lxx ]k; ,u 7;k,rh v,1j k'g8a ,lj ;o .odkoxt8y [a frk]t[q [[kf xtmkodv'xt-5 , 3RC-CCM dv'xt-5 ,xt9exu 2026 0v'd5j , c,j py 'vk-Po muj ot7vos];';P'9a o gxu fIa [lt\a dc0j '0a o lP'gr']k;mq j ;xtgmf 7tot-j P;-kodkocrfglokIa d dv'ma [xq fxj vpxt-k-q o9u o gfu omk',kg4y ' o; l6 o7Q o7;h kdko]h P'la f gru j ,mt;u ra fmtok co;ra o c]t g8a doy ddko]h P'la f lh k']kpIa [\A o7q '.sh -k;dtly dvo ທ່ານ ນາງ ແສງດາວັນ ວົງໄຊ (ຜູ້ທີ 5 ນັບຈາກຂວາຫາຊ້າຍ) ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 08.09.2026 ປີທີ 25 ສະບັບທີ 6.515ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K F ອ່ານຕໍ່ໜ້າ 2່ າໍ່ ໜ້າ sh v';j kdkol6 odk'ra d g-nj v,-b ,gvdtlko c]t s;o7n o ;a ole7a o0v'ra d{0v'-kf ທ່ານ ນາງ ມຸກດາວັນ ສີສຸລິດ F ອ່ານຕໍ່ໜ້າ 3່ າໍ່ ໜ້າ Iv'xtmkoltrkcsj '-kf 1h P,1k, c]t ,v[g7nj v' -j ;pgs]n v .sh z6h xtlq [wroE4h ;, 16j c0;'v5 fq ,wF ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ mq [m;odkoIj ;,,n fh koxj kw,h 7;k,s]kds]kpmk'-u ;tokMra o 16j ]k; sk]n my fmk'ra fmtok[q fcotoecsj '-kf ;j kfh ;pdkofegou om5 ]tdy f1j k',u 7;k,Ia [zy f-v[ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໂທລະພາບແຫ່ງຊາດ ລາວ ຮ່ວມກັບ ບໍລິສັດMSGມິເດຍ ກຽມຈັດການແຂ່ງຂັນສຽງເພງ ລາວທົ່ວປະເທດ “ລາຍການດາວ ດວງໃໝ່ 2026” ໂດຍເລີ່ມເປີດ ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ເຜີຍແຜ່ມະຕິກອງປະຊຸມ ຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ແລະ ຫວນຄືນວັນສຳຄັນ ຂອງພັກຂອງຊາດ ໃນວັນທີ7ກັນຍາ 2026 ໂດຍການເປັນປະທານຂອງສະຫາຍ ເພັດ ພົມພີພັກ ກໍາມະການກົມການ ເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ, ຫົວໜ້າຫ້ອງວ່າ ການສູນກາງພັກ, ມີຮອງຫົວໜ້າ ຫ້ອງວ່າ ການສູນກາງພັກ, ພະນັກ ງານຫລັກແຫລ່ງ, ພ້ອມດ້ວຍສະມາ ຊິກພັກ-ພະນັກງານພາຍໃນ ຫສພ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ເພັດ ພົມພີ ພັກ ໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງ ຂປລ. ໂຄງການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB) ຈັດກອງປະຊຸມ ສະ ຫລຸບການວາງແຜນຂະຫຍາຍໂຄງ ການ ໃນວັນທີ 4 ກັນຍາ 2026 ຜ່ານມາໂດຍການເປັນປະທານຮ່ວມ ຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຜູ້ຕາງໜ້າ ສະຫະພາບເອີຣົບປະຈໍາລາວ, ສະ ຖານທູດເຢຍລະມັນ ປະຈໍາລາວ, ຜູ້ຕາງໜ້າຈາກພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫລວງ ຂປລ. ເມື່ອບໍ່ດົນມານີ້ ສະພາ ການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ (ສຄອຊ/LNCCI) ຈັດ ກອງປະຊຸມປຶກສາຫາລືສາມຝ່າຍ ຄັ້ງທີ 1 ກ່ຽວກັບການພັດທະນາ ຂປລ. ງານພົບປະຈັບຄູ່ທາງ ທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມ ເປັນປະທານ ລະຫວ່າງ ລັດຖະບານ ລາວ ແລະ ອົງການອາຫານ ແລະ ຂປລ. ວັນທີ 6 ກັນຍາ 2026 ນີ້, ຄະນະຊ່ຽວຊານການແພດເສນາ ຮັກ ກອງທັບປົດປ່ອຍປະຊາຊົນຈີນ ຂະບວນລົດໄຟສັນຕິພາບ 2026 ໄດ້ເດີນທາງຮອດສະຖານີລົດໄຟ ນະຄອນຫລວງວຽງຈັນ(ນວ)ເພື່ອ ເຂົ້າຮ່ວມການຝຶກຊ້ອມຮ່ວມກອງ ທັບ ລາວ-ຈີນ ພາຍໃຕ້ລະຫັດ: ຂະ ບວນລົດໄຟສັນຕິພາບ 2026 ເພື່ອ ຊ່ວຍເຫລືອມະນຸດສະທໍາ ແລະ ການ ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 5-6 ກັນຍາ 2026, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະ ທານສະພາແຫ່ງຊາດ ແລະ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ສະຫາຍ ເພັດ ພົມພີພັກ ປະຕິບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ, ແຜນເງິນ ຕາ ໃນໄລຍະ 6 ເດືອນຕົ້ນປີ 2026; ວຽງຈັນ, ແຂວງຫລວງພະບາງ, ອຸດົມໄຊ, ຫົວພັນ, ໄຊຍະບູລີ, ຄໍາ ມ່ວນ ແລະ ແຂວງສະຫວັນນະເຂດ, ພ້ອມດ້ວຍບັນດາອົງການຈັດຕັ້ງ ສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຈັດຂຶ້ນ, ເພື່ອສະ ຫລຸບການວາງແຜນຂະຫຍາຍໂຄງ ການ,ພ້ອມທັງປຶກສາຫາລືກ່ຽວກັບ ທິດທາງບຸລິມະສິດ ສໍາລັບຂໍ້ສະເໜີ ງົບປະມານ ແລະ ຂະຫຍາຍໄລຍະ ຈັດຕັ້ງປະຕິບັດໂຄງການ ໄປຮອດປີ 2028 ແລະ ທົບທວນຄວາມຄືບ ໜ້າ, ຮວບຮວມຂໍ້ສະເໜີແນະໃນ ການສ້າງຄວາມເຂັ້ມແຂງໃຫ້ກັບນະ ໂຍບາຍປ່າໄມ້, ການອະນຸລັກຄວາມ ຫລາກຫລາຍທາງຊີວະນາໆພັນ, ການສຶກສາດ້ານວິຊາການປ່າໄມ້, ປະທານກໍາມາທິການວັດທະນະທໍາ ສັງຄົມແລະຊົນເຜົ່າສະພາແຫ່ງຊາດ ບໍລິການດ້ານການແພດຂອງສອງ ກອງທັບ ລາວ-ຈີນ ໂດຍໄດ້ຕ້ອນ ຮັບຢ່າງສົມກຽດຈາກ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກ ກະຊວງປ້ອງ ກັນປະເທດ, ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ, ຜູ້ຊີ້ນໍາວຽກ ງານເສນາຮັກກອງທັບປະຊາຊົນ ລາວ, ມີ ສະຫາຍ ພັນເອກ ພິເສດ ອຸຕານ ຫົວໜ້າຄະນະຊີ້ນໍາປະ ສານງານຝ່າຍຈີນ ກົມເສນາຮັກ, ກົມຮັບປະກັນພະລາທິການ, ຄະ ນະກຳມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ສະຫາຍ ພັນເອກ ພິເສດ ຊົ່ງ ໄສຜິງ ຫົວໜ້າກອງແພດລົດໄຟເສນາຮັກ ຮັບສະໝັກລົງທະບຽນນັບແຕ່ວັນທີ 4 ກັນຍາ ແລະ ຈະແບ່ງການແຂ່ງ ຂັນອອກເປັນ 4 ຄັ້ງຄື: ຄັ້ງທີ 1 ການແຂ່ງຂັນຂັ້ນແຂວງ, ຄັ້ງທີ 2 ບົດແນະນຳແຫ່ງຊາດ ວ່າດ້ວຍ ການດຳເນີນທຸລະກິດຢ່າງມີຄວາມ ຮັບຜິດຊອບ (Responsible Business Conduct-RBC) gxu f3vdkf.sh -k;dtly dvo]k; g0Q kg4y '8ts]kf\kdgza f 9u o{l gdq ks]u ການກະເສດ ແຫ່ງສະຫະປະຊາ ຊາດ (FAO) ໂດຍໄດ້ນຳເອົາຜູ້ ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກ ຂອງລາວ ມາພົບປະກັບຜູ້ຊື້ ແລະ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງ ສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນ ຢັນຢ່າງໜັກແໜ້ນວ່າ: ສປປລາວມີ ຄວາມພ້ອມຢ່າງເຕັມສ່ວນ ໃນການ ປະຕິບັດພາລະບົດບາດປະທານ ກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມ ຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ. ນັບແຕ່ຕົ້ນປີ 2026 ເປັນຕົ້ນ ມາ, ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ຮ່ວມກັນເຮັດວຽກ ຢ່າງໃກ້ຊິດກັບກອງເລຂາສົນທິສັນ ຍາ (ISU-CCM) ແລະ ອົງການ ສະຫະປະຊາຊາດ ຢ່າງຕໍ່ເນື່ອງ ໃນ ທຸກຂັ້ນຕອນນັບແຕ່ດ້ານເນື້ອໃນ F ອ່ານຕໍ່ໜ້າ 3່ າໍ່ ໜ້າ jP ad a[ q f j v qo u o u o y'
@ 0j k; c]t gsfdko j 08/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຫ້ອງວ່າການສູນກາງພັກ...ູ້່ັ ຮອງປະທານສະພາແຫ່ງຊາດ...່ ຂປລ. ກຸ່ມແມ່ຍິງອາຊຽນທີ່ ນະຄອນຫລວງວຽງຈັນ (ກຍອວ) ຫລືASEANWomen’s Circle in Vientiane (AWCV) ຈັດ ກອງປະຊຸມປະຈຳປີ 2026 ໃນ ວັນທີ 4 ກັນຍາ 2026 ຢູ່ນະຄອນ ຫລວງວຽງຈັນ, ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ແສງດາ ວັນ ວົງໄຊ ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ, ທັງເປັນ ປະທານສະຫະພັນແມ່ຍິງກະຊວງ ການຕ່າງປະເທດ ແລະ ປະທານກຸ່ມ ກຍອວ ຊຶ່ງມີທ່ານເອກອັກຄະລັດຖະ ທູດເພດຍິງ, ພັນລະຍາຂອງທ່ານ ເອກອັກຄະລັດຖະທູດ, ນັກການທູດ ຍິງ ແລະ ພັນລະຍາຂອງນັກການ ທູດຈາກບັນດາສະຖານທູດ ຂອງ ປະເທດສະມາຊິກອາຊຽນປະຈໍາ ສປປ ລາວ ລວມທັງນັກການທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອທົບທວນຄືນການຈັດຕັ້ງປະຕິ ບັດວຽກງານແລະກິດຈະກຳຕ່າງໆ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບທິດທາງການເຄື່ອນໄຫວ ໃນຕໍ່ໜ້າ ໂດຍສະເພາະການປັບປຸງ ກົງຈັກການຈັດຕັ້ງ, ການປະກອບ ສ່ວນພັນທະປະຈໍາປີ, ການຂຶ້ນແຜນ ການເຄື່ອນໄຫວສໍາລັບປີ 20262027 ໃນຂົງເຂດການຊ່ວຍເຫລືອ ສັງຄົມແລະການຈັດກິດຈະກໍາ ເພື່ອ ຮັດແໜ້ນຄວາມສາມັກຄີຮັກແພງ ການຮັບຮອງເອົາດ້ານຫລັກການຕໍ່ ຮ່າງມະຕິຂອງຄະນະບໍລິຫານງານ ສູນກາງພັກ ວ່າດ້ວຍວຽກງານກໍ່ ສ້າງຮາກຖານການເມືອງ, ວຽກ ງານພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະໃໝ່; ຮ່າງມະຕິຂອງຄະ ນະບໍລິຫານງານສູນກາງພັກ ວ່າ ດ້ວຍການຕ້ານ, ສະກັດກັ້ນ, ປ້ອງ ກັນ ແລະ ແກ້ໄຂພະຍາດອາດຍາ ສິດ, ສໍ້ລາດບັງຫລວງ, ປະກົດການ ຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງ ຈັກການຈັດຕັ້ງແລະ ໃນສັງຄົມ; ສືບ ຕໍ່ແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ໃຫ້ຕົກໄປເປັນກ້າວໆ ເປັນຕົ້ນ ບັນ ຫາຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ, ຮັບປະກັນບໍ່ໃຫ້ຂາດ ແຄນນໍ້າມັນເຊື້ອໄຟ ດ້ວຍມາດຕະ ການຮອງຮັບຕ່າງໆ, ຄຸ້ມຄອງລາ ຄາສິນຄ້າ, ຄ່າຄອງຊີບ ແລະ ອັດ ຕາແລກປ່ຽນ, ສຸມໃສ່ແກ້ໄຂປະກົດ ການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນ ຫາຢາເສບຕິດ, ອາວຸດເຖື່ອນ, ການ ລັກລອບຂຸດຄົ້ນແຮ່ທາດ, ຂຸດຄົ້ນ ຊັບພະຍາກອນທໍາມະຊາດອື່ນໆ ທີ່ ຜິດກົດໝາຍ, ສືບຕໍ່ປາບປາມ ແລະ ແກ້ໃຫ້ຕົກບັນຫາສະແກມເມີ, ຄໍ ເຊັນເຕີ, ປຸ້ນຈີ້ຊີງຊັບ, ອຸບັດເຫດ ຕາມທ້ອງຖະໜົນ ແລະ ອື່ນໆ. ໃນໂກາດດຽວກັນ, ສະຫາຍ ຜາຄຳ ອິນແສງ ກຳມະການສູນ ກາງພັກ, ຮອງຫົວໜ້າຫ້ອງວ່າ ການສູນກາງພັກ ກໍໄດ້ເຜີຍແຜ່ມະຕິ ຕົກລົງຂອງກົມການເມືອງສູນກາງ ພັກ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງຫ້ອງວ່າການສູນ ກາງພັກ ສະບັບເລກທີ 68/ກມສພ, ລົງວັນທີ 20 ສິງຫາ 2026 (ສະ ບັບປັບປຸງໃໝ່). ຫລັງຈາກນັ້ນ, ສະ ຫາຍ ມີໄຊ ພົມເຂ ກຳມະການສຳ ຮອງສູນກາງພັກ, ຮອງຫົວໜ້າຫ້ອງ ວ່າການສູນກາງພັກ ກໍໄດ້ເຜີຍແຜ່ ຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະ ຫຍາຍຄຳສັ່ງນາຍົກລັດຖະມົນຕີວ່າ ດ້ວຍການເກັບກູ້ອາວຸດປືນແລະວັດ ຖຸລະເບີດ ແລະ ປາຖະກະຖາ 3 ວັນ ປະຫວັດສາດຂອງຊາດ ຄື: ເອກກະ ສານກ່ຽວກັບວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026), ວັນຢຶດອຳນາດ ຄົບຮອບ 81 ປີ (23/8/1945-23/8/2026) ແລະ ເອກະສານມູນເຊື້ອການກຳ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດ ເນື່ອງໃນໂອກາດ ຄົບຮອບ 76 ປີ (13/8/ 1950-13/8/2026). ການຈັດຕັ້ງເຜີຍແຜ່ເອກະສານ ແລະ ປາຖະກະຖາວັນສຳຄັນຂອງ ພັກ-ຂອງຊາດ ຄັ້ງນີ້, ເພື່ອເຮັດໃຫ້ ສະມາຊິກພັກ ແລະ ພະນັກງານລັດ ຖະກອນ ໃນທົ່ວຫ້ອງວ່າການສູນ ກາງພັກ ໄດ້ຮັບຮູ້, ກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງເນື້ອໃນ, ຄວາມໝາຍແລະຄວາມສຳຄັນຂອງ ເອກະສານສຳຄັນຂອງພັກ-ຂອງ ຊາດ. ພ້ອມກັນນັ້ນ, ຈະເປັນການສ້າງ ຄວາມເອກະພາບທາງດ້ານແນວ ຄິດ, ການຮັບຮູ້ ແລະ ການປະຕິບັດ ພາຍໃນອົງການຈັດຕັ້ງ ເພື່ອນຳເອົາ ເນື້ອໃນມະຕິ ແລະ ແນວທາງຕ່າງໆ ໄປຜັນຂະຫຍາຍ ແລະ ນຳໄປປະຕິ ບັດໃຫ້ເກີດຜົນເປັນຮູບປະທຳ. ຂ່າວ: ກິດຕາ; ພາບ: ເກດສະໜາ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມ ໄຊ ເພື່ອຕິດຕາມສະພາບການເປັນຢູ່ ແລະ ສະແດງຄວາມເປັນຫ່ວງເປັນ ໃຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຢູ່ຫລາຍເມືອງ ແລະ ຫລາຍບ້ານຂອງແຂວງອຸດົມ ໄຊ. ພ້ອມທັງໄດ້ນຳເອົາເຄື່ອງອຸປະ ໂພກ-ບໍລິໂພກ ແລະ ເງິນສົດ ລວມ ມູນຄ່າ150ລ້ານກີບມອບໃຫ້ແຂວງ ອຸດົມໄຊ ເພື່ອຈັດສັນ ແລະ ແບ່ງປັນ ໃຫ້ຜູ້ປະສົບໄພຢ່າງທົ່ວເຖິງ. ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ປະທານສະພາປະ ຊາຊົນແຂວງອຸດົມໄຊ ໄດ້ລາຍງານ ສະພາບໄພນ້ຳຖ້ວມ ໃນໄລຍະຜ່ານ ມາ, ວິທີການຮັບມື, ວິທີການແກ້ໄຂ ສຸກເສີນແລະແຜນການບຳລຸງສ້ອມ ແປງ ເພື່ອໃຫ້ສະພາບການກັບຄືນສູ່ ປົກກະຕິໃນຕໍ່ໜ້າ. ຈາກເຫດການໄພ ນ້ຳຖ້ວມ ໄດ້ສົ່ງຜົນກະທົບຢ່າງໜັກ ໜ່ວງ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ສູນຫາຍ 1 ຄົນ. ດ້ານຊັບສິນ ແລະ ພື້ນຖານໂຄງລ່າງ ຂອງປະຊາ ຊົນ ແລະ ຂອງລັດ ເສຍຫາຍຢ່າງ ຫລວງຫລາຍ ເປັນຕົ້ນ ໂຮງຮຽນ, ໂຮງໝໍ, ລະບົບຊົນລະປະທານ, ໄຮ່- ນາ, ຮົ້ວ-ສວນ, ເຮືອນຊານ-ບ້ານ ຊ່ອງ, ສັດລ້ຽງ, ໜອງປາ, ຕາໜ່າງ ໄຟຟ້າ, ນ້ຳປະປາ ແລະ ຖະໜົນຫົນ ທາງ ພ້ອມທັງລະບົບຄົມມະນາຄົມ ຖືກຕັດຂາດ ເປັນເວລາຫລາຍວັນ. ຕໍ່ກັບສະພາບການດັ່ງກ່າວ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ ເນັ້ນໃຫ້ອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈ ໃສ່ ແລະ ລະມັດລະວັງເປັນພິເສດ ກ່ຽວກັບໂລກໄພໄຂ້ເຈັບທີ່ອາດຈະ ມາກັບນ້ຳຖ້ວມທັງໃນຄົນ ແລະ ສັດ ລ້ຽງ ພ້ອມທັງໃຫ້ເພີ່ມທະວີຄວາມ ເອົາໃຈໃສ່ໃນການຊີ້ນຳ ປະຊາຊົນ ເພື່ອຟື້ນຟູຊີວິດການເປັນຢູ່ຕໍ່ຄອບ ຄົວຜູ້ທີ່ໄດ້ຮັບຜົນກະທົບ ໃຫ້ກັບມາ ສູ່ສະພາບປົກກະຕິໂດຍພື້ນຖານ. ສຳລັບເສັ້ນທາງທີ່ຖືກຕັດຂາດແມ່ນ ຕ້ອງໄດ້ເລັ່ງແກ້ໄຂໃຫ້ໄວທີ່ສຸດ ແລະ ບໍ່ໃຫ້ມີບັນຫາໃນຂອດການ ຈັດຕັ້ງປະຕິບັດ ໂດຍຕ້ອງປະຕິບັດ ຢ່າງລະອຽດອ່ອນ ແລະ ຄຳນຶງເຖິງ ຜົນປະໂຫຍດຂອງທຸກຝ່າຍ. ນອກ ຈາກນີ້, ຕໍ່ກັບຄອບຄົວຜູ້ເສຍຊີວິດ ແມ່ນໃຫ້ຮ່ວມເຮັດບຸນສິນກິນທານ ນຳຄອບຄົວທີ່ສູນເສຍຕາມເງື່ອນ ໄຂເພື່ອຊ່ວຍເຫລືອບັນເທົາທຸກແລະ ສະແດງເຖິງຄວາມມີມະນຸດສະທຳ. ໂອກາດດຽວກັນ,ຄະນະດັ່ງກ່າວ ໄດ້ລົງເຄື່ອນໄຫວຢ້ຽມຢາມຄອບ ຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດ ນ້ຳຖ້ວມໂດຍກົງ ຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ພ້ອມທັງນຳເອົາ ເຄື່ອງອຸປະໂພກ-ບໍລິໂພກມອບໃຫ້ປະ ຊາຊົນຜູ້ປະສົບໄພ ເພື່ອຊ່ວຍເຫລືອ ບັນເທົາທຸກ ແລະ ເພື່ອເປັນການໃຫ້ ກຳລັງໃຈ, ສ້າງຄວາມອົບອຸ່ນໃຫ້ ກັບປະຊາຊົນໃນການຟື້ນຟູ ແລະ ດຳເນີນຊີວິດປະຈຳວັນຕໍ່ໄປ. ວິຊາການ, ດ້ານພະລາທິການ, ຈົນ ຮອດດ້ານການຕ້ອນຮັບ ແລະ ການ ຮັກສາຄວາມປອດໄພ. ລັດຖະບານ ໄດ້ຕົກລົງເຫັນດີສ້າງຕັ້ງຄະນະຊີ້ ນຳລະດັບຊາດ ທີ່ປະກອບດ້ວຍຄະ ນະຮັບຜິດຊອບວຽກງານສະເພາະ ດ້ານຂຶ້ນມາ ເພື່ອຮັບປະກັນໃຫ້ທຸກ ຂະແໜງການທີ່ກ່ຽວຂ້ອງ ມີການ ປະສານສົມທົບກັນຢ່າງລະອຽດ ໃນການກະກຽມວຽກງານທັງທາງ ດ້ານເນື້ຶອໃນ ແລະ ພາລາທິການ, ພ້ອມກັບໃຫ້ມີການຕິດຕາມກວດ ກາຄວາມຄືບໜ້າຢ່າງເປັນປົກກະຕິ ແລະ ເປັນລະບົບ. ໃນດ້ານເນື້ອໃນ ແມ່ນມີຄວາມ ຄືບໜ້າຕາມກຳນົດ, ສັນຍາການເປັນ ເຈົ້າພາບ ລະຫວ່າງ ສປປ ລາວ ກັບ ອົງການສະຫະປະຊາຊາດ ໄດ້ສຳ ເລັດການເຊັນຮ່ວມກັນເປັນທີ່ຮຽບ ຮ້ອຍແລ້ວ. ພ້ອມກັນນັ້ນ, ບັນດາເອ ກະສານສຳຄັນ ເປັນຕົ້ນເເມ່ນແຜນ ປະຕິບັດງານນະຄອນຫລວງວຽງ ຈັນ ສະບັບໃໝ່ (VCAP 20272031) ແລະ ຖະແຫລງການການ ເມືອງ ກໍກໍາລັງຢູ່ໃນຂັ້ນຕອນສຸດ ທ້າຍຂອງການເຈລະຈາ ເພື່ອກຽມ ນໍາສະເໜີໃຫ້ບັນດາປະເທດພາຄີ ພິຈາລະນາ ແລະ ຮັບຮອງເອົາຢ່າງ ເປັນທາງການ ໃນໄລຍະກອງປະ ຊຸມ 14-18 ກັນຍາ 2026 ນີ້. ມາຮອດປັດຈຸບັນ, ແມ່ນຄາດວ່າ ຈະມີຄະນະຜູ້ແທນລະດັບສູງ ຈາກ ທົ່ວທຸກມູມໂລກເດີນທາງເຂົ້າຮ່ວມ ກອງປະຊຸມເປັນຈຳນວນຫລວງ ຫລາຍ ຊຶ່ງໜັງສືເຊື້ອເຊີນ ພ້ອມທັງ ເອກະສານທີ່ຈຳເປັນ ໄດ້ຖືກສົ່ງໄປ ໃຫ້ບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ຢ່າງທົ່ວເຖິງແລ້ວ. ດ້ານສະຖານທີ່ ຈັດກອງປະຊຸມ ແລະ ການອຳນວຍ ຄວາມສະດວກຕ່າງໆ ກໍແມ່ນຢູ່ໃນ ຂັ້ນຕອນສຸດທ້າຍຂອງການກະ ກຽມເຊັ່ນກັນ ໂດຍໄດ້ຮັບການຮ່ວມ ມືຈາກທຸກພາກສ່ວນ ທັງພາກລັດ ແລະ ພາກເອກະຊົນ ຢ່າງພ້ອມພຽງ. ທ່ານ ນາງ ມຸກດາວັນ ສີສຸລິດ ໄດ້ກ່າວອີກວ່າ: ຂ້າພະເຈົ້າມີຄວາມ ໝັ້ນໃຈຢ່າງສູງ ດ້ວຍພື້ນຖານປະ ສົບການທີ່ ສປປ ລາວ ເຄີຍໄດ້ຮັບ ກຽດເປັນເຈົ້າພາບຈັດກອງປະຊຸມ ສາກົນໃນລັກສະນະດຽວກັນນີ້ມາ ກ່ອນ, ປະກອບກັບຄວາມຮ່ວມມື ອັນແໜ້ນແຟ້ນຈາກທຸກພາກສ່ວນ ທັງພາຍໃນປະເທດ ແລະ ບັນດາປະ ເທດຄູ່ຮ່ວມພັດທະນາສາກົນ, ຂ້າ ພະເຈົ້າມີຄວາມເຊື່ອໝັ້ນວ່າ ສປປ ລາວ ຈະສາມາດປະຕິບັດພາລະບົດ ບາດເປັນປະທານ ແລະ ເຈົ້າພາບ ກອງປະຊຸມທົບທວນສົນທິສັນຍາ CCM ຮອບວຽນທີ 3 ນີ້ໄດ້ຢ່າງມີ ປະສິດທິຜົນ ແລະ ເປັນທີ່ຍອມຮັບ ຂອງວົງຄະນະຍາດສາກົນ. ຮອງອໍານວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງ ທັບບົກ ສປ ຈີນ, ທີ່ປຶກສາທູດປ້ອງ ກັນຊາດ ສປ ຈີນ ປະຈໍາ ສປປ ລາວ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ບົວສິງ ອິນທະວົງ ກໍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ກ່າວຄວາມຍິນດີຕ້ອນຮັບຢ່າງອົບ ອຸ່ນ ແລະ ສະແດງເຖິງມູນເຊື້ອ ຄວາມສາມັກຄີຮັກແພງ ລະຫວ່າງ ສອງຊາດ, ສອງພັກ, ສອງກອງ ທັບ ກໍຄື ສອງເຫລົ່າຮົບເສນາຮັກ ກອງທັບປະຊາຊົນລາວກັບກອງ ທັບປົດປ່ອຍປະຊາຊົນຈີນ ໃຫ້ນັບມື້ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ຈຸດປະສົງການມາເຄື່ອນໄຫວວຽກ ງານໃນຄັ້ງນີ້, ເພື່ອຈັດຕັ້ງປະຕິບັດ ແຜນການລວມໃນການຮ່ວມມື ດ້ານການທະຫານ ລະຫວ່າງ ສອງ ກອງທັບລາວ-ຈີນ ໃຫ້ເປັນຮູບປະ ທຳ, ລົງເລິກຂະຫຍາຍການຮ່ວມ ມືທາງດ້ານສາທາລະນະສຸກ ລະ ຫວ່າງ ສອງກອງທັບລາວ-ຈີນ ໃຫ້ ປະກົດຜົນເປັນຈິງ, ຍົກລະດັບຄວາມ ສາມາດ ໃນການຮ່ວມກັນບັນຊາ ວຽກງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍເຫລືອ ລະ ຫວ່າງສອງກອງທັບໃຫ້ສູງຂຶ້ນ ແລະ ເພື່ອສ້າງເປັນແບບແຜນສະ ເພາະໃຫ້ແກ່ການແລກປ່ຽນຮ່ວມມື ດ້ານການແພດການທະຫານ ລະ ຫວ່າງສອງຝ່າຍ, ທັງເປັນການສືບ ຕໍ່ເສີມຂະຫຍາຍໄມຕິຈິດມິດຕະ ພາບອັນເປັນມູນເຊື້ອຂອງສອງ ປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໄປ, ຊຸກຍູ້ການພົວພັນມິດຕະພາບ ຂອງສອງປະເທດ, ສອງກອງທັບ ໃຫ້ປະກົດຜົນເປັນຈິງ. ຂ່າວ-ພາບ: ຄໍາປະສົງ ລາດຊະວົງ ການແຂ່ງຂັນຮອບຄັດເລືອກ, ຄັ້ງ ທີ 3 ການແຂ່ງຂັນຮອບຮອງຊະນະ ເລີດ ແລະ ຄັ້ງທີ 4 ການແຂ່ງຂັນ ຮອບຊີງຊະນະເລີດ, ມູນຄ່າເງິນ ລາງວັນການແຂ່ງຂັນ 760 ລ້ານ ກີບ ໂດຍຈະອອກອາກາດຢູ່ໂທລະ ພາບແຫ່ງຊາດລາວ ຊ່ອງ ທຊລ 3 ໃນທ້າຍປີ 2026 ນີ້. ທ່ານ ນາງ ໄພວັນ ບຸນທະວົງ ຜູ້ຮັບຜິດຊອບລາຍການດາວດວງ ໃໝ່ ໄດ້ໃຫ້ຮູ້ໃນໂອກາດຖະແຫລງ ຂ່າວເປີດລາຍການແຂ່ງຂັນ ສຽງ ເພງລາວທົ່ວປະເທດ “ລາຍການ ດາວດວງໃໝ່ 2026” ໃນວັນທີ 4 ກັນຍາ 2026 ຜ່ານມາວ່າ: ການ ແຂ່ງຂັນຮ້ອງເພງຄັ້ງນີ້, ເປັນການ ອະນຸລັກ ແລະ ສົ່ງເສີມສິລະປະວັນ ນະຄະດີຂອງຊາດລາວ ໃຫ້ຄຽງຢູ່ ຄູ່ກັບຄົນລາວຕະຫລອດໄປ, ທັງ ເປັນການພັດທະນາລາຍການຂອງ ໂທລະພາບແຫ່ງຊາດລາວ ໃຫ້ມີ ຫລາກຫລາຍສີສັນ ແລະ ດຶງດູດຜູ້ ຊົມໃຫ້ຫັນມາຕິດຕາມໂທລະພາບ ແຫ່ງຊາດເພີ່ມຂຶ້ນ, ເພື່ອເປັນເວທີ ໃນການສົ່ງເສີມ, ຮັກສາ ແລະ ສືບ ສານສິລະປະວັດທະນະທໍາໃຫ້ໄວ ໜຸ່ມທີ່ມີພອນສະຫວັນ, ມີຄວາມສາ ມາດກ້າສະແດງອອກ ແລະ ຮ່ວມ ເປັນກໍາລັງໃຈໃຫ້ທຸກຄວາມສາ ມາດໄດ້ເປັ່ງປະກາຍອອກມາຍ່າງ ເຕັມທີ່. ນອກຈາກນີ້, ກໍເພື່ອໃຫ້ ລາຍການດາວດວງໃໝ່ ເປັນບ່ອນ ສົ່ງຕໍ່ແຮງບັນດານໃຈ ແລະ ພະລັງ ບວກໃຫ້ກັບຜູ້ຊົມ ທີ່ກຳລັງລຸກຂຶ້ນ ໄລ່ຕາມຄວາມຝັນຂອງຕົນເອງ, ເພື່ອຄົ້ນຫາ ແລະ ເປີດໂຕເພັດເມັດ ງາມ, ດາວດວງໃໝ່ ທີ່ອາດຈະຍັງ ບໍ່ທັນມີໃຜໄດ້ເຫັນໃຫ້ມີໂອກາດມາ ແຈ້ງເກີດໃນເວທີນີ້ ຊຶ່ງເວທີນີ້ບໍ່ ພຽງແຕ່ເປັນການແຂ່ງຂັນ ແຕ່ເປັນ ເວທີແຫ່ງການຮຽນຮູ້ ທີ່ເປີດໂອ ກາດໃຫ້ຜູ້ເຂົ້າຮ່ວມ ໄດ້ພັດທະນາ ຕົນເອງ ແລະ ເຕີບໃຫຍ່ຢ່າງມີຄຸນ ນະພາບ. ທ່ານໃດທີ່ສົນໃຈ ສາມາດສະ ໝັກເຂົ້າຮ່ວມແຂ່ງຂັນ ທາງເວັບໄຊ www.laosinger.com ຫລື ສະ ແກນ ຄິວອາໂຄດ ເພື່ອລົງສະໝັກ, ສ່ວນເງື່ອນໄຂຂອງຜູ້ສະໝັກ ບໍ່ຈໍາ ກັດເພດ, ຕ້ອງແມ່ນຄົນລາວ ທີ່ມີອາ ຍຸ 15-40 ປີ, ຕ້ອງຮ້ອງເພງລາວ (ສະຕິງ ຫລື ລູກທົ່ງບ້ານນາ). ສຳ ລັບ ລາງວັນຊະນະເລີດ ລວມມູນ ຄ່າ 300 ລ້ານກີບ. ໃນນັ້ນ, ເງິນສົດ 200 ລ້ານກີບ, ຂັນລາງວັນ, ໃບຢັ້ງ ຢືນ, ທຶນຝຶກອົບຮົມ 3 ເດືອນຢູ່ ສປ ຈີນ ແລະ ເຊັນສັນຍາເປັນສິລະປິນ; ລາງວັນຮອງຊະນະເລີດລວມມູນ ຄ່າ 200 ລ້ານກີບ. ໃນນັ້ນ, ເງິນສົດ 100 ລ້ານກີບ, ຂັນລາງວັນ, ໃບຢັ້ງ ຢືນ, ທຶນຝຶກອົບຮົມ 3 ເດືອນ ຢູ່ ສປ ຈີນ ແລະ ເຊັນສັນຍາເປັນສິລະປິນ; ຮອງອັນດັບ 2 ລວມມູນຄ່າຂອງ ລາງວັນ 150 ລ້ານກີບ, ເງິນສົດ 50 ລ້ານກີບ, ຂັນລາງວັນ, ໃບຢັ້ງ ຢືນ, ທຶນຝຶກອົບຮົມ 3 ເດືອນ ທີ່ ສປ ຈີນ, ເຊັນສັນຍາເປັນສິລະປິນ, ທີ 4-10, ລວມມູນຄ່າຂອງລາງວັນ 10 ລ້ານກີບ, ໃບຢັ້ງຢືນ, ເຊັນສັນ ຍາເປັນສິລະປິນ (ອັນດັບ 4-5 ຈະ ໄດ້ຮັບທຶນຝຶກອົບຮົມ ຢູ່ ສປ ຈີນ 3 ເດືອນ) ແລະ ທີ 11-30 ລວມມູນ ຄ່າຂອງລາງວັນ 2 ລ້ານກີບ, ເງິນ ສົດ 2 ລ້ານກີບ ແລະ ໃບຢັ້ງຢືນ. ໂອກາດນີ້, ທ່ານ ວັນລາຕີ ຄໍາ ວານວົງສາ ຜູ້ອໍານວຍການໃຫຍ່ ໂທລະພາບແຫ່ງຊາດ ໄດ້ກ່າວວ່າ: ໂທລະພາບແຫ່ງຊາດລາວ ມີຄວາມ ພະຍາຍາມ, ມີຄວາມຕັ້ງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ຈະໄດ້ມີ ລາຍການໃໝ່ ອອກສູ່ສາຍຕາຜູ້ຊົມ ໂດຍສະເພາະແມ່ນລາຍການບັນ ເທີງ ກໍຄື ການແຂ່ງຂັນສຽງເພງ ຂອງຄົນລາວ, ຂອງໄວໜຸ່ມລາວ ແລະ ຜູ້ທີ່ມີຄວາມສົນໃຈ, ມັກຮັກໃນ ການຮ້ອງເພງ ຊຶ່ງລາຍການແຂ່ງ ຂັນສຽງເພງຄັ້ງນີ້, ເປັນການປະ ກອບສ່ວນໃນການສ້າງຂະບວນ ການ ແລະ ສົ່ງເສີມທາງດ້ານວັດທະ ນະທໍາ ໂດຍສະເພາະດ້ານສິລະປະການສະແດງ, ທັງເປັນການສືບ ທອດ, ສືບສານມູນເຊື້ອ, ຮີດຄອງ ປະເພນີ, ການປະດິດຄິດແຕ່ງ, ສຽງ ເພງ, ສຽງຂັບ, ສຽງລໍາ ທີ່ເປັນເອ ກະລັກ, ເປັນມໍລະດົກຂອງປວງຊົນ ລາວ ແລະ ໃຫ້ຢູ່ຄຽງຄູ່ກັບສັງຄົມ ລາວຕະຫລອດໄປ, ລາຍການນີ້ ເປັນພຽງຈຸດເລີ່ມຕົ້ນໜຶ່ງ ແລະ ກໍ ເປັນການປະກອບສ່ວນໃນການ ແລກປ່ຽນວັດທະນະທໍາ ຜ່ານສຽງ ເພງ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ ໃນຕໍ່ໜ້າອີກດ້ວຍ. ຂ່າວ: ກິດຕາ; ພາບ: ເກດສະໜາ ລະຫວ່າງ ບັນດາສະມາຊິກພາຍໃນ ກຸ່ມ ກຍອວ ກໍຄື ບັນດາປະເທດສະ ມາຊິກອາຊຽນ. ທ່ານ ນາງ ແສງດາວັນ ວົງໄຊ ປະທານກຸ່ມ ກຍອວ ໄດ້ສະແດງ ຄວາມຍິນດີຕ້ອນຮັບບັນດາສະມາ ຊິກໃໝ່ຂອງກຸ່ມດັ່ງກ່າວ ແລະ ມີ ຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອເປັນ ນິມິດໝາຍອັນດີໃນການຈະສືບຕໍ່ ເຄື່ອນໄຫວວຽກງານ ແລະ ກິດຈະ ກໍາຕ່າງໆ ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້, ແນໃສ່ປະ ກອບສ່ວນເຂົ້າໃນການເຄື່ອນໄຫວ ໃນຂະບວນການລວມຂອງອາ ຊຽນ. ພ້ອມກັນນີ້, ທ່ານ ນາງ ຂັນ ມາລາ ພັນດານຸວົງ ອະດີດປະທານ ກຸ່ມ ກຍອວ ກໍໄດ້ລາຍງານຕໍ່ກອງ ປະຊຸມກ່ຽວກັບບັນດາວຽກງານ ແລະ ກິດຈະກໍາຂອງກຸ່ມດັ່ງກ່າວ ໃນໄລຍະຜ່ານມາ, ລວມທັງການ ນໍາໃຊ້ຄັງເງິນຂອງກຸ່ມ. ກອງປະ ຊຸມຄັ້ງນີ້, ໄດ້ເຫັນດີຕໍ່ການແຕ່ງຕັ້ງ ບັນດາທ່ານຮອງປະທານຂອງກຸ່ມ ດັ່ງກ່າວ ໂດຍແມ່ນ ທ່ານເອກອັກ ຄະລັດຖະທູດຟີລິບປິນປະຈໍາ ສປປ ລາວ; ພັນລະຍາຂອງທ່ານເອກ ອັກຄະລັດຖະທູດສິງກະໂປ ປະຈໍາ ສປປ ລາວ ແລະ ພັນລະຍາຂອງ ທ່ານຮອງລັດຖະມົນຕີກະຊວງ ການຕ່າງປະເທດແຫ່ງ ສປປ ລາວ. ກຸ່ມແມ່ຍິງອາຊຽນທີ່ນະຄອນ ຫລວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2017 ໂດຍມີຈຸດປະສົງເພື່ອສົ່ງ ເສີມຄວາມສາມັກຄີໃນອາຊຽນ, ການຮ່ວມມື ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນລະຫວ່າງແມ່ຍິງ ອາຊຽນທີ່ນະຄອນຫລວງວຽງຈັນ, ພ້ອມທັງສ້າງໂອກາດໃຫ້ມີການ ແລກປ່ຽນທາງດ້ານວັດທະນະທຳ ແລະ ສັງຄົມລະຫວ່າງສະມາຊິກ ດ້ວຍກັນ. ປັດຈຸບັນ, ປະທານກິດຕິ ມະສັກຂອງກຸ່ມ ກຍອວ ແມ່ນທ່ານ ນາງ ວາດສະໜາ ພົມວິຫານ ພັນ ລະຍາຂອງທ່ານຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ. ສປປ ລາວ... ເປີດຮັບສະໝັກ...ີັັ ກອງປະຊຸມ...ຸ ຄະນະຊ່ຽວຊານ...່
64 xu lkprq ;ra odkom6 f ]k;{s;Pfok, Ij ;,lh k'Ij ;,ra fmtok c]t dh k;wxl6 j s5 h olj ;op5 fmtlkf 08/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ຄະນະ ບກ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ)ື່ັ້ັ້ົັູົີ l6 o7Q o7;h kdko]h P'la f gru j ,mt;u ra fmtokco;ra o c]t g8a doy ddko]h P'la f lh k']kpIa [\A o7q '.sh -k;dtly dvo ໂດຍ: ທະນູທອງ ຂປລ. ສູນຄົ້ນຄວ້າການລ້ຽງ ສັດ (ສລສ) ເປັນກົງຈັກໜຶ່ງຂອງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ(ສກປພ) ມີພາລະບົດບາດສຳຄັນໃນການຄົ້ນ ຄວ້າ, ພັດທະນາ ແລະ ຖ່າຍທອດ ອົງຄວາມຮູ້ດ້ານການລ້ຽງສັດໃຫ້ ແກ່ຂະແໜງກະສິກຳ ແລະ ຊາວ ກະສິກອນ, ລວມເຖິງການສຳຫລວດ ແນວພັນ, ການປັບປຸງແນວພັນ, ການຄົ້ນຄວ້າອາຫານສັດ, ການ ທົດລອງເຕັກນິກໃໝ່ ແລະ ການນຳ ຜົນງານການຄົ້ນຄວ້າໄປປະຍຸກໃຊ້ ໃນການຜະລິດຕົວຈິງ. ທັງນີ້ ແນ ໃສ່ຊຸກຍູ້ສົ່ງເສີມຊາວກະສິກອນໃນ ຂອບເຂດທົ່ວປະເທດ ໃຫ້ມີລາຍຮັບ ທີ່ໝັ້ນຄົງ ແລະ ມີຊີວິດການເປັນຢູ່ ທີ່ດີຂຶ້ນເປັນກ້າວໆ ຊຶ່ງສູນຄົ້ນຄວ້າ ດັ່ງກ່າວ ຕັ້ງຢູ່ບ້ານສີວິໄລ, ເມືອງ ນາຊາຍທອງ, ນະຄອນຫລວງ ວຽງຈັນ. ທ່ານ ພູຄຳ ວຽງວິໄລ ຮອງຫົວ ຕະຫລອດໄລຍະແຫ່ງການພັດ ທະນາຂອງຫວຽດນາມ ລ້ວນແຕ່ ມີການຮ່ວມມືຂອງປະເທດຊາດ ກໍຄື ປະຊາຊົນລາວອ້າຍນ້ອງ. ສາຍ ພົວພັນ ລາວ-ຫວຽດນາມ ແມ່ນ ສາຍພົວພັນທີ່ພິເສດ ຊຶ່ງໄດ້ຮັບ ການກໍ່ຕັ້ງໂດຍປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ແລະ ໄດ້ຮັບການ ເພີ່ມພູນຄູ້ນສ້າງໂດຍຜູ້ນຳ ແລະ ປະ ຊາຊົນສອງປະເທດຫລາຍຮຸ່ນຕໍ່ໆ ໄປ. ສາຍພົວພັນນັ້ນ ໄດ້ຮັບການ ຫລໍ່ຫລອມຜ່ານການທົດສອບຂອງ ປະຫວັດສາດ ແລະ ໄດ້ກາຍເປັນຊັບ ສົມບັດລວມອັນລ້ຳຄ່າຂອງສອງ ຊາດ ແລະ ເປັນແຫລ່ງກໍາລັງອັນ ໃຫຍ່ຫລວງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ. ໃນປັດຈຸບັນ, ຄວາມຕ້ອງການຕັ້ງຂຶ້ນແມ່ນຕ້ອງ ສືບຕໍ່ຄຽງບ່າຄຽງໄຫລ່ ເພື່ອຮ່ວມ ກັນພັດທະນາ, ຮ່ວມກັນສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ແລະ ຮ່ວມ ກັນຍົກສູງຖານະບົດບາດຂອງແຕ່ ລະປະເທດໃນສະພາບການຂອງ ໂລກທີ່ກຳລັງມີການປ່ຽນແປງຢ່າງ ໄວວາ. ທ້າຍປີ 2025, ລາວຫວຽດນາມ ໄດ້ເຫັນດີເພີ່ມເນື້ອ ໃນ “ຫຸ້ນສ່ວນຍຸດທະສາດ” ເຂົ້າ ໃນກອບສາຍພົວພັນ “ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ”. “ຫຸ້ນສ່ວນ ຍຸດທະສາດ” ນີ້ບໍ່ພຽງແຕ່ເປັນ ການເພີ່ມເທົ່ານັ້ນ, ແຕ່ຍັງເປັນການ ພັດທະນາໃໝ່ໃນຄຸນນະພາບຂອງ ສາຍພົວພັນລະຫວ່າງສອງປະເທດ, ນັ້ນແມ່ນການເປັນຫຸ້ນສ່ວນດ້ານ ວິໄສທັດ ແລະ ຜົນປະໂຫຍດການ ພັດທະນາຍາວນານ; ຫຸ້ນສ່ວນລະ ຫວ່າງສະຖຽນລະພາບ, ຄວາມ ໝັ້ນຄົງ, ການພັດທະນາຂອງແຕ່ລະ ປະເທດ; ຫຸ້ນສ່ວນລະຫວ່າງສອງ ພື້ນຖານເສດຖະກິດ ແລະ ພື້ນທີ່ ການພັດທະນາ; ສິ່ງທີ່ສຳຄັນທີ່ສຸດ ແມ່ນຫຸ້ນສ່ວນອະນາຄົດຂອງສອງ ຊາດບົນພື້ນຖານຂອງຄວາມເປັນ ເອກະລາດ, ເປັນເຈົ້າຕົນເອງ ແລະ ມີຜົນປະໂຫຍດຮ່ວມກັນ. ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການປັບປຸງຢ່າງໜັກ ແໜ້ນ, ສະໜິດສະໜົມ, ຄວາມ ໄວ້ເນື້ອເຊື່ອໃຈ, ເປັນແກນກາງ ຫລັກແຫລ່ງກຳນົດທິດສັງລວມ ໃຫ້ແກ່ສາຍພົວພັນລະຫວ່າງສອງ ປະເທດ, ປະສານສົມທົບຢ່າງໜັກ ແໜ້ນໃນບັນດາວຽກງານກ່ຽວກັບ ຄວາມໝັ້ນຄົງ ແລະ ການພັດທະນາ ຂອງແຕ່ລະປະເທດ. ເສົາຄໍ້າການ ຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບນັບມື້ ສະໜິດແໜ້ນ, ເລິກເຊິ່ງ ແລະ ເປີດ ກວ້າງຮອບດ້ານ; ການຮ່ວມມື ດ້ານລົງທຶນ, ການຄ້າໄດ້ຮັບການ ເອົາໃຈໃສ່ຊຸກຍູ້ຈາກທັງສອງ ຝ່າຍ, ມີຫລາຍການຫັນປ່ຽນຢ່າງ ແຂງແຮງ, ຫັນໄປສູ່ປະສິດທິພາບ ແລະ ແທດຕົວຈິງ. ຫວຽດນາມ ສືບ ຕໍ່ເປັນໜຶ່ງໃນບັນດານັກລົງທຶນ, ຄູ່ ຮ່ວມມືດ້ານການຄ້າທີ່ໃຫຍ່ທີ່ສຸດ ຢູ່ລາວ. ໃນ 7 ເດືອນຕົ້ນຂອງ ປີ 2026, ບັນດາວິສາຫະກິດ ຫວຽດນາມ ໄດ້ດຳເນີນໂຄງການ ລົງທຶນໃໝ່ 18 ໂຄງການຕື່ມອີກ ໃນຕະຫລາດລາວ, ທຶນຈົດທະບຽນ ທັງໝົດຫລາຍກວ່າ 300 ລ້ານ ໂດລາສະຫະລັດ (ເພີ່ມຂຶ້ນ 2,2 ເທົ່າທຽບກັບໄລຍະດຽວກັນຂອງ ປີ 2025); ຍອດມູນຄ່າການຄ້າ ສອງຝ່າຍບັນລຸປະມານ 1,47 ຕື້ ໂດລາສະຫະລັດ ແລະ ສືບຕໍ່ຮັກສາ ລະດັບການເຕີບໂຕຢ່າງຕັ້ງໜ້າ. ໃນນັ້ນ, ຫວຽດນາມ ຂາດດຸນ ການຄ້າຫລາຍກວ່າ 635 ລ້ານ ໂດລາສະຫະລັດ ຈາກການນໍາ ເຂົ້າສິນຄ້າຂອງລາວ. ເພື່ອສ້າງ ບາດກ້າວຫັນປ່ຽນທີ່ແຂງແຮງ ໃນການເຊື່ອມຈອດສອງພື້ນຖານ ເສດຖະກິດ ໂດຍສະເພາະແມ່ນ ຜ່ານບັນດາໂຄງການຍຸດທະສາດ ເຊັ່ນ: ທ່າເຮືອສາກົນຫວຸງອ່າງ, ທາງລົດໄຟວຽງຈັນ-ຫວຸງອ່າງ, ທາງດ່ວນຮ່າໂນ້ຍ-ວຽງຈັນ, ການເຊື່ອມຕໍ່ລະບົບພະລັງງານ ແລະ ບັນດາແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ. ເປົ້າ ໝາຍໃນໄລຍະຍາວນານແມ່ນ ເຊື່ອມຕໍ່ພື້ນຖານເສດຖະກິດສອງ ປະເທດ, ຂະຫຍາຍພື້ນທີ່ການ ພັດທະນາຂອງທັງສອງປະເທດ; ຊ່ວຍລາວເສີມຂະຫຍາຍທ່າແຮງ ທາງພູມມີສາດເສດຖະກິດໃຫ້ດີ ຂຶ້ນ; ເພີ່ມທະວີຄວາມສາມາດ ໃນການເຊື່ອມຕໍ່ກັບທະເລ ແລະ ບັນດາສູນກາງເສດຖະກິດຂອງ ພາກພື້ນ ພ້ອມກັນນັ້ນ, ສ້າງ ລະບົບຕ່ອງໂສ້ການຜະລິດ, ການ ຄ້າ ແລະ ໂລຈິສຕິກ (logistics) ໃໝ່ທີ່ທັງສອງປະເທດຈະໄດ້ຮັບຜົນ ປະໂຫຍດ. 64 ປີ ຂອງສາຍພົວພັນການທູດ ເປັນຫລັກໝາຍສຳຄັນໃນການ ຫວນຄືນເຖິງບົດຮຽນອັນລ້ຳຄ່າ. ຈາກການຄຽງບ່າຄຽງໄຫລ່ໃນ ໄລຍະຕໍ່ສູ້, ສູ່ການຮ່ວມມືສ້າງສາ ປະເທດ, ຈົນຮອດການເປັນຫຸ້ນ ສ່ວນຍຸດທະສາດໃນປັດຈຸບັນ, ສາຍ ພົວພັນ ລາວ-ຫວຽດນາມ ໄດ້ ພິສູດໃຫ້ເຫັນເຖິງຄວາມໝັ້ນຄົງ, ຄວາມຈິງໃຈ ແລະ ຄວາມຍືນຍົງ. ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ ຈະສືບຕໍ່ເປັນຊັບສົມບັດ ອັນລ້ຳຄ່າຂອງສອງຊາດ, ເປັນຂົວ ເຊື່ອມຈາກອະດີດສູ່ປັດຈຸບັນ ແລະ ເປີດທາງສູ່ອະນາຄົດຮ່ວມກັນຢ່າງ ໝັ້ນຄົງ, ສັນຕິສຸກ ແລະ ຈະເລີນ ຮຸ່ງເຮືອງ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໜ້າສູນຄົ້ນຄວ້າການລ້ຽງສັດ ທັງ ເປັນຜູ້ຊີ້ນຳກຸ່ມວຽກຄົ້ນຄວ້າການ ລ້ຽງສັດຄ້ຽວເອື້ອງໃຫ້ສຳພາດຕໍ່ ນັກຂ່າວສຳນັກຂ່າວສານປະເທດ ລາວ ໃນວັນທີ 8 ສິງຫາ 2026 ຜ່ານມານີ້ວ່າ: ສູນຄົ້ນຄວ້າການ ລ້ຽງສັດ ມີພາລະບົດບາດໃນການ ຄົ້ນຄວ້າ, ທົດລອງ, ສາທິດ ແລະ ຝຶກອົບຮົມດ້ານການລ້ຽງສັດ ໃຫ້ແກ່ ບຸກຄະລາກອນຂະແໜງກະສິກຳ ທັງຂັ້ນແຂວງ ແລະ ຂັ້ນເມືອງໃນ ຂອບເຂດທົ່ວປະເທດ. ຕະຫລອດ ໄລຍະການດຳເນີນງານ, ສູນໄດ້ ມຸ່ງເນັ້ນການສຳຫລວດ, ເຕົ້າໂຮມ, ສຶກສາ ແລະ ຕີລາຄາຊີວະນາໆພັນ ຂອງສັດ ແລະ ພືດອາຫານສັດ ເພື່ອ ສ້າງຖານຂໍ້ມູນສຳລັບການນຳໃຊ້ ແລະ ອະນຸລັກ. ພ້ອມກັນນັ້ນ, ຍັງ ຄົ້ນຄວ້າ, ຄັດເລືອກ, ປັບປຸງ ແລະ ຂະຫຍາຍແນວພັນສັດ ເຊັ່ນ: ງົວ, ໝູ, ແບ້ ແລະ ສັດປີກ ໂດຍມຸ່ງເນັ້ນ ໃຫ້ແນວພັນສັດ ມີຜະລິດຕະພາບ ດີ, ແຂງແຮງ ແລະ ສາມາດປັບ ຕົວຕໍ່ສະພາບດິນຟ້າອາກາດຂອງ ສປປ ລາວ. ອີກດ້ານໜຶ່ງສູນຍັງ ໃຫ້ຄວາມສຳຄັນຕໍ່ການຄົ້ນຄວ້າ ລະບົບ, ເຕັກໂນໂລຊີ ແລະ ຮູບແບບ ການຜະລິດສັດທີ່ແທດເໝາະກັບ ແຕ່ລະທ້ອງຖິ່ນ. ການຄົ້ນຄວ້າດັ່ງ ກ່າວ ມີເປົ້າໝາຍໃຫ້ຊາວກະສິກອນ ສາມາດນຳເຕັກນິກທີ່ເໝາະສົມໄປ ໃຊ້ໃນສະພາບຕົງຈິງທັງດ້ານພັນ ສັດ, ອາຫານ, ການຈັດການຟາມ, ສຸຂະພາບສັດ ແລະ ການຕະຫລາດ. ສຳລັບດ້ານການພັດທະນາຕ່ອງ ໂສ້ມູນຄ່າ, ສູນຄົ້ນຄວ້າການລ້ຽງ ສັດ ຍັງໃຫ້ຄວາມສຳຄັນຕໍ່ການປຸງ ແຕ່ງຜະລິດຕະພັນຈາກສັດໃຫ້ໄດ້ ມາດຕະຖານ, ເພີ່ມມູນຄ່າ ແລະ ສ້າງໂອກາດໃນການເຂົ້າເຖິງຕະ ຫລາດ. ເປົ້າໝາຍສຳຄັນຄື ບໍ່ໃຫ້ ງານຄົ້ນຄວ້າຢຸດຢູ່ພຽງໃນຫ້ອງທົດ ລອງ ຫລື ສະຖານີທົດລອງແຕ່ຕ້ອງ ສາມາດນຳໄປສາທິດ, ຝຶກອົບຮົມ ແລະ ຂະຫຍາຍສູ່ການຜະລິດຕົວ ຈິງໄດ້. ປັດຈຸບັນ ສູນມີສັດລ້ຽງທີ່ນຳ ໃຊ້ໃນວຽກງານຄົ້ນຄວ້າ ແລະ ປັບ ປຸງແນວພັນຫລາຍຊະນິດ ໃນນັ້ນ ມີງົວ ທັງໝົດ 114 ໂຕ, ເປັນງົວ ພັນພື້ນເມືອງ 50 ໂຕ, ງົວພັນລູກ ປະສົມ F1 (ບຣາມັນແດງກັບ ງົວພື້ນເມືອງ 64 ໂຕ. ການຮັກສາ ງົວພັນພື້ນເມືອງຄວບຄູ່ກັບງົວລູກ ປະສົມເປັນພື້ນຖານສຳຄັນສຳລັບ ການສຶກສາ, ປຽບທຽບ ແລະ ປັບ ປຸງແນວພັນງົວໃຫ້ເໝາະສົມກັບ ການລ້ຽງໃນສະພາບດິນຟ້າອາ ກາດຂອງ ສປປ ລາວ. ພ້ອມນີ້ ຍັງ ມີແບ້ນົມ ພັນຊາແນນ ຈຳນວນ 40 ແມ່, ມີໝູ 70 ໂຕ, ໃນນັ້ນມີແມ່ພັນ ໝູລາດ 15 ແມ່. ສຳລັບ ສັດປີກ ມີ ພໍ່-ແມ່ພັນ ລວມ 1.020 ໂຕ ໃນ ນັ້ນ ມີໄກ່ລາຍໜອງແຕ່ງ 645 ໂຕ, ເປັດເທບ 99 ໂຕ, ໄກ່ຕັອກ 239 ໂຕ ແລະ ໄກ່ລາດດູກດຳ 37 ໂຕ. ຝູງສັດປີກດັ່ງກ່າວ ປະກອບມີ ພໍ່ ພັນ 177 ໂຕ ແລະ ແມ່ພັນ 843 ໂຕ ຊຶ່ງເປັນພື້ນຖານສຳລັບວຽກງານ ຄັດເລືອກ, ຂະຫຍາຍ ແລະ ປັບປຸງ ແນວພັນ. ການຄົ້ນຄວ້າດ້ານການລ້ຽງ ສັດຂອງສູນ ບໍ່ໄດ້ດຳເນີນງານຢ່າງ ໂດດດ່ຽວແຕ່ມີການຮ່ວມມືກັບ ຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ. ໜຶ່ງໃນວຽກງານ ສຳຄັນແມ່ນການຮ່ວມມືກັບກົມ ລ້ຽງສັດ ແລະ ການປະມົງ ໃນ ການກໍ່ສ້າງສູນຜະລິດນ້ຳເຊື້ອແຊ່ ແຂງງົວ ຜ່ານໂຄງການປັບປຸງ ສຸຂະພາບສັດ ແລະ ຕ່ອງໂສ້ມູນຄ່າ ຂອງການລ້ຽງສັດຕາມແລວຊາຍ ແດນຂອງ ສປປ ລາວ ໂດຍໄດ້ ຮັບທຶນຈາກທະນາຄານພັດທະນາ ອາຊີ (ADB). ນອກນັ້ນ, ຍັງໄດ້ ຮ່ວມມືກັບ ສປ ຈີນ ໃນການຄົ້ນ ຄວ້າ ແລະ ພັດທະນາແນວພັນງົວ ແລະ ແບ້ຊີ້ນທັງໝົດ 2 ໂຄງການ. ພ້ອມທັງຮ່ວມມືກັບ ສ ເກົາຫລີ ໃນການຈັດຕັ້ງໂຄງການທົດສອບ ແນວຄວາມຄິດດ້ານການຫັນປ່ຽນ ທາງດີຈິຕອນ ແລະ ປັນຍາປະດິດ (AI) ລະດັບສາກົນ. ການຮ່ວມມື ໃນຫລາຍດ້ານນີ້ ເປັນກົນໄກສຳຄັນ ໃນການນຳເອົາອົງຄວາມຮູ້, ເຕັກ ໂນໂລຊີ ແລະ ປະສົບການໃໝ່ໆ ມາປະຍຸກໃຊ້ກັບວຽກງານລ້ຽງສັດ ຂອງ ສປປ ລາວ. ພ້ອມນີ້ ການ ນຳໃຊ້ເຕັກໂນໂລຊີດີຈິຕອນ ແລະ AI ເຂົ້າໃນວຽກງານລ້ຽງສັດ ຍັງ ສາມາດເປີດທິດທາງໃໝ່ໃນການ ຕິດຕາມຝູງສັດ, ການຈັດການຟາມ, ການບັນທຶກຂໍ້ມູນແນວພັນ ແລະ ການວິເຄາະຜົນຜະລິດ. ຖ້າສາມາດ ນຳໃຊ້ໄດ້ຢ່າງເໝາະສົມເຕັກໂນໂລ ຊີເຫລົ່ານີ້ຈະຊ່ວຍຫລຸດພາລະການ ຈັດການ ແລະ ເພີ່ມຄວາມແມ໋ນຍຳ ໃນການຄົ້ນຄວ້າ. ຈາກພາລະບົດບາດ ແລະ ວຽກ ງານທີ່ສູນຄົ້ນຄວ້າການລ້ຽງສັດກຳ ລັງດຳເນີນຢູ່ ຈະເຫັນວ່າສູນແຫ່ງ ນີ້ມີບົດບາດຫລາຍດ້ານນັບຕັ້ງແຕ່ ການອະນຸລັກແນວພັນສັດ, ການ ປັບປຸງພັນ, ການຄົ້ນຄວ້າອາຫານ ສັດ, ການພັດທະນາເຕັກນິກການ ລ້ຽງ, ການຝຶກອົບຮົມໄປຈົນເຖິງ ການພັດທະນາຕ່ອງໂສ້ມູນຄ່າ. ສິ່ງ ສຳຄັນຄືການນຳຜົນງານຈາກການ ຄົ້ນຄວ້າໄປສູ່ຜູ້ນຳໃຊ້ຕົວຈິງ ໂດຍ ສະເພາະຊາວກະສິກອນ ເພື່ອໃຫ້ອົງ ຄວາມຮູ້ກາຍເປັນຜົນຜະລິດ, ລາຍ ໄດ້ ແລະ ອາຊີບທີ່ໝັ້ນຄົງ. ໃນພາບລວມ ສູນຄົ້ນຄວ້າການ ລ້ຽງສັດກຳລັງມີບົດບາດເປັນຂົວ ເຊື່ອມລະຫວ່າງ “ການຄົ້ນຄວ້າ” ກັບ “ການຜະລິດ” ໂດຍໃຊ້ແນວ ພັນສັດ, ເຕັກນິກ, ອາຫານ ແລະ ອົງຄວາມຮູ້ເປັນພື້ນຖານ. ການ ສືບຕໍ່ຍົກສູງວຽກງານຄົ້ນຄວ້າ, ຂະຫຍາຍການຮ່ວມມື ແລະ ຖ່າຍ ທອດເຕັກນິກສູ່ຊາວກະສິກອນຈະ ເປັນກົນໄກສຳຄັນໃນການພັດທະ ນາການລ້ຽງສັດຂອງລາວ ໃຫ້ມີ ຜະລິດຕະພາບສູງ, ສາມາດແຂ່ງ ຂັນໄດ້ ແລະ ສ້າງລາຍໄດ້ຢ່າງຍືນ ຍົງໃຫ້ແກ່ຊາວກະສິກອນ.
RkJQdWJsaXNoZXIy MTc3MTYxMQ==