ຂປລ
ໄລຍະໄຂສົກຮຽນໃໝ່ 2026-2027 ນີ້, ພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດວາງກຳລັງເຈົ້າໜ້າທີ່ວິຊາສະເພາະລະບາຍການສັນຈອນທັງໝົດ 127 ຈຸດ ໃນທົ່ວນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ຜູ້ນຳໃຊ້ລົດນຳໃຊ້ຖະໜົນ.
ທ່ານ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 1 ກັນຍາ 2026 ວ່າ: ເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ຜູ້ນຳໃຊ້ລົດນຳໃຊ້ຖະໜົນ ໃນໄລຍະໄຂສົກຮຽນໃໝ່ ເຈົ້າໜ້າທີ່ວິຊາສະເພາະ ໄດ້ຈັດວາງກຳລັງລະບາຍການສັນຈອນ ໃນທົ່ວນະຄອນຫຼວງວຽງຈັນ ທັງໝົດ 127 ຈຸດ. ໃນນີ້, ຢູ່ໜ້າໂຮງຮຽນມີ 45 ແຫ່ງ, ປ້ອມຍາມ 69 ແຫ່ງ, ວົງວຽນ ແລະ ຈຸດອື່ນໆ 13 ຈຸດ. ນັບຕັ້ງແຕ່ເວລາ 06:00-11:00 ໂມງ ຂອງວັນທີ 1 ກັນຍາ ນີ້ ມີອຸບັດເຫດເກີດຂຶ້ນ 3 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 6 ຄັນ ບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ.
ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ, ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຜູ້ນຳໃຊ້ລົດນຳໃຊ້ຖະໜົນ ໃຫ້ມີສະຕິໃນການຂັບຂີ່, ຮອບຄອບ, ໃຈເຢັນ, ບໍ່ຂັບຂີ່ໄວເກີນກວ່າທີ່ກົດໝາຍກຳນົດ, ກ່ອນຈະລ້ຽວຊ້າຍ ຫຼື ຂວາ ຕ້ອງເປີດໄຟສັນຍານທຸກຄັ້ງ, ບໍ່ຄວນແຊງກັນໃນຂອບເຂດທາງທີ່ແຄບ ແລະ ການສັນຈອນແອອັດ, ບໍ່ໃຫ້ຈອດລົດຊະຊາຍກີດຂວາງການສັນຈອນຢ່າງເດັດຂາດ, ຫ້າມບໍ່ໃຫ້ເດັກທີ່ອາຍຸບໍ່ຮອດກະສຽນຂັບຂີ່ລົດມາໂຮງຮຽນເອງ (ລົດໃຫຍ່ 18 ປີ, ລົດຈັກ 15 ປີ), ສຳລັບຜູ້ທີ່ຂັບຂີ່ລົດຈັກ ກໍໃຫ້ໃສ່ໝວກກັນກະທົບຢູ່ຕະຫຼອດ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດເຫດ ແລະ ເພື່ອຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ.
KPL