ຂປລ
ທ່ານ ເຈຟເດດ ຢິນມັສ ຮອງປະທານາທິບໍດີຕູຣາເຄຍ ໄດ້ປະກາດແຜນເສດຖະກິດຂອງຕູຣາເຄຍ ແຕ່ປີ 2027-2029. ອີງຕາມ ແຜນການ ດັ່ງກ່າວ, ຕູຣາເຄຍ ຈະເພີ່ມງົບປະມານ ດ້ານການປ້ອງກັນປະເທດຂຶ້ນ 229% ໃນ 3 ປີຕໍ່ໜ້າ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 6 ກັນຍານີ້, ທ່ານ ເຈຟເດດ ຢິນມັສ ຮອງປະທານາທິບໍດີຕູຣາເຄຍ ໄດ້ປະກາດແຜນເສດຖະກິດຂອງຕູຣາເຄຍ ແຕ່ປີ 2027-2029. ອີງຕາມ ແຜນການ ດັ່ງກ່າວ, ຕູຣາເຄຍ ຈະເພີ່ມງົບປະມານ ດ້ານການປ້ອງກັນປະເທດຂຶ້ນ 229% ໃນ 3 ປີຕໍ່ໜ້າ. ທ່ານ ເຈຟເດດ ຢິນມັສ ໃຫ້ຮູ້ວ່າ: ສໍາລັບ ຂົງເຂດປ້ອງກັນປະເທດ, ເປົ້າໝາຍ ຂອງຕູຣາເຄຍ ແມ່ນສາມາດ ດໍາເນີນການຄົ້ນຄວ້າ ແລະ ພັດທະນາ ທາງດ້ານເຕັກໂນໂລຊີ ແລະ ຜະລິດຜະລິດຕະພັນ ທີ່ມີມູນຄ່າເພີ່ມສູງ ໄດ້ດ້ວຍຕົນເອງ. ອີງຕາມຕົວເລກຂໍ້ມູນ ຈາກສະຖາບັນຄົ້ນຄວ້າສັນຕິພາບ ສາກົນ ສະຕັອກ ໂຮມ ປະເທດຊູແອັດ ສະແດງໃຫ້ເຫັນວ່າ: ງົບປະມານ ດ້ານການປ້ອງກັນປະເທດ ຂອງຕູຣາເຄຍໃນປີ 2025 ມີເຖິງ 30 ຕື້ໂດລາສະຫະລັດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL