳນວນ 310.000 ຫົວໜ່ວຍ ໃນປີ 2031  ໂດຍຜ່ານການ ວາງແຜນເຊື່ອມໂຍງ ແບບວ່ອງໄວ ພ້ອມທັງ ຊຸກຍູ້ ການຈັດຫາ ທີ່ຢູ່ອາໄສ ຂອງລັດ ຈຳນວນ 130,000 ຫົວໜ່ວຍ ເພື່ອຮັບມືກັບ ລາຄາ ອະສັງຫາລິມະຊັບ ທີ່ເພີ່ມສູງຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top