ຈີນ ເລັ່ງຊື້ຖົ່ວເຫລືອງ ຈາກ ສ.ອາເມລິກາ ເພີ່ມຂຶ້ນ 1 ລ້ານໂຕນ

12/09/2026 10:43
ຂປລ ຈີນ ໄດ້ຊື້ຖົ່ວເຫລືອງ ຈາກ ສ.ອາເມລິກາ ຈຳນວນ 14-15 ຕູ້ເທນເນີ ລວມມີ ປະມານ 1 ລ້ານໂຕນ, ໃນຂະນະທີ່ ກະຊວງ ກະສິກຳ ສ.ອາເມລິກາ ຍັງລາຍງານວ່າ ສ.ອາເມລິກາ ຂາຍຖົ່ວເຫລືອງຈາກ ໃຫ້ແກ່ຈີນ 3 ແສນ 4 ໝື່ນໂຕນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ຈີນ ໄດ້ຊື້ຖົ່ວເຫລືອງ ຈາກ ສ.ອາເມລິກາ ຈຳນວນ 14-15 ຕູ້ເທນເນີ ລວມມີ ປະມານ 1 ລ້ານໂຕນ, ໃນຂະນະທີ່ ກະຊວງ ກະສິກຳ ສ.ອາເມລິກາ ຍັງລາຍງານວ່າ ສ.ອາເມລິກາ ຂາຍຖົ່ວເຫລືອງຈາກ ໃຫ້ແກ່ຈີນ 3 ແສນ 4 ໝື່ນໂຕນ ແລະ ຂາຍໃຫ້ ພາກສ່ວນ ປາຍທາງ ທີ່ບໍ່ໄດ້ເປີດເຜີຍ ເພີ່ມອີກ 1 ແສນໂຕນ.

ຈີນ ເປັນຜູ້ຊື້ຖົ່ວເຫລືອງ ລາຍໃຫຍ່ ທີ່ສຸດໃນໂລກ ໄດ້ດຳເນີນ ການຊື້ຖົ່ວເຫລືອງ ເພີ່ມຂຶ້ນ ກ່ອນທີ່ປະທານປະເທດ ສີຈິ້ນຜິງ ຈະເດີນທາງໄປຢ້ຽມຢາມ ນະຄອນຫລວງວໍຊິງຕັນ ໃນໄລຍະທ້າຍເດືອນນີ້. ໂດຍຍອດການສັ່ງຊື້ຄັ້ງຫລ້າສຸດ ໄດ້ສົ່ງຜົນໃຫ້ ຈີນ ມີຍອດການຊື້ຖົ່ວເຫລືອງ ຈາກ ສ.ອາເມລິກາ ທັງໝົດເກືອບເຄິ່ງໜຶ່ງ ຂອງ ຈຳນວນ 25 ລ້ານໂຕນ ທີ່ ຈີນໄດ້ໃຫ້ ຄຳໝັ້ນສັນຍາວ່າ ຈະຊື້ຈາກ ສ.ອາເມລິກາ ເປັນປະຈຳໃນທຸກໆປີ ຈົນຮອດປີ 2028 ຕາມທີ່ທຳນຽບຂາວ ປະກາດໄວ້./

KPL

ຂ່າວອື່ນໆ

ads
ads

Top