ຂປລ
ພິທີຕ້ອນຮັບ ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽດ ໃນໂອກາດຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ ໃນວັນທີ 7 ກັນຍາ ຢູ່ນະຄອນຫລວງ ເຊີອູນ, ພາຍໃຕ້ ການເປັນປະທານຂອງ ທ່ານ ໂຊຈອງສິກ (Cho Jeong Sik) ປະທານສະພາແຫ່ງຊາດ ສ.ເກົາຫລີ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ພິທີຕ້ອນຮັບ ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽດ ໃນໂອກາດຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ ໃນວັນທີ 7 ກັນຍາ ຢູ່ນະຄອນຫລວງ ເຊີອູນ, ພາຍໃຕ້ ການເປັນປະທານຂອງ ທ່ານ ໂຊຈອງສິກ (Cho Jeong Sik) ປະທານສະພາແຫ່ງຊາດ ສ.ເກົາຫລີ.ຈາກນັ້ນ ທັງສອງຝ່າຍ ໄດ້ເປັນເອກະພາບ ຮັກສາການແລກປ່ຽນ ຍຸດທະສາດຂັ້ນສູງ; ຜັນຂະຫຍາຍວິໄສທັດ ຍຸດທະສາດ ກ່ຽວກັບ ການເຊື່ອມຕໍ່ ເສດຖະກິດ ສອງປະເທດ ໃນສະພາບການໃໝ່ ເພື່ອສູ້ຊົນ ນຳວົງເງິນການຄ້າ ສອງຝ່າຍ ໃຫ້ບັນລຸ 100 ຕື້ໂດລາສະຫະລັດ ໃນປີ 2026 ແລະ ມຸ່ງໄປເຖິງ 150 ຕື້ໂດລາສະຫະລັດໃນປີ 2030, ສືບຕໍ່ໃຫ້ບຸລິມະສິດແຫລ່ງທຶນ ຊ່ວຍເຫລືອລ້າ ເພື່ອການພັດທະນາ ຢ່າງເປັນທາງການ (ODA) ແລະ ODA ບຸລິມະສິດ ໃຫ້ບັນດາໂຄງການຂອງ ສສ ຫວຽດນາມ. ພ້ອມກັນນັ້ນ, ຊຸກຍູ້ການຮ່ວມມື ທາງດ້ານວິທະຍາສາດ ເຕັກໂນໂລຢີ ກາຍເປັນກຳລັງໜູນ ພັດທະນາ ການພົວພັນສອງປະເທດ, ຕັ້ງໜ້າປັບປຸງ ນະໂຍບາຍ, ສ້າງເງື່ອນໄຂໃຫ້ ວິສາຫະກິດ ສອງປະເທດລົງທຶນ ເປັນປົກກະຕິ, ຍາວນານ ຢູ່ແຕ່ລະປະເທດ. ກ່ຽວກັບ ການຮ່ວມມື ລັດຖະສະພາ, ສອງຝ່າຍ ໄດ້ເນັ້ນໜັກວ່າການທູດລັດຖະສະພາມີບົດບາດສຳຄັນ ໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດ ບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ. ດັ່ງນັ້ນ, ເຫັນເອກະພາບການຮັກສາ ເປັນປະຈຳ ເພີ່ມທະວີ ການແບ່ງປັນບົດຮຽນ ປະສົບການສ້າງກົດໝາຍ, ລະບອບລະບຽບການ; ຕັ້ງໜ້າຊຸກຍູ້ການພົບປະແລກປ່ຽນ ລະຫວ່າງ ບັນດາກຳມາທິການ ດ້ວຍຮູບແບບເຊິ່ງໜ້າ ແລະ ທາງໄກ; ເສີມຂະຫຍາຍບົດບາດ ຂອງອົງການນິຕິບັນຍັດ ໃນການປະສານສົມທົບກັນຕິດຕາມ ກວດກາການ ປະຕິບັດບັນດາຂໍ້ຜູກມັດໃນສັນຍາສາກົນ, ຂໍ້ຕົກລົງຮ່ວມມືຂອງລັດຖະບານ, ສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມ ດ້ານນິຕິກຳທີ່ສະດວກໃຫ້ແກ່ ວິສາຫະກິດ ແລະ ປະຊາຊົນ ສອງປະເທດ, ສືບຕໍ່ປະສານ ສົມທົບກັນ, ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສ ລະຫວ່າງ ລັດຖະສະພາ ໃນພາກພື້ນ ແລະ ໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL