ຂປລ
ຄຽງຄູ່ກັບ ວິສາຫະກິດຈີນ ນັບມື້ ຫລາຍຂຶ້ນ ສືບຕໍ່ລົງເລິກ ຈັດສັນທຸລະກິດຂອງຕົນ ຢູ່ອາຊີ ຕາເວັນອອກ ສຽງໃຕ້, ທະນາຄານ Standard Chartered ຄາດວ່າ: ທຸລະກິດທີ່ກ່ຽວຂ້ອງຂອງຕົນ ຈະເລັ່ງຄວາມໄວ ໃນການເຕີບໂຕໃນອີກ 3 ປີຕໍ່ໜ້າ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ອີງຕາມ ໜັງສືພິມ The Business Times ຂອງສິງກະໂປ ລາຍງານວ່າ: ຄຽງຄູ່ກັບ ວິສາຫະກິດຈີນ ນັບມື້ ຫລາຍຂຶ້ນ ສືບຕໍ່ລົງເລິກ ຈັດສັນທຸລະກິດຂອງຕົນ ຢູ່ອາຊີ ຕາເວັນອອກ ສຽງໃຕ້, ທະນາຄານ Standard Chartered ຄາດວ່າ: ທຸລະກິດທີ່ກ່ຽວຂ້ອງຂອງຕົນ ຈະເລັ່ງຄວາມໄວ ໃນການເຕີບໂຕໃນອີກ 3 ປີຕໍ່ໜ້າ. ການເຕີບໂຕດັ່ງກ່າວ ກວມເອົາທຸລະກິດທຸກຢ່າງ ຂອງທະນາຄານດັ່ງກ່າວ ເຊິ່ງລວມເຖິງເງິນຕາຕ່າງປະເທດ, ການລະດົມທຶນ, ການໃຫ້ຄຳປຶກສາ ແລະ ຂົງເຂດອື່ນໆ. ໃນບົດລາຍງານດັ່ງກ່າວ ໄດ້ຊີ້ອອກວ່າ: ຂົງເຂດໜຶ່ງທີ່ນັບມື້ໄດ້ຮັບຄວາມສົນໃຈຄື: ການນຳໃຊ້ເງິນຢວນ ແບບຂ້າມຊາດຢູ່ ສປ ຈີນ ແລະ ອາຊຽນ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ທະນາຄານ Standard Chartered ໄດ້ສັງເກດເຫັນວ່າ: ລູກຄ້າມີຄວາມສົນໃຈນັບມື້ຫຼາຍຂຶ້ນຕໍ່ການນຳໃຊ້ເງິນຢວນ, ການຄຸ້ມຄອງສະພາບຄ່ອງ ຂອງເງິນຢວນ ແລະອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL